Hesperian Health Guides
ສ້າງຕັ້ງກຸ່ມຄົນເພື່ອຊ່ວຍສະໜັບສະໜູນ
ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 11: ເຮັດວຽກຮ່ວມກັນເພື່ອຊ່ວຍເດັກທີ່ຫູໜວກ > ສ້າງຕັ້ງກຸ່ມຄົນເພື່ອຊ່ວຍສະໜັບສະໜູນ
ບັນດາຄອບຄົວຂອງເດັກທີ່ຫູໜວກເປັນບໍ່ເກີດທີ່ສຳຄັນ ໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ຖ້າມີການຈັດຕັ້ງກອງປະຊຸມເປັນປະຈຳ ພວກເຂົາກໍ່ສາມາດຊ່ວຍ “ແກ້ໄຂບັນຫາທີ່ພວກເຂົາກຳລັງປະເຊີນຢູ່ ແລະ ພວກເຂົາກໍ່ສາມາດແບ່ງປັນແນວຄວາມຄິດດີໆ ແລະ ສາມາດສ້າງໂອກາດໃຫມ່ໆ ໃຫ້ແກ່ລູກໆຂອງພວກເຂົາໄດ້. ຖ້າສາມາດຕອບສະໜອງຄວາມຕ້ອງການ ຂອງລູກໆ ໄດ້ແບບນີ້ ກໍ່ສາມາດຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍໄດ້.
ຊຸມຊົນສາມາດສ້າງໂອກາດໃຫ້ເກີດຂຶ້ນມາໄດ້ໂດຍການສະໜອງສະຖານທີ່ປະຊຸມເຊັ່ນ ໃນວັດດ້ວຍການເປີດເຜີຍໃຫ້ກຸ່ມການສະຫນູນກຸ່ມອື່ນ ຮູ້ກ່ຽວກັບກອງປະຊຸມ ໃນຄັ້ງຜ່ານມາ ເພື່ອວ່າບັນດາຄອບຄົວ ອື່ນໆສາມາດມີສ່ວນຮ່ວມນຳໄດ້.
ເນື້ອໃນ
ອົງການຈັດຕັ້ງຊຸມຊົນອື່ນກໍ່ສາມາດອູ້ມຊູໄດ້
ອົງການຈັດຕັ້ງພື້ນຖານດັ່ງ: ອົງການຈັດຕັ້ງແມ່ຍິງ, ອົງການຈັດຕັ້ງພໍ່ແມ່ຜູ້ປົກຄອງ, ອົງການ ຈັດຕັ້ງຊາວນາ ຫຼື ກຸ່ມສິນເຊື່ອ ຫລື ກຸ່ມສ້າງລາຍຮັບ ກໍ່ສາມາດສະໜອງການອູ້ມຊູພໍ່ແມ່ ຂອງເດັກ ທີ່ມີບັນຫາຫຍຸ້ງຍາກໃນການຟັງໄດ້.
ຕົວຢ່າງ: ຄອບຄົວທີ່ມີລູກມີບັນຫາໃນການຟັງ ອາດຕ້ອງການເວລາເພີ່ມພິເສດໃນການສິດສອນ ແລະ ດູແລເບິ່ງແຍງລູກພວກເຂົາ ເຊິ່ງມັນກໍ່ມີ ຄວາມຫຍຸ້ງຍາກໃນການຊອກວຽກເຮັດນອກຄອບຄົວ. ດັ່ງນັ້ນ ອົງການຈັດຕັ້ງທ້ອງຖິ່ນສາມາດຊ່ວຍເຫຼືອ ພໍ່ແມ່ຜູ້ປົກຄອງສ້າງລາຍຮັບເພີ່ມຕົວຢ່າງກຸ່ມພໍ່ແມ່ ແລະ ຊ່ວຍຊອກເຄື່ອງຊ່ວຍຟັງ, ຊ່ວຍຊອກຫາຄູສອນພາສາສັນຍານ ແລະ ສ້າງໂອກາດການສຶກສາກ່ອນໄວຮຽນດ້ວຍການຖົມຊຸມໃນຄ່າໃຊ້ຈ່າຍ ຄ່າຮຽນ ແລະ ຊ່ວຍເຫລືອໃນຫລາຍວິທີອື່ນໆອີກ.
ເຮັດໃຫ້ເດັກ ແລະ ຜູ້ໃຫຍ່ຫູໜວກພົບກັນ
ເມື່ອທາງຊຸມຊົນມີຄວາມພະຍາຍາມໃນການອູ້ມຊູ ແລະ ສ້າງໂອກາດໃນການເຮັດໃຫ້ເດັກຫູໜວກ ຫຼື ເດັກທີ່ມີບັນຫາໃນການຟັງມາພົວພັນ ພວກເຂົາກໍ່ຈະປະກອບເປັນກຸ່ມຊຸມຊົນ ໜຶ່ງທີ່ຈະພັດທະນາພາສາ ແລະ ສ້າງທັກສະໃນການຕິດຕໍ່ພົວພັນຂຶ້ນມາໄດ້.
ໃນເມືອໜຶ່ງທີ່ປະເທດຈີນ ເພິ່ນໄດ້ມີການສຳຫຼວດເພື່ອຊອກຫາຈຳນວນເດັກຫູໜວກ ທີ່ສາມາດເຂົ້າໂຮງຮຽນ ເດັກຫູໜວກ. ຈາກການສຳຫຼວດພົບວ່າ ມີສອງຄອບຄົວທີ່ຢູ່ໃກ້ກັນມີລູກຫູໜວກ ແຕ່ພວກເພິ່ນບໍ່ຮູ້ກັນມາກ່ອນ ເພາະວ່າ ຜ່ານມາຍັງບໍ່ເຄີຍໄດ້ພົບກັນເລີຍ.
ຖ້າພວກທ່ານຫາກອາໄສຢູ່ໃນຕົວເມືອງໃຫຍ່ທ່ານກໍ່ອາດມີໂອກາດຊອກຫາວິທີພົບກັບຄົນ ຫູໜວກໄດ້. ເຖິງແມ່ນວ່າທ່ານຢູ່ໃນເຂດຊົນນະບົດບ້ານນ້ອຍໆກໍ່ອາດມີທັງຄົນຫູໜວກ ແລະ ຄົນຫູດີ ເຊິ່ງສາມາດຕິດຕໍ່ກັນດ້ວຍພາສາສັນຍານ ຫຼື ພາສາ ທ່າທາງ ແລະ ພວກເຂົາກໍ່ຈະຍິນດີທີ່ຈະຊ່ວຍຄອບຄົວ ທີ່ມີລູກຫູ ໜວກໄດ້.
ບັນດາຊຸມຊົນທີ່ໃຫຍ່ຈະມີສະໂມສອນທາງ ສັງຄົມ, ສະມາຄົມ ຫຼື ກຸ່ມຄົນໃນສັງຄົມ ເຊິ່ງມີທັງກຸ່ມ ຄົນຫູໜວກ. ບາງຄັ້ງ ບັນດາສະມາຄົມເຫລົ່ານີ້ ມີໂຄງການສຳລັບເດັກຫູໜວກ ແລະ ຄອບຄົວຂອງພວກເຂົາເຊິ່ງສະມາຄົມເຫລົ່ານີ້ຈະຍິນດີ ຕ້ອນຮັບລູກ ແລະ ຄອບຄົວເຂົ້າຮ່ວມຢ່າງຈິງໃຈ.
ໃນແຕ່ລະປີມູນນິທິ ເດັນຮີ ສຳລັບແມ່ຍິງ ໄດ້ຈັດຕັ້ງການແຂ່ງຂັນເດັກຫູໜວກທີ່ມີ ພອນສະຫວັນ. ພາຍຫລັງການແຂ່ງຂັນຄອບຄົວ ກໍ່ມາພົບກັນເພື່ອປຶກສາຫາລື ກ່ຽວກັບບັນຫາຫູໜວກ ຊຶ່ງເປັນໂຄງການໜຶ່ງ ຂອງມູນມິທິທີ່ມີຊື່ວ່າ: ຕາມທັນເດັກ ແຕ່ຍັງຫນຸ່ມ: ທັງນີ້ເພື່ອນຳເອົາຄອບຄົວ ມີເດັກຫູໜວກມາຮ່ວມກິດຈະ ກຳນຳກັນ.
ຊ່ວຍເດັກຫູໜວກໃຫ້ໄດ້ຮັບການສຶກສາ ແລະ ການຝຶກອົບຮົມ
ຫຼາຍຄອບຄົວໄດ້ບຸກບືນໃນການໃຫ້ໂອກາດເດັກທີ່ຫູໜວກໄດ້ເຂົ້າໂຮງຮຽນ ແຕ່ມັນກໍ່ຮຽກຮ້ອງທັງເວ ລາ, ພະລັງງານ ແລະ ຊັບສິນ ເພື່ອຈັດຕັ້ງໃຫ້ເດັກທີ່ຫູໜວກໄດ້ມີໂອກາດໄດ້ຮ່ຳຮຽນ. ຖ້າວ່າທັງຊຸມຊົນຫາກພ້ອມພຽງກັນປະຕິບັດສິດທິທາງການສຶກສາສຳລັບເດັກຫູໜວກ ຈະພາໃຫ້ມີການປ່ຽນແປງໃຫຍ່ໄດ້. ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນບົດທີ12.
ບັນດາຊຸມຊົນທີ່ມີຄວາມສົນໃຈໃນການຈັດຕັ້ງການສຶກສາ ແລະ ການຝຶກອົບຮົມທີ່ດີກວ່າ ສຳລັບເດັກຫູໜວກ ຈະຕ້ອງໄດ້ພົວພັນກັບອົງການຈັດຕັ້ງທ້ອງຖິ່ນແຫ່ງຊາດ ສຳລັບເດັກຫູໜວກ ແລະ ກະຊວງສຶກສາທິການ ຊຶ່ງການພົວພັນນີ້ ຈະຊ່ວຍໃຫ້ພວກເພິ່ນຮູ້ກ່ຽວກັບໂອກາດ ແລະ ກ່ຽວກັບກົດໝາຍໃນການສຶກສາ ສຳລັບເດັກຫູໜວກໃນທ້ອງຖິ່ນກົດໝາຍໃນທຸກປະເທດໄດ້ມີການອູ້ມຊູ ສິດທິຂອງບັນດາເດັກທຸກຄົນ ລວມທັງເດັກທີ່ຫູໜວກ ດ້ວຍການສະໜອງ ການສຶກສາພາກລັດ.
ນີ້ແມ່ນວິທີການທີ່ຊຸມຊົນສາມາດຊ່ວຍໂຮງຮຽນສະຫນອງຄວາມຕ້ອງການຂອງເດັກທີ່ ຫູໜວກໄດ້ດີ ດັ່ງ:
- ສະໜອງການຝຶກອົບຮົມໃຫ້ແກ່ຄູສອນເພື່ອໃຫ້ພວກເພິ່ນຕິດຕໍ່ພົວພັນກັບເດັກຫູໜວກໄດ້.
- ເຊີນໃຫ້ຜູ້ໃຫຍ່ທີ່ຫູໜວກເຂົ້າຊ່ວຍເຫຼືອຄູສອນຄອບຄົວ ຫຼື ນັກຮຽນໃຫ້ຮຽນພາສາ ສັນຍານ ຫຼື ພວກເຂົາສາມາດເຮັດວຽກໃນຫ້ອງຮຽນ ແລະ ເອົາໃຈໃສ່ເດັກທີ່ຫູໜວກເປັນພິເສດ. ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນບົດທີ12.
- ການສະໜອງການຝຶກອົບຮົມສີມືແຮງງານທີ່ຈະຊ່ວຍໃຫ້ນັກຮຽນມີລາຍຮັບເພີ່ມ.
ການນຳເອົາບັນດາເດັກທີ່ຫູໜວກເຂົ້າຫາກັນພາຍໃນໂຮງຮຽນ ຫຼື ໃນຫ້ອງຮຽນ ສາມາດສ້າງຊຸມຊົນໃຫ້ເດັກ ທີ່ເຄີຍປ່ຽວພອຍເຂົ້າຫາກັນ.
ທຸກຄົນຈະໄດ້ຮັບຜົນປະໂຫຍດໃນຄວາມພະຍາຍາມຕໍ່ການອູ້ມຊູເດັກ ຫູໜວກ
ຫມົດທັງຊຸມຊົນຈະມີຄວາມເຂັ້ມແຂງໃນເມື່ອປະຊາຊົນໃນສັງຄົມຫາກເອົາໃຈໃສ່ເຊິ່ງກັນ ແລະ ກັນ ແລະ ມີຄວາມຮັບຜິດຊອບຕໍ່ກັນໃນທຸກດ້ານພ້ອມທັງຮັບຮູ້ຄວາມແຕກຕ່າງທາງຈຸດພິເສດຂອງຄົນ ແລະ ສິ່ງໃດໜຶ່ງທີ່ມີຄວາມຄ້າຍຄືກັນໃນສັງຄົມ. ໃນເມື່ອມີການເອົາໃຈໃສ່ຕໍ່ຄວາມຕ້ອງການພິເສດຂອງເດັກຫູໜວກການປັບປຸງສະພາບການໃນຊຸມຊົນກໍ່ຈະດີຂຶ້ນທັງຊຸມຊົນ.
ບັນດາເດັກໃນທົ່ວສັງຄົມສາມາດໄດ້ຮັບຜົນປະໂຫຍດຈາກການໃຫ້ບໍລິການທາງສັງຄົມທີ່ດີ ດ່ັງມີການ ກວດກາການໄດ້ຍິນ ແລະ ອຳນວຍຄວາມສະດວກໃຫ້ ເດັກໄດ້ຮັບການສຶກສາ ແລະ ການຝຶກອົບຮົມສີມືແຮງງານ.
ເມື່ອປະຊາຊົນຮຽນຮູ້ການເຮັດວຽກຮ່ວມກັນ ເພື່ອກ້າວໄປສູ່ ເປົ້າໝາຍຕົ້ນສຳຄັນ ພວກເຂົາກໍ່ສາ ມາດບັນລຸເປົ້າໝາຍນຳກັນໄດ້ແທນທີ່ຈະເຮັດວຽກແບບກະແຈກກະຈາຍ. ຊຸມຊົນໃດທີ່ຈັດຕັ້ງການແກ້ບັນຫາ ໃດໜຶ່ງຢ່າງມີຈຸດສຸມ ກໍ່ຈະສາມາດນຳໃຊ້ປະສົບການດັ່ງກ່າວໃນການແກ້ໄຂຄວາມຕ້ອງການ ແລະ ໂຄງ ການອື່ນໄດ້ດີຄືກັນ.
ເມື່ອພວກຄູສອນຊອກ ຫາວິທີການໃນການຕິດຕໍ່ພົວພັນກັບເດັກ ທີ່ບໍ່ໄດ້ ຍິນດີ ກໍ່ສາມາດຊ່ວຍ ເດັກ ທຸກຄົນໃຫ້ເຂົ້າໃຈ ບົດຮຽນໄດ້ດີກວ່າເກົ່າ.
ຖ້າຫາກວ່າເດັກທີ່ຫູບໍ່ໄດ້ຍິນດີບໍ່ໄດ້ຮັບການສຶກສາ ແລະ ການອູ້ມຊູຊ່ວຍເຫຼືອພວກເຂົາອາດບໍ່ຮຽນ ຮູ້ວິທີການຕິດຕໍ່ພົວພັນກັບຄົນອື່ນໄດ້ ຫຼື ພວກເຂົາຈະບໍ່ສາມາດຮຽນຮູ້ຝີມືແຮງງານ ເພື່ອຈະໃຊ້ໃນການຊອກ ຢູ່ຫາກິນ ແລະ ດູແລຕົວເອງໄດ້ ແລະ ຈະບໍ່ຢູ່ຮ່ວມກັບຄົນອື່ນຢ່າງສັນຕິສຸກໄດ້. ຄວາມທຸກ ແລະ ຄວາມຈົນອາດຈະກາຍເປັນພາລະໜັກໃຫ້ແກ່ຄອບຄົວ, ເພື່ອນບ້ານ ແລະ ຊຸມຊົນໄດ້
ເມືອງທີ່ຮຽນພາສາໃຫມ່
ໃນພາກຕາເວັນອອກສຽງເຫນືອຂອງປະເທດເບຣຊິນ ທາງໂບດເພິ່ນໄດ້ເລີ່ມຕັ້ງ ໂຮງຮຽນນ້ອຍໆ ຂຶ້ນແຫ່ງໜຶ່ງ ສຳລັບເດັກຫູໜວກ. ຫລັງຈາກນັ້ນບໍ່ດົນ ບັນດາຄອບຄົວທີ່ເຂົ້າຮ່ວມ ກໍ່ໄດ້ພາກັນກໍ່ຕັ້ງສະມາ ຄົມພໍ່ແມ່ນັກຮຽນ ແລະ ເພື່ອນຄົນຫູໜວກຂຶ້ນທີ່ເມືອງກາໂບ. ສະມາຄົມນີ້ໄດ້ຈັດຕັ້ງຫ້ອງຮຽນທີ່ໃຊ້ພາສາສັນ ຍານ ສຳລັບຄົນຫູດີ ເພື່ອໃຫ້ພວກເຂົາສາມາດຕິດຕໍ່ພົວພັນກັບເດັກທີ່ຫູໜວກ. ຈາກນັ້ນ ພວກເຂົາກໍ່ໄດ້ພົວພັນກັບສະມາຄົມຄົນຫູໜວກຂອງເມືອງທີ່ໃກ້ຄຽງ ພ້ອມກັນນັ້ນ ຍັງໄດ້ຈ້າງຄູສອນໄປສອນພາສາສັນ ຍານ ສະມາຊິກຄອບຄົວຂອງຄົນຫູໜວກ. ສະມາຄົມພໍ່ແມ່ຄົນຫູໜວກ ໄດ້ສະເຫນີໃຫ້ລັດຖະບານທ້ອງຖິ່ນ ເປີດໂຮງຮຽນສຳລັບເດັກທີ່ຫູໜວກ. ໂຮງຮຽນນີ້ໄດ້ຈ້າງຄູຝຶກອົບຮົມມາເປີດສອນ ໃຫ້ແກ່ເດັກຫູໜວກ. ຈາກນັ້ນ ເດັກຫູໜວກກໍ່ສາມາດເຂົ້າຮ່ວມກິດຈະກຳຕ່າງໆ ກັບເດັກ ຫູດີທີ່ຮຽນໃນໂຮງຮຽນປົກກະຕິ. ອີກບໍ່ດົນ ຫມົດທັງເມືອງກໍ່ເຫັນປ້າຍທີ່ໃຊ້ພາສາສັນຍານ ທົ່ວເມືອງ ບໍ່ວ່າແຕ່ໃນໂຮງຮຽນ ແຕ່ຍັງໃຊ້ຕິດຫ້າງຮ້ານຂາຍເຄື່ອງ ແລະ ປ້າຍຖະໜົນຕ່າງໆ.
ແຕ່ກ່ອນໃຜໆກໍ່ຄິດວ່າ ພວກຫູໜວກເປັນຄົນຊ້າທາງມັນສະໝອງ ແຕ່ມາຮອດປະຈຸບັນນີ້ ພວກເຂົາ ໄດ້ມີ ແນວຄິດທີ່ດີຕໍ່ກັບຄົນຫູໜວກ. ພວກເຂົາໄດ້ໃຊ້ພາສາສັນຍານ ໃນການບໍລິການໃນໂບດ, ພວກຊາວ ຫນຸ່ມຫູໜວກ ກໍ່ໄດ້ມີວຽກເຮັດງານທຳໃນສັງຄົມ ແລະ ພວກເດັກຫູໜວກ ກໍ່ໄດ້ຢູ່ຮ່ວມຮຽນ ແລະ ຮ່ວມຫລິ້ນກັບເດັກຫູດີ ທັງຫລາຍໃນສັງຄົມ.
ສະມາຄົມນີ້ ໄດ້ຊ່ວຍຍົກສູງລະດັບຈິດສຳນຶກຂອງສັງຄົມຕໍ່ກັບຄົນຫູໜວກໃນສັງຄົມ. ພວກເຂົາໄດ້ຈັດຕັ້ງການສຳມະນາ ແລະ ກອງປະຊຸມປະຈຳເດືອນ ເພື່ອເຮັດໃຫ້ພໍ່ແມ່ຂອງເດັກ ສາມາດໄດ້ຮັບການອູ້ມຊູຊ່ວຍເຫຼືອຈາກພໍ່ແມ່ຂອງເດັກທົ່ວໄປ ແລະ ໄດ້ຮຽນຮູ້ກັບການໃຊ້ພາສາສັນຍານກັບລູກໆໄດ້. ນອກຈາກນີ້ ສະມາຄົມຍັງໄດ້ຈັດພິມວັດຈະນານຸກົມພາສາສັນຍານແບບງ່າຍໆ ຊຶ່ງມີສັນຍະລັກຢູ່ 500 ແບບ ເຊຶ່ງຄົນໃນສັງຄົມສາມາດໃຊ້ໄດ້.
ດ້ວຍການເຮັດວຽກຮ່ວມກັນແບບນີ້ ພວກເຂົາໄດ້ສ້າງສັງຄົມທີ່ສາມາດຊ່ວຍເຫຼືອ ເດັກທຸກຄົນໄດ້ ແລະ ພັດທະນາຂີດຄວາມສາມາດຂອງສັງຄົມໃຫ້ເຕັມຄວາມສາມາດໄດ້.