Hesperian Health Guides

ບົດທີ 11: ເຮັດວຽກ​ຮ່ວມກັນ​ເພື່ອຊ່ວຍ​ເດັກ​ທີ່​ຫູໜວກ

ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 11: ເຮັດວຽກ​ຮ່ວມກັນ​ເພື່ອຊ່ວຍ​ເດັກ​ທີ່​ຫູໜວກ

ຢູ່ໃນພາກນີ້:

ຍັງມີ​ຫລາຍ​ວິທີ ທີ່​ບັນດາ​ຊຸມຊົນ​ຕ່າງໆ​ສາມາດ​ເຮັດວຽກ​ຮ່ວມກັນ​ເພື່ອ​ໃຫ້ເດັກ​ທີ່​ຫູໜວກ​ມີຄວາມ​ແຕກຕ່າງ ເພາະ​ພວກເຂົາ​ສາມາດ​ເຮັດ​ໃຫ້​ບັນດາ​ຊຸມຊົນ​ເປັນ​ສະຖານທີ່ ທີ່ດີ​ກວ່າ​ໃຫ້ແກ່​ພວກເດັກ​ທີ່​ຫູໜວກ​ດ້ວຍການ​ຍົກສູງ​ຈິດສຳນຶກ​ໃນຄວາມ​ຕ້ອງການ ແລະ ຄວາມ​ສາມາດ ຂອງເດັກ​ທີ່​ຫູໜວກ ຫຼື ເດັກ​ທີ່​ບໍ່​ໄດ້ຍິນ​ດີ​ຄື​ເດັກ​ທົ່ວໄປ. ບັນດາ​ຊຸມຊົນ​ຕ່າງໆ​ສາມາດ​ຊ່ວຍເຫຼືອ​ຄອບຄົວ​ທີ່ມີ​ເດັກ​ຫູ​ບໍ່ໄດ້​ຍິນ​ດີ​ໄດ້ ແລະ ສາມາດ​ອຳ ນວຍ​ຄວາມ​ສະດວກ​ແກ່ເດັກ​ທີ່​ຫູໜວກ​ໃຫ້ໄດ້​ມີການ​ສຶກສາ​ຄືກັບ​ເດັກ​ອື່ນ​ໄດ້.

ສະພາບ​ຊຸມຊົນ​ຂອງທ່ານ​ເດ​ເປັນແນວໃດ?

ສິ່ງທີ່​ຫລາຍຄົນ​ນັບຖື​ວ່າ​ແມ່ນ​ຊຸມຊົນ​ຂອງ​ຕົນເອງ​ທີ່​ສຳຄັນ​ແມ່ນ​ລວມທັງ​ເພື່ອນບ້ານ ​ໃກ້ຄຽງ​ສະຖານ ທີ່​ຢູ່​ອາໄສ ແລະ ອື່ນໆ ແຕ່ນອກຈາກນີ້ ກໍຍັງມີຫລາຍປະເພດຊຸມຊົນນຳກັນ ເພາະ​ຫລາຍກຸ່ມ​ຄົນ​ກໍ​ສາມາດ​ສະຫນອງ​ການ​ອຸ້ມຊູ​ແກ່ເດັກ​ທີ່​ຫູໜວກ ແລະ ຄອບຄົວ​ຂອງ​ພວກເຂົາ​ໄດ້ ເນື່ອງຈາກ​ວ່າ ຄອບຄົວ​ທີ່ມີ​ລູກ​ເປັນ ຄົນ​ຫູໜວກ​ແມ່ນ​ສັງກັດ​ຢູ່ກັບ​ຊຸມຊົນ​ຫລາຍແບບ​ນີ້ເອງ​ໃນ​ເວລາ​ດຽວກັນ.


Images of the below: examples of community groups.
ຄອບຄົວ​ທີ່ມີ ເດັກ​ຫູໜວກ
ໂຮງຮຽນ
ໂຮງຮຽນ 7
ຄົນທີ່​ຫູໜວກ​ໃນປະ ເທດ​ຂອງທ່ານ
ບ້ານ
ຄົນ​ຫູໜວກ​ມີຢູ່​ທົ່ວໄປ

ບັນດາ​ເດັກນ້ອຍ​ທີ່ຮຽນ ແລະ ຫຼິ້ນ​ນຳກັນ​ກໍ່​ໃຫ້ເກີດ​ເປັນ​ຊຸມຊົນອີກ ແບບໜຶ່ງ​ຂຶ້ນມາ

4 boys playing soccer.

ຕາມ​ທຳມະຊາດ​ແລ້ວ ບັນດາ​ເດັກ​ແມ່ນ​ຢູ່​ນຳ​ສັງຄົມ​ຮ່ວມກັນ ແຕ່​ບັນດາ​ເດັກ​ເຫຼົ່ານີ້ ​ມີຄວາມ​ຕ້ອງ ການ ໃຫ້​ກຳລັງໃຈ ທີ່​ຢາກໃຫ້​ເດັກ​ຄົນອື່ນ​ຈັດ​ພວກເຂົາ​ເຂົ້າກັບ​ສັງຄົມ​ເຖິງ​ແມ່ນວ່າ​ພວກເຂົາ​ຈະມີ​ຄວາມ​ ແຕກຕ່າງ​ຈາກ​ເດັກ​ທົ່ວໄປ ບໍ່ວ່າ​ພວກເຂົາ​ຈະ​ເປັນເດັກ​ຫູໜວກ​ທີ່ມີ​ຈຸດ​ພິເສດ​ທີ່​ແຕກຕ່າງ​ຄົນອື່ນ​ກໍ່ຕາມ ດ່ັງນັ້ນ​ພວກ​ຜູ້ໃຫຍ່ ແລະ ເດັກ​ທີ່​ອາຍຸ​ແກ່ກວ່າ​ສາມາດ ຊ່ວຍ​ໃຫ້ເດັກ​ເຫຼົ່ານີ້​ໄດ້​ຮຽນຮູ້​ການ​ນັບຖື​ເຊິ່ງກັນ ແລະ ກັນ ແລະ ສາມາດ​ພັດທະນາ​ຄຸນນະພາບ​ຕົນເອງ​ໃຫ້ດີ​ດັ່ງຄວາມ​ອົດທົນ, ຄວາມ​ຍຸຕິທຳ ແລະ ການ​ດູແລ​ເບິ່ງ ແຍງ​ຊຶ່ງກັນ ແລະ ກັນ. ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນບົດທີ10.

ບັນດາ​ຄົນ​ຫູໜວກ​ປະກອບ​ເປັນ​ຊຸມຊົນ

ໃນ​ບາງຄັ້ງ​ບັນດາ​ຄົນ​ຫູໜວກ​ຮູ້ສຶກ​ວ່າ​ບໍ່ມີ​ໃຜ​ສົນໃຈ ໃນ​ສະຫວັດດີພາບ​ຂອງ​ພວກເຂົາ​ເພາະ​ໃນຫຼາຍ​ຊຸມຊົນ​ນັ້ນ ພວກທີ່​ຫູໜວກ ຫຼື ຫູບໍ່​ໄດ້ຍິນດີ​ຖືກ​ປະປ່ອຍ​ຈາກ ຄົນ​ໃຈ​ຄອບຄົວ​ຈາກ​ພີ່ນ້ອງ​ຈາກ​ເພື່ອນບ້ານ​ໃກ້ຄຽງ ແລະ ຈາກ​ບັນດາ​ຄົນ​ອື່ນໆ​ໃນ​ສັງຄົມ ໂດຍ​ສະເພາະ ແມ່ນ​ຜູ້ ທີ່​ບໍ່​ສາມາດ​ສື່​ສຳພັນ​ກັບ​ພວກເຂົາ​ໄດ້. ບາງຄັ້ງ​ພວກເຂົາ​ກໍ່​ຖືກ​ຫົວເຢາະເຢີ້ຍ ແລະ ມີການ​ຢອກກວນ ພວກເຂົາ​ດ້ວຍ​ເຫດນີ້​ຜູ້ທີ່​ເປັນ​ພໍ່​ແມ່​ພວກເຂົາ​ກໍ່​ລຳບາກ​ໃຈ​ເມື່ອ​ເຫັນ​ລູກໆ​ຂອງ​ພວກເຂົາ​ຖືກ​ເຢາະເຢີ້ຍ​ຈາກ​ຄົນອື່ນ. ໂດຍ​ທົ່ວໄປ​ແລ້ວ​ພວກທີ່​ຫູໜວກ​ມັກມີ ບັນຫາ​ຄ້າຍໆ​ກັນ ແລະ ພວກເຂົາ​ມີ​ໂອກາດ​ໜ້ອຍ​ທີ່ສຸດ​ໃນ​ສັງຄົມ​ທົ່ວໄປ.

A woman signing to a man and small girl.
ໂອ, ຂ້ອຍຮູ້. ຂ້ອຍ​ຄືກັນ!
ບ່ອນໃດ​ກໍ່ຕາມ​ຈະມີ​ຄົນ​ຫູ ໜວກ 2 ຄົນ ຫຼື ຫຼາຍກວ່າ ນັ້ນ​ຢູ່ນຳກັນ, ມີ​ຊຸມຊົນ​ໜຶ່ງ ສ້າງ​ປະສົບການ​ທຳມະດາ ຂອງການ​ເປັນ​ຫູໜວກ.

ບັນດາ​ພວກ​ຫູໜວກ​ຈະ​ຮູ້ສຶກ​ໃກ້ຊິດ​ກັບ​ບັນດາ​ຜູ້ທີ່​ຫູໜວກ​ນຳກັນ ເພາະ​ພວກເຂົາ​ປະເຊີນ​ກັບ​ບັນຫາ ທີ່​ຄ້າຍຄືກັນ ແລະ ພວກເຂົາ​ກໍ່​ມີສ່ວນ​ປະກອບ​ທີ່​ຄືກັນ​ໃນການ​ສື່​ສຳພັນ​ກັນ​ໄດ້ ດັ່ງ​ພວກເຂົາ​ຈະໃຊ້​ພາສາ​ສັນຍານ (ພາສາ​ມື).

ບໍ່ວ່າ​ພວກເຂົາ​ຈະຢູ່​ໃກ້ກັນ ຫຼື ໄປມາ​ຫາ​ສູ່ກັນ ພວກເຂົ​າສ້າງ​ຄວາມ​ສຳຄັນ​ຊຶ່ງກັນ ແລະ ກັນ​ໄດ້​ດີກວ່າ ເພາະ​ພວກເຂົາ​ຈະເຫັນ​ພວກ​ຫູໜວກ​ນຳກັນ​ເປັນ​ເພື່ອນມິດ​ທີ່​ໃຫ້​ຄວາມສຸກ ແລະ ໃຫ້ການ​ປຶກສາ​ຫາລື​ກັນໄດ້. ເມື່ອໃດ​ພວກເຂົາ​ມາ​ພົບກັນ​ພວກເຂົາ​ກໍ່​ກາຍເປັນ​ກຸ່ມກ້ອນ​ຄົນ​ໃນ​ສັງຄົມ​ທີ່​ເຂັ້ມແຂງ​ຂຶ້ນມາ. ການ​ກໍ່ຕັ້ງ​ກຸ່ມ​ຄົນ​ແບບນີ້​ຈະມີ​ໄດ້​ໃນເມື່ອ​ມີ​ໂຮງຮຽນ​ສຳລັບ​ຄົນ​ຫູໜວກ ເພາະ​ພວກ​ເດັກ​ຫູໜວກ​ສຶກສາ​ຮ່ຳຮຽນ ແລະ ຈະ​ເຕີບໃຫຍ່​ມາ​ນຳກັນ. ພວກເຂົາ​ອາດມາ​ລວມກັນ​ໃນ​ສະໂມສອນ, ເຮັດວຽກ​ແບບ​ລວມໝູ່ ຫຼື ເຮັດວຽກ​ກັບ​ອົງການ​ຈັດຕັ້ງ​ທາງ​ສາສະໜາ.

ພວກ​ຫູໜວກ​ທີ່​ໃຫຍ່​ແລ້ວ ສາມາດ​ຊ່ວຍເຫຼືອ​ຄອບຄົວ​ທີ່​ລ້ຽງລູກ​ເປັນເດັກ​ຫູໜວກ ໄດ້​ຫຼາຍ​ແນວ ເພາະ​ພວກເຂົາ​ສາມາດ​ຮູ້ເຖິງ​ຄວາມ​ຕ້ອງການ​ຂອງເດັກ ແລະ ຮູ້ເຖິງ​ສິ່ງ​ທ້າທາຍ​ຕ່າງໆ​ທີ່​ຄອບຄົວ​ມີລູກ​ເປັນຄົນ​ຫູໜວກ​ໄດ້ຮັບ.

ຄົນ​ຫູດີ​ທີ່​ຍອມຮັບ​ຄົນ​ຫູໜວກ​ສາມາດ​ເຮັດ​ໃຫ້​ຊຸມຊົນ​ເຂົ້າກັນ​ໄດ້

ບັນດາ​ຄົນ​ຫູດີ​ຫຼາຍຄົນ​ທີ່​ຮັບຮູ້​ເຖິງ​ຄຸນຄ່າ​ຂອງ​ມິດຕະພາບ​ກັບຄົນ​ຫູໜວກ ສາມາດ​ເຮັດໃຫ້ສັງ​ຄົມມີ ​ຄວາມໝາຍ ເພາະ​ພວກເຂົາ​ອາດ​ມີເພື່ອນ ຫຼື ໄດ້​ເຮັດວຽກ​ກັບເພື່ອນ​ທີ່​ເປັນຄົນ​ຫູໜວກ ຫຼື ອາດ​ມີ​ສະມາຊິກ​ຄອບຄົວ​ທີ່ມີ​ລູກ​ເປັນຄົນ​ຫູ​ບໍ່ດີ. ຜູ້​ທີ່ມີ​ຄວາມ​ຈິງໃຈ​ພົວພັນ ກັບຄົນ​ຫູໜວກ​ໂດຍ​ເຈດຕະນາ​ດີ ສາມາດ​ສ້າງ​ສະພາບ​ແຫ່ງຄວາມ​ເຂົ້າໃຈ​ກັບຄົນ​ຫູໜວກ​ໄດ້ ເພາະ​ຖ້າ​ຄົນ​ຫູດີ​ຫາກ​ສາມາດ​ໃຊ້​ພາສາ​ມື​ໄດ້ ພວກເຂົາ​ກໍ​ສາມາດ​ຊ່ວຍ​ຄົນ​ຫູໜວກ ແລະ ສາມາດ​ຊ່ວຍ​ເດັກ​ທີ່​ຫູໜວກ​ໄດ້​ບຸກບືນ ແລະ ຕໍ່ສູ້​ໄດ້.


ໂຈເຊັບ ແລະ ກອງ​ຮ້ອງເພງ​ໝູ່

A man in front of a line of men, women and children facing him and signing.

ໂຈເຊັບ​ເປັນ​ຊາຍໜຸ່ມ​ຜູ້ໜຶ່ງ​ຈາກ​ໄຮຕີ ຊຶ່ງ​ສາມາດ​ໄດ້ຍິນ ແລະ ຮຽນ​ພາສາ​ມື ຈາກ​ໂຮງຮຽນ​ທີ່່ຢູ່​ໃກ້ບ້ານ​ຂອງລາວ. ໂຈເຊັບ​ມີເພື່ອນ​ທີ່​ເປັນຄົນ​ຫູໜວກ​ໃນເມືອງ​ຂອງລາວ ແລະ ພວກເຂົາ​ໄດ້​ຊຸກຍູ້​ໃຫ້​ໂຈເຊັບ​ອາສາສະໝັກ​ໄປຊ່ວຍ​ທາງໂບດ ທີ່​ຈັດຕັ້ງ​ການ​ສວດມົນ​ໃຫ້ແກ່​ຄົນ​ຫູໜວກ.

ດັ່ງນັ້ນ, ໂຈເຊັບ​ຈຶ່ງ​ພະຍາຍາມ​ຮຽນແປ​ບົດ​ສວດມົນ​ຈາກ​ພາສາ​ເວົ້າ​ມາເປັນ​ພາສາ​ມື ເມື່ອລາວ​ໄດ້ມີ​ສ່ວນ​ກັບ​ທາງໂບດ​ຫຼາຍຂຶ້ນ ລາວກໍ່​ໄດ້ສອນ​ຊາວໜຸ່ມ​ຫູໜວກ​ໃຫ້ໃຊ້​ພາສາ​ມື ​ແລະ ໃຫ້​ຮ້ອງເພງ​ອອກມາ​ເປັນ​ພາສາ​ເວົ້າ​ທີ່ໃຊ້​ໃນໂບດ. ຈາກນັ້ນ ມາ​ກອງ​ຮ້ອງເພງ​ຄົນ​ຫູໜວກ ກໍ່ໄດ້​ຮ້ອງເພງ ອອກມາ​ເປັນ​ສຽງດັງ ແລະ ໃຊ້​ພາສາ​ມື​ໄປພ້ອມກັນ ໃນຂະນະ​ຮ້ອງເພງ.


ດຽວນີ້ ໂຈເຊັບ ແລະ ກອງ​ຮ້ອງເພງ​ຄົນ​ຫູໜວກ ໄດ້​ຂ່ີລົດ​ອອກໄປ​ນອກເມືອ​ໃນເຂດ​ໄຮຕີ ແລະ ບ່ອນນີ້​ເອງ​ພວກເຂົາ​ໄດ້​ຮ້ອງເພງ ຮ່ວມກັນ​ໃນໂບດ​ຊົນນະບົດ​ຫລາຍແຫ່ງ ຈາກນັ້ນ​ມີຄົນ​ຫລາຍຄົນ​ມາຫາ​ໂຈເຊັບ ແລະ ຖາມເຖິງ​ຄວາມ​ເປັນມາ​ຂອງ​ກອງ​ຮ້ອງເພງ​ຄົນ​ຫູໜວກ ແລ້ວ​ພວກເຂົາ​ກໍ່ໄດ້​ເລົ່າເລື່ອງ​ເດັກ ຫູໜວກ​ພາຍໃນ​ຄອບຄົວ​ໃຫ້​ຟັງ.


ໂຈເຊັບ​ໄດ້ຖື​ໂອກາດ​ນີ້​ເວົ້າເຖິງ​ໂຄງການ​ຊ່ວຍ​ຄົນ​ຫູໜວກ​ໃນເມືອງ​ແຫ່ງໜຶ່ງ ແລະ ລາວ​ກໍ່ໄດ້​ເວົ້າເຖິງ ໂຮງຮຽນ​ກິນນອນ ສຳລັບ​ຄົນ​ຫູໜວກ​ສຳລັບ​ເດັກ​ອາຍຸ​ແກ່​ໃນເມືອງ ຂອງລາວ​ໃຫ້ຟັງ.


ການທີ່​ໂຈເຊັບ​ນຳເອົາ​ເດັກ​ຫນຸ່ມ​ຫູໜວກ​ອອກສູ່​ບັນດາ​ໂບດ​ໃນເຂດ​ຊົນນະບົດ​ເທື່ອນີ້ ເຂົາ​ສາມາດ​ເຊື່ອມ​ສຳພັນ​ໃຫ້ຄົນ​ຫູດີ ແລະ ຄົນ​ຫູໜວກ​ເຂົ້າ​ຫາກັນ​ໄດ້​ຫລາຍຂຶ້ນ.