Hesperian Health Guides

ເປັນຫຍັງ​ເດັກ​ຫູໜວກ​ຈຶ່ງມີ​ຄວາມສ່ຽງ​ໃນການ​ຖືກ​ລ່ວງລະເມີດ​ທາງເພດ?

ຢູ່ໃນພາກນີ້:

ເດັກນ້ອຍ​ທັງໝົດ ແມ່ນມີ​ຄວາມສ່ຽງ​ໃນການ​ຖືກ​ລ່ວງລະເມີດ​ທາງເພດ ຍ້ອນວ່າ​ພວກເຂົາ​ຕ້ອງໄດ້​ເຊື່ອຟັງ​ຜູ້ໃຫຍ່ ແລະ ເດັກ​ທີ່​ໃຫຍ່ກວ່າ, ເພາະ​ເດັກ​ກໍ່​ອາໄສ​ການ​ດູແລ​ຈາກ​ຜູ້ໃຫຍ່. ເດັກນ້ອຍ​ຖືກສອນ​ວ່າ “ເດັກ​ຄຳຮູ້” ຕ້ອງ​ເຊ່ືອຟັງ​ຕາມທີ່​ຜູ້ໃຫຍ່​ບອກ. ນີ້​ເຮັດໃຫ້​ການ​ປະຕິເສດ​ຜູ້ໃຫຍ່​ເປັນ​ເລື່ອງຍາກ. ພ້ອມນັ້ນ ເດັກ​ທີ່​ຍັງນ້ອຍ​ບໍ່ຮູ້​ວ່າ ແມ່ນການ​ປະພຶດ​ຂອງ​ຜູ້ໃຫຍ່​ແບບໃດ​ທີ່​ຖືກຕ້ອງ​ເໝາະສົມ ແລະ ຍອມຮັບ​ໄດ້.

ໂດຍສະເພາະ​ຢ່າງຍິ່ງ​ສຳລັບ​ເດັກ​ຫູໜວກ​ແມ່ນມີ​ຄວາມສ່ຽງ​ທີ່ສຸດ​ທີ່ຈະ​ຖືກ​ລະເມີດ​ທາງເພດ ຍ້ອນວ່າ:

  • ໃນສັງຄົມ​ໂດຍທົ່ວໄປ, ຖືວ່າ​ຄົນ​ພິການ​ແມ່ນມີ​ຄຸນຄ່າ​ໜ້ອຍກວ່າ​ຄົນ​ປົກກະຕິ. ດ່ັງນັ້ນ ຜູ້​ລ່ວງລະເມີດ​ຈຶ່ງ​ຄິດວ່າ​ມັນຈະ​ບໍ່ຜິດ ທີ່ຈະ​ໃຊ້ເດັກ​ຫູໜວກ​ເພື່ອ​ຈຸດປະສົງ​ທາງເພດ ແລະ ເນື່ອງຈາກວ່າ​ເດັກຍິງ​ໂດຍ​ທົ່ວໄປ ແມ່ນ​ຖືວ່າ​ມີ​ຄຸນຄ່າ​ທາງສັງຄົມ​ທີ່​ຕ່ຳກວ່າ​ເດັກຊາຍ. ສະນັ້ນ ເດັກຍິງ​ຫູໜວກ​ຈຶ່ງມີ​ຄຸນຄ່າ​ໜ້ອຍກວ່າ​ເດັກ​ຫູໜວກ​ເພດຊາຍ. ເດັກຍິງ​ຫູໜວກ​ຈຶ່ງ​ກາຍເປັນ​ກູ່ມ​ເດັກ​ທີ່ມີ​ຄວາມສ່ຽງ​ທີ່ສຸດ.
  • ຄົນ​ຫູໜວກ​ໃຊ້ການ​ສຳຜັດ​ເພື່ອ​ສື່ສານ ຕົວຢ່າງ: ເພື່ອ​ຮຽກຮ້ອງ​ຄວາມສົນໃຈ​ຈາກ​ຄົນອື່ນ. ເດັກຫູ ໜວກ​ອາດ​ຄິດວ່າ ການ​ສຳຜັດ​ຄົນອື່ນ​ເປັນເລື່ອງ​ປົກກະຕິ, ເຖິງ​ແມ່ນວ່າ​ຄວາມຈິງ​ແລ້ວ​ໃນ​ບາງຄັ້ງ ແມ່ນ​ບໍ່ເໝາະສົມ​ກໍ່ຕາມ.
  • ເດັກ​ຫູໜວກ​ໄດ້ຮັບ​ຂ້ໍມູນ​ຂ່າວສານ​ໜ້ອຍກວ່າ​ເດັກ​ຫູດີ ແລະ ບາງຄັ້ງ​ຍ້ອນ​ພຽງຄວາມ​ຢາກຮູ້​ຢາກເຫັນ​ເທົ່ານັ້ນ. ເດັກ​ຫູໜວກ​ອາດຖືກ​ປ່ອຍປະ​ໃຫ້ຢູ້​ຄົນດຽວ ແລະ ຮູ້ສຶກ​ໂດດດ່ຽວ ເຊິ່ງ​ເຮັດໃຫ້​ພວກເຂົາ​ກາຍເປັນ​ເປົ້າໝາຍ​ທີ່​ງ່າຍດາຍ​ຂອງຜູ້​ລ່ວງລະເມີດ​ທາງເພດ.
3 women sitting together; 2 are speaking.
ຂ້ອຍ​ຢາກໃຫ້​ປານີ​ຢູ່ຢ່າງ ປອດໄພ. ແຕ່ຂ້ອຍ​ຈະສອນ ໃຫ້ລາວ​ປ້ອງກັນ​ຕົວເອງ ແນວໃດ? ໃນເມື່ອ​ແມ່​ຂອງ ຂ້ອຍ​ກໍ່​ບໍ່ເຄີຍ​ເວົ້າ​ກັບຂ້ອຍ ກ່ຽວກັບ​ເລື່ອງນີ້​ເລີຍ.
ຂ້ອຍ​ເຂົ້າໃຈ​ເຈົ້າ, ພິມພາ ລູກສາວ​ຂອງຂ້ອຍ​ກໍ່ບໍ່​ສາມາດ ໄດ້ຍິນ​ຄືກັນ ແລະ ຂ້ອຍ​ບໍ່​ໝັ້ນໃຈ​ວ່າ​ລາວ​ເຂົ້າໃຈ ສິ່ງທີ່​ຂ້ອຍ​ອະທິບາຍ. ພວກເຮົາ​ລອງ​ຄິດຫາ​ວິທີ​ອື່ນ ເພື່ອ​ອະທິບາຍ​ເລື່ອງ ນີ້​ກັບ​ພວກເຂົາ​ເທາະ?
  • ເດັກ​ຫູໜວກ​ທີ່ມີ​ຄວາມ​ສາມາດ​ໃນການ​ສື່ສານ​ກັບຄົນ​ອື່ນ​ຢ່າງ​ຈຳກັດ​ອາດ​ປະຕິບັດ​ໃນສິ່ງ​ທີ່​ຄົນອື່ນ​ຕ້ອງການ ໂດຍ​ປາສະຈາກ​ການ​ສອບຖາມ​ວ່າ​ຍ້ອນຫຍັງ​ຈຶ່ງຕ້ອງ​ເຮັດ ແບບນັ້ນ.
  • ເດັກ​ຫູໜວກ​ທີ່ມີ​ທັກສະ​ໃນການ​ສື່ສານ​ຈຳກັດ​ອາດຈະ​ບໍ່​ເຂົ້າໃຈ​ຢ່າງ​ຈະແຈ້ງ​ໃນສິ່ງ​ທີ່ທ່ານ​ອະທິບາຍ​ກ່ຽວກັບ​ຄວາມ​ປອດໄພ​ຂອງ​ພວກເຂົາ.
  • ການ​ສື່ສານ​ທີ່​ຈຳກັດ ເຮັດໃຫ້​ເປັນເລື່ອງ​ຍາກ​ທີ່ເດັກ​ຈະບອກ​ຄົນອື່ນ​ກ່ຽວກັບ​ການ​ຖືກ​ລ່ວງລະເມີດ. ບາງຄົນ​ອາດ​ລ່ວງລະເມີດ​ເດັກ​ຫູໜວກ​ຍ້ອນ​ພວກເຂົາ​ຮູ້ວ່າ​ເດັກ​ຈະບໍ່​ສາມາດ​ເວົ້າ​ໃນສິ່ງ​ທີ່ເດັກ​ປະເຊີນ. ເດັກ​ຫູໜວກ​ອາດຈະ​ສາມາດ​ສື່ສານ​ໄດ້​ສະເພາະ​ກັບ​ສະມາຊິກ​ໃນຄອບຄົວ ຫຼື ຄົນ​ທີ່​ເບິ່ງແຍງ ພວກເຂົາ​ເທົ່ານັ້ນ. ຖ້າ​ຫາກວ່າ​ຜູ້​ລ່ວງລະເມີດ​ທາງເພດ​ເດັກ​ຫາກເປັນ​ຄົນ​ໃນຄອບຄົວ, ຜູ້​ດູແລ ຫຼື ຄູ​ອາຈານ​ຂອງ​ເດັກເອງ ເຊິ່ງ​ເດັກ​ກໍ່ຈະ​ຮູ້ສຶກ​ບໍ່​ປອດໄພ​ທີ່ຈະ​ເລົ່າເລື່ອງ​ດັ່ງກ່າວ​ກັບ​ຄົນອື່ນ.