Hesperian Health Guides

ສິ່ງທີ່​ຄວນອຄິດເຖິງ

ຢູ່ໃນພາກນີ້:

ເນື່ອງຈາກ​ວ່າ ແຕ່ລະ​ຄອບຄົວ, ເດັກ​ແຕ່ລະ​ຄົນ ແມ່ນ​ມີຄວາມ​ແຕກຕ່າງອກັນ​ໃນດ້ານ​ຄວາມ​ສາມາດ ແລະ ຄວາມ​ຕ້ອງການ, ສະນັ້ນ ຈິ່ງ​ບໍ່ມີ​ວິທີ​ການໃດ​ໜຶ່ງ ທີ່​ເໝາະສົມ​ກັບ​ທຸກໆ​ຄົນ. ສິ່ງ​ສຳຄັນ​ທີ່ສຸດ​ແມ່ນ​ການ​ໝູນໃຊ້​ແຫຼ່ງ​ຂ້ໍມູນ​ທີ່ທ່ານ​ມີ, ໃນ 2-3 ໜ້າ​ຕໍ່ໄປ​ນີ້ອຈະໃຫ້​ຂ້ໍມູນ ແລະ ຄຳຖາມ​ຈຳນວນ​ໜຶ່ງ ເຊິ່ງຈະ​ຊ່ວຍໃຫ້ ການສອນ​ພາສາ​ໃຫ້ເດັກ​ຫູໜວກ​ຂອງທ່ານ ໄດ້ຮັບ​ຜົນດີ.

ພາສາ​ມື
ອາດຈະ​ປະສົບຜົນ​ສຳເລັດ​ຍິ່ງຂຶ້ນຖ້າ: ອາດຈະ​ປະສົບ​ຜົນສຳເລັດ​ຖ້າ:
  • ຄອບຄົວ​ຂອງທ່ານ​ຮູ້ໃຊ້​ພາສາ​ມື ຫຼື ມີ​ເຈຕະນາ​ ທີ່ຈະ ຮຽນ​ພາສາ​ໃບ້.
  • ມີ​ບຸກຄົນ ຫຼື ປຶ້ມ​ທີ່​ສາມາດ ສອນ​ພາສາ​ມື ໃຫ້ເດັກ​ຫູ ໜວກ ແລະ ຄອບຄົວ​ຂອງທ່ານ.
  • ມີ​ໂຮງຮຽນ​ສຳລັບ​ຄົນ​ຫູໜວກ ທີ່ສອນ​ພາສາ​ມື​ໃນເຂດ​ອາໄສ​ຂອງທ່ານ.
    HCWD Ch7 Page 77-1.png
  • ຄອບຄົວ​ຂອງທ່ານ​ຫາກມີ ຄວາມ​ອົດທົນ ແລະ ສະມາຊິກ ໃນ​ຄອບຄົວ​ທຸກໆ​ຄົນ ຮ່ວມຈິດ ຮ່ວມໃຈ​ກັນ​ຮຽນຮູ້ ແລະ ໃຊ້​ພາສາ​ມື.
  • ມີ​ບຸກຄົນ​ທີ່​ສາມາດ​ສອນ​ພາສາ ມື ທີ່ໃຊ້​ໃນ​ທ້ອງຖິ່ນ​ຂອງທ່ານ ໄດ້​ຢ່າງ​ຄົບຖ້ວນ​ໃຫ້ແກ່​ລູກ ແລະ ຄອບຄົວ​ຂອງທ່ານ.


ພາສາ​ເວົ້າ
ອາດຈະ​ປະສົບຜົນ​ສຳເລັດ​ຍິ່ງຂຶ້ນຖ້າ: ອາດຈະ​ປະສົບ​ຜົນສຳເລັດ​ຖ້າ:
  • ລູກ​ຂອງທ່ານ​ສາມາດ​ໄດ້ຍິນ​ສຽງ ຂອງ​ບາງຄຳ​ເວົ້າ.
  • ລູກ​ຂອງທ່ານ​ຮຽນເວົ້າ ແລະ ທຳ ຄວາມ​ເຂົ້າໃຈ​ຄຳເວົ້າ​ກ່ອນທີ່​ລາວ ຈະເສຍ​ການ​ໄດ້ຍິນ.
  • ລູກ​ຂອງທ່ານ​ສາມາດ​ອ່ານ​ຮີມສົບ ໄດ້​ງ່າຍຂຶ້ນ (ເດັກ​ບາງຄົນ​ເຮັດມັນ​ໄດ້ດີ​ກວ່າ​ຄົນ​ອື່ນ).
  • ລູກ​ຂອງທ່ານ​ມີ​ເຄື່ອງ​ຊ່ວຍຟັງ​ຫູ ເຊິ່ງ​ລາວ​ນຳໃຊ້​ມັນ​ເກືອບ​ຕະຫຼອດ ເວລາ.
  • ລູກ​ຂອງທ່ານ​ໄດ້ຮັບ​ການ​ຊ່ວຍເຫຼືອ ຈາກ​ຜູ້​ຊ່ຽວຊານ​ດ້ານ​ການແພດ​ທີ່ ຄລິນິກ ຫຼື ໂຮງຮຽນ​ກິນນອນ​ສຳ ລັບ​ເດັກ​ຫູໜວກ.
    HCWD Ch7 Page 77-2.png

ແມ່ນໃຜ​ແດ່​ທີ່ລູກ​ຂອງທ່ານ​ຈະ​ສາມາດ​ສື່ສານ​ນຳໄດ້?

HCWD Ch7 Page 78-1.png
ໃຫ້​ທຸກໆ​ຄົນ​ໃຊ້​ພາສາ​ມື​ເມື່ອ​ເດັກ​ມີໜ້າ​ຢູ່ທີ່​ນັ້ນ.

ເດັກ​ທີ່ມີ​ບັນຫາ​ໃນການ​ໄດ້ຍິນ ຄວນໄດ້​ສື່ສານ​ກັບ​ຄົນ​ອື່ນໆ ເຊິ່ງ​ເປັນສິ່ງ​ທີ່​ສຳຄັນ. ເດັກ​ທີ່​ຮຽນຮູ້​ແຕ່​ພາສາ​ມື​ທີ່ໃຊ້​ສະເພາະ​ໃນ​ຄອບຄົວ​ຈະ​ສາມາດ​ສື່ສານ​ໄດ້​ແຕ່ນຳ​ສະມາຊິກ​ໃນ​ຄອບຄົວ​ເທົ່ານັ້ນ. ເດັກ​ທີ່​ຮຽນຮູ້​ການໃຊ້​ພາສາ​ມື​ ຫຼື ພາສາ​ເວົ້າ (ການອ່ານ​ຮີມສົບ) ທີ່​ສົມບູນ​ຈະມີ​ຄວາມ​ສາມາດ​ສື່ສານ​ກັບ​ຄົນ​ອື່ນໆ​ໄດ້​ຫຼາຍ​ຂຶ້ນ. ໂດຍ​ສະເພາະ​ແມ່ນ​ເດັກ​ທີ່​ສາມາ​ອ່ານ ແລະ ຂຽນ ພາສາ​ເວົ້າ​ຂອງ​ທ້ອງຖິ່ນ​ນັ້ນ ກໍ່ຍິ່ງ​ສາມາດ​ສື່ສານ​ກັບ​ຄົນ​ອື່ນ​ໄດ້ດີ​ຂຶ້ນ​ຕື່ມ.

ບໍ່ວ່າ​ທ່ານ​ຈະ​ນຳໃຊ້​ພາສາ​ມື ຫຼື ພາສາ​ເວົ້າ, ມັນມີ​ຄວາມ​ສຳຄັນ ທີ່​ທຸກໆ​ຄົນ​ໃນ​ຄອບຄົວ​ຕ້ອງ​ໝູນໃຊ້​ນຳກັນ. ວິທີ​ນີ້​ຈະຊ່ວຍ​ໃຫ້​ເດັກ​ສາມາດ​ສື່ສານ​ກັບ​ສະມາຊິກ​ໃນ​ຄອບຄົວ​ໄດ້​ທຸກໆ​ຄົນ. ເຂົາ​ຈະ​ຮູ້ສຶກ​ວ່າ​ ຕົນເອງ​ກໍ່ເປັນ​ສ່ວນໜຶ່ງ​ຂອງ​ຄອບຄົວ ແລະ ຮຽນຮູ່​ສິ່ງ​ຕ່າງໆ​ໂດຍ​ຜ່ານການ​ສົນທະນາ.

ຄົນ​ທີ່ບໍ່ມີ​ບັນຫາ​ໃນການ​ໄດ້ຍິນ ສາມາດ​ຮຽນຮູ້​ການໃຊ້​ພາສາ​ມື​ໄດ້ ຖ້າ​ພວກເຂົາ​ຕ້ອງການ. ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນເມືອງ​ທີ່ຮຽນ​ພາສາ​ໃຫມ່.

ຈະເປັນ​ແນວໃດ ຖ້າ​ພາສາ​ທຳອິດ​ທີ່ລູກ​ທ່ານ​ຮູ້​ບໍ່ແມ່ນ​ພາສາ​ຂອງທ່ານ?

ການ​ໝູນໃຊ້​ພາສາ​ທີ່​ຄືກັນ ຊ່ວຍໃຫ້​ພວກເຮົາ​ສາມາດ​ສື່ສານ​ກັນ. ແຕ່​ສ່ວນຫຼາຍ​ພາສາ​ມື ທີ່ເດັກ​ຫູ ໜວກ​ໃຊ້​ເພື່ອ​ພັດທະນາ ຈິດໃຈ ແລະ ຮຽນຮູ້​ສິ່ງ​ຕ່າງໆ​ນັ້ນ ຜັດ​ບໍ່ແມ່ນ​ພາສາ ທີ່​ຄອບຄົວ​ຂອງເຂົາ​ໃຊ້, ພໍ່​ແມ່​ຫຼາຍຄົນ​ທີ່​ໝູນໃຊ້​ພາສາ​ຕ່າງ​ກັບລູກ ພົບ​ຄວາມ​ຫຍຸ້ງຍາກ​ໃນການ​ສື່ສານ​ກັບລູກ​ຂອງ​ພວກເຂົາ​ທີ່​ຫູໜວກ. ພວກເຂົາ​ອາດຈະ​ຮູ້ສຶກ​ບໍ່​ໃກ້ຊິດ​ກັນ ແລະ ຮູ້ສຶກ​ໝົດຫວັງ ເພາະວ່າ​ມັນ​ຫຍູ້ງຍາກ​ຫຼາຍ ໃນການ​ສື່ສານ ແລະ ເດັກ​ຫູໜວກ​ອາດ​ຮູ້ສຶກ​ວ່າ ຕົນເອງ​ບໍ່ແມ່ນ​ສ່ວນໜຶ່ງ​ຂອງ​ຄອບຄົວ.

ພາສາ​ມື​ອາດເປັນ​ສິ່ງ​ທີ່ດີ​ທີ່ສຸດ​ສຳລັບ​ເດັກ​ຫູໜວກ​ແຕ່​ອາດຈະ​ຫຍຸ້ງຍາກ​ສຳລັບ​ສະມາຊິກ​ໃນ​ຄອບຄົວ. ພາສາ​ມື​ບາງຄັ້ງ​ອາດ​ດຶງຄວາມ​ສົນໃຈ​ຂອງເດັກ​ໄປໃນ​ທາງອື່ນ. ເຖິງ​ແນວໃດ​ກໍ່ຕາມ, ໂດຍ​ໄດ້ຮັບ​ການ​ຊ່ວຍເຫຼືອ​ຈາກ​ຊຸມຊົນ ພໍ່​ແມ່​ຂອງເດັກ​ຫູໜວກ ສາມາດ​ຊ່ວຍໃຫ້​ລູກ​ຂອງຕົນ​ຮຽນ​ພາສາ​ທີ່​ເໝາະສົມ​ກັບ​ພວກເຂົາ​ໄດ້.

A man and a woman signing to each other.
ຂ້ອຍ​ຮູ້ສຶກ​ດີໃຈ​ ທີ່​ສາມາດ​ໃຊ້​ພາສາ ມື​ກັບ​ບຸນມີ​ໄດ້.
ແລະ ເຮົາ​ສາມາດ​ຊ່ວຍ ໃຫ້ ພີ່ນ້ອງ​ຂອງລາວ​ຮຽນ​ພາສາ​ມື​ນຳອີກ.

ເມື່ອໃດ​ທີ່​ລູກ​ຂອງທ່ານ​ເລີ່ມມີ​ບັນຫາ​ໃນການ​ໄດ້ຍິນ?

ຖ້າລູກ​ຂອງທ່ານ​ຫູໜວກ​ຫຼັງຈາກ​ທີ່ເຂົາ​ຮຽນເວົ້າ​ແລ້ວ, ອາດຈະ​ມີ​ໂອກາດ​ທີ່ເຂົາ​ຈະ​ສາມາດ​ຮຽນຮູ້​ການອ່ານ​ຮີມສົບ ແລະ ພັດທະນາ​ການ​ປາກເວົ້າ​ໄດ້. ເດັກ​ຍັງ​ສາມາດ​ສືບຕໍ່​ພັດທະນາ​ພາສາ​ຂອງເຂົາ ເຖິງ​ແມ່ນວ່າ​ຈະ​ສູນເສຍ ຄວາມ​ສາມາດ​ໃນການ​ໄດ້ຍິນ​ໄປແລ້ວ. ແຕ່ຖ້າ​ລູກ​ຂອງທ່ານ​ຫາກ​ຫູໜວກ​ມາ​ຕັ້ງແຕ່​ເກີດ ຫຼື ບໍ່​ສາມາດ​ໄດ້ຍິນ​ສຽງປາກ​ເວົ້າເລີຍ. ມັນກໍ່​ອາດຈະ​ເປັນ​ເລື່ອງຍາກ ຫຼື ເປັນໄປ​ບໍ່ໄດ້​ທີ່ຈະ​ຮຽນຮູ້​ການອ່ານ​ຮີມສົບ ຫຼື ຮຽນເວົ້າ.

4 children in a classroom looking up their teacher, who holds a book.
ເດັກ​ຜູ້ທີ່​ຮຽນເວົ້າ​ແລ້ວ​ກ່ອນທີ່​ເຂົາຈະ​ສູນເສຍ ການ​ໄດ້ຍິນ ສາມາດ ເວົ້າໄດ້​ດີກວ່າ ເດັກທີ່​ຫູໜວກ​ມາແຕ່​ກຳເນີດ.
ທ້າວ ນ້ອຍ​ຜູ້ນີ້​ສູນເສຍ​ຄວາມ​ສາມາດໃນການ​ຟັງ​ຕອນລາວ​ອາຍຸ 3 ປີ. ສະນັ້ນ ລາວ​ອາດ​ສາມາດ​ຮຽນເວົ້າ ແລະ ອ່ານ​ຮີມສົບ​ໄດ້.
ນາງນ້ອຍຜູ້ນີ້ສູນເສຍຄວາມສາມາດ ໃນການໄດ້ຍິນຕອນລາວອາຍຸ ໄດ້ 6 ປີ. ສະນັ້ນ ເຂົາຈິງ​ສາມາດ​ເວົ້າ ແລະ ອ່ານ​ຮີມສົບ​ໄດ້.
ເດັກ​ເຫຼົ່ານີ້​ຫູໜວກ​ມາແຕ່​ກຳເນີດ​ ສະ ນັ້ນ ພວກເຂົາ​ຈຶ່ງບໍ່​ສາມາດ​ເວົ້າ ຫຼື ອ່ານ​ຮີມສົບ​ໄດ້.

ລູກ​ຂອງທ່ານ​ສາມາດ​ໄດ້ຍິນ​ຫຼາຍ​ປານໃດ?

ຖ້າເດັກ​ສາມາດ​ໄດ້ຍິນ​ສຽງປາກ​ເວົ້າ​ໄດ້ຫຼາຍ​ເທົ່າໃດ. ລາວກໍ່​ຈະ​ສາມາດ​ເຂົ້າໃຈ​ພາກສ່ວນ​ຂອງ​ຄຳເວົ້າ, ສາມາດ​ອ່ານ​ຮີມສົບ ຫຼື ຮຽນເວົ້າ​ໄດ້ຫຼາຍ​ເທົ່ານັ້ນ. ສ່ວນເດັກ​ຜູ້​ຊຶ່ງ​ບໍ່​ສາມາດ​ໄດ້ຍິນສຽງ​ປາກເວົ້າ ຈະພົບ​ບັນຫາ​ໃນການ​ຮຽນ​ທັກສະ​ເຫຼົ່ານີ້ ຫຼື ອາດຈະ​ບໍ່​ສາມາດ​ຮຽນ​ທັກສະ​ເຫຼົ່ານີ້​ໄດ້ເລີຍ.



ເດັກ​ຄົນນີ້ ບໍ່​ສາມາດ​ໄດ້ ຍິນ​ສຽງ​ໃດໆ​ເລີຍ. ຈຶ່ງ ເປັນ​ການຍາກ ຫຼື ອາດ​ ເປັນໄປ​ບໍ່ໄດ້ ທີ່ລາວ​ຈະ ຮຽນອ່ານ​ຮີມສົບ ຫຼື ຮຽນເວົ້າ​ໄດ້. ເດັກ​ຄົນນີ້​ສາມາດ​ໄດ້ຍິນ​ສຽງເວົ້າ, ເຂົາ​ອາດ​ສາມາດ ຮຽນ​ການອ່ານ​ຮີມສົບ ແລະ ຮຽນເວົ້າ​ໄດ້.
A woman speaking to a small child.
ນັ້ນແມ່ນ​ຫຍັງ, ມີນາ?
A woman signing to a small child.
ຄຳເອີຍ! ລູກຈັບ ຫຍັງ​ຫັ້ນນະ?

ລູກ​ຂອງທ່ານ​ຈຳຕ້ອງ​ໃຊ້ເຄື່ອງ​ຊ່ວຍຟັງ​ບໍ?

A vendor speaking as he shows a hearing aid to a woman.
ນີ້ແມ່ນ​ເຄື່ອງ​ຊ່ວຍຟັງ ຍີ່ຫໍ້​ທີ່ ດີ​ທີ່ສຸດ. ມັນຈະ​ຊ່ວຍ​ລູກ ຂອງທ່ານ​ໄດ້​ຢ່າງ​ແນ່ນອນ.
ເຄື່ອງ​ຊ່ວຍຟັງ​ອາດຈະ​ຊ່ວຍ​ລູກ​ຂອງ ທ່ານໄດ້ ຫຼື ບໍ່ໄດ້​ກໍ່ມີ. ຈົ່ງ​ຢ່າປ່ອຍ​ໃຫ້​ຄົນ ອື່ນ​ມາກົດດັນ​ໃຫ້ທ່ານ​ຊື້ ຫຼື ເຮັດໃຫ້​ຮູ້ ສຶກ​ຜິດ​ທີ່ບໍ່​ຊື້​ໃຫ້ລູກ​ຂອງທ່ານ.

ເຄື່ອງ​ຊ່ວຍຟັງ​ອາດ​ຊ່ວຍໃຫ້​ລູກ​ຂອງທ່ານ​ເຂົ້າໃຈ​ຄຳສັບ. ແຕ່​ເຄື່ອງ​ຊ່ວຍຟັງ​ບໍ່​ສາມາດ​ ຊ່ວຍ​ເດັກ​ໄດ້​ທັງໝົດ. ບາງຄັ້ງ​ຜູ້​ຊ່ຽວຊານ​ທາງດ້ານ​ສຸຂະພາບ ອາດ​ແນະນຳ​ໃຫ້ລູກ​ຂອງທ່ານ​ໃສ່ເຄື່ອງ​ຊ່ວຍຟັງ. ຈົ່ງ​ພະຍາຍາມ​ຊອກຫາ​ຄຳ​ແນະນຳ​ຈາກ​ພໍ່​ແມ່​ຜູ້ອື່ນ​ທີ່​ມີລູກ ທີ່ໃຊ້​ເຄື່ອງ​ຊ່ວຍຟັງ ແລະ ຈື່ຈຳ​ວ່າ ເດັກນ້ອຍ​ແຕ່ລະ​ຄົນ ມີຄວາມ​ສາມາດ​ໄດ້ຍິນ​ບໍ່​ຄືກັນ. ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນເຄື່ອງ​ຊ່ວຍ​ໃນ​ການຟັງ.

ຜູ້ຂາຍ​ເຄື່ອງ​ຊ່ວຍຟັງ​ອາດ​ໃຫ້​ຂ້ໍມູນ​ຈຳນວນ​ໜຶ່ງ​ກ່ຽວກັບ​ເຄ່ືອງ​ດັ່ງກ່າວ. ແຕ່ຄຳ​ແນະນຳ​ຈາກ​ພວກເຂົາ​ບໍ່ດີ​ສະເໝີໄປ. ພວກເຂົາ​ອາດ​ສົນໃຈ​ແຕ່ເຮັດ​ແນວໃດ​ຈະຂາຍ​ສິນຄ້າ​ນັ້ນໄດ້ ໂດຍບໍ່​ສົນໃຈ​ວ່າ ຜະລິດຕະພັນ ໂຕໃດ ທີ່​ເໝາະສົມ​ກັບລູກ​ຂອງທ່ານ. ບາງເທື່ອ​ທາງຮ້ານ​ຂອງ​ເຄື່ອງ​ຊ່ວຍຟັງ ກໍ່ອາດ​ໃຫ້ລູກ​ຂອງທ່ານ​ລອງໃສ່ ເຄື່ອງ​ຊ່ວຍຟັງ​ກ່ອນ​ປະມານ 2-3 ມື້ ຫຼື ເປັນ​ອາທິດ​ກ່ອນທີ່​ຈະ​ຕັດສິນໃຈ​ຊື້.