Hesperian Health Guides

ການຮຽນ​ພາສາ​ຕັ້ງແຕ່​ອາຍຸ​ຍັງນ້ອຍ ແມ່ນມີ​ຄວາມ​ສຳຄັນ

ຢູ່ໃນພາກນີ້:

ໄລຍະ​ເວລາ​ທີ່​ເໝາະສົມ​ທີ່ສຸດ ສຳລັບ​ເດັກ​ໃນການ​ຮຽນຮູ້​ພາສາ​ ແມ່ນ​ຕັ້ງແຕ່​ເກີດ ຈົນເຖິງ ອາຍຸ 7 ປີ. ໂດຍ​ປົກກະຕິ​ແລ້ວ ເດັກ​ຈະ​ຮຽນຮູ້​ພາສາ​ລະຫວ່າງ​ອາຍຸ 2 ຫາ 4 ປີ. ຖ້າ​ຫາກວ່າ​ເດັກນ້ອຍ​ບໍ່ຮຽນ​ພາສາ​ໃນ​ໄລຍະ​ອາຍຸ 7 ຫຼື 8 ປີແລ້ວ. ມັນ​ກໍ່ຈະ​ລຳບາກ​ທີ່ສຸດ ທີ່ຈະ​ຮຽນ​ພາສາ​ເມື່ອ​ອາຍຸ​ແກ່ຂຶ້ນ ແລະ ຖ້າ​ເດັກນ້ອຍ​ຫູໜວກ​ ຫາກ​ບໍ່ຮຽນ​ພາສາ​ເວົ້າ​ ຫຼື ພາສາ​ສັນຍະລັກ​ແລ້ວ ມັນກໍ່​ຈະ​ເປັນການ​ຍາກ​ທີ່ເຂົາ​ຈະ​ສາມາດ​ພັດທະນາ​ທັກສະ​ໃ​ນການ​ຄົ້ນຄິດ ຢ່າງ​ສົມບູນແບບ​ໄດ້. ເຊິ່ງ​ນີ້ຄື​ເຫດຜົນ​ວ່າ​ເປັນຫຍັງ​ການຮຽນ​ພາສາ​ຈິ່ງ​ມີຄວາມ​ຈຳເປັນ.

ເດັກນ້ອຍ​ຮຽນຮູ້​ພາສາ​ໄດ້​ແນວໃດ

ພາສາ​ໝູນໃຊ້​ສຽງ, ການ​ຂີດຂຽນ ຫຼື ສັນຍະລັກ​ເພື່ອເປັນ​ສື່ກາງ​ໃນການ​ສື່ສານ​ຂອງ​ຄົນເຮົາ. ການອ່ານ, ການຂຽນ, ການປາກ​ເວົ້າ ແລະ ການໃຊ້​ສັນຍະລັກ​ແມ່ນ​ບັນດາ​ວິທີ ໃນການ​ໝູນໃຊ້​ພາສາ.

ຂັ້ນ​ທຳອິດ​ທີ່ເດັກ​ເລີ່ມ​ຮຽນຮູ້​ການ​ນຳໃຊ້​ພາສາ​ແມ່ນ ການ​ຈື່ຈຳ​ຊື່ ຂອງ​ບຸກຄົນ ຫຼື ວັດຖຸ​ສິ່ງຂອງ​ທີ່ເດັກ​ເຫັນ​ທຸກໆ​ມື້ ເຊັ່ນ: ຄຳວ່າ “ແມ່”, “ແມວ” ຫຼື “ແອນ້ອຍ” ໂດຍ​ທົ່ວໄປ ຄຳສັບ​ທີ່ເດັກ​ຈະຮູ້​ເວົ້າ​ທຳອິດ​ແມ່ນ​ຄຳສັບ​ທີ່ພາ​ໃຫ້ເກີດ​ມີການ​ກະທຳ​ໃດໜຶ່ງ​ເຊັ່ນ: “ນົມ”, “ບໍ່” ຫຼື ຄຳວ່າ “ອູ້ມ”.

An older boy speaking as he picks up a smaller boy.
ອູ້ມ, ອູ້ມ... ບັກອ້າຍ!
A small boy raises his arms while speaking.
ອູ້ມ, ອູ້ມ.
ເດັກນ້ອຍ​ຮຽນຮູ້​ວ່າ ຄຳເວົ້າ​ມີ​ພະລັງ​ເຮັດໃຫ້​ບາງສິ່ງ​ບາງຢ່າງ ເກີດຂຶ້ນ. ມັນ​ສາມາດ​ສະໜອງ​ຄວາມ​ຕ້ອງ ການ ແລະ ນຳມາ​ໃນສິ່ງ​ທີ່​ເດັກ​ຢາກໄດ້​ໂດຍ​ຜ່ານການ​ສື່ສານ.


A man and a small girl speaking to each other.
ເຖົ້າ...ໄປ ຫຼາດ?
ແມ່ນແລ້ວ, ແມ່ ເຖົ້າໄປຕະຫຼາດ.
ເດັກນ້ອຍ​ຮຽນຮູ້​ພາສາ​ໂດຍການ​ຝຶກແອບ​ກັບຄົນ​ອື່ນໆ.

ເບື້ອງຕົ້ນ​ເດັກນ້ອຍ​ຮູ້ຈັກ​ຄຳສັບ​ເປັນ​ຄຳໆ ທີ່ເປັນ​ຄຳດ່ຽວ. ຫຼັງຈາກ​ນັ້ນ ຈິ່ງ​ຄ່ອຍໆ​ຮຽນຮູ້​ຫຼັກການ​ເພື່ອ​ໃຊ້​ຄຳສັບ​ເຫຼົ່ານັ້ນ​ຮ່ວມກັນ. ໂດຍ​ຜ່ານການ​ໝູນໃຊ້​ພາສາ​ກັບຄົນ​ອ້ອມຂ້າງ​ຫຼາຍຄັ້ງ​ຕໍ່​ຫຼາຍຄັ້ງ, ເດັກນ້ອຍ​ຈິ່ງ​ຮຽນຮູ້​ຫຼັກການ​ຂອງ​ພາສາ​ໄດ້​ໃນ​ທີ່ສຸດ.

ເດັກ​ຮຽນຮູ້​ພາສາ​ໂດຍ​ຜ່ານການ​ຟັງ ແລະ ການເຫັນ​ຄົນອື່ນ​ໝູນໃຊ້​ມັນຢູ່​ອ້ອມຕົວ​ພວກເຂົາ. ພ້ອມທັງ​ຝຶກຊ້ອມ​ສິ່ງທີ່​ເຂົາເຈົ້າ​ໄດ້ເຫັນ ແລະ ໄດ້ຍິນໄປນຳ. ເມື່ອ​ພວກເຂົາ​ຮຽນຮູ່​ຄຳສັບ ແລະ ຫຼັກການ​ໃນການ​ໃຊ້​ພາສາ​ຫຼາຍຂຶ້ນ, ເດັກນ້ອຍ​ກໍ່ຈະ​ພັດທະນາ​ຄວາມ​ສາມາດ​ທາງດ້ານ​ຄວາມຄິດ​ໄປນຳ. ເຖິງ​ແມ່ນວ່າ​ພວກເຂົາ​ຈະເວົ້າ​ຜິດແດ່​ ຖືກແດ່​ກໍ່ຕາມ ແຕ່ໃນທີ່ສຸດພວກເຂົາກໍ່ຈະສາມາດສື່ສານກັບຄົນອື່ນໄດ້ຢ່າງສຳເລັດຜົນ.

ພາສາ ແລະ ຄວາມຄິດ​ພັດທະນາໄປ​ພ້ອມໆກັນ

ພາສາ​ຊ່ວຍໃຫ້​ຄົນເຮົາ​ສາມາດ​ສື່ສານ​ກັບຄົນ​ອື່ນໄດ້ ​ແລະ​ ກໍ່ຍັງ​ເຮັດໃຫ້​ພວກເຮົາ​ສື່ສານ​ ກັບ​ຕົວເອງ​ໄດ້ອີກ. ພາສາ​ທີ່ເດັກ​ໝູນໃຊ້​ເມື່ອ​ຕອນເຂົາ​ເຈົ້າ​ຍັງນ້ອຍ ກາຍເປັນ​ເຄື່ອງມື​ທີ່ເດັກ​ໝູນໃຊ້​ ເພື່ອ​ພັດທະນາ​ຄວາມຄິດ​ ເຊ່ັນ: ພາສາ​ທີ່ເດັກ​ໃຊ້​ເວົ້າ​ກັບ​ຕົນເອງ. ດັ່ງນັ້ນ ຈິ່ງເວົ້າ​ໄດ້ວ່າ ສິ່ງທີ່​ຄົນເຮົາ​ຄົ້ນຄິດ ແມ່ນ​ຂຶ້ນ​ກັບວ່າ ພວກເຮົາ​ຮູ້ຈັກ​ພາສາ​ຫຼາຍປານໃດ ແລະ ສາມາດ​ໝູນໃຊ້​ພາສາ​ໄດ້​ແນວໃດ.


A woman signing.
“ບຸນມີ” ຫູໜວກ, ລາວ​ສາມາດ​ສື່ສານ​ກັບ​ຄົນອື່ນ ໄດ້​ເລັກນ້ອຍ ໂດຍ​ຜ່ານການ​ໃຊ້​ທ່າທາງ, ສີໜ້າ ແລະ ຜ່ານ​ສັນຍະລັກ​ທີ່ໃຊ້​ພາຍໃນ​ຄອບຄົວ. ນີ້ ແມ່ນ​ສ່ິງທີ່ “ບຸນມີ” ສາມາດ​ເລົ່າໃຫ້​ແມ່​ຂອງລາວ ຮູ້​ກ່ຽວກັບ​ສິ່ງທີ່​ລາວ​ໄດ້ເຮັດ​ໃນ​ມື້ນັ້ນ.
A woman signing.
ແຕ່​ຖ້າຫາກວ່າ “ບຸນມີ” ແລະ ຄອບ ຄົວ​ຂອງລາວ​ໃຊ້​ພາສາ​ອັນດຽວ ກັນ, ພວກເຂົາ​ອາດ​ສື່ສານ​ກັນ​ໄດ້ດີ ກວ່ານີ້ ແລະ ຄວາມ​ສາມາດ​ໃນ ການ​ຄົ້ນຄິດ ແລະ ວາງແຜນ​ຂອງ ບຸນມີ​ກໍ່ຈະ​ດີຂຶ້ນ​ກວ່າເກົ່າ.

ຖ້າຫາກ​ເດັກ​ສາມາດ​ຮຽນຮູ້​ພາສາ​ໄດ້ຫຼາຍ​ເທົ່າໃດ (ບໍ່ວ່າ​ຈະເປັນ​ການເວົ້າ​ ຫຼື ​ໃຊ້​ສັນຍະລັກ). ກໍ່ຈະ​ເຮັດ​ໃຫ້​ເຂົາເຈົ້າ​ເຂົ້າໃຈ​ໂລກ​ອ້ອມຂ້າງ, ສະແດງ​ຄວາມຮູ້ສຶກ, ຄົ້ນຄິດ, ຄາດຫວັງ, ວາງແຜນ ແລະ ສື່ ສານ​ກັບ​ຜູ້ຄົນ​ອ້ອມຂ້າງ​ເຂົາເຈົ້າ​ໄດ້ດີ​ຂຶ້ນ​ເທົ່ານັ້ນ.

ເດັກນ້ອຍ​ພັດທະນາ​ຄວາມຄິດ​ຂອງເຂົາ​ເຈົ້າ​ເມື່ອ:

A girl speaking to her little sister as they wash clothes in a large bowl.
ວຽກ​ຈະແລ້ວ​ໄວຂຶ້ນ​ຖ້າ ພວກເຮົາ​ເຮັດ​ຊ່ວຍກັນ.
“ປານີ” ພັດທະນາ​ທັກສະ​ໃນການ ຄົ້ນຄິດ ໂດຍ​ຜ່ານການ​ໄດ້ຍິນ​ຄົນ ອື່ນ ໝູນໃຊ້​ພາສາ ເພື່ອ​ສະແດງ ຄວາມ​ຄິດເຫັນ ແລະ ທັດສະນະ.
  • ພວກເຂົາ​ເຫັນ ແລະ ໄດ້ຍິນ​ຄົນ​ອື່ນໆ ໝູນໃຊ້​ຄຳສັບ ແລະ ສັນຍະລັກ ເພື່ອ​ສື່ສານ ກັນ.
  • ພວກເຂົາ​ໄດ້ໃຊ້​ພາສາ ເພື່ອ​ອະທິບາຍ​ສິ່ງທີ່​ພວກເຂົາ ໄດ້ເຫັນ, ໄດ້ຍິນ ແລະ ໄດ້ສຳຜັດ.
  • ພວກເຂົາ​ໝູນໃຊ້​ພາສາ​ເພື່ອ​ສະແດງ​ຄວາມ​ຮູ້ສຶກ​ຕໍ່ສິ່ງ ທີ່​ພວກເຂົາ​ປະສົບ​ພົບເຫັນ.
  • ພວກເຂົາ​ໝູນໃຊ້​ພາສາ ເພື່ອ​ສື່ສານ​ລະຫວ່າງ​ສິ່ງ ຂອງ​ຫຼາຍຢ່າງ.
A girl speaking to a boy as they stand beside a cow.
ມື້ນີ້! ພວກເຮົາ​ເອົາ ນົມ​ຈາກງົວ​ໂຕນີ້.

ທັກສະ​ພື້ນຖານ​ໃນການ​ຄົ້ນຄິດ ແລະ ພາສາ

ໃນຂະນະ​ທີ່ເດັກ​ຮຽນຮູ້​ພາສາ. ພວກເຂົາ​ໄດ້​ຈັດລຽງ​ຄວາມຄິດ ພ້ອມທັງສ້າງ​ຄວາມສຳພັນ ລະຫວ່າງ​ຄວາມຄິດ​ທີ່​ແຕກຕ່າງກັນ.


  • ວັດຖຸ, ບຸກຄົນ ຫຼື ເຫດການ​ເປັນ​ສາເຫດ​ໃຫ້ສິ່ງ​ຕ່າງໆ ເກີດຂຶ້ນ​ໄດ້​ແນວໃດ.
  • ຈະ​ແກ້ໄຂ​ບັນຫາ​ໄດ້​ແນວໃດ.
A boy thinking as he collects wood.
ຖ້າຂ້ອຍ​ສາມາດ​ຊອກ ຟືນ​ໄດ້​ແມ່​ກໍ່ຈະ​ສາມາດ ແຕ່ງ​ອາຫານ​ແລງໄດ້.
A girl thinking as she reaches under a cabinet.
ຂ້ອຍຈະ​ເອົາ​ໝາກ ບານ​ໄດ້​ຖ້າຂ້ອຍ ໃຊ້ໄມ້​ເຂ່ຍເອົາ.
  • ຮູ້ຈັກ​ວິທີ​ຈັດລຽງ​ລຳດັບ​ອັນໃດ​ລຸນ ທຳອິດ​ເອົາໄຂ່​ໃສ່ກ່ອນ.
  • ຮູ້ຈັກ​ການນັບ.
A girl thinking as she cracks an egg into a bowl.
ຈາກນັ້ນ​ຈິ່ງ​ຕີປົນກັບ​ແປ້ງ ເພື່ອຈະ​ເຮັດ​ເຂົ້າໜົມ.
A boy thinking as he takes plates from a shelf.
ພໍ່​ກຳລັງ​ເຮັດວຽກ​ຢູ່, ຄັນຊັ້ນ​ຂ້ອຍ​ເອົາຈານ ແຕ່ 4 ໃບ​ກໍ່ພໍ​ແລ້ວ.
  • ຮູ້ຈັກ​ການ​ຈັດ​ໃຫ້ເປັນ​ໝວດໝູ່ ໝາຍຄວາມວ່າ​ຄຳສັບ​ດຽວ​ອາດ​ໝາຍເຖິງ​ຫຼາຍສິ່ງ​ທີ່​ແຕກຕ່າງ​ກັນ​ ແລະ ຫຼາຍໆ​ຄຳສັບ​ກໍ່ອາດ​ໝາຍເຖິງ​ວັດຖຸ​ສິ່ງດຽວ.
  • ຮູ້ຈັກ​ອະທິບາຍ​ຄວາມ​ຮູ້ສຶກ​ຂອງ​ຄົນອື່ນ ແລະ ເຂົ້າໃຈ​ເຫດຜົນ​ວ່າ ເປັນຫຍັງ​ພວກເຂົາ​ຈິ່ງ​ຮູ້ສຶກ​ແບບນັ້ນ.
A boy thinking as he sorts fruits with his mother.
ນີ້ແມ່ນ​ໝາກນັດ, ນັ້ນ ແມ່ນ​ໝາກມ່ວງ ທັງ ໝົດນີ້​ແມ່ນ​ໝາກໄມ້.
A girl thinking as she sees her mother sitting with her hands on her face.
ແມ່​ກັງວົນ​ຫຼາຍ ຍ້ອນ​ອ້າຍ​ບຸນມີ ບໍ່ສະບາຍ.

ສິ່ງສຳຄັນ​ຕ້ອງ​ເຮັດໃຫ້​ການ​ຮຽນຮູ້​ພາສາ​ກາຍເປັນ​ພາກສ່ວນ​ຫນຶ່ງ​ຂອງ​ຊີວິດ​ຂອງເດັກ​ຫູໜວກ​ ຫຼື ເດັກ​ທີ່ມີ​ບັນຫາ​ໃນການ​ໄດ້ຍິນ. ຜູ້ເປັນ​ພໍ່​ແມ່, ຄົນ​ອ້ອມຂ້າງ ແລະ ຄູ​ອາຈານ​ ຕ້ອງ​ກະຕຸກ​ຊຸກຍູ້​ໃຫ້ເດັກ​ໄດ້ຮຽນ​ ແລະ​ ໝນູໃຊ້​ພາສາ ເພື່ອ​ສະແດງອອກ​ເຖິງຄວາມ​ຮູ້ສຶກ​ຂອງ​ພວກເຂົາ. ເພື່ອ​ສື່ສານ​ກັບ​ຄົນອື່ນ ແລະ ພັດທະນາ​ທັກສະ​ໃນການ​ຄົ້ນຄິດ​ຂອງ​ເຂົາເຈົ້າ.