Hesperian Health Guides

ຄວາມ​ຫູໜວກ​ເຮັດໃຫ້​ການ​ຮຽນຮູ້​ທັກສະ​ທາງ​ສັງຄົມ​ຫຍຸ້ງຍາກ​ຂຶ້ນ

ຢູ່ໃນພາກນີ້:

A woman and a vendor speaking while a girl holds a banana.
ວັນດີ! ວາງມັນ​ແມ໊, ມັນ​ບໍ່ແມ່ນ​ຂອງເຈົ້າ​ໄດ໋!
ໂອ້ ບໍ່ເປັນຫຍັງ, ໃຫ້ລາວ​ເອົາໂລດ.
ບໍ່, ຂ້ອຍຢາກ ໃຫ້ລາວ​ຮູ້.
ວັນດີ ຢາກກິນ​ໝາກກ້ວຍ, ແຕ່ລາວ​ບໍ່ເຂົ້າໃຈ​ວ່າ ແມ່ຂອງ ນາງ​ຕ້ອງໄດ້ຈ່າຍ​ເງິນກ່ອນ ຈິ່ງ​ສາມາດ ເອົາ​ໝາກກ້ວຍ​ໄດ້.

ເດັກທີ່​ສາມາດ​ໄດ້ຍິນ​ປົກກະຕິ​ສາມາດ​ຮຽນຮູ້​ຫຼາຍສິ່ງ​ຫຼາຍຢ່າງ​ໂດຍຜ່ານ​ການຟັງ​ສິ່ງ​ຕ່າງໆ​ທີ່​ເກີດຂຶ້ນ​ອ້ອມຂ້າງ​ພວກເຂົາ. ທັກສະ​ທາງ​ສັງຄົມ​ຫຼາຍຢ່າງ​ແມ່ນ​ພວກເຂົາ ບໍ່ເຄີຍ​ຮຽນ​ໂດຍກົງ, ແຕ່ມັນ​ພັດທະນາ​ຂຶ້ນ​ເມື່ອ​ພວກເຂົາ​ຟັງ​ຄົນອື່ນໆ ສົນທະນາ​ກັນ. ເດັກ​ທີ່ມີ​ບັນຫາ​ໃນການ​ໄດ້ຍິນ​ເສຍ​ໂອກາດ ທີ່ຈະ​ໄດ້ຮັບ​ຂ້ໍມູນ​ເຫຼ່ົານີ້.

ເດັກ​ຜູ້ຊຶ່ງ​ບໍ່​ສາມາດ​ໄດ້ຍິນ​ດີ​ມີຄວາມ​ຫຍຸ້ງຍາກ​ກວ່າເດັກ​ຜູ້ອື່ນ​ໃນການ​ຮຽນຮູ້​ທີ່ຈະ​ປະພຶດຕົນ​ກັບ ຄົນອື່ນໆ. ເຂົາ​ບໍ່​ເຂົ້າໃຈ​ພຶດຕິກຳ​ທີ່​ເຂົາເຫັນ ແລະ ເຫດຜົນ ວ່າ​ເປັນຫຍັງ​ຜູ້ຄົນ​ຈິ່ງ​ປະພຶດ​ແບບນັ້ນ.

ສິ່ງນີ້​ຖືກຕ້ອງ​ທີ່ສຸດ​ຖ້າຫາກ​ທັງເດັກ ແລະ ພໍ່​ແມ່​ບໍ່​ສາມາດ​ສື່ສານ​ນຳກັນ​ໄດ້ດີ. ເມື່ອເດັກ​ປະພຶດ​ບໍ່​ຖືກຕ້ອງ​ມັນ​ອາດຈະ​ເປັນ ເລື່ອງຍາກ​ໃນການ​ບອກ​ວິທີ​ທີ່​ຖືກຕ້ອງ​ໃຫ້ລາວ. ເຂົາ​ອາດຈະ ສັບສົນ ແລະ ປະພຶດຕົວ​ແບບ​ຜິດໆ​ຫຼາຍຂຶ້ນ. ເດັກ​ຜູ້ຊຶ່ງ​ປະພຶດ​ຕົນ​ບໍ່​ຖືກຕ້ອງ​ອາດ​ຖືກ​ປະປ່ອຍ​ໃຫ້ຢູ່​ໂດດດ່ຽວ​ຈາກ​ຄົນອື່ນ.

ເດັກນ້ອຍ​ຫູໜວກ​ຕ້ອງການ​ຄວາມ​ຊ່ວຍເຫຼືອ​ພິເສດ