Hesperian Health Guides

ຄວາມຈິງ​ກ່ຽວກັບ​ການ​ລ່ວງລະເມີດ​ທາງເພດ

ຢູ່ໃນພາກນີ້:

ການ​ລ່ວງລະເມີດ​ທາງເພດ​ເດັກ ໝາຍເຖິງ​ການ​ໝູນໃຊ້​ເດັກ ເພື່ອ​ກິດຈະກຳ​ທາງເພດ​ໃດໜຶ່ງ. ການ​ລ່ວງລະເມີດ​ທາງເພດ​ສາມາດ​ເກີດຂຶ້ນ​ໄດ້​ກັບເດັກ​ທຸກຄົນ. ມັນ​ເກີດຂຶ້ນ​ໃນ​ທຸກຊຸມຊົນ, ບໍ່ວ່າ​ໃນ​ຄອບຄົວ​ທີ່​ທຸກຈົນ ຫຼື ຮັ່ງມີ. ມັນ​ສາມາດ​ເກີດຂຶ້ນ​ໄດ້​ທັງກັບ​ເດັກຍິງ ແລະ ເດັກຊາຍ. ການ​ລ່ວງລະເມີດ​ທາງເພດ​ເກືອບ ທັງໝົດ​ແມ່ນ​ເກີດຂຶ້ນ​ກັບເດັກ​ທີ່ມີ​ອາຍຸ ແຕ່ 5 ປີຂຶ້ນໄປ, ແຕ່ມັນ​ກໍ່​ສາມາດ​ເກີດກັບ​ເດັກ​ທີ່ມີ​ອາຍຸ​ຕ່ຳ​ກວ່ານັ້ນ ໄດ້​ເຊັ່ນກັນ.

ພວກເຮົາ​ບໍ່ຮູ້​ຢ່າງ​ແນ່ນອນ​ວ່າ ການ​ລ່ວງລະເມີດ​ທາງເພດ​ໂດຍ​ທ່ົວໄປ ແມ່ນຫຍັງ​ແທ້, ເນື່ອງຈາກ​ວ່າເດັກ​ຫຼາຍຄົນ​ບໍ່ຍອມ​ບອກວ່າ ແມ່ນຫຍັງ​ແດ່​ເກີດຂຶ້ນ​ກັບ​ພວກເຂົາ. ແຕ່​ເປັນໄປ​ໄດ້ວ່າ ມີເດັກ​ຫຼາຍກວ່າ 1 ຄົນ​ໃນຈຳນວນ 4 ຄົນ ແມ່ນ​ຖືກ​ລ່ວງລະເມີດ​ທາງເພດ​ຢູ່​ໃນໂລກ.

ມີ​ຫຼາຍທາງ​ທີ່ເດັກ​ສາມາດ​ຖືກ​ລ່ວງລະເມີດ​ທາງເພດ​ໄດ້​ເຊ່ັນ:

ການ​ລ່ວງລະເມີດ​ໂດຍການ​ສຳຜັດ​ຕົວເດັກ

  • ເພດສຳພັນ​ທາງປາກ (ເມື່ອ​ຜູ້ຊາຍ​ໃຊ້​ອະໄວຍະວະເພດຂອງຕົນ​ໃສ່ເຂົ້າ​ໃນປາກ​ຂອງເດັກ)
  • ການຈູບ ຫຼື ກອດເດັກ​ໃນແບບ​ທີ່ມີ​ລັກສະນະ​ທາງເພດ.
  • ການມີ​ເພດສຳພັນ ຫຼື ການ​ຮ່ວມເພດ​ທາງ​ທະວານໜັກ​ (ເມື່ອ​ຜູ້ຊາຍ​ໃຊ້​ອະໄວຍະເພດ​ຂອງຕົນ​ໃສ່​ເຂົ້າໃນ​ອະໄວ ຍະວະ​ເພດ​ຂອງເ​ດັກຍິງ ຫຼື ທະວານໜັກ​ຂອງເດັກ)
  • ການ​ສຳພັດ​ອະໄວຍະວະ​ເພດ​ຂອງເດັກ ຫຼື ການ​ໃຫ້ເດັກ ສຳຜັດ​ອະໄວຍະວະເພດ​ຂອງ​ຜູ້ໃຫຍ່.
  • ການ​ບັງຄັບ​ໃຫ້ເດັກ​ຄ້າ​ປະເວນີ (ການ​ຫາເງິນ​ຈາກການ ຂາຍຕົວ​ຂອງເດັກ).
A man standing close to a young girl.

ການ​ລ່ວງລະເມີດ​ໂດຍ​ບໍ່ມີການ​ສຳຜັດ​ຕົວເດັກ

  • ການ​ໃຊ້​ຄຳເວົ້າ ຫຼື ຮູບພາບ​ທີ່​ກະ ທົບ​ກະເທືອນ​ເດັກ, ເຮັດ​ໃຫ້ເດັກ​ມີ ຄວາມ​ຕື່ນເຕັ້ນ ຫຼື ເຮັດໃຫ້​ເດັກ​ມີ ຄວາມ​ຊິນເຄີຍ​ກັບ​ເລື່ອງເພດ.
  • ໃຫ້ເດັກ​ໄດ້ຍິນ ຫຼື ເບິ່ງການ​ມີ​ເພດສຳພັນ.
  • ໃຫ້ເດັກ​ຖ່າຍຮູບ​ເປືອຍ.
  • ໃຫ້ເດັກ​ເບິ່ງຮູບ​ລາມົກ.


ຜູ້ທີ່​ລ່ວງລະເມີດ​ເດັກ​ສ່ວນຫຼາຍ​ແມ່ນ​ເປັນ​ຜູ້ຊາຍ ແລະ ເດັກ​ທີ່​ຖືກ​ລ່ວງລະເມີດ​ເກືອບ​ທັງໝົດ ແມ່ນ​ຖືກ​ກະທຳ​ຈາກ​ຄົນ​ທີ່​ພວກເຂົາ​ຮູ້ຈັກ ເຊັ່ນ: ຍາດ​ພີ່ນ້ອງ, ສະມາຊິກ​ໃນຄອບຄົວ, ໝູ່ເພື່ອນ ຫຼື ເພື່ອນບ້ານ. ການ​ລ່ວງລະເມີດ​ທາງເພດ​ເດັກ​ສ່ວນໜ້ອຍ​ທີ່ສຸດ​ທີ່ຈະ​ເກີດຈາກ​ການ​ກະທຳ​ຂອງຄົນ​ແປກໜ້າ. ບາງຄັ້ງ ການ​ລ່ວງລະເມີດ​ດ່ັງກ່າວ​ກິນເວລາ​ດົນ, ບາງເທື່ອ​ເປັນ​ປີໆ​ກໍ່ມີ.