Hesperian Health Guides

ບົດທີ 13: ການ​ປ້ອງກັນ​ການ​ລ່ວງລະເມີດ​ທາງເພດ​ເດັກ

ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 13: ການ​ປ້ອງກັນ​ການ​ລ່ວງລະເມີດ​ທາງເພດ​ເດັກ

ຢູ່ໃນພາກນີ້:

ອາດເປັນ​ເລື່ອງ​ທີ່ແປກ ທີ່ຈະ​ຊອກຫາ​ຂ້ໍມູນ​ກ່ຽວກັບ​ການ​ລ່ວງລະເມີດ​ທາງເພດ​ຈາກປຶ້ມ ທີ່​ຊ່ວຍສອນ​ເດັກ​ຫູໜວກ ຫຼື ເດັກ​ທີ່ມີ​ບັນຫາ​ໃນການ​ໄດ້ຍິນ. ແຕ່ວ່າ​ເປັນເລື່ອງ​ທີ່​ໜ້າເສົ້າ​ໃຈ​ເພາະວ່າ​ເດັກ​ຫູໜວກ ມີ​ໂອກາດ​ຖືກ​ລ່ວງລະເມີດ​ທາງເພດ​ຫຼາຍກວ່າ​ເດັກ​ທີ່​ຫູດີ.

ດັ່ງນັ້ນ ມັນຈຶ່ງ​ເປັນສິ່ງ​ສຳຄັນ​ສຳລັບ​ເດັກ​ຫູໜວກ ແລະ ຜູ້ທີ່​ດູແລ ຈະຕ້ອງ​ສິດສອນ​ພວກເຂົາ ໃຫ້ຮູ້​ກ່ຽວກັບ​ບັນຫາ​ນີ້.

ຈົ່ງ​ໃຫ້ເດັກ​ຢູ່ຢ່າງ​ປອດໄພ
ບໍ່ມີ​ໃຜ​ມີສິດ​ໝູນໃຊ້​ເດັກ ເພື່ອ​ຈຸດປະສົງ​ທາງເພດ.
HCWD Ch13 Page 167-1.png
  • ບໍ່ວ່າ​ຈະເປັນ​ສະມາຊິກ​ໃນຄອບຄົວ (ຜູ້ໃຫຍ່ ຫຼື ເດັກນ້ອຍ)
  • ເພື່ອນ​ຂອງຄົນ​ໃນຄອບຄົວ
  • ເພື່ອນບ້ານ
  • ຄົນ​ແປກໜ້າ
  • ອາຈານ
  • ຜູ້ດູແລ.
ບໍ່ມີ​ໃຜ​ມີສິດ!
A woman speaking.
ພວກເຮົາ​ຜູ້ເປັນ​ພໍ່​ແມ່ ຈຳເປັນ​ຕ້ອງ​ໄດ້​ໂອ້ ລົມ​ກ່ຽວກັບ​ການ​ລ່ວງລະເມີດ​ທາງເພດ​ນີ້ ນຳກັນ ແລະ ກັບລູກ​ຂອງ​ພວກເຮົາ.
ການ​ປຶກສາ​ຫາລື​ກ່ຽວກັບ​ເລື່ອງນີ້​ເປັນ ບາດກ້າວ​ທຳອິດ ເພື່ອຢຸດ​ພຶດຕິກຳ​ດັ່ງ ກ່າວ, ການ​ເມີນເສີຍ​ບໍ່ເວົ້າ​ຫຍັງ​ເປັນ ການ​ຊ່ວຍ​ປົກປ້ອງ​ຜູ້​ກະທຳຜິດ.

ເຖິງ​ແນວໃດ​ກໍ່ຕາມ​ມັນກໍ່​ເປັນເລື່ອງ​ຍາກ​ທີ່ຈະ​ໂອ້ລົມ​ກ່ຽວກັບ​ການ​ລ່ວງລະເມີດ​ທາງເພດ​ໃນບາງ​ທ້ອງຖິ່ນ:

  • ຄົນ​ສ່ວນຫຼາຍ​ບໍ່ຮູ້​ວ່າ​ການ​ລ່ວງລະເມີດ​ທາງເພດ​ແມ່ນຫຍັງ?, ມັນ​ເກີດຂຶ້ນ​ໄດ້​ແນວໃດ? ແລະ ຜົນຮ້າຍ​ທີ່​ເກີດຈາກ​ການ​ກະທຳ​ດັ່ງກ່າວ​ແມ່ນຫຍັງ?
  • ບາງຄົນ​ເຫັນວ່າ​ບໍ່ເໝາະສົມ​ທີ່ຈະ​ສົນທະນາ​ເລື່ອງເພດ.
  • ບາງຄົນ​ບໍ່ເຊື່ອ​ວ່າ ການ​ລ່ວງລະເມີດ​ທາງເພດ​ຈະເກີດ​ຂຶ້ນ​ກັບ​ເດັກນ້ອຍ​ທຸກໆຄົນ, ດັ່ງນັ້ນ ພວກເຂົາ​ຈິ່ງ​ບໍ່​ຄິດເຖິງ ຫຼື ເວົ້າ​ເຖິງມັນ.
  • ກົດລະບຽບ ຫຼື ຮີດຄອງ​ປະເພນີ​ວາງອອກ​ສຳລັບ​ເດັກ​ທີ່ຈະ​ສົນທະນາ​ກ່ຽວກັບ​ເລື່ອງເພດ, ມັນ​ກຳນົດ​ວ່າ ແມ່ນຫຍັງ​ທີ່​ຄວນເວົ້າ ແລະ ເມື່ອໃດ​ຈຶ່ງ​ສາມາດ​ເວົ້າໄດ້.

ເດັກນ້ອຍ​ທຸກໆຄົນ​ຄວນຢູ່​ຢ່າງ​ປອດໄພ​ຫ່າງໄກ​ຈາກການ​ລ່ວງລະເມີດ​ທາງເພດ ການ​ປ້ອງກັນ​ເດັກ​ຈາກການ​ຖືກ​ລ່ວງລະເມີດ ແມ່ນ​ໜ້າທີ່​ຂອງ​ຜູ້ໃຫຍ່​ໝົດ​ທຸກຄົນ.