Hesperian Health Guides
ຮ່ວມມືກັນເພື່ອເຮັດໃຫ້ເດັກຫູໜວກປະສົບຜົນສຳເລັດ
ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 12: ການສຶກສາ > ຮ່ວມມືກັນເພື່ອເຮັດໃຫ້ເດັກຫູໜວກປະສົບຜົນສຳເລັດ
- ເດັກຮຽນ ແລະ ໝູນໃຊ້ພາສາ ຫຼື ບໍ່.
- ມີການສິດສອນທີ່ດີ, ການສື່ສານທີ່ດີ ແລະ ການມີສ່ວນຮ່ວມຂອງຄອບຄົວ ຫຼື ບໍ່.
- ຊຸມຊົນໄດ້ສ້າງໂອກາດໃຫ້ແກ່ຄົນຫູໜວກ ເພື່ອປະສົບຜົນສຳເລັດ ຫຼື ບໍ່.
ພໍ່ແມ່, ໂຮງຮຽນ ແລະ ຊຸມຊົນສາມາດຮ່ວມມືກັນເພື່ອໃຫ້ມີການຝຶກອົບຮົມທາງດ້ານ ວິຊາຊີບ ສຳລັບຊາວໜຸ່ມທີ່ຫູໜວກ, ໃຫ້ມີວຽກສຳລັບຄົນຫູໜວກ ແລະ ໃຫ້ມີເງິນກູ້ຢືມສຳລັບພວກເຂົາ ເພື່ອດຳເນີນທຸກລະກິດຂະໜາດນ້ອຍ.
ຊຸມຊົນບາງແຫ່ງຄິດໄລ່ ອັດຕາອາກອນທີ່ຕ່ຳ ຫຼື ໃຫ້ການຊ່ວຍເຫຼືອທາງດ້ານການເງິນໃຫ້ແກ່ບັນດາ ທຸລະກິດທີ່ຮັບເອົາຄົນຫູໜວກ ຫຼື ຄົນທີ່ມີບັນຫາໃນການໄດ້ຍິນ ເຂົ້າເຮັດວຽກນຳ. ບັນດາອົງການຈັດຕັ້ງຂອງຊຸມຊົນໄດ້ຈັດຕັ້ງໃຫ້ມີກອງທຶນເງິນກູ້ໝູນວຽນສຳລັບຊ່າງຫັດຖະກຳທີ່ຫູໜວກ ເພື່ອສະໜອງທຶນຮອນໃນການຊື້ອຸປະກອນພື້ນຖານ ແລະ ວັດຖຸດິບສຳລັບການເລີ່ມເຮັດທຸລະກິດນ້ອຍໆ ຂອງພວກເຂົາເອງ. ເງິນກູ້ຢືມດັ່ງກ່າວ ຈະໄດ້ຮັບການຊຳລະຄືນເທື່ອລະໜ້ອຍ, ເພື່ອວ່າເງິນຈຳນວນນີ້ຈະໝູນໃຊ້ຊ່ວຍເຫຼືອຄົນຫູໜວກຜູ້ ອື່ນໆທີ່ຕ້ອງການເລີ່ມຕົ້ນທຸລະກິດ.
ຄົນໜຸ່ມຫູໜວກສາມາດຕັດສິນໃຈເລືອກ ວ່າທັກສະໃດທີ່ເຂົາຕ້ອງການຢາກຮຽນ ເຊິ່ງມັນກໍ່ຂຶ້ນກັບຄວາມສາມາດ ແລະ ຄວາມສົນໃຈຂອງເຂົາ. ພ້ອມກັນນັ້ນກໍ່ຂຶ້ນກັບຊັບພະຍາຍາມກອນທີ່ມີ ໃນທ້ອງຖິ່ນ. ຕະຫຼາດ, ໂອກາດໃນການໄດ້ຮັບການຝຶກອົບຮົມ ແລະ ປັດໄຈອື່ນໆອີກ.
ຄົນທາສີເຮືອນຄົ້ນຫາຄວາມສຳເລັດ
ເຄື່ອຂ່າຍກຸ່ມຜູ້ຊາຍຫູໜວກໃນຕອນໃຕ້ຂອງປະເທດອິນເດຍໄດ້ດຳເນີນທຸລະກິດທາສີເຮືອນ. ຄົນສ່ວນຫຼາຍມັກໃຫ້ພວກເຂົາທາສີເຮືອນໃຫ້ ຍ້ອນວ່າພວກເຂົາທາສີໄດ້ໄວກວ່າຊ່າງທາສີຜູ້ອື່ນໆ. ບາບູ ເຊິ່ງເປັນຫົວໜ້າກຸ່ມແມ່ນຜູ້ທີ່ມີມັກສະໃນການເຈລະຈາຕໍ່ລອງ ແລະ ມີຄວາມກະຕືລືລົ້ນ ເພືື່ອຊອກຫາວຽກໃໝ່ໆ. ເມື່ອເຮືອນຖືກປຸກຂຶ້ນຫຼາຍ ຫຼື ມີການປັບປຸງສ້ອມແປງ, ຫຼາຍໆຄົນ ຈຶ່ງສັງເກດເຫັນວ່າ ຊາຍຫູໜວກກຸ່ມນີ້ມີທັກສະໃນການເຮັດວຽກ ແລະ ພວກເຂົາກໍ່ໄດ້ຮັບຄວາມນິຍົມຫຼາຍ.
ໃນຂະນະທີ່ປຶ້ມຫົວນີ້ແມ່ນໃຫ້ຄວາມສຳຄັນແກ່ການຊ່ວຍເຫຼືອເດັກຫູໜວກ ຕັ້ງແຕ່ອາຍຸຍັງນ້ອຍໃຫ້ໄວເທົ່າໃດຍິ່ງດີ. ມັນກໍ່ເປັນສິ່ງສຳຄັນທີ່ຕ້ອງໃຫ້ຄວາມຊ່ວຍເຫຼືອແກ່ຄົນຫູໜວກໃນໄວຜູ້ໃຫຍ່. ຊົມຊົນຈະມີຄວາມເຂັ້ມແຂງທີ່ສຸດ ຖ້າພວກເຂົາສາມາດດູແລກັນ ແລະ ກັນໄດ້.
ການຮຽນບໍ່ມີຄຳວ່າ “ສວາຍເກີນໄປ”
ໂຊກູສູນເສຍຄວາມສາມາດໃນການໄດ້ຍິນ ຫຼັງຈາກທີ່ລາວເຈັບປ່ວຍໜັກ ເມື່ອຕອນອາຍຸໄດ້ 3 ປີ, ເມື່ອໃຫຍ່ຂຶ້ນລາວຢູ່ແຕ່ເຮືອນ ໃນຂະນະທີ່ອ້າຍ ແລະ ເອື້ອຍໄປເຂົ້າໂຮງຮຽນ ຄອບຄົວຂອງໂຊກູໝູນໃຊ້ສັນຍະລັກຈຳນວນໜຶ່ງ ທີ່ໃຊ້ພາຍໃນເຮືອນ ເພື່ອສື່ສານກັບລາວ ແຕ່ວ່າໂຊກູ ໃຊ້ເວລາສ່ວນຫຼາຍຢູ່ຢ່າງໂດດດ່ຽວ, ລາວເປັນຜູ້ດູແລມ້າ, ແກະ ແລະ ແບ້ຂອງຄອບຄົວ.
ມື້ໜຶ່ງພໍ່ແມ່ຂອງລາວໄດ້ຮູ້ວ່າມີຫ້ອງຮຽນໃໝ່ສຳລັບຜູ້ໃຫຍ່ຫູໜວກທີ່ບໍ່ເຄີຍເຂົ້າຮຽນໃນໂຮງຮຽນ ເຊິ່ງຈັດຕັ້ງຂຶ້ນໂດຍກຸ່ມຂອງຊຸມຊົນ. ຫຼັງຈາກໂຊກູໄດ້ເຂົ້າຮ່ຳຮຽນຢ່າງໜັກຢູ່ທີ່ນັ້ນ ເປັນເວລາ 2 ປີ, ໃນທີ່ສຸດລາວກໍ່ສາມາດສື່ສານກັບເພື່ອນຮ່ວມຫ້ອງ, ສາມາດອ່ານຂຽນ ແລະ ຄິດໄລ່ເລກໄດ້.
ໂຊກູ ຕັດສິນໃຈວ່າລາວຕ້ອງການສືບຕໍ່ຮຽນທັກສະວິຊາຊີບເໝືອນກັບເພື່ອນໆທີ່ຮ່ວມໂຄງການດຽວກັນ ແລະ ລາວກໍ່ໄດ້ຖືກຮັບເຂົ້າຮຽນໃນໂຮງຮຽນຝຶກອົບຮົມວິຊາຊີບເພື່ອຮຽນເປັນຊ່າງໄມ້.