Hesperian Health Guides

ຂ້ອຍ​ຈະຮູ້​ໄດ້​ແນວໃດ​ວ່າ​ລູກ​ຂອງຂ້ອຍ​ຖືກ​ລ່ວງລະເມີດ?

ຢູ່ໃນພາກນີ້:

ເມື່ອເດັກ​ຖືກ​ລ່ວງລະເມີດ​ທາງເພດ, ພວກເຂົາ​ອາດ​ຮູ້ສຶກ​ຢ້ານກົວ​ທີ່ຈະ​ເລົ່າ​ໃຫ້ທ່ານ​ຟັງ. ຜູ້​ລ່ວງລະເມີດ​ອາດ​ຂູ່​ບໍ່​ໃຫ້ເດັກ​ເວົ້າຫຍັງ ແລະ ເດັກ​ກໍ່​ຮູ້ສຶກ​ຢ້ານກົວ​ວ່າ​ຕົນເອງ​ໄດ້​ເຮັດຜິດ​ບາງຢ່າງ ຫຼື ເດັກ​ອາດ​ບໍ່ຮູ້​ວິທີ​ທີ່ຈະ​ສື່ສານ​ກ່ຽວກັບ​ສິ່ງທີ່​ເກີດຂຶ້ນ.

ເນື່ອງ​ຈາກວ່າ ເດັກ​ບໍ່​ຕ້ອງການສື່ສານ​ກ່ຽວກັບ​ການ​ຖືກ​ລ່ວງລະເມີດ, ທ່ານ​ຈຳຕ້ອງ​ໄດ້​ສັງເກດ​ຫາ​ສັນ ຍານ​ທີ່ເປັນ​ໄປໄດ້. ສັນຍານ​ຕໍ່​ໄປນີ້​ບໍ່ແມ່ນ​ຜົນຈາກ​ການ​ຖືກ​ລ່ວງລະເມີດ​ສະເໝີໄປ ແຕ່ຖ້າ​ສັງເກດ​ມີ​ສັນຍານ ເຫຼົ່ານີ້ ທ່ານຄວນ​ເອົາໃຈໃສ່ ໂດຍສະເພາະ ຖ້າເດັກ​ສະແດງອອກ​ໃນຫຼາຍໆ​ສັນຍານ​ເຫຼົ່ານີ້.

ບາງ​ສັນຍານ​ທາງ​ຮ່າງກາຍ​ລວມມີ:

  • ຄວາມ​ເຈັບປວດ​ທີ່ບໍ່​ສາມາດ​ອະທິບາຍ​ໄດ້, ຮອຍບວມ, ຮອຍແດງຊ້ໍາ ຫຼື ເລືອດອອກ​ທີ່ປາກ ຫຼື ທີ່​ອະໄວຍະວະ​ເພດ ຫຼື ອ້ອມ​ບໍລິເວນ​ທະວານ.
  • ສະລິບ​ທີ່​ຈີກຂາດ ຫຼື ມີເລືອດ.
  • ມີ​ບັນຫາ​ໃນການ​ຖ່າຍເບົາ ຫຼື ຖ່າຍໜັກ ຫຼື ມີ​ເລືອດຕິດ​ໃນ​ນ້ໍາຍ່ຽວ ຫຼື ອາຈົມ.
  • ມີສິ່ງ​ຜິດປົກກະຕິ​ອອກຈາກ​ອະໄວຍະວະ​ເພດ ຫຼື ທະວານ ຫຼື ການ​ຕິດເຊື້ອ​ພະຍາດ​ຕິດຕໍ່​ທາງເພດ.
  • ຮອຍ​ຝົກຊ້ໍາ, ເຈັບຫົວ ຫຼື ການເຈັບ​ທ້ອງນ້ອຍ.


ເດັກ​ທີ່ຖືກ​ລ່ວງລະເມີດ​ທາງເພດ​ອາດຈະ:

  • ຢຸດການ​ອາບນ້ໍາ ຫຼື ທຳຄວາມ​ສະອາດ​ຕົນເອງ​ເລື້ອຍໆ​ກວ່າ​ປົກກະຕິ ຫຼື ບໍ່ຍອມ​ຖ່າຍເຄື່ອງ.
  • ຫຼິ້ນ​ກັບເດັກ​ຄົນອື່ນ ຫຼື ເຄື່ອງຫຼິ້ນໂດຍ​ມີລັກສະນະ​ທາງເພດ, ໃນລັກສະນະ​ທີ່​ຮູ້ຈັກ​ວິທີ ຫຼື ຫຼິ້ນ​ລັກສະ ນະດັ່ງກ່າວ​ເລື້ອຍໆ​ເຊິ່ງ​ບໍ່ເໝາະສົມ​ກັບ​ໄວອາຍຸ.
  • ຮູ້ຈັກ​ເລື່ອງເພດ​ຫຼາຍກວ່າ​ເດັກ​ຄົນອື່ນ.


ເດັກທີ່​ຕົກເປັນ​ຜູ້ເຄາະຮ້າຍ​ຂອງ​ຄວາມຮຸນແຮງ ແລະ ການ​ລ່ວງລະເມີດ​ທາງເພດ​ອາດຈະ:

  • ເບິ່ງຄື​ຮູ້ສຶກ​ຢ້ານກົວ, ອ່ອນໄຫວ ແລະ ລະແວງ ຫຼື ຢ້ານກົວ​ສະຖານທີ່ ຫຼື ບຸກຄົນ​ໃດໜຶ່ງ​ຢ່າງ​ກະທັນ ຫັນ ຫຼື ຕ້ອງການ​ຢາກຢູ່​ນຳ​ແຕ່ພໍ່​ແມ່​ເທົ່ານັ້ນ.
HCWD Ch13 Page 176-1.png
  • ລຶກລັບ ຫຼື ຕ້ອງການ​ຢາກຢູ່​ຄົນດຽວ​ຕະຫຼອດ​ເວລາ.
  • ເລີ່ມ​ປະພຶດຕົນ​ເປັນເດັກ​ລົງ​ກວ່າເກົ່າ ຫຼື ຄ້າຍຄື​ກັບ​ເດັກນ້ອຍ​ຫຼາຍຂຶ້ນ.
  • ກາຍເປັນ​ຄົນ​ຮຸນແຮງ ແລະ ລ່ວງ.
  • ພະຍາຍາມ​ໜີ​ອອກຈາກ​ເຮືອນ.
  • ຮູ້ສຶກ​ໂສກເສົ້າ​ຫງ່ວມເຫງົາ​ຢູ່​ຕະຫຼອດ​ເວລາ ຫຼື ບໍ່ສະແດງ​ຄວາມຮູ້ສຶກ​ໃດໆ​ເລີຍ.
  • ມີບັນຫາ​ໃນການ​ນອນ​ບໍ່ຫຼັບ​ຍ້ອນ​ຝັນຮ້າຍ, ຢ້ານ​ຄວາມມືດ ແລະ ອາດ​ຢ່ຽວໃສ່ບ່ອນ.
  • ຢ້ານການ​ຖືກເນື້ອ​ຕ້ອງຕົວ ຫຼື ການເຮັດ​ກິດຈະກຳ​ທາງ​ຮ່າງກາຍ​ຕ່າງໆ.

ຖ້າທ່ານ​ສົງໄສ​ວ່າ​ມີການ​ລ່ວງລະເມີດ​ທາງເພດ

ພະຍາຍາມ​ທຸນທ່ຽງ, ກະຕຸ້ນ​ໃຫ້ລູກ​ຂອງທ່ານ​ສະແດງ​ໃຫ້ທ່ານ​ຮູ້ວ່າ​ແມ່ນຫຍັງ​ເກີດຂຶ້ນ ແລະ ເຂົາ​ຮູ້​ ຫຍັງແດ່. ເພື່ອ​ໃຫ້ໄດ້​ຂ້ໍມູ​ນຫຼາຍຂຶ້ນ ລອງແຕ່ງ​ບົດເລື່ອງ​ກັບລູກ​ຂອງທ່ານ. ພະຍາຍາມ​ເອົາໃຈໃສ່​ໃນສິ່ງ​ທີ່ເຂົາ​ສະແດງອອກ​ເນື່ອງຈາກວ່າ ເດັກ​ອາດ​ບໍ່ມີ​ຄຳສັບ ຫຼື ສັນຍະລັກ ທີ່​ຈະອະທິບາຍ​ໃຫ້ທ່ານ​ຮູ້​ຢ່າງ​ຈະແຈ້ງ. ໂດຍ​ອາໄສ​ນ້ໍາສຽງ ແລະ ສີໜ້າ ຈົ່ງ​ສະແດງ​ໃຫ້ລູກ​ຂອງທ່ານ​ຮູ້ວ່າ​ທ່ານ​ເຊື່ອເຂົາ ແລະ ຈະບໍ່​ລົງໂທດ​ເຂົາ.