Hesperian Health Guides
ຂ້ອຍຈະຮູ້ໄດ້ແນວໃດວ່າລູກຂ້ອຍກຳລັງຮຽນ?
ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 7: ການເລືອກເຟັ້ນ ແລະ ການຮຽນຮູ້ພາສາ > ຂ້ອຍຈະຮູ້ໄດ້ແນວໃດວ່າລູກຂ້ອຍກຳລັງຮຽນ?
ຢູ່ໃນພາກນີ້:
- ບົດທີ 7: ການເລືອກເຟັ້ນ ແລະ ການຮຽນຮູ້ພາສາ
- ການຮຽນພາສາຕັ້ງແຕ່ອາຍຸຍັງນ້ອຍ ແມ່ນມີຄວາມສຳຄັນ
- ພາສາມື ແລະ ພາສາເວົ້າ
- ການໝູນໃຊ້ພາສາມື
- ການໝູນໃຊ້ພາສາເວົ້າ
- ສິ່ງທີ່ຄວນອຄິດເຖິງ
- ຂ້ອຍຈະຮູ້ໄດ້ແນວໃດວ່າລູກຂ້ອຍກຳລັງຮຽນ?
- ແມ່ນຜູ້ໃດທີ່ຮູ້ວ່າສິ່ງໃດດີທີ່ສຸດສຳລັບລູກຂອງທ່ານ?
- ໃຊ້ພາສາທີ່ເໝາະສົມກັບລູກຂອງທ່ານ
- ສະຖານທີ່, ບຸກຄົນທ່ີສາມາດໃຫ້ຄວາມຊ່ວຍເຫຼືອແກ່ພໍ່ແມ່ເດັກ
ອາດກິນເວລາດົນ ກ່ອນທີ່ທ່ານຈະຮູ້ວ່າລູກມີ ຄວາມຄືບໜ້າ ໃນການຮຽນພາສາບໍ່. ຫຼັງຈາກທ່ານ ໄດ້ ພະຍາຍາມສອນພາສາໃຫ້ເດັກເປັນເວລາຫຼາຍ ເດືອນ ຫຼື ຫຼາຍກວ່ານັ້ນ, ຈົ່ງປະເມີນວ່າ ເດັກມີ ຄວາມຄືບໜ້າ ບໍ່ໂດຍຖາມຄຳຖາມເຫຼົ່ານີ້ ກັບຕົວທ່ານເອງ:
- ລູກຂອງຂ້ອຍເຂົ້າໃຈຫຼາຍຂຶ້ນກວ່າທີ່ຜ່ານມາບໍ?
- ລູກຂອງຂ້ອຍໃຊ້ຄຳເວົ້າ ຫຼື ພາສາໃບ້ເລື້ອຍໆ ຂຶ້ນກວ່າແຕ່ກ່ອນບໍ?
- ລູກມີຄວາມສົນໃຈໃນການຮຽນ ເພື່ອການສື່ສານ ບໍ?, ຫຼື ລູກຍິ່ງມີຄວາມສັບສົນຂຶ້ນກວ່າເກົ່າ?
- ລູກຂອງຂ້ອຍມີບັນຫາໃນການດ້ານປະພຶດທີ່ ເກີດຈາກຄວາມສັບສົນ ຍ້ອນບໍ່ເຂົ້າໃຈພາສາ ຫຼື ບໍ? ຫຼື ຍ້ອນຮູ້ພາສາ ຍັງບໍ່ພຽງພໍ ທີ່ຈະເຂົ້າໃຈຜູ້ ອື່ນ ແລະ ສະແດງຄວາມຮູ້ສຶກ ຂອງຕົນ?
- ຂ້ອຍມີຄວາມສຸກກັບການສື່ສານກັບລູກຂອງຂ້ອຍບໍ ຫຼື ມີແຕ່ຄວາມສັບສົນເມື່ອສື່ສານກັນ?
- ພວກເຮົາສາມາດສື່ສານກັນໄດ້ຢ່າງງ່າຍດາຍ ຈົນຂ້ອຍສາມາດສົນທະນາກັບລູກວ່າມີຫຍັງແດ່ທີ່ກຳລັງເກີດຂຶ້ນບໍ?
- ລູກຂ້ອຍສາມາດສື່ສານກັບຄົນອື່ນໆໄດ້ດີ ຫຼື ບໍ?
- ລູກຂອງຂ້ອຍສາມາດເຂົ້າໃຈຂ້ໍມູນຂ່າວສານ ທີ່ອ້າຍເອື້ອຍຂອງເຂົາເຂົ້າໃຈໄດ້ ຫຼື ບໍ?