Hesperian Health Guides
ວິທີກະຕຸ້ນໃຫ້ເດັກພັດທະນາທັກສະທາງສັງຄົມ
ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 10: ທັກສະທາງສັງຄົມ > ວິທີກະຕຸ້ນໃຫ້ເດັກພັດທະນາທັກສະທາງສັງຄົມ
ຊ່ວຍໃຫ້ລູກຂອງທ່ານໄດ້ຮູ້ຈັກກັບຜູ້ໃຫຍ່ ຜູ້ຊຶ່ງຫູໜວກ ຫຼື ບໍ່ສາມາດໄດ້ຍິນດີ. ນີ້ຊ່ວຍໃຫ້ເດັກຮຽນຮູ້ວ່າຜູ້ໃຫຍ່ ຜູ້ຊຶ່ງບໍ່ສາມາດໄດ້ຍິນ ກໍ່ສາມາດປະສົບຜົນສຳເລັດໄດ້ ແລະ ຈະຊ່ວຍໃຫ້ເຂົາສ້າງຄວາມໝັ້ນໃຈ ແລະ ຄວາມຮູ້ສຶກນັບຖືຕົນເອງ. ຖ້າເດັກໄດ້ເຫັນການຮ່ວມມື, ການຖາມຄຳຖາມ, ການຕອບສະໜອງ ແລະ ການສະແດງອອກທາງຄວາມຮູ້ສຶກຂອງພວກເຂົາ ເຂົາຈະຮຽນຮູ້ລະບຽບຂອງສັງຄົມ ແລະ ພັດທະນາທັກສະທາງສັງຄົມ.
ກະຕຸ້ນໃຫ້ເດັກມີຄວາມຮັບຜິດຊອບ ແລະ ເປັນເຈົ້າຕົນເອງ.
ໃຫ້ເດັກຮັບຮູ້ເຖິງທັກສະທີ່ເຂົາມີ ເຊິ່ງເປັນ ສິ່ງທີ່ມີຄຸນຄ່າ ແລະ ເປັນປະໂຫຍດຕໍ່ຊຸມຊົນ. ສະໜັບສະໜູນໃຫ້ເດັກພັດທະນາທັກສະ ເຫຼົ່ານີ້ໃຫ້ຫຼາຍຂຶ້ນຕື່ມ.
ເນື້ອໃນ
ຊ່ວຍໃຫ້ເດັກສື່ສານຄວາມຮູ້ສຶກຂອງຕົນ
ເດັກທີ່ບໍ່ສາມາດເວົ້າກ່ຽວກັບຄວາມຮູ້ສຶກຂອງຕົນບໍ່ມີທາງເລືອກອື່ນໃນການສະແດງອອກທາງຄວາມຮູ້ສຶກ ເວັ້ນແຕ່ການກະທຳມັນອອກມາແທນ. ເຂົາອາດຈະຕີ, ແຂກຮ້ອງ ຫຼື ເຕະເມື່ອຮູ້ສຶກບໍ່ມີທາງລະບາຍ ຫຼື ໃຈຮ້າຍຍ້ອນເຂົາບໍ່ມີທາງອື່ນເພື່ອສະແດງອອກຄວາມຮູ້ສຶກ ຂອງຕົນ. ຖ້າຫາກລູກຂອງທ່ານຮູ້ສຶກບໍ່ມີທາງອອກ, ປະພຶດບໍ່ສຸພາບ ຫຼື ໃຈຮ້າຍ. ທ່ານຕ້ອງໄດ້ຊ່ວຍໃຫ້ເຂົາຮຽນຮູ້ວິທີສະແດງອອກທາງຄວາມ ຮູ້ສຶກໂດຍຮູບແບບອື່ນ.
ຊອກຫາໂອກາດເພື່ອສອນໃຫ້ເດັກຮູ້ຈັກສັນຍະລັກ ແລະ ຄຳສັບສຳລັບອາລົມທີ່ຮຸນແຮງນີ້ຈະຊ່ວຍໃຫ້ເດັກຮູ້ ແລະ ເຂົ້າໃຈອາລົມຂອງຕົນເອງ. ເມື່ອເຂົາມີຄວາມເຂົ້າໃຈແລ້ວ, ເດັກຈະສາມາດເວົ້າ ແລະ ໃຊ້ພາສາມືກ່ຽວກັບອາລົມຂອງຕົນໄດ້ງ່າຍຂຶ້ນ ແທນທີ່ຈະສະແດງອອກໂດຍ ຜ່ານການກະທຳ.
ໃຫ້ລາງວັນສຳລັບພຶດຕິກຳທີ່ດີ
ເມື່ອເດັກປະພຶດຕົວດີ, ເຂົາກໍ່ຈະຖືກປະຕິບັດຢ່າງດີຈາກຄົນອ້ອມຂ້າງຄືກັນ. ເມ່ືອລູກ ຂອງທ່ານປະ ພຶດດີຄຳຮູ້ ຈົ່ງຍ້ອງຍໍເຂົາ. ເດັກນ້ອຍຕ້ອງການຄວາມຮັກ ແລະ ການຍອມຮັບ ຈາກພໍ່ແມ່ ແລະ ຄົນອື່ນໆ ແລະ ເດັກກໍ່ຈະປະຕິບັດຕົວຄືເກົ່າເລື້ອຍໆ ເພາະຈະເຮັດໃຫ້ໄດ້ຮັບ ຄຳຍ້ອງຍໍ ແລະ ຄວາມສົນໃຈຈາກຄົນອື່ນ. ຈົ່ງກອດ ແລະ ສະແດງຄວາມຮັກຈັກ 2-3 ເທື່ອໃນ ແຕ່ລະມື້ ເຊິ່ງເປັນວິທີທີ່ດີ ທີ່ສຸດສຳລັບການກະຕຸ້ນໃຫ້ເດັກປະພຶດດີ.
ການສອນເດັກຫູໜວກໃຫ້ປະພຶດຕົວດີເປັນເລື່ອງທີ່ຕ້ອງໃຊ້ຄວາມອົດທົນ ແລະ ຄວາມພາກພຽນ ແຕ່ເມື່ອໃດທີ່ເດັກເລີ່ມພັດທະນາທັກສະທາງສັງຄົມ ແລະ ປະພຶດຕົວດີແລ້ວ, ຈະເຮັດໃຫ້ເດັກສາມາດສ້າງເພື່ອນໃໝ່ໄດ້ງ່າຍ, ເຂົ້າຮ່ວມກັບຊຸມຊົນ ແລະ ໄປເຂົ້າໂຮງຮຽນໄດ້.
- ຍ້ອງຍໍເດັກເມື່ອເດັກເຮັດສິ່ງໃດໜຶ່ງດີ.
- ຍ້ອງຍໍພຶດຕິກຳທີ່ດີ ບໍ່ແມ່ນພຶດຕິກຳທີ່ກໍ່ ບັນຫາຍິ້ມໃຫ້ເດັກ ແລະ ລູບຄຳດ້ວຍການ ຮັກເມື່ອທ່ານມັກໃນສິ່ງທີ່ເຂົາກຳລັງເຮັດຢູ່.
ມີຫຼາຍເທື່ອທີ່ເດັກຍັງສືບຕໍ່ພຶດຕິກຳທີ່ເປັນບັນຫາ ຍ້ອນເຂົາຄິດວ່າມັນຊ່ວຍໃຫ້ເຂົາໄດ້ ໃນສິ່ງທີ່ຕ້ອງການ. ຍົກຕົວຢ່າງ:
ໄຊ ຖືກປ່ອຍໃຫ້ຫຼິ້ນຢູ່ຄົນດຽວ ເຂົາພະຍາຍາມຮຽກຮ້ອງ ໃຫ້ແມ່ມາຫຼິ້ນກັບເຂົາ. | ເມື່ອແມ່ບໍ່ສົນໃຈ ເຂົາກໍ່ເລີ່ມ ຮ້ອງ ໂວຍວາຍ. ແມ່ຂອງເຂົາ ຈິ່ງມາເບິ່ງວ່າ ແມ່ນຫຍັງ. | ຕອນນີ້ໄຊ ໄດ້ຮັບຄວາມສົນ ໃຈຢ່າງສົມບູນ. |
ແມ່!
|
ໂອ້, ໂວ້!
ໄຊ ຢຸດແມ໊!
|
ເປັນຫຍັງ, ໂອ້ ໄຊ? ແມ່ຢູ່ນີ້ແລ້ວ.
|
ບໍ່ໃຫ້ຄວາມສົນໃຈເມື່ອ ໄຊກຳລັງປະພຶດດີ... | ແລະ ຜັດໃຫ້ຄວາມສົນໃຈ ເມື່ອ ເຂົາເລີ່ມຮ້ອງໂວຍວາຍ | ສະໜັບສະໜູນພຶດຕິກຳບໍ່ດີ. |
ຄວນໃຫ້ຄວາມສົນໃຈແກ່ເດັກ ເມື່ອເຂົາປະພຶດດີ ແລະ ປະຕິເສດພຶດຕິກຳທີ່ບໍ່ດີ. ທ່ານຈະສອນໃຫ້ເຂົາຮູ້ວ່າການປະພຶດຕົວບໍ່ດີບໍ່ຊ່ວຍໃຫ້ເຂົາໄດ້ໃນສິ່ງທີ່ຕ້ອງການ. ຍົກຕົວຢ່າງ ແມ່ຂອງໄຊໄດ້ຮຽນຮູ້ແລ້ວວ່າ:
ລູກກຳລັງຊິຊ່ວຍ ແມ່ແຕ່ງກິນບໍ?
|
ໂອໂອ້! ໂວ້ໂວ້! |
ເປັນເດັກດີລະເດ... |
ໃຫ້ຄວາມສົນໃຈເມື່ອໄຊ ປະພຶດຕົວດີ... | ປະຕິເສດພຶດຕິກຳທີ່ບໍ່ ດີເມື່ອເຂົາຮ້ອງໂວຍວາຍ... | ສະໜັບສະໜູນພຶດ ຕີກຳທີ່ດີ. |
ໃຫ້ເດັກຮູ້ວ່າ “ຍ້ອນຫຍັງ”
ເດັກຈະເຮັດສິ່ງໃດໜຶ່ງທີ່ທ່ານ ບອກງ່າຍຂຶ້ນ ຖ້າພວກເຂົາຮູ້ວ່າ “ຍ້ອນຫຍັງ” ຈິ່ງຕ້ອງເຮັດ ແຕ່ເນື່ອງຈາກວ່າເດັກນ້ອຍໆ ທີ່ບໍ່ສາມາດໄດ້ຍິນດີນັ້ນ ຍັງບໍ່ຮູ້ຈັກຄຳສັບ ຫຼື ສັນຍະລັກຫຼາຍພໍທີ່ຈະ ເຂົ້າໃຈຄວາມ ໝາຍ “ຍ້ອນຫຍັງ” ຈິ່ຕ້ອງເຮັດ. ຈິ່ງຕ້ອງເຮັດ. ພໍ່ແມ່ຈິ່ງພຽງແຕ່ບອກສິ່ງ ທີ່ພວກເຂົາຕ້ອງເຮັດເທົ່ານັ້ນ. ເມື່ອເດັກບໍ່ເຂົ້າໃຈວ່າຍ້ອນຫຍັງຈິ່ງເຮັດສິ່ງນັ້ນ ພວກເຂົາກໍ່ຈະຮູ້ສຶກສັບສົນ.
ເຮັດໃຫ້ການປ່ຽນແປງງ່າຍຂຶ້ນ
ການປ່ຽນແປງ (ການປ່ຽນແປງຈາກກິດຈະກຳນີ້ໄປສູ່ກິດຈະກຳໃໝ່) ອາດເປັນເລື່ອງທີ່ຫຍຸ້ງຍາກສຳ ລັບເດັກ. ພວກເຂົາອາດຮູ້ສຶກໂສກເສົ້າ ເມື່ອຕ້ອງຍ້າຍຈາກເຮືອນຫຼັງນີ້ໄປເຮືອນຫຼັງໃໝ່ ຫຼື ຕ້ອງຢຸດຫຼິ້ນເພື່ອໄປອາບນ້ໍາ. ພວກເຂົາຍັງຕ້ອງໄດ້ທຳຄວາມລຶ້ງເຄີຍກັບກິດຈະກຳປະຈຳວັນ. ເດັກອາດຕ້ອງໄດ້ຝຶນເຮັດກິດ ຈະກຳວັດປະຈຳວັນຢູ່ທຸກໆມື້ ຈົນພວກເຂົາຮັບຮູ້ວົງຈອນຂອງ ກິດຈະກຳປະຈຳວັນ ແລະ ລຶ້ງເຄີຍກັບມັນ ແລະ ເມື່ອໃດພວກເຂົາລຶ້ງເຄີຍກັບກິດຈະກຳປະຈຳວັນນັ້ນແລ້ວ, ພຽງແຕ່ການປ່ຽນແປງເລັກນ້ອຍຂອງກິດຈະກຳດັ່ງກ່າວກໍ່ຈະເຮັດໃຫ້ພວກເຂົາຮູ້ສຶກ ບໍ່ປອດໄພໂລດ.
ເດັກຈະສາມາດຍອມຮັບການປ່ຽນແປງ ໄດ້ງ່າຍຂຶ້ນ ຖ້າພວກເຂົາສາມາດຮູ້ໄດ້ວ່າແມ່ນຫຍັງຈະເກີດຂຶ້ນ ຮູບພາບສາມາດຊ່ວຍທ່ານສື່ສານກັບເດັກ ກ່ຽວກັບການປ່ຽນແປງໄດ້. ຍົກຕົວຢ່າງ. ຖ້າເດັກກຳລັງຫຼິ້ນຢູ່ ແລະ ຮອດເວລາອາບນ້ໍາແລ້ວ ທ່ານສາມາດນຳເອົາຮູບຂອງເຂົາທີ່ກຳລັງອາບນ້ໍາມາໃຫ້ເບິ່ງ. ການສົນທະນາກ່ຽວກັບ ສິ່ງທີ່ຮູບສື່ອອກມາຊ່ວຍໃຫ້ເດັກມີໂອກາດກະກຽມຕົວສຳລັບການປ່ຽນແປງ ແລະ ເຮັດໃຫ້ການປ່ຽນແປງເປັນໄປໄດ້ງ່າຍຂຶ້ນສຳລັບທ່ານ ແລະ ຕົວເດັກ.
ຖ້າທ່ານໄດ້ອະທິບາຍເຖິງສະຖານທີ່ ທີ່ທ່ານກຳລັງຈະໄປໃຫ້ເດັກຮູ້, ຈະເຮັດໃຫ້ການອອກໄປຂ້າງນອກຂອງທ່ານງ່າຍຂຶ້ນ. ຕົວຢ່າງ, ເອົາກະຕ່າໃຫ້ເດັກເບິ່ງເພື່ອໃຫ້ເຂົາເຂົ້າໃຈວ່າ ທ່ານກຳລັງຈະໄປຕະຫຼາດ.
ຈົ່ງຈື່ວ່າການປ່ຽນແປງຈະເຮັດໄດ້ງ່າຍຂຶ້ນເມື່ອເດັກໃຫຍ່ຂຶ້ນ.
ຊ່ວຍໃຫ້ລູກຂອງທ່ານຮຽນຮູ້ການຕັດສິນໃຈ
ສິ່ງສຳຄັນສິ່ງໜຶ່ງທີ່ເດັກນ້ອຍຕ້ອງໄດ້ຮຽນ ຄືຮຽນຮູ້ການຕັດສິນໃຈທີ່ດີ. ຖ້າທ່ານ ແລະ ຄົນອື່ນໆ ເປັນ ຜູ້ບອກເຂົາໃຫ້ເຮັດສິ່ງຕ່າງໆ ຕະຫຼອດເວລາ ເດັກຈະບໍ່ສາມາດຮຽນຮູ້ການຕັດສິນໃຈ.
ຄວາມສາມາດຕັດສິນໃຈໄດ້ດີຊ່ວຍ ໃຫ້ເດັກກາຍເປັນຄົນທີ່ມີຄວາມໝັ້ນໃຈ. ຄວາມໝັ້ນໃຈຊ່ວຍໃຫ້ເດັກເຂົ້າຮ່ວມກິດຈະກຳພາຍໃນຊຸມຊົນ ແລະ ມີຊີວິດທີ່ດີຂຶ້ນ. ເມື່ອມີໂອກາດ ຈົ່ງກະຕຸ້ນໃຫ້ເດັກຕັດສິນໃຈເລືອກສິ່ງຂອງທີ່ມີ ຜົນຕໍ່ເຂົາ. ຕົວຢ່າງ, ໃນບາງໂອກາດເຂົາສາມາດເລືອກຂອງກິນ ຫຼືເຄື່ອງດື່ມ, ເລືອກເຄື່ອງນຸ່ງ, ເລືອກເວລາເຂົ້ານອນ ແລະ ເລືອກວ່າຈະເຮັດຫຍັງເອງ.
ຖ້າເດັກຫູໜວກຕ້ອງການຢາກຕັດສິນໃຈ ແຕ່ບໍ່ສາມາດບອກທ່ານໄດ້ວ່າແມ່ນຫຍັງທີ່ເຂົາຕ້ອງການ ແລະ ມັກ, ໃຫ້ທ່ານລອງຖາມ ຄຳຖາມ ເພື່ອຊ່ວຍໃຫ້ເດັກສື່ສານສ່ິງທີ່ເຂົາຕ້ອງການຢາກເຮັດ.