Hesperian Health Guides
ແມ່ນຜູ້ໃດທີ່ຮູ້ວ່າສິ່ງໃດດີທີ່ສຸດສຳລັບລູກຂອງທ່ານ?
ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 7: ການເລືອກເຟັ້ນ ແລະ ການຮຽນຮູ້ພາສາ > ແມ່ນຜູ້ໃດທີ່ຮູ້ວ່າສິ່ງໃດດີທີ່ສຸດສຳລັບລູກຂອງທ່ານ?
ຢູ່ໃນພາກນີ້:
- ບົດທີ 7: ການເລືອກເຟັ້ນ ແລະ ການຮຽນຮູ້ພາສາ
- ການຮຽນພາສາຕັ້ງແຕ່ອາຍຸຍັງນ້ອຍ ແມ່ນມີຄວາມສຳຄັນ
- ພາສາມື ແລະ ພາສາເວົ້າ
- ການໝູນໃຊ້ພາສາມື
- ການໝູນໃຊ້ພາສາເວົ້າ
- ສິ່ງທີ່ຄວນອຄິດເຖິງ
- ຂ້ອຍຈະຮູ້ໄດ້ແນວໃດວ່າລູກຂ້ອຍກຳລັງຮຽນ?
- ແມ່ນຜູ້ໃດທີ່ຮູ້ວ່າສິ່ງໃດດີທີ່ສຸດສຳລັບລູກຂອງທ່ານ?
- ໃຊ້ພາສາທີ່ເໝາະສົມກັບລູກຂອງທ່ານ
- ສະຖານທີ່, ບຸກຄົນທ່ີສາມາດໃຫ້ຄວາມຊ່ວຍເຫຼືອແກ່ພໍ່ແມ່ເດັກ
ຫຼາຍໆຄົນມີທັດສະນະທີ່ແນ່ນອນ ກ່ຽວກັບພາສາທີ່ຄວນໃຊ້ກັບເດັກຫູໜວກໃນຫຼາຍໆປະເທດ, ການໃຊ້ພາສາເວົ້າ ກັບເດັກຫູໜວກໄດ້ກາຍເປັນກົດລະບຽບທີ່ໃຊ້ມາຫຼາຍປີແລ້ວ. ຜູ້ຊ່ຽວຊານທາງດ້ານການແພດ ແລະ ການສຶກສາ ອາດບອກທ່ານວ່າ ຄົນຫູໜວກທຸກໆຄົນສາມາດຮຽນເວົ້າໄດ້ ແລະ ພວກເຂົາ ອາດແນະນຳໃຫ້ທ່ານໄດ້ຮູ້ຈັກກັບເດັກຫູໜວກ ທີ່ສາມາດເວົ້າໄດ້ຢ່າງປົກກະຕິກໍ່ຕາມ ເຊິ່ງສິ່ງນີ້ບໍ່ຖືກສະເໝີໄປ.
ຜູ້ຊ່ຽວຊານອາດບອກທ່ານໃນສິ່ງທີ່ພວກເຂົາກໍ່ໄດ້ຖືກສອນມາແນວນັ້ນເຊັ່ນກັນໃນຫຼາຍປີກ່ອນ. ພວກເຂົາອາດບອກໃຫ້ທ່ານໝູນໃຊ້ພາສາເວົ້າກັບລູກຂອງທ່ານ ຫຼື ບອກທ່ານວ່າທ່ານບໍ່ແມ່ນຄົນທີ່ຮັບຜິດ ຊອບໃນການຕັດສິນໃຈດັ່ງກ່າວ. ຄຳເວົ້າເຊັ່ນນີ້ ແມ່ນບໍ່ຖືກ. ຕົວທ່ານເອງທີ່ຮູ້ຈັກລູກຂອງທ່ານ ແລະ ສະຖາ ນະການພາຍໃນຄອບຄົວຂອງທ່ານໄດ້ກວ່າຄົນອື່ນ.
