Hesperian Health Guides
“ທັກສະທາງສັງຄົມ” ຂອງຊຸມຊົນ
ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 10: ທັກສະທາງສັງຄົມ > “ທັກສະທາງສັງຄົມ” ຂອງຊຸມຊົນ
![A group of boys and girls playing together while 3 adults look on.](https://pool.hesperian.org/w/images/thumb/5/50/HCWD_Ch10_Page_138-2.png/260px-HCWD_Ch10_Page_138-2.png)
ເມື່ອພວກເຮົາສອນໃຫ້ເດັກທົ່ວໄປສ້າງເພື່ອນມິດກັບເດັກຫູໜວກ ແລະ ໃຫ້ຄວາມເຄົາລົບແກ່ຄົນ ອື່ນໆທີ່ແຕກຕ່າງຈາກພວກເຂົາ ໝາຍຄວາມວ່າ ພວກເຮົາກຳລັງສອນ ໃຫ້ເດັກເຫຼົ່ານັ້ນ ຮູ້ຄຸນຄ່າຂອງຄວາມເຫັນອົກເຫັນໃຈ, ຮູ້ວ່າການຊ່ວຍເຫຼືອຄົນອື່ນ ແມ່ນຄວາມຮັບຜິດຊອບຂອງໝົດທຸກຄົນ.
ແຕ່ພວກເຮົາເຮັດຕ້ອງເຮັດຕາມຄຳແນະນຳທີ່ໃຫ້ພວກເຂົາ ແລະ ສ້າງແບບຢ່າງ ໂດຍການ ກະທຳຂອງເຮົາ! ຖ້າເດັກພວກນີ້ເຫັນພວກເຮົາເມີນເສີຍ ຫຼື ປະຕິເສດກຸ່ມຄົນທີ່ມີຄວາມສາມາດແຕກຕ່າງ, ຜູ້ຊຶ່ງເບິ່ງແຕກຕ່າງ ຫຼື ທຸກຈົນ, ພວກເຂົາຈະຮຽນບົດຮຽນທີ່ກົງກັນຂ້າມ ກັບສິ່ງທີ່ພວກເຮົາໄດ້ສອນເຂົາເຈົ້າ.
![A man signing.](https://pool.hesperian.org/w/images/thumb/6/6b/HCWD_Ch10_Page_138-3.png/345px-HCWD_Ch10_Page_138-3.png)
ຖ້າພວກເຮົາຕ້ອງການໃຫ້ເດັກຮຽນຮູ້ການໃຫ້ຄວາມເຄົາລົບແກ່ຕົນເອງ ແລະ ຄົນອື່ນ, ພວກເຂົາຕ້ອງໄດ້ເຫັນສິ່ງທີ່ດີງາມເຫຼົ່ານີ້ ຖືກກະທຳຢ່າງແທ້ຈິງຈາກພວກເຮົາ, ພວກເຮົາເອງຄວນສະແດງຄວາມເຄົາ ລົບໃຫ້ແກ່ທຸກໆຄົນທີ່ມີຄວາມແຕກຕ່າງ. ທຸກຄົນຕ້ອງຮ່ວມມືກັນສ້າງຊຸມຊົນ ເພື່ອຕ້ອນຮັບ ແລະ ສະໜັບສະໜູນທຸກໆຄົນ ແລະ ປະພຶດຕາມສິ່ງທີ່ດີງາມ ເຊິ່ງມີຄວາມສຳຄັນສຳລັບພວກເຮົາທຸກໆຄົນ.