Hesperian Health Guides
ການໝູນໃຊ້ພາສາມື
ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 7: ການເລືອກເຟັ້ນ ແລະ ການຮຽນຮູ້ພາສາ > ການໝູນໃຊ້ພາສາມື
![A man and his daughter speaking together.](https://pool.hesperian.org/w/images/thumb/f/f5/Lo_HCWD_Ch7_Page_73-1.png/260px-Lo_HCWD_Ch7_Page_73-1.png)
ພາສາມືຖືກໝູນໃຊ້ໂດຍຄົນຫູໜວກທົ່ວໄປ. ມັນແມ່ນພາສາທີ່ອາໄສການຈັດວາງມື, ການເໜັງຕີງຂອງຮ່າງກາຍ, ການໃຊ້ທ່າທາງ ແລະ ສີໜ້າ ເພື່ອສື່ສານປະສົບການ, ຄວາມຄິດ, ຄວາມຕ້ອງການ ແລະ ຄວາມຮູ້ສຶກໃຫ້ຄົນອື່ນຮັບຮູ້. ພາສາມືລວມເອົາການໃຊ້ທ່າທາງແບບທຳມະດາ ໄປຈົນເຖິງບັນດາສັນຍະລັກຕ່າງໆ ນັບພັນໆຢ່າງທີ່ຄົນຫູໜວກໄດ້ໃຊ້ເວລາຄົ້ນຄິດ ແລະ ພັດທະນາມາເປັນເວລາດົນແລ້ວ.
ພາສາມືກໍ່ແມ່ນພາສາທີ່ແທ້ຈິງອີກປະເພດຫນຶ່ງ ເຊິ່ງມີຫຼັກໄວຍາກອນ ແລະ ໂຄງສ້າງທີ່ມີການຈັດລຽງຄັກແນ່ ຄືກັນກັບພາສາເວົ້າ. ພວກເຂົາໃຊ້ພາສາມື ເພື່ອຖາມຄຳຖາມ ທີ່ມີຄວາມສັບຊ້ອນ, ພັນລະນາສິ່ງ ຕ່າງໆ ທ່ີຢູ່ອ້ອມຂ້າງຕົວພວກເຂົາ, ສົນທະນາກ່ຽວກັບສາຍພົວພັນ, ທັດສະນະຄະຕິ ແລະ ຄວາມເຊື່ອ. ຄົນຫູໜວກສາມາດໃຊ້ພາສາມືເພື່ອສົນທະນາກ່ຽວກັບຜົນກະທົບຈາກສິ່ງອ້ອມຂ້າງທີ່ມີຕໍ່ພວກເຂົາ, ອາດກ່າວເຖິງກາລະໃນອະດີດ ຫຼື ໃນອະນາຄົດກໍ່ໄດ້. ສຳລັບຜູ້ທີ່ໝູນໃຊ້ພາສາມືໄດ້ຢ່າງຄົບຖ້ວນ ຈະສາມາດສື່ສານກ່ຽວກັບສ່ິງຕ່າງໆໄດ້ຄືກັນກັບຄົນ ທີ່ໄດ້ຍິນປົກກະຕິ ແລະ ເໝືອນກັບການສື່ສານໂດຍໃຊ້ພາສາເວົ້າຂອງຄົນທົ່ວໄປ.
ແຕ່ມີສິ່ງໜຶ່ງທີ່ພາສາມືອາດແຕກຕ່າງກັບພາສາເວົ້າທົ່ວໄປ ອາດຈະແມ່ນການຈັດລຳດັບຂອງປະໂຫຍກໃນພາສາມື ເຊິ່ງຈະແຕກຕ່າງກັບຄຳສັບໃນພາສາເວົ້າທົ່ວໄປ.
ຕົວຢ່າງ: ໃນຄຳຖາມ “ຊື່ຂອງເຈົ້າແມ່ນຫຍັງ?” ຈະມີລັກສະນະແບບນີ້ ສຳລັບພາສາມືໃນປະເທດລາວມີຫຼາຍພາກສ່ວນ.
![]() |
![]() |
![]() |
ຂອງເຈົ້າ | ຊື່ | ຫຍັງ? |
ຄົນຫູໜວກເກືອບທຸກໆປະເທດໃນໂລກ ໄດ້ປະດິດພາສາມືທີ່ສົມບຸນຂອງປະເທດຕົນ ຄື ກັນກັບພາສາເວົ້າທ່ົວໄປ, ພາສາມືກໍ່ມີຄວາມແຕກຕ່າງກັນໄປໃນແຕ່ລະຂົງເຂດ ແລະ ແຕ່ລະປະເທດ.
ປະເທດ ອົດສະຕຣາລີ | ປະເທດແອັັດສະປາຍ | ປະເທດລາວ | ||
![]() |
![]() |
![]() |
ນີ້ແມ່ນຕົວຢ່າງຂອງພາສາໃບ້ ສຳລັບ ຄຳວ່າ “ແມ່” ຢູ່ໃນສາມປະເທດທີ່ແຕກຕ່າງກັນ.
ເຖິງວ່າຈະມີຄວາມແຕກຕ່າງກັນກໍ່ຕາມ, ແຕ່ພາສາມືແຕ່ລະແບບ ກໍ່ເປັນວິທີທາງສື່ສານທີ່ຄົບຖ້ວນ ສົມບູນ ແລະ ງ່າຍດາຍສຳລັບຄົນຫູໜວກ.
![A woman and her baby touching their own face.](https://pool.hesperian.org/w/images/thumb/0/07/HCWD_Ch7_Page_74-1.png/250px-HCWD_Ch7_Page_74-1.png)
ຄຸນປະໂຫຍດຂອງການໝູນໃຊ້ພາສາມື
- ເດັກອາຍຸນ້ອຍຮຽນພາສາມືໄດ້ຢ່າງງ່າຍດາຍເມື່ອພວກເຂົາເປີດຮັບເອົາມັນ. ໂດຍຜ່ານການຝຶກ ແອບ ແລະ ມັນບໍ່ມີຄວາມຫຍຸ້ງຍາກຫຼາຍປານໃດ ໃນການຮຽນຮູ້ພາສາມືສຳລັບເດັກອາຍຸໃກ້ໄວຮຸ້ນ ແລະ ເດັກໄວຮຸ້ນ.
- ເດັກນ້ອຍທີ່ໃຊ້ພາສາມືໃນການສື່ສານກັບຄົນອື່ນທີ່ຮູ້ຈັກພາສາມືຄືກັນ ສາມາດສື່ສານຄວາມໝາຍ ໄດ້ຢ່າງຄົບຖ້ວນ ຄືກັນກັບເດັກຫູດີ ທີ່ສື່ສານໂດຍພາສາເວົ້າປົກກະຕິ, ເດັກທີ່ຫູໜວກທີ່ຮູ້ໃຊ້ພາສາ ມືຈະສາມາດຮູ້ຈັກກັບຄົນຫູໜວກຄົນອື່ນໆ ໂດຍໝູນໃຊ້ພາສາມື ແລະ ຮຽນຮູ້ວ່າ ຄົນຫູໜວກ ກໍ່ເປັນກຸ່ມຄົນທີ່ສຳຄັນໃນຊຸມຊົນ.
- ສຳລັບເດັກຫູໜວກ ທີ່ຈະຮຽນຮູ້ການອ່ານ ແລະ ຂຽນພາສາມືຂອງຂົງເຂດອື່ນນຳ. ຍິ່ງຮູ້ຈັກພາສາຫຼາຍເທົ່າໃດ ກໍ່ຈະເປັນເລື່ອງງ່າຍສຳລັບການຮຽນຮູ້ພາສາອື່ນອີກເທົ່ານັ້ນ.
- ເຖິງແມ່ນວ່າມີພາສາມືທີ່ແຕກຕ່າງກັນໃນທົ່ວໂລກ ແຕ່ກໍ່ສາມາດເຂົ້າໃຈກັນໄດ້ງ່າຍກວ່າ ຄົນປົກກະຕິທີ່ໝູນໃຊ້ພາສາເວົ້າທົ່ວໄປ ເຊັ່ນ: ເດັກທີ່ໃຊ້ພາສາມືໃນປະເທດຈີນ ສາມາດເຂົ້າໃຈ ແລະ ສື່ສານກັບເດັກທີ່ໃຊ້ພາສາມືທີ່ມາຈາກ ປະເທດນິກາລາກົວ ໄດ້ດີກວ່າຄົນຫູດີທົ່ວໆໄປ ຈາກປະເທດທັງສອງທີ່ຈະສື່ສານກັນ.
ຂ້ໍຫຍຸ້ງຍາກສຳລັບການໝູນໃຊ້ພາສາມື
![A couple reading a book together.](https://pool.hesperian.org/w/images/thumb/2/24/HCWD_Ch7_Page_74-2.png/210px-HCWD_Ch7_Page_74-2.png)
- ເດັກທີ່ໃຊ້ພາສາມືບໍ່ສາມາດສື່ສານກັບຜູ້ຄົນທີ່ບໍ່ຮູ້ຈັກ. ຖ້າຕ້ອງການສື່ສານກັບເດັກຫູໜວກທີ່ໃຊ້ພາສາມື ສະມາຊິກໃນຄອບຄົວ, ໝູ່ເພື່ອນ ແລະ ຄົນອື່ນໆໃນຊຸມຊົນ ຈຳຕ້ອງໄດ້ຮຽນຮູ້ພາສາມືນຳ.
- ໃນເມື່ອເດັກຫູໜວກສາມາດໃຊ້ພາສາມືໄດ້ຢ່າງສະດວກ, ຜູ້ໃຫຍ່ກໍ່ຕ້ອງຮຽນຮູ້ພາສາມືໃຫ້ຫຼາຍ ແລະ ຄົບຖ້ວນຍິ່ງຂຶ້ນໄປອີກ.
- ຖ້າຫາກຄອບຄົວຂອງເດັກຫູໜວກ ຫາກຢູ່ໃນຊຸມຊົນທີ່ບໍ່ມີຄົນໃຊ້ພາສາມື, ມັນອາດຈະເປັນການຍາກໃນການຊອກຫາອາຈານ ທີ່ສອນພາສາມືໃຫ້ ຫຼື ຍາກໃນການຊອກຫາຄົນທີ່ເດັກຈະສາມາດໃຊ້ພາສານຳ.