Hesperian Health Guides

ຖ້າ​ລູກ​ຂອງທ່ານ​ຖືກ​ລ່ວງລະເມີດ​ທາງເພດ

ຢູ່ໃນພາກນີ້:

ຖ້າ​ລູກ​ຂອງທ່ານ​ຖືກ​ລ່ວງລະເມີດ​ທາງເພດ, ທ່ານ​ສາມາດ​ຊ່ວຍໄດ້​ຖ້າທ່ານ:

  • ເຊື່ອ​ໃນສິ່ງ​ທີ່ເດັກ​ສະແດງ ຫຼື ສື່ສານ​ກັບທ່ານ ມັນ​ອາດ​ເປັນສິ່ງ​ຍາກ​ທີ່ຈະ​ເຊື່ອວ່າ​ຄົນ​ທີ່ທ່ານ​ຮູ້ຈັກ ແລະ ໄວ້ໃຈ​ຈະ​ເປັນຄົນ​ກະທຳ​ສິ່ງນັ້ນ ແຕ່​ຫາຍາກ​ທີ່​ເດັກນ້ອຍ​ຈະ​ແຕ່ງເລື່ອງ​ເພື່ອ​ຕົວະ​ກ່ຽວກັບ​ການ​ຖືກ​ລ່ວງລະເມີດ​ທາງເພດ. ຜູ້​ລ່ວງລະເມີດ​ທາງເພດ​ບາງຄົນ​ອາດ​ແມ່ນ​ເພື່ອນມິດ​ສະໜິດ​ສະໜົມ​ກັບພໍ່​ແມ່ ຍ້ອນ​ແນວນັ້ນ ຈຶ່ງ​ສາມາດ​ເຂົ້າຫາ​ເດັກ​ໄດ້ ແລະ ເຮັດໃຫ້​ພໍ່​ແມ່​ບໍ່​ລາຍງານ​ກ່ຽວກັບ​ການ​ກະທຳ​ດັ່ງກ່າວ.
  • ຍ້ອງຍໍ​ທີ່ເດັກ​ບອກທ່ານ. ເດັກນ້ອຍ​ຕ້ອງການ​ຢາກຮູ້​ວ່າ​ສິ່ງທີ່​ພວກເຂົາ​ເຮັດ​ໃນການ​ສື່ສານ​ກ່ຽວກັບ​ການ​ກະທຳ​ດັ່ງກ່າວ ແມ່ນ​ສິ່ງທີ່​ຖືກຕ້ອງ​ແລ້ວ.
A woman comforting her little girl.
  • ຢ້ໍາຄືນ​ໃຫ້ເດັກ​ໝັ້ນໃຈ​ວ່າ ການ​ລ່ວງລະເມີດ​ທາງເພດ​ນັ້ນ ບໍ່ແມ່ນ​ຄວາມຜິດ​ຂອງເດັກ ແລະ ທ່ານ​ກໍ່ບໍ່​ໄດ້​ໃຈຮ້າຍ​ໃຫ້ເຂົາ. ພະຍາຍາມ​ໝູນໃຊ້​ຫຼາຍໆ​ວິທີ​ໃນການ​ສື່ສານ​ກ່ຽວກັບ​ເລື່ອງນີ້ ເທົ່າທີ່​ຈະເຮັດ​ໄດ້.
  • ຮັກສາ​ຄວາມ​ປອດໄພ​ໃຫ້ເດັກ ພະຍາຍາມ​ປ້ອງກັນ​ບໍ່ໃຫ້​ມີການ​ພົບປະ​ກັນ​ຄັ້ງໃໝ່​ລະຫວ່າງ​ລູກ​ຂອງທ່ານ​ກັບ​ຜູ້​ກະທຳຜິດ ຖ້າ​ຫາກ​ເຮັດ​ບໍ່ໄດ້ ກໍ່ຈ່ົງ​ຢູ່​ກັບເດັກ ຫຼື ໃຫ້​ຜູ້ໃດ​ຜູ້ໜຶ່ງ​ທີ່​ຮູ້ເລື່ອງ​ດັ່ງກ່າວ​ໃຫ້ຢູ່​ກັບເດັກ​ສະເໝີ ເມື່ອ​ຜູ້​ລ່ວງລະເມີດ​ທາງເພດ​ເດັກ​ຢູ່​ທີ່ນັ້ນ.
  • ປິ່ນປົວ​ບັນຫາ​ທາງດ້ານ​ຮ່າງກາຍ​ທີ່​ເກີດຈາກ​ການ​ລ່ວງລະເມີດ​ທາງເພດ. ພະຍາຍາມ​ໃຫ້ລູກ​ຂອງທ່ານ​ໄດ້​ຮັບການ​ກວດສອບ​ຫາ​ພະຍາດ​ຕິດຕໍ່​ທາງເພດ​ສຳພັນ. ເຖິງ​ແມ່ນວ່າ​ເຂົາຈະ​ບໍ່ມີ​ອາການ​ໃດໆ ກໍ່ຕາມ ພະຍາດ​ຕິດຕໍ່​ທາງເພດ​ບາງຊະນິດ ບໍ່​ສະແດງ​ອາການ ຫຼື ຈະ​ສະແດງ​ອາການ​ກໍ່​ຕໍ່ເມື່ອ​ເດັກ​ໃຫຍ່ຂຶ້ນ​ແດ່ແລ້ວ.

ຜູ້​ເປັນພໍ່​ແມ່​ກໍ່ຕ້ອງ​ການ​ຄວາມ​ຊ່ວຍເຫຼືອ​ເຊັ່ນດຽວກັນ. ພໍ່​ແມ່​ອາດມີ​ຫຼາຍໆ​ຄວາມຮູ້ສຶກ ເຊັ່ນ: ຄວາມຮູ້ສຶກ​ບໍ່ເຊື່ອ, ໃຈຮ້າຍ ແລະ ເສຍໃຈ ເມື່ອ​ຮູ້ວ່າ​ລູກ​ຂອງຕົນ​ຖືກ​ລ່ວງລະເມີດ​ທາງເພດ. ພໍ່​ແມ່​ອາດ​ຕຳນິ​ຕົນເອງ ຫຼື ຕຳນິ​ເຊິ່ງກັນ ແລະ ກັນ ຕໍ່ສິ່ງ​ທີ່​ເກີດຂຶ້ນ​ກັບລູກ. ພໍ່​ແມ່​ຄວນ​ປຶກສາ​ໂອ້ລົມ​ກ່ຽວກັບ​ຄວາມຮູ້ສຶກ​ເຫຼົ່ານີ້ ກັບ​ຜູ້ໃດ​ຜູ້ໜຶ່ງ ທີ່​ພວກເຂົາ​ໄວ້ໃຈ ເຊິ່ງ​ໃນນີ້​ສາມາດ​ຊ່ວຍໄດ້. ຈົ່ງມີ​ຄວາມ​ອົດທົນ​ກັບ​ຕົວເອງ. ມັນອາດ​ກິນ​ເວລາ​ດົນ​ໃນການ​ປ່ຽນແປງ​ຄວາມຮູ້ສຶກ​ເຫຼົ່ານີ້.

ຄອບຄົວ​ບໍ່ຄວນ​ລະອາຍໃຈ​ທີ່​ມີລູກ​ຖືກ​ລ່ວງລະເມີດ​ທາງເພດ ການ​ລ່ວງລະເມີດ​ທາງເພດ​ແມ່ນ​ອາຊະຍາກຳ, ກໍ່​ເໝືອນກັບ​ການ​ລັກຊັບ​ຂອງ​ຄົນອື່ນ ເຊິ່ງ​ບໍ່ໄດ້​ເປັນ​ຕົ້ນເຫດ​ມາຈາກ​ຄອບຄົວ​ເລີຍ.