Hesperian Health Guides

ການ​ໝູນໃຊ້​ພາສາ​ເວົ້າ

ຢູ່ໃນພາກນີ້:

ຄົນ​ປົກກະຕິ​ທີ່​ໄດ້ຍິນ​ດີ ສື່ສານ​ໂດຍ​ຜ່ານການ​ເວົ້າ ແລະ ການໄດ້ຍິນ​ຄົນອື່ນ ຜ່ານ​ພາສາ​ຂອງ​ຂົງເຂດ​ ນັ້ນໆ. ໂດຍ​ປົກກະຕິ, ຄອບຄົວ​ຂອງເດັກ​ຫູໜວກ ກໍ່ຢາກ​ໃຫ້ເດັກ​ສາມາດ​ເຂົ້າໃຈ​ຄຳເວົ້າ ແລະ ເວົ້າກັບ​ພວກ ເຂົາ​ໂດຍຜ່ານ​ພາສາ​ເວົ້າ​ປົກກະຕິ​ເຊັ່ນກັນ.

ການຮຽນ​ພາສາ​ເວົ້າ​ສຳລັບ​ເດັກ​ທີ່ບໍ່​ໄດ້ຍິນ​ດີ​ອາດ​ຕ້ອງການ​ຄື:

  • ຟັງ​ໂດຍ​ໝູນໃຊ້​ຄວາມ​ສາມາດ​ໄດ້ຍິນ​ທີ່​ຍັງມີ​ຢູ່​ເພື່ອ​ໃຫ້​ເຂົ້າໃຈ​ຄຳເວົ້າ ແລະ ການ​ໝູນໃຊ້​ເຄື່ອງ​ຊ່ວຍຟັງ.
  • ສັງເກດ​ສົບ​ຂອງ​ຜູ້ເວົ້າ ແລະ ເດົາ​ວ່າ ພວກເຂົາ​ກຳລັງ​ເວົ້າຫຍັງ ໂດຍ​ຜ່ານການ​ອ່ານ​ຮີມສົບ.
  • ຝຶກຊ້ອມ​ການ​ອອກສຽງ​ເປັນ​ຄຳເວົ້າ ເພື່ອໃຫ້​ຄົນອື່ນ​ເຂົ້າໃຈ​ເດັກ.


ຈົ່ງ​ຈື່​ໄວ້ວ່າ ຖ້າທ່ານ​ໃຊ້​ພາສາ​ເວົ້າ​ກັບເດັກ, ທ່ານ ແລະ ສະມາຊິກ​ໃນ​ຄອບຄົວ​ຈະຕ້ອງ​ເວົ້າ​ກັບເດັກ​ຜູ້ນັ້ນ​ໃຫ້ຫຼາຍ​ເທົ່າທີ່​ຈະຫຼາຍ​ໄດ້.

A man and his small boy speak as they hold a spoon
ບ... ບອງ!
ແມ່ນແລ້ວ ອາລີ, ບ່ວງ.

ຈົ່ງມີ​ຄວາມ​ອົດທົນ ເດັກ​ຫູໜວກ​ຈະ​ຮຽນຮູ້​ພາສາ​ໄດ້​ຊ້າກວ່າ ເດັກ​ທີ່​ສາມາດ​ໄດ້ຍິນ​ປົກກະຕິ. ທ່ານຕ້ອງ​ເຮັດ​ໃຫ້ເດັກ​ໄດ້​ໝູນໃຊ້​ຄຳເວົ້າ. ເຖິງ​ແມ່ນວ່າ ທ່ານ​ສາມາດ​ເຮັດສິ່ງ​ໃດ​ສິ່ງໜຶ່ງ​ໃຫ້ເດັກ​ໄດ້​ ໂດຍ​ທີ່ເດັກ​ບໍ່ເວົ້າ​ກໍ່ໄດ້​ ຫຼື ລໍຖ້າ​ຈົນ​ເດັກ​ຮ້ອງຖາມ​ເສຍກ່ອນ.

ເດັກ​ຫູໜວກ​ອາດມີ​ລັກສະນະ​ການເວົ້າ​ທີ່​ແຕກຕ່າງ​ອອກໄປ, ເດັກນ້ອຍ​ຫູໜວກ​ເກືອບ​ທັງໝົດ ເວົ້າ​ແຕກຕ່າງ​ຈາກ​ເດັກນ້ອຍ ຜູ້ທີ່​ໄດ້ຍິນ​ປົກກະຕິ. ທ່ານ​ອາດ​ຮູ້ສິກ​ເຂີນອາຍ ເມື່ອ​ໄດ້ຍິນ​ລັກສະນະ​ສຽງເວົ້າ​ຂອງເດັກ​ຄັ້ງ​ທຳອິດ. ແຕ່ເມື່ອ​ທ່ານ​ລຶ້ງເຄີຍ​ແລ້ວ ທ່ານ​ກໍ່ຄວນ​ອະທິບາຍ​ໃຫ້​ຄົນອື່ນ​ເຂົ້າໃຈ​ນຳ.

A small boy with a hearing aid in both ears.
ນີ້ແມ່ນ​ເດັກ​ທີ່​ໃຊ້ເຄື່ອງ​ຊ່ວຍຟັງ ເຊິ່ງ​ໃສ່ໃນ​ຖົງ​ແນບກັບ​ຕົວຕົນ​ຂອງເດັກ.

ແຕ່ລະ​ຂົງເຂດ ແຕ່ລະ​ປະເທດ ມີຄວາມ​ເຂົ້າໃຈ​ກ່ຽວກັບ​ການ​ຮຽນຮູ້ ເພື່ອ​ສື່ສານ​ຂອງເດັກ​ຫູໜວກ​ແຕກຕ່າງ​ກັນ​ອອກໄປ. ໂຮງຮຽນ​ອະນຸບານ​ໃນ​ພາກໃຕ້​ຂອງ​ປະເທດ​ອິນເດຍ ພະຍາຍາມ​ສອນ​ໃຫ້ເດັກ​ທີ່ບໍ່​ສາມາດ​ໄດ້ຍິນ​ນີ້​ໃຫ້ເວົ້າ, ອ່ານ, ຂຽນ ແລະ ຟັງ.

ພວກເຂົາ​ກະກຽມ​ໃຫ້ເດັກ​ຫູໜວກ ສາມາດ​ເຂົ້າຮຽນ​ໃນ​ໂຮງຮຽນ​ທົ່ວໄປ​ໄດ້ ເມື່ອ​ເຂົາເຈົ້າ​ອາຍຸ 5 ປີ.ພວກເຂົາ​ແນະນຳ​ໃຫ້​ເດັກນ້ອຍ​ຫູໜວກ ໃສ່ເຄື່ອງ​ຊ່ວຍຟັງ ທີ່ມີ​ຖົງ​ແນບຕິດ​ກັບໂຕ, ເພາະ​ໂຮງຮຽນ​ບໍ່ຕ້ອງການ​ໃຫ້ເດັກ​ຮູ້ສຶກ​ອາຍ​ວ່າ​ຕົນ​ຫູໜວກ. ເຄື່ອງ​ຊ່ວຍຟັງ​ນອກຈາກ​ຈະຊ່ວຍ​ໃຫ້ເດັກ​ໄດ້ຍິນ​ສຽງ​ດັງຂຶ້ນ​ແລ້ວ ຍັງຊ່ວຍ​ໃຫ້​ຄົນ​ອື່ນໆ​ເຫັນ ແລະ ຍອມຮັບ​ວ່າ ເດັກ​ເຫຼົ່ານີ້​ແມ່ນ​ມີ​ຄວາມ​ແຕກຕ່າງ.

ຄຸນປະໂຫຍດ​ຈາກ​ການຮຽນ​ພາສາ​ເວົ້າ

  • ຖ້າເດັກ​ສາມາດ​ສື່ສານ​ກັບຄົນ​ອື່ນ​ໃນ​ສັງຄົມ ຄົນ​ອື່ນໆ​ອີກ​ຫຼາຍຄົນ​ກໍ່ຈະ​ສາມາດ​ເຂົ້າໃຈ​ເຂົາ.
  • ເດັກ​ຫູໜວກ​ທີ່​ສາມາດ​ໝູນໃຊ້​ພາສາ​ເວົ້າ ແມ່ນພ້ອມ​ສຳລັບ​ການ​ເຂົ້າຮຽນ​ໃນ​ໂຮງຮຽນ​ທີ່​ບໍ່ໄດ້​ໃຊ້​ພາສາ​ມື.
  • ເດັກ​ທີ່ໃຊ້​ພາສາ​ເວົ້າ​ຈະ​ສາມາດ​ອ່ານ​ງ່າຍຂຶ້ນ ເພາະ​ພາສາ​ທີ່​ເຂົາເວົ້າ ແລະ ຂຽນ​ແມ່ນ​ຄ້າຍຄືກັນ.


2 women sitting and speaking together while a small boy sits closeby.
ຂ້ອຍ​ດີໃຈ​ຫຼາຍ​ທີ່​ຄຳ ​ຈະ ສາມາດ​ເຂົ້າຮຽນ​ໃນ​ໂຮງຮຽນ ອະນຸບານ ບ່ອນ​ທີ່ເຂົາ ສາມາດ ເວົ້າ​ກັບເດັກ​ທີ່ບໍ່​ສາມາດ​ໄດ້ຍິນ​ຜູ້ ອື່ນໆ​ໄດ້.
ແມ່ນແລ້ວ ແລະ ຂ້ອຍ​ກໍ່​ຫວັງວ່າ ລາວ​ຈະພ້ອມ ເພື່ອ​ເຂົ້າຮຽນ​ໃນ ໂຮງຮຽນ​ທົ່ວໄປ​ໄດ້ອີກ​ຕໍ່ໄປ. ຂ້ອຍ​ຢາກໃຫ້​ລາວ​ໄດ້ຮຽນ ເພາະ ວ່າ ເມື່ອ​ລາວ​ໃຫຍ່ຂຶ້ນ ລາວ​ຈະມີ ວຽກເຮັດ​ງານທຳ​ທີ່ດີ.

ຂ້ໍ​ຫຍຸ້ງຍາກ​ສຳລັບ​ການ​ໝູນໃຊ້​ພາສາ​ເວົ້າ

A woman sitting and looking into a mirror.
ຄຳສັບ “ເບບີ”, “ເມບີ” ແລະ “ເພມີ” ແມ່ນ​ເບິ່ງ​ຄືກັນ​ໂດຍ ເບິ່ງ​ຈາກ​ຮີມສົບ.
  • ການ​ສື່ສານ​ໂດຍຜ່ານ​ພາສາ​ເວົ້າ​ນີ້ ສາມາດ​ໃຊ້ໄດ້​ແຕ່​ສະເພາະ​ເດັກ​ທີ່ຍັງ​ມີຄວາມ​ສາມາດ​ໃນການ​ໄດ້ຍິນ​ຢູ່​ສ່ວນໜຶ່ງ (ພຽງພໍ​ທີ່ຈະ​ໄດ້ຍິນ ແລະ ຈຳແນກ​ຄວາມ​ແຕກຕ່າງ​ຂອງ​ບັນດາ​ຄຳສັບ) ຫຼື ສຳລັບ​ເດັກ​ທີ່ຫູ​ເລີ່ມໜວກ ຫຼັງຈາກ​ທີ່ເຂົາ​ໄດ້ຮຽນ​ການປາກ​ເວົ້າ​ແລ້ວ.
  • ເດັກ​ອາດ​ມີຄວາມ​ສັບສົນ​ໃນ​ການອ່ານ​ຮີມສົບ​ເພາະມີ​ຫຼາຍສຽງ​ທີ່ເບິ່ງ​ຄ້າຍ​ຄືກັນ ເມື່ອເຮົາ​ສັງ ເກດ​ສົບ ຫຼື ສຽງ​ທີ່ບໍ່​ສາມາດ​ສັງເກດ​ໄດ້​ຈາກ​ສົບ ຍົກ​ຕົວຢ່າງ: ຄຳສັບ​ໃນ​ພາສາ​ລາວ “ປີໃໝ່” ແລະ “ມີໃບ” ທັງໝົດ​ແມ່ນ​ເບິ່ງ​ຄືກັນ. ທ່ານ​ສາມາດ​ສັງເກດ​ເບິ່ງເອງ​ໄດ້​ໂດຍ​ຜ່ານແວ່ນ.
  • ເດັກ​ທີ່ມີ​ບັນຫາ​ໃນການ​ໄດ້ຍິນ ຈະບໍ່​ສາມາດ​ອອກສຽງ​ໄດ້​ຢ່າງ​ຈະແຈ້ງ ເພາະ​ເຂົາເອງ​ກໍ່ບໍ່​ສາ ມາດ​ໄດ້ຍິນ​ສຽງ​ຂອງເຂົາ ແລະ ຄົນ​ອື່ນໆ​ອາດຈະ​ບໍ່​ເຂົ້າໃຈ​ສຽງເວົ້າ​ຂອງເຂົາ​ ຍົກເວັ້ນ ສະມາຊິກ​ໃນ​ຄອບຄົວ​ເທົ່ານັ້ນ.
  • ເດັກ​ອາຍຸ​ນ້ອຍໆ ອາດມີ​ບັນຫາ​ໃນການ​ນັ່ງຮຽນ​ພາສາ​ໃນ​ໄລຍະ​ເວລາ​ດົນໆ.
  • ເມື່ອເດັກ​ຕັ້ງໃຈ​ແຕ່​ຮຽນຮູ້ ການເວົ້າ ແລະ ຮຽນ​ແຕ່ເບິ່ງ​ວ່າ​ຄົນອື່ນ​ເວົ້າຫຍັງ. ຈະເຮັດ​ໃຫ້ເດັກ​ຂາດການ​ຮຽນຮູ້​ກ່ຽວກັບ​ໂລກ​ພາຍນອກ.