Hesperian Health Guides

ການ​ລ່ວງລະເມີດ​ທາງເພດ​ກໍ່​ໃຫ້ເກີດ​ໄພອັນຕະລາຍ​ທີ່ບໍ່​ສິ້ນສຸດ

ຢູ່ໃນພາກນີ້:

ການ​ລ່ວງລະເມີດ​ທາງເພດ​ເປັນໄພ​ອັນຕະລາຍ​ຕໍ່ເດັກ ໃນໄລຍະ​ທີ່ມັນ​ເກີດຂຶ້ນ ແລະ ສາມາດ​ສືບຕໍ່​ຄຸກຄາມ​ຜູ້​ເຄາະຮ້າຍ​ໄປຈົນ​ຕະຫຼອດ​ຊີວິດ​ຂອງເຂົາ. ນີ້ເປັນ​ຄວາມຈິງ​ທີ່ສຸດ ຖ້າວ່າ​ເດັກ​ບໍ່​ສາມາດ​ເວົ້າ​ກ່ຽວກັບ ການ​ລ່ວງລະເມີດ​ດັ່ງກ່າວ ຫຼື ບໍ່​ສາມາດ​ໄດ້ຮັບ​ການ​ຊ່ວຍເຫຼືອ, ການ​ສະໜັບສະໜູນ ແລະ ການ​ປິ່ນປົວ.

ໄພອັນຕະລາຍ​ທາງ​ຮ່າງກາຍ​ທີ່ບໍ່​ສິ້ນສຸດ

ການ​ຄຸ້ມຄອງ​ທາງ​ຮ່າງກາຍ​ທີ່ບໍ່​ສິ້ນສຸດ​ອາດ​ບໍ່ໃຫ້​ມີການ​ຕິດເຊື້ອ​ພະຍາດ​ຕິດຕໍ່​ທາງເພດ (STIs). ຜູ້​ລ່ວງລະເມີດ​ທາງເພດ​ອາດ​ສົ່ງຕໍ່​ພະຍາດ​ໃຫ້​ແກ່ເດັກ​ເຊັ່ນ: ເອດ (HIVAIDS) ແລະ ພະຍາດ​ຕັບອັກເສບ ເຊິ່ງບໍ່​ສາມາດ​ປ່ິນປົວ​ໄດ້, ພະຍາດ​ຕິດຕໍ່​ທາງເພດ​ອື່ນໆ ຖ້າຫາກ​ຖືກ​ປ່ອຍປະ ບໍ່ໄດ້​ຮັບການ​ປິ່ນປົວ​ແລ້ວ ອາດ​ກໍ່ໃຫ້​ເກີດ​ບັນຫາ​ອື່ນໆ​ໃນອະນາຄົດ ເປັນຕົ້ນ​ແມ່ນ​ການ​ຖືພາ, ພະຍາດ​ມະເຮັງ ແລະ ການ​ເສຍຊີວິດ​ຍ້ອນ​ພະຍາດ​ຕິດຕໍ່​ຮ້າຍແຮງ​ອື່ນໆ. ເດັກທີ່​ຕິດເຊື້ອ​ພະຍາດ​ຈາກການ​ລ່ວງລະເມີດ​ທາງເພດ​ຈະບໍ່​ສະແດງ​ອາການ ດັ່ງນັ້ນ ພວກເຂົາ​ຈ່ຶງບໍ່​ໄດ້ຮັບ​ການ​ປິ່ນປົວ.

HCWD Ch13 Page 170-1.png

ຜົນຮ້າຍ​ທີ່ມີ​ຕໍ່​ພັດທະນາການ​ຂອງເດັກ

ເດັກ​ທີ່ຖືກ​ລ່ວງລະເມີດ​ທາງເພດ​ຈະ​ຮູ້ສຶກ​ວ່າ ຕົນ​ມີ​ຄວາມຜິດ​ຢ່າງ​ໃຫຍ່ຫຼວງ, ຮູ້ສຶກ​ອັບອາຍ ແລະ ໃຈຮ້າຍ. ຜູ້​ເຄາະຮ້າຍ​ຈາກການ​ລ່ວງລະເມີດ​ທາງເພດ​ຫຼາຍໆ​ຄົນ​ບໍ່​ສາມາດ​ເຊື່ອຖື​ໄວ້ໃຈ​ຄົນອື່ນ​ອີກ. ຜູ້ຖືກ​ເຄາະຮ້າຍ​ຈະ​ຮູ້ສຶກ​ບໍ່​ເຄົາລົບ​ຕົນເອງ, ພວກເຂົາ​ຈະ​ຮູ້ວ່າ​ຕົນເອງ​ບໍ່ມີຄ່າ ແລະ ບໍ່​ສົມຄວນ​ທີ່ຈະ​ໄດ້ຮັບ​ຄວາມ​ເຄົາລົບ.

ວົງຈອນ​ຂອງການ​ກະທຳຜິດ

ເດັກ​ທີ່ຖືກ​ລ່ວງລະເມີດ​ທາງເພດ​ອາດ​ສືບຕໍ່​ຖືກ​ລ່ວງລະເມີດ ໂດຍ​ຄົນອື່ນ​ຕະຫຼອດ​ຊີວິດ​ຂອງ​ພວກເຂົາ. ຍ້ອນ​ປະສົບການ​ຈາກການ​ຖືກ​ລ່ວງລະເມີດ​ເມື່ອຕອນ​ຍັງເດັກ, ເມື່ອ​ພວກເຂົາ​ໃຫຍ່ຂຶ້ນ​ພວກເຂົາ​ອາດ​ເຊື່ອວ່າ​ການ​ມີເພດສຳພັນ ເປັນ​ຫົນທາງດຽວ​ທີ່ຈະ​ນຳມາ​ເຊິ່ງ​ຄວາມຮັກ ແລະ ຄວາມປອດໄພ.

Image of the below: the cycle of abuse.

ການຖືກ​ປະຕິບັດ​ຢ່າງ​ໂຫດຮ້າຍ ແລະ ການຖືກ​ລ່ວງລະເມີດ​ທາງເພດ​ອາດ​ກາຍເປັນ​ແບບແຜນ​ໃຫ້ແກ່​ຊີວິດ​ຂອງ​ພວກເຂົາ. ຍິ່ງ​ໄປກວ່ານັ້ນ​ຖ້າ​ປາສະຈາກ​ການ​ສະໜັບສະໜູນ ແລະ ການ​ຊ່ວຍເຫຼືອ ເພື່ອ​ປິ່ນປົວ​ຈາກການ​ກະທຳ​ດັ່ງກ່າວ. ບັນດາ​ເດັກຊາຍ​ທີ່ເຄີຍ​ຖືກ​ລ່ວງລະເມີດ​ທາງເພດ ອາດ​ກາຍເປັນ​ຜູ້​ກະທຳ​ເອງ​ເມື່ອ​ພວກເຂົາ​ໃຫຍ່ຂຶ້ນ. ວົງຈອນ​ນີ້​ກໍ່ຈະ​ໃດ້ມີ​ເຄາະຮ້າຍ​ຕໍ່ມາ ແກ່ຜູ້​ກະທຳຜິດ​ອີກ​ໃນອະນາຄົດ.

ໄພອັນຕະລາຍ​ທີ່​ເກີດຈາກ​ການ​ລ່ວງລະເມີດ​ທາງເພດ ບໍ່​ພຽງແຕ່​ສົ່ງຜົນ​ສະທ້ອນ​ໃສ່​ໂຕເດັກ ຫຼື ຄອບ ຄົວ​ຂອງ​ພວກເຂົາ ແຕ່ຍັງ​ກະທົບ​ໃສ່​ຊຸມຊົນ​ທັງໝົດ. ຍົກ​ຕົວຢ່າງ: ບຸກຄົນ​ທີ່ມີ​ຄວາມ​ລະອາຍ ແລະ ຖືກ​ປ່ອຍປະ​ໃຫ້ຢູ່​ຢ່າງ​ໂດດດ່ຽວ​ສາມາດ​ເປັນອັນຕະພານ ຫຼື ມີ​ແນວຄິດ​ຮຸນແຮງ ຫຼື ຫັນໃສ່​ການ​ຕິດເຫຼົ້່າ ແລະ ຢາເສບຕິດ.