Hesperian Health Guides
ບົດທີ 12: ການສຶກສາ
ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 12: ການສຶກສາ
ຢູ່ໃນພາກນີ້:
- ບົດທີ 12: ການສຶກສາ
- ການຮຽນຮູ້ແມ່ນເລີ່ມຕົ້ນຈາກເຮືອນ
- ການຮຽນຮູ້ສືບຕໍ່ໃນຊຸມຊົນ
- ການເຂົ້າໂຮງຮຽນແມ່ນສິ່ງສຳຄັນສຳລັບເດັກຫູໜວກ
- ໂຮງຮຽນປະເພດຕ່າງໆ ສຳລັບເດັກຫູໜວກ
- ໂຮງຮຽນເຮັດຫຍັງສຳລັບເດັກຫູໜວກ?
- ໂຮງຮຽນທີ່ດີຕ້ອງກະກຽມຄວາມພ້ອມໃຫ້ເດັກເພື່ອການຫາລ້ຽງຊີບ
- ຮ່ວມມືກັນເພື່ອເຮັດໃຫ້ເດັກຫູໜວກປະສົບຜົນສຳເລັດ
ເດັກນ້ອຍທຸກໆຄົນ ບໍ່ວ່າຈະແມ່ນເດັກຫູໜວກ ຫຼື ເດັກຫູດີ ລ້ວນແຕ່ແມ່ນມີສິດທີ ໃນການ ສຶກສາ. ເດັກທີ່ໄດ້ຮັບການສຶກສາມີໂອກາດຫຼາຍກວ່າ ໃນການຮຽນຮູ້ກ່ຽວກັບໂລກອ້ອມຂ້າງ, ພັດທະນາທັກສະດ້ານ ຕ່າງໆ ແລະ ມີໂອກາດໃນການຊອກວຽກເຮັດງານທຳ. ການສຶກສາຍິ່ງມີຄວາມສຳຄັນເປັນພິເສດສຳລັບເດັກຫູໜວກ ເພາະວ່າການສຶກສາຊ່ວຍພັດທະນາຄວາມຄິດ, ເຮັດໃຫ້ເຂົາເຈົ້າມີໂອກາດສື່ສານກັບເດັກຫູໜວກ ແລະ ເດັກຫູດີຜູ້ອື່ນໆ. ພ້ອມທັງເສີມສ້າງເພື່ອນມິດໃຫ້ແກ່ເດັກ. ໂດຍໝູນໃຊ້ບັນດາທັກສະທີ່ພວກເຂົາໄດ້ຮຽນຮູ້, ເດັກຫູໜວກສາມາດດຳລົງຊີວິດໄດ້ຢ່າງມີຄຸນຄ່າ ແລະ ເປັນເຈົ້າຕົນເອງ ພ້ອມທັງສາມາດດຳລົງຊີວິດໃນສັງຄົມໄດ້.
ເຖິງແມ່ນວ່າ ປຶ້ມເຫຼັ້ມນີ້ ສ່ວນໃຫຍ່ແມ່ນສຳລັບເດັກຈາກໄລຍະເກີດ ເຖິງອາຍຸ 5 ປີ ກໍ່ຕາມ, ແຕ່ໃນບົດນີ້ໄດ້ປະກອບມີບາງຫົວຂ້ໍທີ່ສຳຄັນພົວພັນເຖິງການສຶກສາສຳລັບເດັກຫູໜວກ ທີ່ຢູ່ໃນເກນອາຍຸທີ່ສູງຂຶ້ນ, ພ້ອມທັງຊ່ວຍໃຫ້ພໍ່ແມ່ຂອງເດັກຮູ້ຈັດວາງແຜນການສຶກສາໃຫ້ແກ່ ລູກຂອງພວກເຂົາ.

ການຮຽນຮູ້ແມ່ນເລີ່ມຕົ້ນຈາກເຮືອນ, ເລີ່ມຈາກໄລຍະອາຍຸຂອງເດັກເກີດໃໝ່ ແລະ ສືບຕໍ່ຈົນຕະ ຫຼອດຊົ່ວຊີວິດຂອງເຂົາ. ຄອບຄົວແມ່ນມີບົດບາດສຳຄັນໃນການຊ່ວຍເຫຼືອການສຶກສາໃຫ້ແກ່ເດັກ. ພໍ່ແມ່ ແລະ ສະມາຊິກຄອບຄົວເປັນຄູຜູ້ທຳອິດ ທີ່ມີຄວາມສຳຄັນຢູ່ເຮືອນ ເດັກເລີ່ມຕົ້ນຮຽນຮູ້ການສື່ສານ, ການຄົ້ນຄິດ ແລະ ພົວພັນກັບຄົນອື່ນໆ.
ຊຸມຊົນບາງແຫ່ງມີອາຈານ ແລະ ຄົນຫູໜວກ ທີ່ເຂົ້າໄປຕາມບ້ານ ເພື່ອຊ່ວຍເຫຼືອພໍ່ແມ່ໃຫ້ຮູ້ຈັກວິທີສື່ສານກັບລູກຂອງພວກເຂົາທີ່ຫູໜວກ. ພວກເຂົາສະແດງກິດຈະກຳທີ່ໃຫ້ພໍ່ແມ່ ແລະ ລູກສາມາດເຮັດຮ່ວມກັນເພື່ອການຮຽນຮູ້ທາງພາສາ. ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນບົດທີ7,ບົດທີ8ແລະບົດທີ9.