Hesperian Health Guides

ເດັກນ້ອຍ​ຮຽນຮູ້​ທັກສະ​ທາງ​ສັງຄົມ​ໄດ້​ແນວໃດ?

ຢູ່ໃນພາກນີ້:

A woman carrying her baby on her lap.

ພວກເຮົາ​ບໍ່ໄດ້​ເກີດມາ​ພ້ອມ​ທັກສະ​ທາງ​ສັງຄົມ. ພວກເຮົາ​ເລີ່ມ​ຮຽນຮູ້​ທັກສະ​ດັ່ງກ່າວ​ຕັ້ງແຕ່​ພວກເຮົາ​ເປັນ​ແອນ້ອຍ, ຕັ້ງແຕ່​ພວກເຮົາ​ເລີ່ມ​ຮູ້ຄວາມ. ບໍ່ວ່າ​ຕອນ​ເປັນເດັກ ຫຼື ເປັນຜູ້ໃຫຍ່​ແລ້ວ, ພວກເຮົາ​ຍັງ​ສືບຕໍ່​ຮຽນຮູ້ ແລະ ໝູນໃຊ້​ທັກສະ​ເຫຼົ່ານີ້ ຕະຫຼອດ​ຊົ່ວຊີວິດ​ຂອງ​ພວກເຮົາ.

ທຳອິດ​ທັກສະ​ດັ່ງກ່າວ​ແມ່ນມີ​ລັກສະນະ​ງ່າຍດາຍ. ເດັກແດງ​ຮຽນຮູ້​ການຍິ້ມ​ຕອບກັບ​ໃຫ້ແມ່​ຂອງຕົນ ຫຼື ເດັກນ້ອຍ​ຮຽນຮູ້​ການ​ລໍຖ້າ​ຜຽນ​ເພື່ອ​ເຂົ້າ​ຫຼິ້ນເກມ​ກັບໝູ່. ແຕ່​ເມື່ອເດັກ​ເຕີບໃຫຍ່ຂຶ້ນ ເຂົາ​ມີຄວາມ​ຈຳເປັນ​ຕ້ອງ​ພັດທະນາ​ທັກສະ​ດັ່ງກ່າວ ເພື່ອໃຫ້​ສາມາດ​ດຳລົງ​ຊີວິດ​ຢູ່ກັບ​ຄົນອື່ນໆ​ໄດ້.

ອາຍຸ 2 ປີ
  • ປີບອກ​ຄົນອື່ນ​ເມື່ອ ຕ້ອງການ​ຄວາມ​ຊ່ວຍ ເຫຼືອ.
  • ຫຼິ້ນຢູ່​ອ້ອມແອ້ມ​ເດັກ ຄົນອື່ນໆ.
  • ຮຽນແບບ​ຜູ້ດູແລ.
ອາຍຸ 3 ປີ
  • ມີຄວາມ​ມ່ວນຊື່ນ​ກັບ ການ​ໄດ້​ ຊ່ວຍວຽກ ເຮືອນ.
  • ມັກ​ໃຫ້ຍ້ອງ​ເມື່ອ​ເຮັດ ວຽກ​ທີ່ ງ່າຍໆ​ໄດ້
  • ຮູ້ຈັກ​ຄວາມ​ຮູ້ສຶກ​ຂອງ ຄົນອື່ນ.
ອາຍຸ 5 ປີ
  • ເຂົ້າໃຈ​ກົດລະບຽບ ແລະ ແນວຄິດ​ເຊັ່ນ: ຄວາມ​ຍຸຕິທຳ ແລະ ສິດທິ ຫຼື ຄວາມຜິດ.
  • ສະແດງອອກ​ເຖິງ​ຄວາມ​ຮູ້ ສຶກ ຕ່າງໆ.
  • ຫຼິ້ນກັບ​ເດັກນ້ອຍ​ຄົນອື່ນ.
A man kneeling in front of his little girl.
A small boy brushes away his mother's tears.
5 children playing ball together.


ພຶດຕິກຳ​ທີ່ “ເໝາະສົມ” ສຳລັບ​ລູກ​ຂອງທ່ານ​ແມ່ນ​ຂຶ້ນກັບ​ອາຍຸ​ຂອງເຂົາ. ຖ້າທ່ານ​ຄາດຫວັງ​ໃນສິ່ງ​ທີ່ລູກ​ບໍ່ສາມາດ​ກະທຳ, ຈະເຮັດ​ໃຫ້ທ່ານ ແລະ ລູກ​ບໍ່ມີ​ຄວາມສຸກ. ແຕ່​ຖ້າທ່ານ​ຄາດຫວັງ​ຕ່ຳ​ເກີນໄປ, ເດັກ​ກໍ່ຈະ​ບໍ່​ສາມາດ​ຮຽນຮູ້​ທັກສະ​ໃໝ່ໆ. ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນແຜນວາດ​ສະແດງການ​ພັດທະນາ​ຂອງ​ເດັກ.

A boy weaving a basket.
ພະຍາຍາມ​ເຂົ້າໃຈ​ກ່ຽວກັບ​ທັດສະ ນະຄະຕິ​ຂອງທ່ານ​ກ່ຽວກັບ​ຄວາມ ສາມາດ​ຂອງເດັກ​ຫູໜວກ. ທ່ານ​ກຳລັງ​ດູຖູ​ຄວາມ​ສາ ມາດ​ທີ່ແທ້ຈິງ​ຂອງເຂົາ​ຢູ່ ຫຼື ບໍ?

ເດັກ​ທັກສະ​ທາງ​ສັງຄົມ​ເປັນ​ບາດກ້າວ

ເໝືອນກັບ​ພັດທະນາການ​ດ້ານ​ອື່ນໆ, ເດັກ​ຮຽນຮູ້​ທັກສະ​ທາງ​ສັງຄົມ​ເປັນ​ບາດກ້າວ, ເພື່ອ​ພັດທະນາ​ທັກສະ​ດັ່ງກ່າວ, ເດັກນ້ອຍ​ຕ້ອງ​ຮັບຮູ້​ຄວາມ​ຮູ້ສຶກ​ຂອງ​ຄົນອື່ນ. ພ້ອມທັງ​ຮຽນຮູ້​ການ​ແບ່ງປັນ ແລະ ຮ່ວມມື​ກັບ ຄົນອື່ນ.


2 small girls playing alongside each other.
A boy watches 2 girls eat sweets.
ເຖິງ​ແມ່ນວ່າ​ບຸນປະສົງ ຢາກ​ກິນເຂົ້າໜົມ, ແຕ່ລາວ ຮູ້ວ່າ​ລາວ​ຈະ​ບໍ່ຍາດ​ເອົາ​ເຂົ້າໜົມ​ຈາກມື​ຂອງ​ຄົນອື່ນ.

ທຳອິດ​ເດັກ​ຮຽນຮູ້​ການຫຼິ້ນ​ຢູ່​ອ້ອມແອ້ມ ກັບເດັກ​ຄົນອື່ນ. ນີ້​ໝາຍຄວາມວ່າ​ເດັກ​ມີຄວາມສຸກ​ກັບການ​ໄດ້ຢູ່​ໃກ້ໆ​ກັບ ພວກເຂົາ. ແຕ່​ເດັກ​ກໍ່ບໍ່​ໄດ້ຫຼິ້ນ​ນຳກັນ​ແທ້.

ຈາກນັ້ນ​ເດັກ​ຈິ່ງ​ຮຽນຮູ້​ທີ່ຈະ​ຫຼິ້ນ​ກັບ​ຄົນອື່ນ. ຮຽນຮູ້​ການ​ແບ່ງປັນ​ເຄື່ອງຫຼິ້ນ ແລະ ຫຼິ້ນເກມ ທີ່​ທຸກໆຄົນ​ຕ້ອງໄດ້​ຮ່ວມມື​ເຊິ່ງກັນ ແລະ ກັນ. ເມື່ອເດັກ​ເຕີບໃຫຍ່​ຂຶ້ນ, ພວກເຂົາ​ຮຽນຮູ້​ກົດລະບຽບ ແລະ ສາມາດ​ຄວບຄຸມ​ພຶດຕິກຳ​ຂອງ​ພວກເຂົາ​ເອງ.

ຢູ່ທີ່ເຮືອນ

A man and his older boy speaking as a family eats together.
ກິນແກງ​ໜ້ອຍ ໜຶ່ງ, ປຸ້ມປຸ້ຍ!
ຂ້ອຍກໍ່​ຢາກກິນ ແກງ​ນຳເດ!

ເດັກນ້ອຍ​ຮຽນຮູ້​ທັກສະ​ທາງ​ສັງຄົມ​ໃນ​ເບື້ອງຕົ້ນ​ໂດຍການ​ເບິ່ງ​ພໍ່ແມ່ ແລະ ສະມາຊິກ​ໃນ​ຄອບຄົວ​ປະຕິບັດ​ຕໍ່ກັນ ແລະ ກັນ. ເດັກນ້ອຍ​ຮຽນແບບ​ສິ່ງ​ທີ່​ຄົນອື່ນ​ກະທຳ ແລະ ສິ່ງທີ່​ຄົນອື່ນ​ເວົ້າ​ເມື່ອ​ມີການ​ພົວພັນກັນ.

A girl speaking as she and 2 boys play rolling a tire.
ຕໍ່ໄປ​ຂ້ອຍ?


ການຫຼິ້ນ​ກັບເດັກ​ຄົນອື່ນ

ໃນຂະນະ​ທີ່ຫຼິ້ນ ເດັກ​ຮຽນຮູ້​ການນຳ​ທິດທາງ, ການ​ຮ່ວມມື, ການ​ລໍຖ້າ​ຜຽນ, ແລະ ການ​ແບ່ງປັນ. ການຫຼິ້ນ​ຊ່ວຍໃຫ້​ເດັກນ້ອຍ​ເຂົ້າໃຈ​ອາລົມ ຂອງ​ຕົນເອງ, ຮູ້ສຶກ​ພາກພູມໃຈ​ໃນສິ່ງ​ທີ່​ຕົນເອງ​ສາມາດ​ເຮັດໄດ້ ແລະ ພັດທະນາ​ຄວາມ​ເຂົ້າໃຈ​ວ່າ​ພວກເຂົາ​ແມ່ນໃຜ.

A man and boy signing to each other in a vegetable garden.
ຂ້ອຍ​ດີໃຈ​ທີ່​ເຈົ້າມາ ຊ່ວຍເອົາ​ແມງໄມ້ ອອກຈາກ​ຕົ້ນຖົ່ວ.
ລຸງແກ້ວ, ແມ່ນ​ແມງໄມ້​ໂຕ ໃດ​ທີ່ເປັນ​ໂຕ​ບໍ່ດີ?

ໃນຊຸມຊົນ

ເມື່ອຢູ່​ນອກບ້ານ ຫຼື ອອກຈາກ​ຄອບຄົວ, ເດັກນ້ອຍ​ສາມາດ​ພົບເຫັນ​ວິທີ​ທີ່ເດັກ​ອາຍຸ​ໃຫຍ່ກວ່າ ແລະ ຜູ້ໃຫຍ່​ໂອ້ລົມ​ຫຼິ້ນ ແລະ ເຮັດວຽກ​ນຳກັນ. ນີ້ເປັນ​ວິທີ​ທີ່ ເດັກນ້ອຍ​ຮຽນຮູ້​ໃນການ​ພົວພັນ​ກັບ​ຄົນອື່ນ​ນອກຈາກ ຄົນ​ພາຍໃນ​ຄອບຄົວ ແລະ ໃນໂລກ​ທີ່​ເປີດກວ້າງ​ສຳລັບ​ພວກເຂົາ, ເດັກນ້ອຍ​ຮຽນຮູ້​ການຕອບ​ສະໜອງ​ໃນຫຼາຍ​ສະຖານະການ​ທີ່​ແຕກຕ່າງກັນ. ພວກເຂົາ​ພັດທະນາ​ທັກສະ​ທາງສັງຄົມ​ໄປ​ພ້ອມໆ ກັບການ​ຄົ້ນພົບ​ຈຸດແຂງ ແລະ ຈຸດອ່ອນ​ຂອງ​ຕົນເອງ.