Hesperian Health Guides

ການເຂົ້າ​ໂຮງຮຽນ​ແມ່ນ​ສິ່ງ​ສຳຄັນ​ສຳລັບ​ເດັກ​ຫູໜວກ

ຢູ່ໃນພາກນີ້:

ການ​ສຶກສາ​ຢູ່ໃນ​ໂຮງຮຽນ ປັບປຸງ​ຄວາມ​ສາມາດ​ໃນການ​ສື່ສານ​ຂອງເດັກ​ຫູໜວກ ແລະ ເດັກ​ທີ່ມີ​ບັນຫາ​ໃນການ​ໄດ້ຍິນ, ສຶກສາ​ໃຫ້ເດັກ​ສາມາດ​ດຳລົງ​ຊີວິດ​ຢ່າງ​ເປັນປະໂຫຍດ ແລະ ສາມາດ​ຊ່ວຍເຫຼືອ​ຄອບຄົວ​ຂອງ​ຕົນເອງ​ໄດ້.

Boy signing to a girl sitting at a desk.
ຂ້ອຍ​ກຳລັງ​ຂຽນ​ຈົດໝາຍ​ຫາອ້າຍ, ລາວໄປ​ເຮັດວຽກ​ຢູ່​ໃນເມືອງ​ພຸ້ນ.

ຢູ່ທີ່​ໂຮງຮຽນ, ເດັກ​ຮຽນຮູ້​ການອ່ານ ແລະ ຂຽນ​ການອ່ານ ແລະ ຂຽນ​ແມ່ນ​ວິທີ ທີ່ເດັກ​ຫູໜວກ​ສາ ມາດ​ສື່ສານ​ກັບເດັກ​ຄົນອື່ນ​ທີ່​ບໍ່ຮູ້​ພາສາ​ມື ແລະ ບໍ່​ເຂົ້າໃຈ​ຄຳເວົ້າ​ຂອງ​ພວກເຂົາ. ການອ່ານ​ເຮັດ​ໃຫ້ເດັກ​ທີ່ມີ​ບັນຫາ​ໃນການ​ໄດ້ຍິນ ເຂົ້າໃຈ​ແນວຄິດ, ອາລົມ ແລະ ປະສົບ​ປະການ​ຂອງ​ຄົນອື່ນ. ການຂຽນ​ຊ່ວຍໃຫ້​ພວກເຂົາ​ສື່ສານ ແລະ ແລກປ່ຽນ​ຄວາມ​ຄິດເຫັນ ຄວາມ​ຮູ້ສຶກ​ກັບ​ຄົນອື່ນ.