Hesperian Health Guides
ໂຮງຮຽນທີ່ດີຕ້ອງກະກຽມຄວາມພ້ອມໃຫ້ເດັກເພື່ອການຫາລ້ຽງຊີບ
ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 12: ການສຶກສາ > ໂຮງຮຽນທີ່ດີຕ້ອງກະກຽມຄວາມພ້ອມໃຫ້ເດັກເພື່ອການຫາລ້ຽງຊີບ
ຢູ່ໃນພາກນີ້:
- ບົດທີ 12: ການສຶກສາ
- ການຮຽນຮູ້ແມ່ນເລີ່ມຕົ້ນຈາກເຮືອນ
- ການຮຽນຮູ້ສືບຕໍ່ໃນຊຸມຊົນ
- ການເຂົ້າໂຮງຮຽນແມ່ນສິ່ງສຳຄັນສຳລັບເດັກຫູໜວກ
- ໂຮງຮຽນປະເພດຕ່າງໆ ສຳລັບເດັກຫູໜວກ
- ໂຮງຮຽນເຮັດຫຍັງສຳລັບເດັກຫູໜວກ?
- ໂຮງຮຽນທີ່ດີຕ້ອງກະກຽມຄວາມພ້ອມໃຫ້ເດັກເພື່ອການຫາລ້ຽງຊີບ
- ຮ່ວມມືກັນເພື່ອເຮັດໃຫ້ເດັກຫູໜວກປະສົບຜົນສຳເລັດ
ຜູ້ເປັນພໍ່ແມ່ ຂອງເດັກຫູໜວກ ຫຼື ເດັກທີ່ມີບັນຫາໃນການໄດ້ຍິນ ແມ່ນມີຄວາມກັງວົນຕໍ່ອະນາຄົດຂອງລູກພວກເຂົາ. ກັງວົນວ່າລູກຂອງພວກເຂົາຈະສາມາດຫາລ້ຽງຊີບ ພ້ອມກຸ້ມຕົນເອງ ແລະ ຄອບຄົວຂອງພວກເຂົາໄດ້ແນວໃດ?
ໂຮງຮຽນສຳລັບຄົນຫູໜວກບາງແຫ່ງສອນທັກສະອາຊີບໃຫ້ແກ່ນັກຮຽນ ເພື່ອໃຫ້ພວກເຂົາສາມາດໝູນໃຊ້ປະກອບອາຊີບ ຫຼື ເຮັດທຸລະກິດຂອງພວກເຂົາເອງ. ການຖັກແສ່ວ ແລະ ວຽກກ່ຽວກັບໄມ້ ແມ່ນບັນດາວິຊາຊີບ ທີ່ມັກມີການສິດສອນໃນຫຼັກສູດວິຊາຊີບ ແລະ ຍັງມີຫຼັກສູດວິຊາຊີບອື່ນໆທີ່ເດັກຫູໜວກສາມາດໃຊ້ປະກອບອາຊີບ ພາຍຫຼັງການສຳເລັດການສຶກສາເຊັ່ນ: ທັກສະດ້ານຄອມພິວເຕີ, ການສ້ອມແປງ ເຄື່ອງຈັກ, ເຕັກໂນໂລຊີການພິມ, ການບັນຊີ, ການແຕ່ງກິນ, ການກະເສດ ແລະ ສິລະປະ. ໃນຕົວຈິງ ຄົນຫູໜວກຈະບໍ່ສາມາດຊອກວຽກເຮັດໄດ້ເລີຍ ຖ້າເຂົາຫາກບໍ່ມີຄວາມສາມາດໃນວິຊາຊີບນັ້ນຢ່າງດີເລີດ.

ທີ່ໂຮງຮຽນກິນນອນ ສຳລັບຄົນຫູໜວກແຫ່ງໜຶ່ງໃນປະເທດ ຣູມານີ, ມີນັກຮຽນທີ່ມາຈາກທົ່ວປະ ເທດ. ບາງຄັ້ງກໍ່ມາຈາກບ້ານນ້ອຍໆ ທີ່ຫ່າງອອກໄປຫຼາຍກວ່າ 200 ກິໂລແມັດ. ເດັກນ້ອຍໃຊ້ເວລາ 9 ເດືອນໃນປີຮຽນໜຶ່ງໆຢູ່ທີ່ໂຮງຮຽນ, ດັ່ງນັ້ນໂຮງຮຽນຫຼັງນີ້ຈິ່ງກາຍເປັນຫຼັງທີສອງ ຂອງພວກເຂົາ.
ຢູ່ທີ່ໂຮງຮຽນ ທຸກໆຄົນໃຊ້ເຄື່ອງຊ່ວຍຟັງ. ຮຽນຮູ້ຄຳເວົ້າ ແລະ ການອ່ານຮີມສົບ ພວກເຂົາຮຽນຮູ້ການໝູນໃຊ້ດິນໜຽວ ເພື່ອປະດິດເຄື່ອງປັ້ນດິນເຜົາ. ນັກຮຽນຫຼາຍຄົນອອກຈາກໂຮງຮຽນໄປເມື່ອພວກເຂົາອາຍຸ 14 ປີ ແລະ ພວກເຂົາປະກອບອາຊີບເປັນຊ່າງປັ້ນທີ່ມີຄວາມຊຳນິຊຳນານ.