Hesperian Health Guides
ວິທີຈັດການກັບພຶດຕິກຳຂອງເດັກ
ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 10: ທັກສະທາງສັງຄົມ > ວິທີຈັດການກັບພຶດຕິກຳຂອງເດັກ
ຜູ້ເປັນພໍ່ ແລະ ແມ່ຄວນເອົາໃຈໃສ່ຕໍ່ພຶດຕິກຳຂອງເດັກຫູໜວກ ຫຼື ເດັກທີ່ມີບັນຫາໃນການໄດ້ຍິນ ມັນໃຊ້ຄວາມອົດທົນພໍສົມຄວນໃນການທຳຄວາມເຂົ້າໃຈຕໍ່ສິ່ງທີ່ເດັກກຳລັງສື່ສານອອກມາຜ່ານພຶດຕິກຳຂອງລາວ ແລະ ກໍ່ໃຊ້ຄວາມອົດທົນເຊັ່ນກັນ ເພື່ອໃຫ້ທ່ານສື່ສານສິ່ງທີ່ທ່ານຄາດຫວັງໃຫ້ເດັກປະພຶດ.
ຍ້ອນວ່າ ມີນາບໍ່ສາມາດໄດ້ຍິນດີ, ລາວຈິ່ງຕົກໃຈເມື່ອແມ່ຕູ້ຂອງລາວຊວນລາວກັບເຮືອນ. ເໝືອນກັບມີນາ, ເດັກຫູໜວກຄົນອື່ນກໍ່ປະ ສົບພົບພ້ໍກັບເຫດການທີ່ບໍ່ຄາດຝັນຢູ່ຕະຫຼອດເວລາ.
ໃນໄລຍະອາຍຸຍັງນ້ອຍເດັກທີ່ສາມາດໄດ້ຍິນຮຽນຮູ້ພຶດຕິກຳທີ່ດີຢ່າງງ່າຍດາຍກວ່າເດັກຜູ້ຊຶ່ງບໍ່ສາ ມາດໄດ້ຍິນ. ເດັກນ້ອຍອາດໃຊ້ເວລາດົນໃນການປະຕິເສດ ສິ່ງທີ່ພໍ່ແມ່ຕ້ອງການໃຫ້ເຮັດພຶດຕິກຳດັ່ງກ່າວແມ່ນສ້າງຄວາມຫຍຸ້ງຍາກໃຫ້ແກ່ຄອບຄົວຂອງເດັກ. ແຕ່ກໍ່ເປັນເລື່ອງປົກກະຕິ ແລະ ທຳມະດາທີ່ຈະເຮັດບໍ່ສົນໃຈເມື່ອເດັກຮຽນຮູ້ການຄວບຄຸມຕົນເອງໄດ້ດີຂຶ້ນແລ້ວ.
ມັນເປັນເລື່ອງທີ່ຍາກຂຶ້ນຕື່ມສຳລັບເດັກທີ່ ບໍ່ສາມາດໄດ້ຍິນ ໃນການຮຽນຮູ້ການຄວບຄຸມຕົນເອງ. ເມື່ອພວກເຮົາບໍ່ສາມາດສື່ສານກັບເດັກຫູໜວກໄດ້, ເດັກນ້ອຍກໍ່ຈະຮູ້ສຶກສິ້ນຫວັງ, ໂສກເສົ້າ ຫຼື ໃຈຮ້າຍ. ພວກເຂົາບໍ່ເຂົ້າໃຈວ່າ ເປັນຫຍັງຕ້ອງເຮັດສິ່ງນັ້ນສິ່ງນີ້ ຫຼື ແມ່ນຫຍັງທີ່ກຳລັງເກີດຂຶ້ນຢູ່ອ້ອມຂ້າງພວກເຂົາ.
ເນື້ອໃນ
ພະຍາຍາມປ້ອງກັນບັນຫາຕັ້ງແຕ່ຕົ້ນ
ເມື່ອລູກຂອງທ່ານປະພຶດຕົວບໍ່ດີ, ທ່ານຈົ່ງຖາມຕົວເອງວ່າ “ລູກຂອງຂ້ອຍກຳລັງຈະບອກຫຍັງຂ້ອຍ?” “ເຂົາຕ້ອງການຫຍັງ?” ບໍ່ຄວນລືມວ່າພຶດຕິກຳຂອງລູກທ່ານແມ່ນວິທີໜຶ່ງທີ່ເຂົາໃຊ້ເພື່ອສື່ສານກັບທ່ານ. ເນື່ອງຈາກວ່າເດັກບໍ່ສາມາດສື່ສານໂດຍຜ່ານຄຳສັບ ແລະ ສັນຍະລັກ, ເຂົາຈິ່ງບອກບາງສິ່ງບາງຢ່າງກັບທ່ານ ໂດຍຜ່ານພຶດຕິກຳຂອງເຂົາ.
ທ່ານອາດສາມາດຫຼີກລ່ຽງພຶດຕິກຳທີ່ເປັນບັນຫາໄດ້ຖ້າທ່ານເຂົ້າໃຈສາເຫດຂອງມັນ ລູກຂອງທ່ານອາດຈະ.
- ຮຽກຮ້ອງຄວາມສົນໃຈ, ເຂົາອາດຮຽນຮູ້ວ່າ ຖ້າຢາກໄດ້ຮັບຄວາມສົນໃຈຕ້ອງປະພຶດຕົນແບບບໍ່ດີ.
- ຮູ້ສຶກເມື່ອຍ, ຫິວເຂົ້າ ຫຼື ຢ້ານກົວບາງສິ່ງບາງຢ່າງ.
- ບໍ່ເຂົ້າໃຈສິ່ງທີ່ທ່ານຕ້ອງການ ຫຼື ລາວອາດຕ້ອງການຢາກໄດ້ສິ່ງໃດສິ່ງໜຶ່ງ ແຕ່ບໍ່ສາມາດສື່ ສານໃຫ້ທ່ານເຂົ້າໃຈໄດ້.
- ຖືກຮຽນແບບ ຫຼື ປະຕິບັດແບບບໍ່ດີຈາກເດັກຄົນອື່ນ ຫຼື ຜູ້ໃຫຍ່ຄົນອື່ນ.
- ກຳລັງລອກແບບພຶດຕິກຳຂອງເດັກຄົນອື່ນ.
- ບໍ່ສາມາດເຮັດສິ່ງທີ່ທ່ານຄາດຫວັງໄດ້ ຫຼື ອາດຈະກຳລັງຕໍ່ຕ້ານກົດລະບຽບທີ່ທ່ານວາງໄວ້ ຫຼື ກຳລັງສະແດງໃຫ້ທ່ານຮູ້ວ່າ ເຂົາບໍ່ຕ້ອງການເຮັດຕາມສິ່ງທີ່ທ່ານຕ້ອງການ.
ທ່ານອາດເຂົ້າໃຈວ່າ ເປັນຫຍັງລູກຈິ່ງໂສກເສົ້າ, ມັນຈະມີໄລຍະເວລາໃດໜຶ່ງທີ່ເດັກຈະໂສກເສົ້າຫງ່ວມເຫງົາ ເຖິງແມ່ນວ່າທ່ານໄດ້ເຮັດທຸກສິ່ງທຸກຢ່າງແລ້ວກໍ່ຕາມ. ແຕ່ຖ້າຫາກທ່ານເຂົ້າໃຈວ່າ ພຶດຕິກຳຂອງເດັກແມ່ນວິທີທີ່ລາວໃຊ້ເພື່ອສື່ສານກັບທ່ານ, ທ່ານກໍ່ຈະສາມາດຕອບສະໜອງຄວາມຕ້ອງການຂອງເດັກໄດ້ ກ່ອນທີ່ມັນຈະກາຍເປັນບັນຫາ.
ວິທີສ້າງກົດລະບຽບ
ເຖິງວ່າລູກຂອງທ່ານຈະບໍ່ຂີ້ດື້, ແຕ່ກໍ່ອາດມີບາງໂອກາດທີ່ທ່ານຕ້ອງບອກລູກວ່າ “ຢ່າເຮັດ, ບໍ່” ແລະ ຕັ້ງກົດລະບຽບເພື່ອຄວບຄຸມພຶດຕິກຳຂອງເດັກ. ນີ້ກໍ່ເພື່ອເຮັດໃຫ້ເດັກຢູ່ໃນຄວາມປອດໄພ ຫຼື ຍ້ອນເດັກປະພຶດຕົວບໍ່ເໝາະສົມ ຫຼື ເດັກຕ້ອງການຢາກເຮັດສິ່ງໃດສິ່ງໜຶ່ງ ແຕ່ທ່ານບໍ່ອະນຸຍາດ. ໄລຍະອາຍຸຂອງເດັກທີ່ແຕກຕ່າງ ກໍ່ຕ້ອງມີກົດລະບຽບທີ່ແຕກຕ່າງກັນໄປນຳ. ກົດລະບຽບທີ່ທ່ານຕັ້ງໃຈຈະປ່ຽນແປງເມື່ອເດັກໃຫຍ່ຂຶ້ນ ຫຼື ຮູ້ຈັກໂລກອ້ອມຂ້າງໄດ້ຫຼາຍຂຶ້ນ.
ເນື່ອງຈາກວ່າເດັກບໍ່ສາມາດໄດ້ຍິນດີ ສະນັ້ນ ບາງເທື່ອເຂົາຈິ່ງບໍ່ເຂົ້າໃຈໃນສິ່ງທີ່ທ່ານຕ້ອງການເມື່ອທ່ານບອກວ່າ “ຢາ” ຫຼື ບອກເດັກໃຫ້ເຮັດຕາມສິ່ງທີ່ທ່ານຕ້ອງການ, ທ່ານອາດຍັງບໍ່ທັນມີທັກສະໃນການສື່ ສານທີ່ພຽງພໍ ເພື່ອເຮັດໃຫ້ເດັກນ້ອຍເຂົ້າໃຈ. ດັ່ງນັ້ນ ທ່ານອາດກຳລັງຄິດວ່າ ລູກຂອງທ່ານກຳລັງເມີນເສີຍບໍ່ສົນໃຈຕໍ່ທ່ານ ຫຼື ປະຕິບັດບໍ່ເໝາະສົມ ທັ້ງໆທີ່ໃນຄວາມຈິງແລ້ວ ເຂົາບໍ່ເຂົ້າໃຈສິ່ງທີ່ທ່ານຕ້ອງການ ຫຼື ບໍ່ຕ້ອງການໃຫ້ເຂົາເຮັດ.
ເມື່ອທ່ານຕ້ອງການຈຳກັດ ພຶດຕິກຳຂອງເດັກ ຫຼື ປ່ຽນແປງສິ່ງທີ່ເດັກກຳລັງກະທຳຢູ່:
-
ບອກເຂົາກ່ອນ. ໝາຍຄວາມວ່າກ່ອນທ່ານຈະບອກເດັກ ວ່າ “ບໍ່” ໃຫ້ຄິດຢ່າງຖີ່ຖ້ວນເສຍກ່ອນ ເມື່ອຈະເວົ້າວ່າ “ບໍ່” ໃຫ້ ທ່ານຄິດໃຫ້ໝັ້ນໃຈ. ຖ້າເດັກສາມາດເຮັດໃຫ້ທ່ານປ່ຽນໃຈໄດ້ ດ້ວຍພຶດຕິກຳທີ່ບໍ່ດີຂອງເດັກ ເຂົາຈະຮຽນຮູ້ວ່າ ການເຮັດພຶດ ຕິກຳດັ່ງກ່າວ ຊ່ວຍໃຫ້ໄດ້ສິ່ງທີ່ເຂົາປາຖະໜາ.
ບໍ່, ລູກຕ້ອງຢູ່ນີ້.
ເມື່ອທ່ານບອກລູກວ່າ ລາວບໍ່ສາມາດເຮັດສິ່ງນັ້ນ ຫຼື ເອົາ ສິ່ງນັ້ນໄດ້ ທ່ານບໍ່ຄວນປ່ຽນໃຈຍ້ອນພຽງແຕ່ຢາກໃຫ້ເຂົາຢຸດຮ້ອງ ໄຫ້ເທົ່ານັ້ນ. - ສະແດງໃຫ້ເຂົາຮູ້ຄວາມໝາຍຂອງສິ່ງ ທີ່ທ່ານຢາກບອກ.
ນີ້ແມ່ນແວ່ນຕາກັນແດດຂອງພໍ່ໄດ໋, ຄຳ ບໍ່ແມ່ນແນວຫຼິ້ນໄດ໋.
- ໃຊ້ຮູບພາບ ເພື່ອເຮັດໃຫ້ ສິ່ງທີ່ທ່ານຮ້ອງຂໍຈະແຈ້ງຂຶ້ນ.
ເຈົ້າຕ້ອງອັດປາກນ້ໍາສ້າງໄວ້ເດີ ຄັນຊັ້ນຊິມີຄົນຕົກລົງໄປໄດ໋!ການນຳໃຊ້ຮູບແມ່ນເປັນປະ ໂຫຍດ ຫຼາຍໂດຍສະເພາະສຳ ລັບສິ່ງທີ່ີຍາກໃນການສື່ສານ, ໂດຍກະທຳສິ່ງນັ້ນນຳ. ເຊັ່ນພຶດຕິກຳຂອງເດັກທີ່ສົ່ງ ຜົນສະທ້ອນເຖິງຄົນອື່ນໆ.
- ຊ່ວຍໃຫ້ເດັກເຮັດໄປພ້ອມ ເມື່ອທ່ານຂໍຮ້ອງ
ຖ້າເດັກຫູໜວກບໍ່ສາມາດ ເຂົ້າໃຈໃນສິ່ງທີ່ທ່ານຮ້ອງຂໍ, ສະແດງໃຫ້ເຂົາຮູ້ຄວາມໝາຍ ໂດຍກະທຳສິ່ງນັ້ນນຳ.
ວິທີຄວບຄຸມພຶດຕິກຳຂອງເດັກ ທີ່ບໍ່ໄດ້ຜົນ
ຄອບຄົວຂອງເດັກຫູໜວກ ອາດປະເຊີນໜ້າກັບບັນຫາພຶດຕິກຳ ທີ່ພວກເຂົາບໍ່ຮູ້ວິທີແກ້ໄຂ. ພວກເຂົາອາດຫາວິທີແກ້ໄຂທີ່ໄດ້ຜົນ ແຕ່ໄລຍະເວລາໃດໜຶ່ງເຊິ່ງອາດຈະເປັນວິທີທີ່ບໍ່ໄດ້ຊ່ວຍໃຫ້ເດັກຮຽນຮູ້ພຶດຕິກຳທີ່ດີໄດ້. ສິ່ງເຫຼົ່ານີ້ແມ່ນຕົວຢ່າງວິທີແກ້ໄຂທີ່ບໍ່ໄດ້ຜົນທີ່ບໍ່ຄວນເຮັດ:
- ໃຊ້ຄຳສັ່ງໂດຍບໍ່ອະທິບາຍເຫດຜົນໃຫ້ແກ່ເດັກ ຫຼື ບໍ່ອະທິບາຍວ່າມັນໝາຍເຖິງຫຍັງ. ສິ່ງເຫຼົ່ານີ້ຈະເຮັດແບບໃຫ້ເດັກບໍ່ສາມາດຕັດສິນໃຈດ້ວຍຕົນເອງ.
- ລົງໂທດເດັກຫູໜວກຫຼາຍກວ່າເດັກຜູ້ອື່ນ. ການຕີເຮັດໃຫ້ເດັກມີຄວາມໂສກເສົ້າ ແລະ ມີແນວຄິດຮຸນແຮງ.
- ປ່ອຍໃຫ້ເດັກຫູໜວກສືບຕໍ່ປະພຶດຕົນແບບບໍ່ດີນັ້ນ ໂດຍບໍ່ຫ້າມ ປາມ. ເຊິ່ງນີ້ເຮັດໃຫ້ ເດັກຖືກໂດດດ່ຽວຈາກ ສັງຄົມ.
- ໃຫ້ເດັກທີ່ມີບັນຫາໃນ ການໄດ້ຍິນ ຢູ່ແຕ່ເຮືອນ ຫຼາຍກວ່າເດັກຜູ້ອື່ນ. ເຊິ່ງ ນີ້ຈະເຮັດໃຫ້ພັດທະນາ ການທາງດ້ານສັງຄົມຂອງ ເດັກເຊື່ອມຖອຍລົງ.
ເຖິງຢ່າງໃດກໍ່ຕາມວິທີການເຫຼ່ົານີ້ອາດຈະໄດ້ຜົນພຽງແຕ່ໄລຍະຊົ່ວຄາວເທົ່ານັ້ນ ມັນຈະບໍ່ຊ່ວຍໃຫ້ເດັກຮຽນຮູ້ວິທີການປະພຶດຕົນເປັນຄົນດີ ຫຼື ປະຕິບັດຕົນຕໍ່ກັບຄົນອື່ນ.
ພໍ່ແມ່ທຸກຄົນຕ້ອງການໃຫ້ລູກປະພຶດຕົວດີ ແລະ ເຕີບໃຫຍ່ເປັນຄົນທີ່ໄດ້ຮັບຄວາມຍອມຮັບຈາກສັງຄົມ. ສຳລັບການພັດທະນາທັກສະໃນການຄວບຄຸມຕົວເອງຂອງເດັກນັ້ນຄວນຖືເອົາທັກສະການຄວບຄຸມຕົນເອງຂອງຜູ້ເປັນພໍ່ແມ່ເປັນແບບຢ່າງ. ສະແດງໃຫ້ເດັກເຫັນພຶດຕິກຳທີ່ດີທ່ີເຮັດໃຫ້ທຸກຄົນຮັກ ແລະ ຢາກຢູ່ນຳ.
ວິທີຊ່ວຍໃຫ້ເດັກໃຈເຢັນລົງ ເມື່ອເດັກປະພຶດຕົນແບບບໍ່ເໝາະສົມ
ເມື່ອເດັກສະແດງອາການຂີ້ດື້, ຈົ່ງພາເຂົາອອກໄປຈາກທີ່ນັ້ນ ແລະ ໃຫ້ນັ່ງຢູ່ປະມານ 5 ນາທີ (ເວລາຫຼຸດລົງສຳລັບເດັກອາຍຸນ້ອຍ). ຖ້າເຂົາພະຍາຍາມທີ່ຈະລຸກໜີກ່ອນເວລາ, ໃຫ້ເລີ່ມນັບເວລາຄືນໃໝ່. ແຕ່ບໍ່ຄວນປະເຂົາໃຫ້ຢູ່ຄົນດຽວ. ທ່ານສາມາດໝູນໃຊ້ໄລຍະເວລານີ້ (ເວລານອກ) ເພື່ອໃຫ້ເດັກໄດ້ຄິດເຖິງພຶດຕິກຳຂອງຕົນ ແລະ ໃຫ້ເຂົາໄດ້ຄິດຫາວິທີແກ້ໄຂສິ່ງທີ່ຕົນໄດ້ເຮັດ. ໄລຍະເວລານີ້ ກໍ່ຍັງເປັນໂອກາດໃຫ້ທ່ານເຮັດໃຈໃຫ້ເຢັນລົງ ເມື່ອທ່ານຮູ້ສຶກໝົດທາງອອກ ແລະ ເສຍໃຈ.
ກ່ອນທີ່ຈະປ່ອຍເວລາໃຫ້ເຂົາໄດ້ນັ່ງຄິດ (ເວລານອກ) ນັ້ນ, ກອດເຂົາ ແລະ ອະທິບາຍວ່າ ທ່ານຕ້ອງ ການໃຫ້ເຂົາປະພຶດຕົນໃຫ້ຖືກແນວໃດ. ເມື່ອ ເດັກໃຈເຢັນລົງແດ່, ຈ່ົງບອກເຂົາວ່າເປັນຫຍັງເຂົາຕ້ອງໄດ້ນັ່ງຄິດໃນໄລຍະເວລານັ້ນ ແລະ ບອກເຂົາໃຫ້້ຮູ້ຜົນສະທ້ອນຂອງພຶດຕິກຳຂອງຕົນທີ່ສົ່ງຜົນຕໍ່ຄົນອື່ນ. ບອກເຂົາ ໃຫ້ຮູ້ຢູ່ຕະຫຼອດວ່າ ທ່ານຮັກເຂົາ ແຕ່ທ່ານບໍ່ມັກສິ່ງທີ່ເຂົາສະແດງອອກແບບນັ້ນ. ກະຕຸ້ນໃຫ້ເດັກເວົ້າ ຫຼື ໃຊ້ພາສາມຶ ກ່ຽວກັບສິ່ງທີ່ເກີດຂຶ້ນ ແລະ ຖາມຫາເຫດຜົນວ່າ ເປັນຫຍັງເຂົາຈິ່ງຕ້ອງປະພຶດໃຫ້ຕ່າງຈາກສິ່ງທີ່ເຂົາໄດ້ເຮັດ. ຊ່ວຍໃຫ້ເຂົາເຂົ້າໃຈວ່າຍ້ອນຫຍັງ ຈິ່ງຕ້ອງໄດ້ນັ່ງຄິດຄືນໃນໄລຍະເວລາ (ເວລານອກ) ດັ່ງກ່າວ.
ທ່ານຄວນເຮັດແນວໃດເມື່ອລູກຂອງທ່ານໃຈຮ້າຍ
ກໍ່ເໝືອນກັບເດັກຄົນອື່ນໆ, ຄວາມໃຈຮ້າຍຂອງເດັກມັກກາຍເປັນຄວາມໂມໂຫທີ່ຢັບຢັ້ງບໍ່ໄດ້. ຄວາມໂມໂຫ ແມ່ນເມື່ອເດັກບໍ່ສາມາດຄວບຄຸມຕົວເອງ, ແຂກຮ້ອງ, ເຕະ, ຕີ ຫຼື ຮ້ອງໄຫ້. ເດັກທີ່ສື່ສານກັບຄົນອື່ນໄດ້ຍາກມັກມີຄວາມໂມໂຫຫຼາຍກວ່າເດັກຄົນອື່ນ ແລະ ມັນກໍ່ອາດເປັນເລື່ອງຍາກທີ່ຈະເຮັດໃຫ້ລາວໃຈເຢັນລົງ.
ສິ່ງສຳຄັນແມ່ນທ່ານກໍ່ຕ້ອງເຮັດໃຈເຢັນເທົ່າທີ່ຈະເຮັດໄດ້. ປ່ອຍເວລາໃຫ້ໄດ້ຄິດຕັດສິນໃຈຈັກນາທີໜຶ່ງ. ນີ້ແມ່ນບາງແນວທາງທີ່ເປັນປະໂຫຍດສຳລັບການຈັດການກັບຄວາມໂມໂຫຂອງເດັກ
- ບໍ່ຄວນພະຍາຍາມອະທິບາຍເຫດຜົນຫຍັງໃນໄລຍະເວລາທີ່ເດັກກຳລັງຄວບຄຸມບໍ່ໄດ້. ນີ້ບໍ່ແມ່ນເວລາທີ່ເໝາະສົມສຳລັບການໂອ້ລົມ.
- ບໍ່ຕ້ອງມີປະຕິກິລິຍາຕໍ່ການແຂກຮ້ອງ ແລະ ການເຕະສິ່ງຂອງຂອງເດັກ. ແຕ່ກໍ່ບໍ່ຄວນປະໃຫ້ເດັກຢູ່ຄົນດຽວ. ພຶດຕິກຳຂອງເຂົາເອງອາດເຮັດໃຫ້ເຂົາຢ້ານ ແລະ ຕ້ອງການໃຫ້ທ່ານຢູ່ໃກ້ໆ ເພື່ອປົກປ້ອງ.
- ບໍ່ຄວນຕີກົ້ນ, ຢິກ, ສັ່ນ ຫຼື ຮ້ອງແຂກໃສ່ເດັກ. ເຊິ່ງຈະເຮັດໃຫ້ຄວາມໂມໂຫຂອງເດັກຍິ່ງຮ້າຍແຮງກວ່າເກົ່າ, ແຕ່ກໍ່ບໍ່ໃຫ້ເຂົາຕີທ່ານ. ທ່ານສາມາດກອດເຂົາແຕ່ພຽງເພື່ອບໍ່ໃຫ້ເດັກທຳຮ້າຍຕົນເອງ. ທຳຮ້າຍທ່ານ ຫຼື ທຳລາຍສິ່ງຂອງ.
- ພະຍາຍາມຫັນຄວາມສົນໃຈຂອງເດັກຕອນທີ່ເຂົາໂມໂຫຢູ່. ຕົວຢ່າງ, ຖ້າເຂົາຮ້ອງໄຫ້ຍ້ອນ ທ່ານເອົາສິ່ງໃດໜຶ່ງຈາກເຂົາໄປ. ໃຫ້ລອງເອົາສິ່ງອື່ນທີ່ເຂົາຕ້ອງການໃຫ້ແທນ ຫຼື ສະແດງສິ່ງໃດ ໜຶ່ງທີ່ແປກທີ່ເດັກບໍ່ເຄີຍເຫັນ. ສິ່ງນີ້ໄດ້ຜົນດີສຳລັບເດັກອາຍຸນ້ອຍໆ.
ຖ້າຄວາມໂມໂຫຂອງເດັກເກີດຂຶ້ນເພື່ອໂຕ້ຕອບລະບຽບ ທີ່ທ່ານໄດ້ຕັ້ງຂຶ້ນນັ້ນ, ບໍ່ຄວນຍອມໃຫ້ພຶດຕິກຳຂອງເດັກມາປ່ຽນແປງກົດລະບຽບດັ່ງກ່າວ. ຖ້າທ່ານຍອມອ່ອນຂ້ໍໃຫ້ແກ່ພຶດຕິກຳຂອງເດັກແລ້ວ ເດັກຈະຄິດວ່າ ເມື່ອໂມໂຫໂວຍວາຍ ຈະຊ່ວຍໃຫ້ເຂົາໄດ້ສິ່ງທີ່ຕ້ອງການຈາກທ່ານ.
ເມື່ອເດັກປະພຶດຕົວບໍ່ດີ ຫຼື ເກີດຄວາມໂມໂຫໃນທີ່ສາທາລະນະ
ຖ້າລູກຂອງທ່ານປະພຶດຕົວບໍ່ດີໃນທີ່ຊຸມຊົນ, ຖ້າເຮັດໄດ້ແມ່ນໃຫ້ອຸ້ມເດັກ ແລ້ວພາເດັກອອກຈາກສະຖານະການນັ້ນ. ພະຍາຍາມກະທຳຕໍ່ເດັກໂດຍສຸຂຸມ ແລະ ປາສະຈາກຄວາມໂມໂຫ. ພາເຂົາອອກໄປຈາກຮ້ານຄ້າ ຫຼື ຕະຫຼາດ ຫຼື ຈາກສະຖານທີ່ ທີ່ບັນຫາເກີດຂຶ້ນ. ຖ້າເປັນໄປໄດ້ ຊອກຫາສະຖານທີ່ສ່ວນຕົວສຳລັບໃຫ້ເດັກສະຫງົບອາລົມ. ຖ້າທ່ານຈຳເປັນຕ້ອງໄດ້ເຮັດວຽກໃດໜຶ່ງ ໃຫ້ສຳເລັດກ່ອນ, ກໍ່ຄວນຊອກຫາຜູ້ໃດຜູ້ໜຶ່ງ ເພື່ອຢູ່ນຳເດັກລໍຖ້າທ່ານມາ.
ມັນອາດຈະງ່າຍກວ່າທີ່ຈະປ່ອຍເດັກຢູ່ແຕ່ເຮືອນເພື່ອບໍ່ຕ້ອງກັງວົນຕໍ່ບັນຫາພຶດຕິກຳ ຂອງເດັກທີ່ຈະເກີດຂຶ້ນໃນທີ່ສາທາລະນະ, ແຕ່ມັນກໍ່ເປັນສິ່ງສຳຄັນເຊັ່ນກັນ ສຳລັບເດັກນ້ອຍທີ່ຈະຮຽນຮູ້ການປະພຶດຕົວໃນທີ່ສາທາລະນະ ແລະ ໃຫ້ສາມາດເຂົ້າກັບສັງຄົມໄດ້.
ການປະພຶດຂອງພວກເຮົາເປັນຄູສອນທີ່ຊົງພະລັງ
ເໝືອນກັບທຸກໆຄອບຄົວ, ມັນເປັນສິ່ງສຳຄັນສຳລັບຄອບຄົວທີ່ມີເດັກຫູໜວກຕ້ອງໄດ້ເປັນແບບຢ່າງທີ່ດີໃຫ້ແກ່ເດັກ. ຄົນໃນຄອບຄົວຕ້ອງປະພຶດຕົວຕາມແບບທີ່ຕົນຕ້ອງການໃຫ້ເດັກຫູໜວກປະພຶດນຳ ແລະ ກະຕຸກຊຸກຍູ້ເດັກ ໂດຍການອະທິບາຍຮູບແບບພຶດຕິກຳທີ່ທ່ານມັກ. ເຖິງແນວໃດກໍ່ຕາມ ມັນອາດເປັນສິ່ງຍາກໃນການສ້າງຕົວຢ່າງທີ່ດີ ແລະ ກະຕຸ້ນໃຫ້ເດັກປະພຶດຕາມ.
ການລ້ຽງດູເດັກນ້ອຍເປັນເລື່ອງທີ່ຫຍຸ້ງຍາກ. ໂດຍສະເພາະເມື່ອການສື່ສານກັນເປັນບັນຫາແລ້ວ, ກໍ່ຍິ່ງເຮັດໃຫ້ການສອນການປະພຶດຕົວແກ່ເດັກຍິ່ງຍາກຂຶ້ນ. ຍ້ອນວ່າການສື່ສານກັບເດັກຫູໜວກມີຄວາມຫຍຸ້ງຍາກ. ພໍ່ແມ່ ແລະ ຜູ້ດູແລເດັກອາດບໍ່ມີທາງເລືອກຈິ່ງຕີ ຫຼື ສັ່ນໂຕເດັກຫູໜວກ ຫຼາຍກວ່າເດັກກຸ່ມອື່ນ.ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນບົດທີ14.
ອາດເປັນເລື່ອງຍາກທີ່ຈະປ່ຽນແປງວິທີໃສ່ລະບຽບເດັກ. ຄົນສ່ວນຫຼາຍໃສ່ລະບຽບໃຫ້ແກ່ເດັກຄືກັບສິ່ງທີ່ພວກເຂົາຖືກລົງໂທດ ເມື່ອຕອນເປັນເດັກ. ຖ້າພວກເຮົາສາມາດຈັດການກັບບັນຫາຕ່າງໆໂດຍປາສະ ຈາກການໃຊ້ຄວາມຮຸນແຮງ ກໍ່ໝາຍຄວາມວ່າ ເຮົາກຳລັງສະແດງໃຫ້ ເດັກເຫັນວ່າ ພວກເຂົາກໍ່ສາມາດຮັບມືກັບບັນຫາໄດ້ ໂດຍປາສະຈາກການໃຊ້ຄວາມຮຸນແຮງ. ລຸ່ມນີ້ແມ່ນຕົວຢ່າງ ຂອງກຸ່ມພໍ່ແມ່ ທີ່ໄດ້ໃຊ້ຄວາມພະຍາຍາມປ່ຽນແປງຮູບແບບການ ໃສ່ລະບຽບວິໄນ ໃຫ້ລູກຂອງພວກເຂົາ.
ແມ່ໃນປະເທດເມັກຊິກຊອກຫາແນວທາງໃໝ່ໃນການໃສ່ລະບຽບ
ໃນອົວສະກາ, ປະເທດເມັກຊິກ. ໂຄງການກ່ອນໄວຮຽນສຳລັບເດັກຫູໜວກໄດ້ຖືກໄຂຂຶ້ນໂດຍພະ ນັກງານທີ່ເຮັດວຽກເພື່ອສັງຄົມ ແລະ ຄູອາຈານ. ພໍ່ແມ່ ແລະ ເດັກຫູໜວກ ໄດ້ເຂົ້າມາຮ່ວມໃນໂຄງການທຸກໆມື້. ບັນດາພໍ່ແມ່ທີ່ເຂົ້າຮ່ວມກິດຈະກຳກັບລູກໆຂອງພວກເຂົາ ແລະ ພ້ອມກັນສະໜັບສະໜູນເຊິ່ງກັນ ແລະ ກັນ.
ຜ່ານໄປໄລຍະໜຶ່ງ ບັນດາພໍ່ແມ່ສັງເກດເຫັນວ່າ ພວກເຂົາໄດ້ຕີ ຫຼື ສັ່ນໂຕລູກຂອງພວກເຂົາເລື້ອຍໆ. ພວກເຂົາຈິ່ງປຶກສາກັບພະນັກງານທີ່ເຮັດວຽກເພື່ອສັງຄົມ ແລະ ຕ້ອງການຊອກຫາຊ່ອງທາງອື່ນເພື່ອໃສ່ລະ ບຽບວິໄນແກ່ເດັກ. ພະນັກງານທີ່ເຮັດວຽກເພື່ອສັງຄົມ ໄດ້ອະທິບາຍແນວຄວາມຄິດ “ເວລານອກ” ເຊິ່ງແມ່ນ ການນຳເອົາເດັກອອກຈາກສະຖານະການ ຫຼື ບັນຫາແລ້ວໃຫ້ເດັກນັ່ງມິດໆ ປະມານ 2-3 ນາທີ.
ບັນດາພໍ່ແມ່ຕັດສິນໃຈວ່າເພື່ອຊ່ວຍໃຫ້ພວກເຂົາຢຸດຕີລູກ ໂດຍພວກເຂົາຕ້ອງປັບໃໝ່ຕົວເອງ 2-3 ເປໂຊ (ສະກຸນເງິນຂອງເມັກຊິກ) ທຸກໆເທື່ອທີ່ພວກເຂົາຕີລູກ. ພວກເຂົາເອົາກະປ໋ອງເປົ່າມາວາງເທິງຖ້ານໄວ້ປື້ມ ເພື່ອເອົາໄວ້ໃສ່ເງິນ. ໃນຕອນເລີ່ມຕົ້ນ, ພໍ່ແມ່ເກືອບທຸກໆຄູ່ຕ້ອງໄດ້ເອົາເງິນໃສ່ກະປ໋ອງດັ່ງກ່າວທຸກໆມື້. ແຕ່ເງິນຄ່າປັບໃໝ ເຮັດໃຫ້ພວກເຂົາຕ້ອງໄດ້ຢຸດ ແລະ ຄິດກ່ອນທີ່ຈະຕີລູກຂອງພວກເຂົາ.
ໃນຂະນະທີ່ພວກເຂົາລອງຮູບແບບໃໝ່ໆ ເພື່ອປັບປຸງທັກສະໃນການສື່ສານ, ພວກເຂົາສັງເກດເຫັນວ່າ ລູກມີການປະພຶດຕົວດີຂຶ້ນກວ່າເກົ່າ. ເຊິ່ງເບິ່ງຄືວ່າ ມັນຈະເປັນເລື່ອງຍາກໃນຕອນເລີ່ມຕົ້ນ ໃນການປ່ຽນແປງວິທີທີ່ພວກເຂົາລົງໂທດລູກໆ. ແຕ່ປະຈຸບັນພວກເຂົາເກືອບບໍ່ໄດ້ຕີ ຫຼື ສັ່ນລູກຂອງພວກເຂົາອີກ.