Hesperian Health Guides
ໃຊ້ພາສາທີ່ເໝາະສົມກັບລູກຂອງທ່ານ
ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 7: ການເລືອກເຟັ້ນ ແລະ ການຮຽນຮູ້ພາສາ > ໃຊ້ພາສາທີ່ເໝາະສົມກັບລູກຂອງທ່ານ
ຢູ່ໃນພາກນີ້:
- ບົດທີ 7: ການເລືອກເຟັ້ນ ແລະ ການຮຽນຮູ້ພາສາ
- ການຮຽນພາສາຕັ້ງແຕ່ອາຍຸຍັງນ້ອຍ ແມ່ນມີຄວາມສຳຄັນ
- ພາສາມື ແລະ ພາສາເວົ້າ
- ການໝູນໃຊ້ພາສາມື
- ການໝູນໃຊ້ພາສາເວົ້າ
- ສິ່ງທີ່ຄວນອຄິດເຖິງ
- ຂ້ອຍຈະຮູ້ໄດ້ແນວໃດວ່າລູກຂ້ອຍກຳລັງຮຽນ?
- ແມ່ນຜູ້ໃດທີ່ຮູ້ວ່າສິ່ງໃດດີທີ່ສຸດສຳລັບລູກຂອງທ່ານ?
- ໃຊ້ພາສາທີ່ເໝາະສົມກັບລູກຂອງທ່ານ
- ສະຖານທີ່, ບຸກຄົນທ່ີສາມາດໃຫ້ຄວາມຊ່ວຍເຫຼືອແກ່ພໍ່ແມ່ເດັກ
ລູກຂອງທ່ານຕ້ອງການທີ່ຈະສະແດງອອກທາງດ້ານຄວາມຮູ້ສຶກ ແລະ ເຂົ້າໃຈຄົນອ້ອມຂ້າງ. ເດັກນ້ອຍຕ້ອງຮູ້ຫຼາຍກວ່າ ຄຳສັບທີ່ເວົ້າວ່າ “ພໍ່” ຫຼື “ແມ່”. ເດັກຕ້ອງການທີ່ຈະພັດທະນາຄວາມສາມາດໃນການຟັງ, ເຂົ້າໃຈວ່າຄົນອື່ນເວົ້າຫຍັງພ້ອມທັງຕອບພວກເຂົາຄືນ ເພື່ອສື່ສານກັບຄົນອື່ນໆຢ່າງສະດວກສະບາຍ ແລະ ສົມບູນທີ່ສຸດ.

ພໍ່ແມ່ ແລະ ຜູ້ເບິ່ງແຍງຄົນຫູໜວກສາມາດຊ່ວຍໃຫ້ເດັກຮຽນຮູ້ພາສາໄດ້ໂດຍໝູນໃຊ້ວິທີ. ທີ່ເດັກສາມາດຮັບເອົາໄດ້. ຖ້າທ່ານພົບວ່າການຮຽນພາສາມືບໍ່ໄດ້ຜົນສຳລັບເດັກກໍ່ຈົ່ງຊອກວິທີໃຫ້ລາວໄດ້ຮຽນພາສາ ເວົ້າ. ຫຼື ຖ້າເບິ່ງຄິດວ່າລາວຈະບໍ່ສາມາດເຂົ້າໃຈພາສາເວົ້າກໍ່ໃຫ້ລອງຮຽນພາສາມືອີກ. ເມື່ອເດັກຮູ້ຈັກ ແລະ ໃຊ້ພາສາໃດໜຶ່ງໄດ້ດີແລ້ວ, ການຮຽນພາສາອື່ນກໍ່ຈະເປັນເລື່ອງງ່າຍສຳລັບເດັກ.
ການໄດ້ໂອ້ລົມກັບພໍ່ແມ່ທີ່ມີລູກຮຽນພາສາມື ຫຼື ພາສາເວົ້າ, ທັງສອງແບບນັ້ນຈະຊ່ວຍໃຫ້ພໍ່ແມ່ຄູ່ອື່ນ ທີ່ກຳລັງຈະສອນພາສາໃຫ້ເດັກໄດ້ມີຄວາມເຂົ້າໃຈຫຼາຍຂຶ້ນ.


ເຖິງແມ່ນວ່າ ເດັກຫູໜວກຈະບໍ່ສາມາດໄດ້ຍິນສຽງຄຳສັບ, ພວກເຂົາກໍ່ຍັງສາມາດຮຽນຮູ້ພາສາຂຽນ. ເດັກຫູໜວກຮຽນຮູ້ວ່າ ຄຳສັບເບິ່ງເປັນແນວໃດ, ແທນທີ່ຈະຮຽນຮູ້ວ່າຄຳສັບມັນມີສຽງແນວໃດ. ພວກເຂົາຮູ້ ສາຍພົວພັນກັນລະຫວ່າງສັນຍະລັກຕ່າງໆ (ຄ້າຍຄືກັນກັບການໝູນໃຊ້ພາສາຂຽນຂອງຈີນ). ເດັກນ້ອຍຫູ ໜວກ ທີ່ຮຽນພາສາຕັ້ງແຕ່ຍັງນ້ອຍໆ ບໍ່ວ່າຈະເປັນພາສາເວົ້າ ຫຼື ພາສາມືກໍ່ຕາມ, ສາມາດຮຽນອ່ານ ແລະ ຂຽນໄດ້ດີ ຈະເປັນປະໂຫຍດໃຫ້ພວກເຂົາທີ່ສຸດຖ້າພວກເຂົາໄດ້ພົບກັບຜູ້ໃຫຍ່ຫູໜວກ ທີ່ສາມາດອ່ານໄດ້.
ຄົນຫູໜວກຈຳນວນໜຶ່ງບໍ່ໄດ້ຮຽນຮູ້ເພື່ອສ່ືສານຕັ້ງແຕ່ຕອນທີ່ພວກເຂົາຍັງອາຍຸນ້ອຍ. ການຮຽນຕັ້ງແຕ່ອາຍຸນ້ອຍແມ່ນດີກວ່າ, ແຕ່ເດັກທີ່ມີອາຍຸແກ່ຂຶ້ນ ຫຼື ກ້າວສູງໄວຜູ້ໃຫຍ່ແລ້ວ ກໍ່ຍັງສາມາດຮຽນຮູ້ ການສື່ສານກັບຄົນອື່ນໄດ້.