Hesperian Health Guides
ໂຮງຮຽນເຮັດຫຍັງສຳລັບເດັກຫູໜວກ?
ໂຮງຮຽນມີເວລາໃຫ້ແກ່ເດັກຫູໜວກ ຮຽນ ແລະ ຫຼິ້ນຮ່ວມກັບເດັກຫູດີ ແລະ ບໍ່ປ່ອຍໃຫ້ເດັກກວນ ຫຼື ຢອກລ້ໍເຊິ່ງກັນ ແລະ ກັນ. ເມື່ອໂຮງຮຽນສອນກ່ຽວກັບປະຫວັດສາດ ແລະ ຄວາມສຳຄັນຂອງຄົນຫູໜວກ ແລະ ຊຸມຊົນຄົນຫູໜວກ ມັນຈະຊ່ວຍໃຫ້ເດັກຮູ້ສຶກວ່າ ຕົນເອງກໍ່ສຳຄັນ ແລະ ສ້າງແນວຄິດພາກພູມໃຈຕົນເອງໃຫ້ແກ່ເດັກ.
ໃນເບື້ອງຕົ້ນເມື່ອໂຮງຮຽນລວມມີທັງເດັກຫູໜວກພວກເຂົາຈະເຮັດຜິດຢູ່ຕະຫຼອດ ເຖິງແມ່ນວ່າພວກເຂົາຈະມີເຈດຕະນາດີກໍ່ຕາມ. ໂຮງຮຽນຈະຕ້ອງໄດ້ສຶກສາກ່ຽວກັບຄວາມຫູໜວກ ເຊັ່ນກັນກັບເດັກຫູໜວກທີ່ຕ້ອງໄດ້ສຶກສາກ່ຽວກັບໂຮງຮຽນ. ນີ້ແມ່ນເລື່ອງຂອງຄອບຄົວໜຶ່ງທີ່ລູກສາວໄດ້ຮັບການສຶກສາ ແລະ ກ່ຽວກັບການປ່ຽນແປງວິຖີຊີວິດຂອງນາງ.
ເນື້ອໃນ
ເລື່ອງຂອງ ໂອຢຸນນາ
ເມື່ອໂອຢຸນນາ ອາຍຸໄດ້ 7 ປີ ລາວໄດ້ເລີ່ມເຂົ້າຮຽນຮ່ວມກັບເດັກຄົນອື່ນທີ່ຢູ່ໃນໄວດຽວກັນທີ່ໂຮງ ຮຽນຂອງເມືອງ. ໃນເມືອງນ້ອຍໆແຫ່ງໜຶ່ງໃນປະເທດມົງໂກລີ, ພໍ່ແມ່ຂອງນາງໄດ້ພະຍາຍາມຢ່າງໜັກ ເພື່ອຂໍໃຫ້ທາງໂຮງຮຽນຮັບເອົາລູກສາວຂອງພວກເຂົາເຂົ້າຮຽນ. ຄວາມເຊື່ອຕາມປະເພນີຂອງປະເທດມົງໂກລີເຊື່ອວ່າ ເດັກຫູໜວກ ແມ່ນ “ບໍ່ປົກກະຕິ” ແລະ ບໍ່ຄວນຢູ່ຮ່ວມກັບເດັກ “ປົກກະຕິ”. ພໍ່ແມ່ຂອງນາງໂຊກດີຫຼາຍທີ່ອຳນວຍການຂອງໂຮງຮຽນແຫ່ງດັ່ງກ່າວຮັບເອົານາງເຂົ້າຮຽນ.
ແຕ່ເຖິງແມ່ນວ່າໂອຢຸນນາ ຈະໄດ້ເຂົ້າໂຮງຮຽນແຕ່ນາງບໍ່ມີວິທີສື່ສານກັບຄົນອື່ນໆ ມີພຽງແຕ່ທ່າທາງຈຳນວນໜຶ່ງ, ການຊີ້ບອກ ແລະ ສຽງບາງສຽງເທົ່ານັ້ນ. ໃນທີ່ສຸດກໍ່ເຫັນວ່າ ໂອຢຸນນາບໍ່ສາມາດຮຽນໄດ້. ພໍ່ແມ່ຂອງໂອຢຸນນາ ເລີີ່ມຮູ້ສຶກສິ້ນຫວັງ ເພາະໂຮງຮຽນສຳລັບເດັກຫູໜວກແຫ່ງດຽວໃນປະເທດແມ່ນຢູ່ໃນເມືອງຫຼວງ ເຊິ່ງຫ່າງໄກຈາກເຮືອນຂອງໂອຢຸນນາຫຼາຍ.
ຫຼັງຈາກນັ້ນ ຈິ່ງມີເພື່ອນບ້ານຜູ້ໜຶ່ງມາບອກພວກເຂົາວ່າ ມີໂຄງການໃໝ່ຢູ່ທີ່ໂຮງຮຽນໃກ້ໆເຮືອນຂອງພວກເຂົາ. ອາຈານທີ່ໂຮງຮຽນແຫ່ງນັ້ນກໍ່ມີລູກຫູໜວກຄືກັນ, ລາວໄດ້ຊ່ວຍສອນອາຈານຄົນອື່ນໆ ກ່ຽວກັບພື້ນຖານຂອງພາສາມື. ເດັກຫູໜວກ ແລະ ເດັກຫູດີທັງໝົດກໍ່ໄດ້ຖືກສອນທັງ ພາສາມື ແລະ ຄຳເວົ້າ (ສຳລັບຄົນຫູໜວກ) ໃນຫ້ອງຮຽນຫ້ອງດຽວກັນ.
ໂຮງຮຽນທີ່ດີຕ້ອງມີອາຈານທີ່ອຸທິດຕົນໃຫ້ແກ່ການຮຽນ
ຄຸນທາດທີ່ສຳຄັນທີ່ສຸດຂອງການເປັນອາຈານແມ່ນຄວາມປາຖະໜາທີ່ຢາກເຫັນເດັກຫູໜວກຮຽນໄດ້ດີໃນໂຮງຮຽນ ແລະ ສາມາດນຳໃຊ້ໄດ້ໃນຊີວິດຕົວຈິງ. ຜູ້ເປັນອາຈານຕ້ອງໄດ້ໃຊ້ເວລາຮຽນຮູ້ກ່ຽວກັບຄວາມຕ້ອງການ ແລະ ຄວາມສາມາດຂອງເດັກແຕ່ລະຄົນ.
ປະສົບການເຮັດໃຫ້ກາຍເປັນອາຈານທີ່ເກ່ັງ
ໂຮງຮຽນແຫ່ງໜຶ່ງໃນປະເທດ ຕັງຊານີ ມີອາຈານຜູ້ໜຶ່ງທີ່ຫູໜວກ. ເຖິງ
ແມ່ນວ່າລາວຈະບໍ່ໄດ້ຮັບການຝຶກອົບຮົມຄູຢ່າງເປັນທາງການ, ແຕ່ໂດຍອາໄສ
ຄວາມອົດທົນ ແລະ ຫົວຄິດປະດິດສ້າງ ຊ່ວຍໃຫ້ອາຈານຄົນນີ້ສາມາດກະຕຸ້ນ
ໃຫ້ເດັກແຕ່ລະຄົນສະແດງຄວາມສາມາດຂອງຕົນອອກມາ.
ເນື່ອງຈາກອາຈານຜູ້ນີ້ບໍ່ສາມາດໄດ້ຍິນສຽງ ລາວຕ້ອງ ໄດ້ເອົາມືວາງໄວ້
ເທິງບ່າຂອງເດັກນ້ອຍ ເພື່ອສຳຜັດເອົາການສັ່ນໄຫວ ເມື່ອເດັກຮຽນເວົ້າ. ນອກນັ້ນ
ລາວຍັງສາມາດນຳໃຊ້ພາສາມືກັບເດັກ, ຊ່ວຍໃຫ້ເດັກຮຽນຂຽນໜັງສື, ສອນໃຫ້
ເດັກຮຽນວິຊາເລກໂດຍການນັບ ຝາຂວດແກ້ວຕ່າງໆ.
ຍ້ອນຫ້ອງຮຽນທີ່ນ້ອຍ. ດັ່ງນັ້ນລາວຈິ່ງສາມາດເອົາໃຈໃສ່ເດັກນ້ອຍແຕ່ລະ
ຄົນ. ລາວຮູ້ຈັກວິທີຄົ້ນຫາ ແລະ ໝູນໃຊ້ຄວາມສາມາດຂອງເດັກແຕ່ລະຄົນ ເພື່ອ
ຊ່ວຍໃຫ້ເຂົາເຈົ້າຮຽນ.
ຫຼາຍຄົນອາດຄິດວ່າ ອາຈານທີ່ໄດ້ຮັບການຝຶກອົບຮົມເປັນພິເສດ ແມ່ນເປັນອາຈານທີ່ດີທີ່ສຸດສຳລັບ ເດັກຫູໜວກ ສິ່ງນີ້ບໍ່ຖືກສະເໝີໄປ ການຝຶກອົບຮົມ ກ່ຽວກັບຄວາມຫູໜວກບໍ່ໄດ້ຊ່ວຍໃຫ້ອາຈານຄົນນັ້ນເກັ່ງຂຶ້ນໂດຍອັດຕະໂນມັດ, ອາຈານທີ່ສອນຄົນຫູໜວກຫຼາຍຄົນ ບໍ່ມີໂອກາດທີ່ຈະໄດ້ຮັບການສຶກສາຢູ່ພາຍໃນປະເທດ, ດ່ັງນັ້ນ ຈິ່ງຕ້ອງໄປຮຽນເອົາຄວາມຮູ້ຈາກຕ່າງປະເທດ ເຊິ່ງມີຄວາມແຕກຕ່າງຈາກຊຸມຊົນຂອງພວກເຂົາ. ແນວຄວາມຄິດທີ່ພວກເຂົາຮຽນຈາກປະເທດອື່ນ ອາດຈະໝູນໃຊ້ໄດ້ຍາກ ຫຼື ໃຊ້ບໍ່ໄດ້ໃນຊຸມຊົນ ຫຼື ບໍ່ ເໝາະສົມກັບໂຮງຮຽນໃນປະເທດຂອງພວກເຂົາ.
ອາຈານທີ່ໄດ້ຮັບການຝຶກອົບຮົມກາຍເປັນແຫຼ່ງຂ້ໍມູນໃຫ້ແກ່ອາຈານຄົນອື່ນໆ. ອາຈານທີ່ສອນເດັກຫູໜວກ ແລະ ອາຈານສອນເດັກຫູດີທີ່ມີປະສົບການສາມາດແລກປ່ຽນນຳກັນເພື່ອເສີມສ້າງສິ່ງທີ່ພວກເຂົາຮູ້ຢູ່ແລ້ວ ການແລກປ່ຽນປະສົບການນຳກັນດັ່ງກ່າວຈະເປັນປະໂຫຍດຕໍ່ນັກຮຽນໝົດທຸກຄົນ.
ຜູ້ໃຫຍ່ຫູໜວກຊ່ວຍໃຫ້ເດັກຫູໜວກຮຽນຮູ້
ຜູ້ໃຫຍ່ຫູໜວກ ແມ່ນຄູທີ່ດີທີ່ສຸດຂອງເດັກຫູໜວກ. ໂຮງຮຽນທີ່ດີຄວນມີຜູ້ໃຫຍ່ຫູໜວກເຂົ້າຮ່ວມໃນຫ້ອງຮຽນເພື່ອເປັນອາຈານ, ຜູ້ແປ ແລະ ຜູ້ຊ່ວຍ. ຜູ້ໃຫຍ່ຫູໜວກ ເຂົ້າໃຈບັນຫາທີ່ເດັກຫູໜວກປະເຊີນຢູ່ ຜູ້ໃຫຍ່ຫູໜວກ ສາມາດກາຍເປັນຕົ້ນແບບໃຫ້ແກ່ເດັກຫູໜວກ ແລະ ສ້າງແນວຄິດທາງບວກໃຫ້ແກ່ເດັກກ່ຽວກັບຄົນຫູໜວກ.
ເດັກສາມາດຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການຮຽນ
ເດັກຫຼາຍຄົນຕ້ອງການຄວາມຊ່ວຍເຫຼືອ ເພື່ອຮຽນຮູ້ແນວຄິດທີ່ຍາກຂຶ້ນ ເດັກຫູໜວກຕ້ອງການຄວາມຊ່ວຍເຫຼືອ ແລະ ຄວາມເອົາໃຈໃສ່ເປັນພິເສດ ໃນການຮຽນຮູ້ທັກສະໃນການອ່ານ ແລະ ຂຽນ. ເດັກ ນ້ອຍຫູດີ ແລະ ເດັກຫູໜວກ, ເດັກທີ່ອາຍຸໃຫຍ່ກວ່າ ແລະ ເດັກທີ່ອາຍຸຍັງນ້ອຍສາມາດຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການຮຽນທັກສະຕ່າງໆ ພ້ອມທັງເຮັດໃຫ້ເດັກຮູ້ສຶກບໍ່ອຶດອັດ ເມື່ອພວກເຂົາຢູ່ທີ່ໂຮງຮຽນ.
ເດັກນ້ອຍສາມາດມີສ່ວນຮ່ວມໃນການສຶກສາຂອງພວກເຂົາ
ອາຈານໃນໂຮງຮຽນແຫ່ງໜຶ່ງໃນປະເທດ ຊຳບີຊຸກຍູ້ໃຫ້ນັກຮຽນສະແດງອອກຢ່າງເປັນອິດສະຫຼະກ່ຽວກັບສິ່ງທີ່ພວກເຂົາຕ້ອງການຮຽນ. ອາຈານສອນພວກເຂົາໃຫ້ຮູ້ຈັກ ການລົງແນນສຽງຄູໃນຫ້ອງຮຽນ.
ໃນອາທິດທີໜຶ່ງເດັກເລືອກຮຽນກ່ຽວກັບເຫດຜົນວ່າ ເປັນຫຍັງຄົນເຮົາຈິ່ງຕໍ່ສູ້ກັນ ແລະ ມີສົງຄາມ. ອາທິດຕໍ່ມາພວກເຂົາເລືອກຮຽນກ່ຽວກັບສະພາບອາກາດ ແລະ ເຫດຜົນວ່າເປັນຫຍັງຝົນຈິ່ງຕົກໃນໄລຍະລະ ດູຝົນ. ຫຼາຍອາທິດຕໍ່ມາເດັກນ້ອຍມີຄວາມສົນອົກສົນໃຈໃນສິ່ງທີ່ພວກເຂົາຮຽນຂຶ້ນເລື້ອຍໆ. ພວກເຂົາປະພຶດຕົວດີຂຶ້ນ ແລະ ມາໂຮງຮຽນຢ່າງເປັນປົກກະຕິ.
ໃນຕອນທ້າຍຂອງປີຮຽນ, ພວກເດັກນ້ອຍຈົນພາກັນ ເລາະໄປຕາມບ້ານ ເພື່ອຊອກຫາເດັກຄົນອື່ນທີ່ບໍ່ໄດ້ເຂົ້າໂຮງຮຽນ ແລະ ຊັກຊວນໃຫ້ມາຮຽນນຳພວກເຂົາ.
ເມື່ອເດັກມີສ່ວນຮ່ວມໃນການສຶກສາຂອງພວກເຂົາ ແລະ ເຮັດວຽກຮ່ວມກັນເພື່ອແກ້ໄຂບັນຫາ, ເດັກນ້ອຍຈະໄດ້ຮັບການສຶກສາທີ່ເໝາະສົມກັບຄວາມຕ້ອງການຂອງພວກເຂົາ. ພວກເຂົາຈະຮູ້ສຶກໝັ້ນໃຈຕົນເອງ, ໝັ້ນໃຈໃນສິ່ງທີ່ພວກເຂົາຮຽນ ແລະ ໝັ້ນໃຈໃນຄວາມສາມາດຂອງຕົນເອງ ເພື່ອມີສ່ວນຮ່ວມໃນການພັດທະນາສັງຄົມ!
ການສະໜັບສະໜູນຂອງຄອບຄົວຕໍ່ໂຮງຮຽນແມ່ນມີຄວາມສຳຄັນ
ພໍ່ແມ່ມີບົດບາດສຳຄັນທີ່ສຸດໃນການສຶກສາຂອງເດັກຫູໜວກ. ພໍ່ແມ່ຜູ້ມີປະສົບການສາມາດແລກ ປ່ຽນບົດຮຽນກັບໂຮງຮຽນ ເພື່ອຊ່ວຍການສິດສອນໃຫ້ແກ່ເດັກຫູໜວກ. ພໍ່ແມ່ຍັງສາມາດຮ່ວມເຮັດວຽກກັບຊຸມຊົນ ເພື່ອເຮັດໃຫ້ໂຮງຮຽນມີການປັບປຸງໃຫ້ດີຂຶ້ນ ສຳລັບເດັກຫູໜວກ.
ໂຮງຮຽນທີ່ດີແມ່ນໂຮງຮຽນທີ່ມີກຸ່ມພໍ່ແມ່ນັກຮຽນທີ່ມີຄວາມຫ້າວຫັນ ສາມາດໂອ້ລົມກັນກ່ຽວກັບຄວາມຕ້ອງການທາງດ້ານການສຶກສາ ແລະ ຄວາມຮູ້ສຶກຂອງແຕ່ລະຄອບຄົວທີ່ມີລູກຫູໜວກ.