Hesperian Health Guides

ຄຳ​ແນະນຳ​ສຳລັບ​ຜູ້ເປັນ​ພໍ່​ແມ່

ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ຄຳ​ແນະນຳ​ສຳລັບ​ຜູ້ເປັນ​ພໍ່​ແມ່

ຢູ່ໃນພາກນີ້:

ຈົ່ງ​ພະຍາຍາມ​ສັງເກດ​ບັນດາ​ສຽງ​ທີ່ຢູ່​ອ້ອມຂ້າງ. ຄົນ​ສ່ວນຫຼາຍ​ທີ່ມີ​ຄວາມ​ສາມາດ​ໃນການ​ໄດ້ຍິນ​ໂດຍປົກກະຕິ ມັກຈະ​ເມີນເສີຍ​ຕໍ່ສຽງ​ອ້ອມຂ້າງ ຍ້ອນວ່າ ພວກເຂົາ​ມີຄວາມ​ຊິນເຄີຍ​ກັບມັນ​ແລ້ວ.

A man thinking as he stands in a busy urban area with noisy cars and motorcycles going by; he watches a boy walking near the traffic.
ສົມພອນ ໜ້າຈະ​ປອດ ໄພ​ກວ່ານີ້​ຖ້າລາວ​ໄດ້ຍິນ ສຽງ​ແກລົດ.
ທັກສະ​ໃນການ​ຟັງ ແມ່ນ​ມີຄວາມ​ສຳ ຄັນ​ສຳລັບ​ເດັກນ້ອຍ​ທຸກໆ​ຄົນ ທີ່ມີ​ບັນ ຫາ​ໃນການ​ໄດ້ຍິນ, ເດັກນ້ອຍ​ເຫຼົ່ານີ້ ຈະ​ດຳລົງ​ຊີວິດ​ຢ່າງ​ປອດໄພ​ຂຶ້ນ ຖ້າ ພວກເຂົາ​ຫາກ​ຮຽນຮູ້​ວິທີ​ນຳໃຊ້​ຄວາມ ສາມາດ​ໃນການ​ຟັງ​ທີ່​ພວກເຂົາ​ມີຢູ່.



A man thinking as he holds a drum and faces a young child; a flute is on a table beside him.
ຂ້ອຍ​ກຳລັງ​ສົງໄສ​ວ່າ ແມ່ນສຽງ​ກອງ ຫຼື ສຽງ​ຂຸ່ຍ​ທີ່ ມີນາ ສາ ມາດ​ໄດ້ຍິນ.


ທ່ານຄວນ​ດັດ​ປັບເອົາ​ບັນດາ​ກິດຈະກຳ​ທີ່ຢູ່​ໃນ​ພາກນີ້​ມາ​ໝູນໃຊ້ ເພາະວ່າ ຖ້າ​ເດັກນ້ອຍ​ໄດ້ຢູ່​ໃກ້ສຽງ​ຕ່າງໆ​ເລື້ອຍໆ ເຂົາອາດ​ສາມາດ​ໄດ້ຍິນ. ຍົກ​ຕົວຢ່າງ: ຖ້າ​ຫາກທ່ານ​ຮູ້ວ່າ ເດັກນ້ອຍ​ຜູ້ນັ້ນ ສາມາດ​ໄດ້ຍິນ​ສຽງ​ໂທນຕ່ຳ ບໍ່ແມ່ນ​ສຽງ​ໂທນສູງ, ກໍ່ຈົ່ງ​ໃຊ້ສຽງ​ໂທນຕ່ຳ ເພື່ອ​ມາ​ໝູນໃຊ້​ໃນ​ກິດຈະກຳ ຖ້າ​ທ່ານ​ຍັງບໍ່​ແນ່ໃຈ​ວ່າ ສຽງ​ປະເພດ​ໃດ​ທີ່ລາວ​ສາມາດ​ໄດ້ຍິນ​ໃຫ້ທ່ານ​ທົດລອງ​ຫຼາຍ​ປະເພດ​ສຽງ. ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນບົດທີ5.

ກິດຈະກຳ

ວິທີ ທີ່ຈະຊ່ວຍ​ໃຫ້ເດັກ​ສັງເກດ​ສຽງ​ຕ່າງໆ

  • ເມື່ອທ່ານ​ໄດ້ຍິນ​ສຽງ​ທີ່​ເກີດຂຶ້ນ​ຢູ່ໃນ​ບໍລິເວນ​ໃກ້ໆ, ຈົ່ງ​ສະແດງ​ໃຫ້​ເດັກນ້ອຍ​ຮູ້ວ່າ ມີ​ບາງສິ່ງ​ບາງຢ່າງ​ໄດ້​ກຳລັງ​ເກີດຂຶ້ນ​ຢູ່​ມໍ່ໆ​ນັ້ນ, ກະຕູ້ນ​ໃຫ້ເດັກ​ຫຼຽວໜ້າ​ໄປຫາ​ສຽງ​ດັ່ງກ່າວ.
A man speaks as he kneels beside a young child and points to the sky.
ເບິ່ງແມ໋! ມີນາ ຢູ່ເທິງ ທ້ອງຟ້າ​ມີຍົນ​ໄດ໋.
  • ໃຫ້ເດັກ​ໄດ້ຫຼິ້ນ​ເຄື່ອງຫຼິ້ນ​ທີ່​ມີສຽງ. ຮຽກຮ້ອງ​ຄວາມ​ສົນໃຈ​ຂອງເດັກ​ດ້ວຍ​ເຄື່ອງຫຼິ້ນ​ດັ່ງກ່າວ​ຫຼາຍໆ​ຄັ້ງ, ຖ້າ​ເຄື່ອງຫຼິ້ນ​ດັ່ງກ່າວ​ຫາກ​ບໍ່ມີ​ສຽງດັງ, ທ່ານ​ອາດຈະ​ນຳເອົາ​ບາງສິ່ງ​ບາງຢ່າງ​ເຊັ່ນ: ກະດິງ​ມາຜູກ​ຕິດໃສ່ ເພື່ອ​ເຮັດໃຫ້​ມັນ​ມີສຽງ​ດັງຂຶ້ນ.


A woman speaking as she points to a drum her daughter is beating.
ສຽງ​ມັນດັງ, ວັນດີ ເອີຍ!
  • ຊອກ​ອຸປະກອນ​ທີ່ທ່ານ​ສາມາດ​ເຮັດໃຫ້​ມີສຽງ​ດັງຂຶ້ນ ຫຼື ຢຸດໄດ້. ສະແດງ​ໃຫ້ເດັກ​ຮູ້ວ່າ​ກຳລັງ​ຈະມີ​ບາງສິ່ງ​ເກີດຂຶ້ນ ຫຼັງຈາກ​ນັ້ນ ຈຶ່ງ​ສ້າງສຽງ​ດັງກ່າວ, ເຮັດໃຫ້​ສຽງ​ດັງຂຶ້ນ​ຫຼາຍຄັ້ງ ຊ້ໍາໄປ​ຊ້ໍາມາ. ພະຍາຍາມ​ຊີ້ໄປ​ທີ່​ໃບຫູ​ຂອງທ່ານ ເມື່ອ​ສຽງ​ນັ້ນ​ດັງຂຶ້ນ ເຊິ່ງມັນ​ຈະຊ່ວຍ​ໃຫ້ເດັກ​ຮູ້ວ່າ​ໄດ້ມີ​ສຽງ​ບາງສິ່ງ​ບາງຢ່າງ​ດັງຂຶ້ນ​ແລ້ວ.
  • ປະດິດ​ສ້າງ​ເກມ​ທີ່​ເດັກນ້ອຍ​ຕ້ອງ​ຕັ້ງໃຈ​ຟັງ ເພື່ອ​ຫຼິ້ນເກມ​ດັ່ງກ່າວ.


HCWD Ch6 Page 62-3.png
ເມື່ອ​ເດັກນ້ອຍ​ໄດ້ຍິນ​ສຽງກອງ​ໃຫ້​ພວກເຂົາ​ເຕັ້ນ.
HCWD Ch6 Page 62-4.png
ຖ້າ​ດົນຕີ​ຢຸດ ໃຫ້​ເດັກນ້ອຍ ພ້ອມກັນ​ນັ່ງລົງ.

ບັນດາ​ວິທີ ທີ່ຊ່ວຍ​ໃຫ້ລູກ​ຂອງທ່ານ​ສັງເກດ​ສຽງປາກ​ເວົ້າ

A man speaking as he carries his baby.
ມີນາ, ເຈົ້າ​ເຕີບໃຫຍ່ ຂຶ້ນ​ທຸກມື້​ລະໄດ໋​ນິ.
  • ເວົ້າ​ກັບ​ເດັກນ້ອຍ​ໃນຂະນະ​ທີ່​ອຸ້ມເຂົາ​ເຈົ້າ, ເມື່ອເດັກ​ຈັບເອິກ, ຄໍ ຫຼື ແກ້ມ​ຂອງທ່ານ ເຊິ່ງ​ເຂົາເຈົ້າ​ຈະ​ສາມາດ​ສຳຜັດ​ເອົາຄວາມ​ສັ່ນ​ສະເທື່ອນ​ຈາກສຽງ​ຂອງທ່ານ​ໄດ້.
An older girl speaking as she bathes a small girl in a tub.
ຈູດໆ ຈູດໆ ຈູດໆ
  • ໃນຂະນະ​ທີ່ທ່ານ​ເຮັດ​ສິ່ງໃດ​ໜຶ່ງ ກັບ​ເດັກນ້ອຍ, ຈົ່ງ​ພະຍາຍາມ​ສ້າງສຽງ​ໄປພ້ອມ​ກັບ​ກິດຈະກຳ​ດັ່ງກ່າວ.


  • ຮ້ອງຊື່​ຂອງເດັກ​ເລື້ອຍໆ.
A man speaking as a young child walks toward him.
ປູນາ ມາ ມາ ຫາພໍ່.
A woman speaking as she holds her daughter in her lap.
ແຕ່ກີ້ ແຕ່ກ່ອນ, ມີ ເດັກນ້ອຍ​ຜູ້ໜຶ່ງ​ມີ ຊື່ວ່າ ມີນາ...


  • ເມື່ອ​ເດັກນ້ອຍ​ຮູ້ຈັກ​ຊື່​ຂອງ​ຕົນເອງ, ຈົ່ງ​ໃຊ້ຊື່​ຂອງເຂົາ​ເຂົ້າໃນ​ບົດເພງ ແລະ ນິທານ ເຊິ່ງ​ສິ່ງນີ້ ຈະຊ່ວຍ​ດຶງດູດ​ຄວາມ​ສົນໃຈ​ຂອງ​ເດັກນ້ອຍ.


  • ເວົ້າກັບ​ລູກນ້ອຍ​ຂອງທ່ານ​ເລື້ອຍໆ​ເທົ່າທີ່​ຈະເຮັດ​ໄດ້, ໃຊ້​ສຽງເວົ້າ​ຂອງທ່ານ​ທີ່ມີ​ສຽງ​ແຕກຕ່າງ​ກັນ​ພະຍາຍາມ​ຢຶດສຽງ​ເວົ້າ​ຂອງທ່ານ​ໃຫ້​ຍາວອອກ, ແລະ ມີສຽງ​ຕ່ຳ, ສຽງສູງ. ນຳໃຊ້​ຄຳສັບ​ທີ່ມີ​ຄວາມໝາຍ​ກົງກັນຂ້າມ​ກັນ.
A man speaking as picks a baby up and puts him back down.
ລຸກ ລຸກໆ...!
ແລ້ວ ນອນ...!
ໃຊ້​ຄຳສັບ​ທີ່ມີ​ສຽງຍາວ​ຢຶດອອກ​ໄດ້ ເຊັ່ນ: ຄຳວ່າ (“ນອນ...”) ແລະ ກົງກັນຂ້າມ​ກໍ່​ໝູນໃຊ້​ຄຳສັບ​ທີ່ມີ​ສຽງສັ້ນ ເຊັ່ນ: ຄຳວ່າ “ລູກ” ສ້າງສຽງ​ປະກອບ​ໄປພ້ອມ ເພື່ອ​ໃຫ້​ເດັກນ້ອຍ​ເຂົ້າໃຈ​ຄວາມໝາຍ.

ວິທີ​ຮຽນຮູ້​ວ່າ​ສຽງ​ມາຈາກ​ທິດທາງ​ໃດ

A boy shakes a noisy toy above the head of his little sister.
ໃນ​ເບື້ອງຕົ້ນ​ເດັກ​ຮຽນຮູ້ ໃນການ​ຊອກຫາ​ທີ່ຕັ້ງ​ຂອງສຽງ​ທີ່​ດັງຂຶ້ນ ຢູ້ໃກ້ໆ​ຫູ​ຂອງ​ພວກເຂົາ ຈາກນັ້ນ​ຈຶ່ງ ຮຽນຮູ້​ໃນການ​ຊອກຫາ​ແຫຼ່ງ​ທີ່ມາ​ຂອງສຽງ​ທີ່​ດັງຂຶ້ນ​ຢູ່ລະດັບ​ທີ່ສູງ​ກວ່າຫູ ແລະ ຕ່ຳ​ກວ່າຫູ. ຈາກນັ້ນ​ຈຶ່ງ​ຊອກຫາ​ແຫຼ່ງ​ທີ່ມາ​ຂອງສຽງ​ທີ່ຫ່າງ​ອອກໄປ. ສຸດທ້າຍ​ແມ່ນ​ໃຫ້ເດັກ​ຊອກຫາ​ແຫຼ່ງ​ທີ່ມາ​ຂອງສຽງ​ທີ່ດັງ​ຂຶ້ນ​ຢູ່​ທາງຫຼັງ​ພວກເຂົາ.


  • ຖ້າລູກ​ຂອງທ່ານ​ຫາກ​ສົນໃຈ​ເຄື່ອງຫຼິ້ນ​ທີ່ມີ​ສຽງ ແລະ ທ່ານເອງ​ກໍ່​ໝັ້ນໃຈ​ວ່າ ເຂົາ​ໄດ້ຍິນ​ສຽງ​ຂອງມັນ, ຈົ່ງ​ພະຍາຍາມ​ຍ້າຍ​ເຄື່ອງຫຼິ້ນ​ອັນນັ້ນ ອອກຈາກ​ຂອບເຂດ​ທີ່ເຂົາ​ສາມາດ​ແນມເຫັນ. ຈາກນັ້ນ​ເຮັດໃຫ້​ເຄື່ອງຫຼິ້ນ​ນັ້ນ ດັງຢູ່​ລະດັບ​ທີ່ສູງ​ກວ່າຫູ​ຂອງເຂົາ ເພື່ອ​ສັງເກດ​ວ່າ ເດັກ​ຈະ​ຫັນໜ້າ​ມາ​ຊອກມັນ​ບໍ່, ເມື່ອ​ເດັກ​ສາມາດ​ຮູ້​ໄດ້ແລ້ວ ຈົ່ງເຮັດ​ໃຫ້​ເຄື່ອງຫຼິ້ນ​ນັ້ນດັງ ຢູ່ໃນ​ລະດັບ​ທີ່​ຕ່ຳ​ກວ່າຫູ, ສຸດທ້າຍ​ແມ່ນ ເຮັດໃຫ້​ມັນດັງ​ຢູ່ທາງຫຼັງ​ຂອງເດັກ.


A boy shakes a noisy toy in front of his little sister.

ຈົ່ງ​ພະຍາຍາມ​ມີຄວາມ​ອົດທົນ ເພາະວ່າ​ມັນອາດ​ໃຊ້​ເວລາ​ເປັນເດືອນ ຈົນກວ່າ​ເດັກ​ຈະ​ສາມາດ​ ຫັນ ໜ້າ​ໄປຫາ​ສຽງ​ນັ້ນໄດ້, ເມື່ອເຂົາ​ມີການ​ຕອບສະໜອງ​ຕໍ່ສຽງ​ດ່ັງກ່າວ​ໃນບາງເທື່ອ (ອາດຈະ​ບໍ່ແມ່ນ​ທຸກໆ​ເທື່ອ) ໃຫ້ທ່ານ​ສາມາດ​ກ້າວໄປຫາ​ຂັ້ນຕອນ​ຕໍ່ໄປ.

A woman sits with a small boy in a garden and cups her hand behind her ear as a motorcycle goes by.


  • ປ່ຽນ​ສີໜ້າ​ຂອງທ່ານ ແລະ ໃຊ້​ທ່າທາງ​ເພື່ອ​ດຶງດູດ​ຄວາມ​ສົນໃຈ​ຂອງເດັກ ເຊັ່ນ: ການ​ຊີ້ໄປ​ທີ່​ໃບຫູ​ ແລະ ຫຼັງຈາກ​ນັ້ນ ແມ່ນ​ຊີ້ໄປ​ທີ່ມາ​ຂອງສຽງ​ນັ້ນ.
A woman speaking to a young child as she shakes the pocket of her apron.
ນັ້ນແມ່ນ​ສຽງ ຫຍັງ, ມີນາ? ຊອກເບິ່ງ​ມັນ​ຢູ່ໃສ?
  • ລອງຊອກ​ເຄື່ອງຫຼິ້ນ​ທີ່ມີ​ສຽງດັງ​ໃນ​ຖົງເສື້ອ, ສັງເກດ​ເບິ່ງ​ວ່າ ເດັກ​ສາມາດ​ຊອກຫາ​ມັນ​ໄດ້ບໍ່ ໃນ​ຂະນະ​ທີ່ທ່ານ​ເຮັດ​ໃຫ້ມັນ​ມີ​ສຽງດັງ.

ວິທີ ເພ່ືອຊ່ວຍ​ໃຫ້ລູກ​ຂອງທ່ານ​ສາມາດ​ຈື່ຈຳ​ສຽງ

A woman speaking to a small child as she opens a door to let someone in.
ໄດ້ຍິນ​ສຽງ​ເຄາະ​ປະຕູ​ບໍ? ມີ ບາງຄົນ​ກຳລັງ​ຈະ​ເຂົ້າມາ.
  • ສັງເກດ​ບັນດາ​ສຽງ​ທົ່ວໄປ ທີ່ເຂົາ​ສາມາດ ໄດ້ຍິນ ແລະ ຊ່ວຍເຂົາ​ຕັ້ງຊື່​ສຽງ​ເຫຼົ່ານັ້ນ.


  • ເມື່ອເດັກ​ສະແດງ​ຄວາມ​ສົນໃຈ​ຕໍ່ສຽງ​ເຫຼົ່ານັ້ນ. ອະທິບາຍ​ໃຫ້ເຂົາ​ຮູ້ວ່າ​ແມ່ນ​ສຽງຫຍັງ.
A girl holding a whistle speaking to a young child.
ນີ້ແມ່ນ​ວິທີ​ເປົ່າ ໝາກຫວີດ​ເດີ...
A man holds a young child and points to a barking dog.
  • ພາ​ເດັກນ້ອຍ​ໄປຕາມ​ສະຖານທີ່​ຕ່າງໆ ເມື່ອທ່ານ​ໄດ້ຍິນ​ສຽງ​ໃດໜຶ່ງ ຈົ່ງ​ສະແດງ ໃຫ້ເຂົາ​ຮູ້ວ່າ ສຽງ​ມາຈາກ​ໃສ່? ແມ່ນຫຍັງ​ເຮັດໃຫ້​ສຽງ​ນັ້ນດັງ.
2 children sitting down and clapping their hands.
  • ບອກ​ວິທີ​ໃຫ້ເດັກ​ສ້າງ​ສຽງ​ຕ່າງໆ​ທີ່ ແຕກຕ່າງ​ກັນ​ດ້ວຍ​ຕົວ​ຂອງເຂົາ​ເອງ.

ວິທີຊ່ວຍ​ໃຫ້ລູກ​ຂອງທ່ານ​ສັງເກດ ເມື່ອມີ​ສອງສຽງ​ແຕກຕ່າງ​ກັນ

A girl covers her eyes while a man sits beside her and hits a pot and a drum.
  • ຊອກຫາ​ອຸປະກອນ ສອງຢ່າງ​ທີ່​ສາມາດ​ກໍ່ໃຫ້​ເກີດສຽງ​ສອງສຽງ ທີ່​ແຕກຕ່າງ​ກັນ. ແຕ່ຈົ່ງ​ຈື່ໄໄວ້​ວ່າ ອຸປະກອນ​ດ່ັງກ່າວ​ຕ້ອງມີ​ໂທນສຽງ ແລະ ຄວາມດັງ​ທີ່​ເໝາະສົມ​ທີ່ເດັກ​ສາມາດ​ໄດ້ຍິນ. ວາງ​ອຸປະກອນ​ດັ່ງກ່າວ​ໄວ້​ຂ້າງໜ້າ​ຂອງເດັກ. ທຳອິດ​ສ້າງສຽງ​ດັງ​ທີ່​ເກີດຈາກ​ອຸປະກອນ​ທັງສອງ​ຢ່າງ​ນັ້ນ. ຈາກນັ້ນ​ໃຫ້ເຂົາ​ຫຼັບຕາ ແລ້ວທ່ານ​ກໍ່ເຄາະ ຫຼື ສຽງຈາກ​ອຸປະກອນ​ອັນໃດ​ອັນໜຶ່ງ, ເມື່ອເຂົາ​ມືນຕາ​ຂຶ້ນ​ຈິ່ງຖາມ​ລາວວ່າ ແມ່ນ​ສິ່ງໃດ​ທີ່ເຮັດ​ໃຫ້​ເກີດສຽງ​ດັງ​ຫວ່າງກີ້ນີ້.

  • ພ້ອມ​ກັນນັ້ນ ໃຫ້​ຄິດຫາ​ການໃຊ້​ທ່າທາງ​ສຳລັບ​ຈັງຫວະ​ສຽງ 2 ຫຼື 3 ແບບ​ທີ່​ຄ້າຍຄືກັນ. ຈາກນັ້ນ​ໃຫ້ເດັກ​ສະແດງ​ທ່າທາງ​ດັ່ງກ່າວ ໃນຂະນະ​ທີ່ທ່ານ​ເຮັດສຽງ​ດັ່ງກ່າວ.
    An older girl makes sounds as she and a younger girl play with spoons.
    ປາ...ປາ... ປາ...ປາ
    HCWD Ch6 Page 66-3.png
    ລາ... ລາ... ລາ...ລາ

    ເຊິ່ງ​ນີ້ແມ່ນ​ຕົວຢ່າງ​ຂອງສຽງ​ທີ່​ເກີດຈາກ​ຄຳເວົ້າ.
  • A woman speaking as she sits with her husband and 2 small children.
    ແມ່ນໃຜ​ກຳລັງ ເວົ້າຢູ່, ວັນດີ?


  • ໃຫ້ລູກ​ຂອງທ່່ານ ຟັງສຽງ​ຂອງ​ສະມາຊິກ​ໃນຄອບຄົວ ແລ້ວ​ເດົາວ່າ ນັ້ນແມ່ນ​ສຽງ​ຂອງໃຜ.ເຊິ່ງ​ວິທີນີ້​ຈະຊ່ວຍ​ເຮັດ​ໃຫ້ເດັກ​ສາມາດ​ຈຳແນກ​ວ່າ ແມ່ນສຽງ​ຂອງ​ຜູ້ຊາຍ ຫຼື ແມ່ຍິງ ທີ່​ກຳລັງ​ເວົ້າ​ອີກດ້ວຍ.

ລູກ​ຂອງຂ້ອຍ​ກຳລັງ​ຮຽນຮູ້​ການຟັງ​ຢູ່​ບໍ?

ທ່ານຕ້ອງ​ໄດ້ເຮັດ​ກິດຈະກຳ​ທັງໝົດ​ເຫຼົ່ານີ້​ຫຼາຍໆ​ຄັ້ງ, ຊ້ໍາແລ້ວ​ຊ້ໍາອີກ. ຫຼັງຈາກ​ນັ້ນ 6 ເດືອນ ຈຶ່ງ​ກວດເບິ່ງ​ຄວາມ​ສາມາດ​ໃນການ​ໄດ້ຍິນ​ຂອງເດັກ​ອີກ​ເທື່ອໜຶ່ງ (ເບິ່ງບົດທີ 5). ທ່ານ​ອາດຈະ​ສັງເກດ​ເຫັນວ່າ ລູກ​ຂອງທ່ານ​ສາມາດ​ໄດ້ຍິນ​ສຽງ​ຕ່າງໆ​ຫຼາຍຂຶ້ນ, ເຊິ່ງ​ນີ້​ກໍ່ໍບໍ່ໄດ້​ໝາຍ​ຄວາມວ່າ ຄວາມອສາມາດ​ໃນການ​ໄດ້ຍິນ​ຂອງເຂົາ​ໄດ້ມີ​ການ​ປ່ຽນແປງ, ແຕ່ມັນ​ໝາຍ​ຄວາມວ່າ ເຂົາ​ໄດ້​ຮຽນຮູ້​ການ​ນຳໃຊ້​ຄວາມ​ສາມາດ​ໃນການ​ໄດ້ຍິນ​ຂອງເຂົາ​ໄດ້ດີ​ຂຶ້ນ. ຈົ່ງ​ຍ້ອງຍໍ​ຊົມເຊີຍ ເມື່ອລູກ​ຂອງທ່ານ​ສາມາດ​ສັງເກດ​ສຽງ ແລະ ຄຳເວົ້າ​ໄດ້.

ໄປ​ພ້ອມໆ​ກັບການ​ຝຶກແອບ​ຂ້າງເທິງ​ນັ້ນ, ຈົ່ງ​ພະຍາຍາມ​ເສີມສ້າງ​ທີ່ເດັກ​ໄດ້ຮຽນ​ໄປແລ້ວ​ນັ້ນ​ໂດຍ​ໝູນໃຊ້​ສຽງ​ຕ່າງໆ ທີ່ເຂົາ​ສາມາດ​ໄດ້ຍິນ. ເມື່ອເດັກ​ສາມາດ​ຮຽນຮູ້​ຄຳສັບ ແລະ ຄວາມໝາຍ​ຂອງມັນ​ໄດ້ດີ​ຂຶ້ນ ເດັກ​ຄົນນັ້ນ​ກໍ່ຈະ​ສາມາດ​ສະແດງອອກ​ເຖິງຄວາມ​ຮູ້ສຶກ​ຂອງເຂົາ ແລະ ສາມາດ​ສື່ສານ​ກັບ​ບຸກຄົນ​ອື່ນໄດ້ດີ​ຂຶ້ນ​ອີກດ້ວຍ.