Hesperian Health Guides
ສ້າງຊຸມຊົນໃຫ້ເປັນບ່ອນທີ່ເປັນຕາຢູ່ສຳລັບເດັກຫູໜວກ
ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 11: ເຮັດວຽກຮ່ວມກັນເພື່ອຊ່ວຍເດັກທີ່ຫູໜວກ > ສ້າງຊຸມຊົນໃຫ້ເປັນບ່ອນທີ່ເປັນຕາຢູ່ສຳລັບເດັກຫູໜວກ
ການຍົກສູງຈິດສຳນຶກ
ການປະພຶດຂອງຜູ້ໃຫຍ່ ແລະ ເດັກອາຍຸຫລາຍຕໍ່ກັບເດັກຫູໜວກມີຜົນກະທົບສູງຕໍ່ກັບ ສັງຄົມຕົວ ຢ່າງ ຖ້າວ່າຜູ້ໃຫຍ່ດຶງເອົງເດັກຫູໜວກເຂົ້າປະກອບສ່ວນໃນກິດຈະກຳຕ່າງໆ ຫຼື ຜູ້ໃຫຍ່ເມີນເສີຍ ແລະ ບໍ່ເອົາໃຈໃສ່ຕໍ່ກັບເດັກຫູໜວກ ເມື່ອຄົນອື່ນເຫັນກໍມັກນຳເອົາມາເປັນແບບຢ່າງ. ນີ້ແມ່ນເລື່ອງທີ່ຜູ້ອຳນວຍການ ໃນປະເທດມົງໂກລີ ທີ່ນຳໃຊ້ຕຳແໜ່ງຂອງລາວໃນການເອົາໃຈໃສ່ ຕໍ່ກັບເດັກຫູໜວກໃນໂຮງຮຽນຂອງເພິ່ນ.
ໂຮງຮຽນທີ່ເຂົ້າໃຈເດັກຫູໜວກ
ໃນເມືອງແຫ່ງໜຶ່ງທີ່ປະເທດມົງໂກລີໄດ້ມີຫຼາຍຄອບຄົວທີ່ຊ່ວຍກັນຈັດຕັ້ງໂຮງຮຽນສຳລັບ ເດັກນ້ອຍທີ່ຫູໜວກໃນທ້ອງຖິ່ນຂອງພວກເຂົາ. ພາຍຫຼັງທີ່ມີຂ່າວວ່າ ມີການເຢາະເຢີ້ຍ ແລະ ດູຖູກເດັກນ້ອຍຫູໜວກຫຼາຍກໍລະນີ ທາງຜູ້ອຳນວຍການໂຮງຮຽນໄດ້ຮ້ອງໃຫ້ນັກຮຽນ ມາປະຊຸມ ແລະ ອະທິບາຍວ່າ ການປະພຶດແບບນັ້ນບໍ່ຖືກຕ້ອງ ແລະ ບອກໃຫ້ພວກເຂົາຮູ້ວ່າ ເດັກນ້ອຍທຸກຄົນພາຍໃນໂຮງຮຽນຄວນຮັກແພງກັນ.
ພາຍຫຼັງທີ່ຜູ້ອຳນວຍການເນັ້ນໜັກໃຫ້ເອົາໃຈໃສ່ເດັກນ້ອຍຫູໜວກ ການປະພຶດຂອງຄົນທັງຫຼາຍກໍ່ມີການປ່ຽນແປງໄປທາງດີ. ເມື່ອການເວລາຜ່ານໄປ ບັນດາຄູສອນ, ພໍ່ແມ່ນັກຮຽນ ແລະ ນັກຮຽນດ້ວຍກັນ ກໍ່ຮູ້ສຶກພູມໃຈກ່ຽວກັບຫ້ອງຮຽນ ສຳລັບເດັກຫູໜວກແລ້ວ ພວກເຂົາກໍ່ເຂົ້າມາມີສ່ວນຮ່ວມໃນການຊ່ວຍເຫຼືອກັນ. ມາຮອດຕອນນີ້ ເມື່ອໃດນັກຮຽນຫູດີພົບກັບນັກຮຽນຫູ ໜວກນອກຫ້ອງຮຽນ ພວກເຂົາກໍ່ຮັກແພງກັນ. ນອກນີ້ ນັກຮຽນຫູດີ ກໍ່ໄປຢາມຫ້ອງຮຽນສຳລັບເພື່ອນຫູໜວກ ແລະ ນັກຮຽນໃຫຍ່ກໍ່ໄດ້ສອນວິທີເຕັ້ນລຳໃຫ້ກັບເດັກນ້ອຍຫູໜວກ. ກ່ຽວກັບການເຕັ້ນລຳແບບປະເພນີບູຮານ ທີ່ມີອາລິຍະບົດທີ່ສັບສົນກໍ່ເຕັ້ນໄດ້.
ເຮັດໃຫ້ຄົນອື່ນມາພົວພັນກັບລູກຂອງທ່ານ
ພວກຜູ້ໃຫຍ່ ແລະ ເດັກຫູດີໃນຊຸມຊົນສາມາດຊ່ວຍເດັກຫູໜວກດ້ວຍການເຮັດວຽກຮ່ວມກັນ ພວກເຂົາຄວນເອົາໃຈໃສ່ເດັກຫູໜວກຄືກັບເດັກຫູດີທົ່ວໆໄປບໍ່ວ່າຈະແມ່ນທາງດ້ານການນັບຖື ຫຼື ສະແດງຄວາມເອື້ອອາລີຕໍ່ກັນກໍຕາມ. ໃນເມື່ອຄົນໃນສັງຄົມພົວພັນກັບເດັກຫູໜວກຈະເຫັນວ່າພວກເຂົາບໍ່ມີຫຍັງທີ່ແຕກຕ່າງໄປຈາກບັນດາເດັກຫູດີຕ່າງໆປານໃດ.
ຊຸກຍູ້ໃຫ້ຄົນມາເວົ້າລົມພົວພັນກັບລູກຂອງທ່ານ ແລະ ສະເຫນີຊື່ໃຫ້ຄົນອື່ນຮູ້ ແລະ ສອນໃຫ້ເຂົາ ຮູ້ໃນການທັກທາຍ ແລະ ສອນໃຫ້ຄົນອື່ນທັກທາຍກັບເຂົາສອນໃຫ້ເຂົາເວົ້າອອກມາເປັນສຽງກັບການໃຊ້ພາສາມືໂດຍເວົ້າຊື່ໃຫ້ອອກສຽງອອກມາຄືກັບຄົນທຳມະດາ.
ຄົນໃນສັງຄົມອາດຮູ້ສຶກສະບາຍໃຈ ຖ້າ ທ່ານຫາກບອກເຂົາວິທີປະພຶດຕໍ່ກັນ ດ້ວຍການ ໃຊ້ພາສາມື ແລະ ການໃຊ້ມືສັນຍານ. ວິທີທີ່ດີທີ່ສຸດ ຄືສອນໃຫ້ຄົນອື່ນໃຊ້ສາຍຕາໃຫ້ຢູ່ໃນລະດັບດຽວ ກັບລູກຂອງທ່ານໃນເວລາເວົ້າ ຫຼື ໃຊ້ພາສາມື. ຄົນທັງຫຼາຍສາມາດໃຊ້ການສະແດງອອກທາງໃບໜ້າໃນເວລາພົວພັນກັບເດັກຫູໜວກຄືກັບການ ສະແດງອອກກັບເດັກຫູດີທົ່ວໄປ.
ບັນດາຄອບຄົວຂອງເດັກຫູໜວກ ສາມາດຈັດຕັ້ງໂຄງການສຳລັບໃນແຖວບ້ານໃກ້ຄຽງ ເພື່ອຊ່ວຍໃຫ້ພວກເຂົາມີຄວາມເຂົ້າໃຈຄວາມແຕກຕ່າງການນັບຖືເຊິ່ງກັນ ແລະ ມີຈິດສຳນຶກຕໍ່ກັບຫູໜວກ ແລະ ການໄດ້ຍິນ. ພວກເຂົາສາມາດຊ່ວຍ ບັນດາເພື່ອນຝູງ ແລະ ກຸ່ມຄົນໃນຊຸມຊົນໃຫ້ມາຮັກແພງຄົນຫູໜວກ ແລະ ໃຫ້ຮັບຮູ້ໃນຄວາມ ແຕກຕ່າງຂອງພວກເຂົາດ້ວຍວິທີການອື່ນໆ.
ຄົນເຮົາສາມາດເຂົ້າໃຈເດັກທີ່ບໍ່ໄດ້ຍິນດີ ຖ້າພວກ ເຂົາສຳນຶດເຖິງຄວາມຮູ້ສຶກຂອງຕົນເອງເມື່ອຢູ່ໃນສະພາບແບບດຽວກັນ. ມີຫລາຍວິທີການທີ່ພາໃຫ້ຊວນຫົວ ເພາະເກມເຫລົ່ານີ້ ສາມາດນຳໃຊ້ໃນສະຖານທີ່ສາທາລະນະ, ໃນວັດ, ໃນບ່ອນສາສະໜາ, ຄຣີນິກ, ໂຮງຮຽນ ແລະ ໃນກຸ້ມຄົນໃນສັງຄົມ, ພວກທ່ານສາມາດໃຊ້ເກມເຫລົ່ານີ້ໃນເວລາປຸກລະດົມຈິດສຳນຶກ ຫຼື ໃນກອງປະຊຸມພໍ່ແມ່ນັກຮຽນ.
ຈະເຮັດວິທີໃດທີ່ຈະເຮັດໃຫ້ຄົນຫູດີເຂົ້າໃຈຄວາມຮູ້ສຶກຂອງຄົນທີ່ ຫູໜວກ ຫຼື ຫູບໍ່ໄດ້ຍິນດີ
ເກມ: ເຈົ້າວ່າແນວໃດ?
ໃຫ້ຄົນຜູ້ໜຶ່ງອັດຫູໃນຂະນະທີ່ອີກຜູ້ໜຶ່ງກຳລັງເລົ່ານິທານຊວນຫົວໃຫ້ກຸ້ມຄົນຟັງຢູ່ ຫຼື ຈະໃຫ້ມີໃຜຜູ້ໜຶ່ງປ່ຽນຜຽນກັນນັ່ງໄກໆ ອອກໄປຈົນບໍ່ໄດ້ຍິນກ່ຽວກັບນິທານເລີຍ. ຈາກນັ້ນ ກໍໃຫ້ຖາມຄຳຖາມ ກ່ຽວກັບເລື່ອງທີ່ເລົ່າມາ ນັບທັງຖາມຜູ້ທີ່ເອົາມືອັດຫູ ຫຼື ຜູ້ທີ່ນັ່ງໄກອອກໄປ.
ໃຫ້ຖາມຄົນຜູ້ນີ້ວ່າ ຮູ້ສຶກແນວໃດໃນການທີ່ບໍ່ໄດ້ຍິນນິທານ ເຕັມຫູຄືຄົນອື່ນ.
ຈາກນັ້ນ ທຸກຄົນກໍ່ອອກຄຳເຫັນກ່ຽວກັບວິທີໃດທີ່ຄວນຕິດຕໍ່ພົວພັນໃຫ້ດີຂຶ້ນ ກັບເດັກ ທີ່ມີບັນຫາກ່ຽວກັບການຟັງ.
ວິທີຊ່ວຍເດັກໆໃຫ້ຕິດຕໍ່ພົວພັນກັນໂດຍບໍ່ໃຊ້ສຽງ
ເດັກຜູ້ໃດທີ່ມີບັນຫາໃນການຟັງມັກມີບັນຫາໃນການປາກ ເພາະສຽງຂອງພວກເຂົາອາດ ມີຄວາມແປກໆ ສຳລັບຄົນຟັງທົ່ວໆໄປ ເພາະຖ້າບໍ່ໄດ້ຍິນແລ້ວມັນກໍເປັນການຍາກທີ່ຈະປາກ ອອກມາໃຫ້ຄືກັບຄົນຫູດີ. ດັ່ງນັ້ນ ຄົນຫູໜວກຈຶ່ງບໍ່ມັກປາກ ແລະ ໃຊ້ພາສາໃບ້ແທນ. ຄົນທີ່ມີ ບັນຫາໃນການຟັງມັກເປັນຄົນຂີ້ອາຍ ແລະ ມັກຕິດຕໍ່ພົວພັນກັບຄົນທີ່ພວກເຂົາຮູ້ດີເທົ່ານັ້ນ.
ເກມ: ການເວົ້າບໍ່ອອກສຽງ
ເກມເລື່ອງນີ້ຈະຊ່ວຍໃຫ້ເດັກ ເຂົ້າໃຈກ່ຽວກັບຄວາມຫຍຸ້ງຍາກສຳລັບ ຄົນທີ່ບໍ່ສາມາດປາກ ຫຼື ຜູ້ທີ່ປາກບໍ່ເກັ່ງ ໃນການພົວພັນກັນ. ໃຫ້ແຕ່ລະຄົນປ່ຽນຜຽນກັນໃນການເວົ້າຕໍ່ກັບໝູ່ໃນກຸ່ມໂດຍບໍ່ໃຫ້ໃຊ້ສຽງ. ໃຫ້ເລີ່ມຕົ້ນດ້ວຍ ແນວຄວາມຄິດແບບງ່າຍໆກ່ອນດັ່ງ:
ຂ້ອຍຮູ້ສຶກຢາກນອນ ຫຼື ເອົາໝາກບານມາໃຫ້ຂ້ອຍແດ່, ຈາກນັ້ນ ກໍ່ໃຊ້ບັນຫາຍາກຂຶ້ນດັ່ງ: ຂ້ອຍ ຫລົງທາງ ແລະ ບໍ່ສາມາດກັບເມືອເຮືອນໄດ້ ຫຼື ຂ້ອຍຝັນຮ້າຍ.
ຫລັງຈາກນັ້ນ ເຈົ້າສາມາດເວົ້າກ່ຽວກັບ:
- ມັນຍາກບໍ່ທີ່ຈະອະທິບາຍສິ່ງໃດສິ່ງໜຶ່ງໂດຍບໍ່ເວົ້າເປັນສຽງອອກມາ?
- ທ່ານຈະຮູ້ສຶກແນວໃດເມື່ອຄົນອື່ນບໍ່ສາມາດເຂົ້າໃຈທ່ານໄດ້?
- ບັນດາເດັກຫູດີເຮັດແນວໃດຈຶ່ງຈະພົວພັນກັບເດັກທີ່ຫູໜວກ? ມີວິທີອື່ນບໍ່ທີ່ພວກເຂົາ ຈະຊ່ວຍໄດ້?
- ມີວິທີອື່ນໃດອີກທີ່ເຈົ້າຈະພົວພັນກັບເດັກທີ່ບໍ່ສາມາດປາກໄດ້? ຈາກນັ້ນ ເຈົ້າກໍ່ສ້າງປ້າຍສັນຍານສຳລັບແນວຄວາມຄິດທີ່ເຈົ້າຄິດອອກມາ ແລະ ທົດລອງເບິ່ງວ່າມີຄວາມຍາກງ່າຍ ປານໃດທີ່ຈະສື່ ສຳພັນດ້ວຍປ້າຍສັນຍານພວກນີ້ໄດ້?
ນີ້ແມ່ນໂອກາດດີທີ່ຈະບອກເດັກຫູໜວກກ່ຽວກັບສັນຍານພາສາ ຫຼື ເຮັດວິທີໃດທີ່ຄອບຄົວພວກເຂົາຈະສ້າງສັນຍານເຫລົ່ານີ້ ເພື່ອຊ່ວຍສື່ສານເຊິ່ງກັນ ແລະ ກັນ. ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນບົດທີ4.
ການໃຫ້ບໍລິການເດັກຫູໜວກ ແລະ ຄອບຄົວຂອງພວກເຂົາ
ຄົນເຮົາທຸກຄົນລ້ວນແຕ່ຕ້ອງການ ການບໍລິການພື້ນຖານດັ່ງ: ນ້ຳ, ໄຟຟ້າ, ພາຫະນະ, ການສຶກສາ ແລະ ການເບິ່ງແຍງສຸຂະພາບ ເຊິ່ງມັນມີຄວາມຈຳເປັນທີ່ຈະນຳໃຊ້ຊັບພະຍາກອນ ຂອງຊຸມຊົນທັງຫມົດເພື່ອສະໜອງການບໍລິການເຫລົ່ານີ້ໄດ້ ແລະ ພວກເດັກຫູໜວກ ແລະ ຄອບຄົວຂອງພວກເຂົາ ກໍ່ຕ້ອງການແບບດຽວກັນນີ້ຄືກັນ. ດ່ັງນັ້ນຄົນໃນສັງຄົມ ເຊິ່ງມີທັງຄວາມຮູ້ ຊັບພະຍາກອນ ແລະ ທັກສະ ທີ່ສາມາດແບ່ງປັນໃຫ້ກັບຄົນຫູໜວກ ແລະ ຄອບຄົວພວກເຂົາໄດ້. ຖ້າມີການເຮັດວຽກຮ່ວມກັນບໍ່ວ່າກຸ່ມຄອບຄົວ ຫຼື ຊຸມຊົນທັງຊຸມຊົນ ສາມາດຈັດຕັ້ງຄວາມພະຍາຍາມຕໍ່ກັບສິ່ງນີ້:
- ຮຽນຮູ້ວິທີການກວດສອບການໄດ້ຍິນ ຂອງລູກທີ່ຍັງເດັກໃຫ້ໄດ້.
- ຊ່ວຍເຫລືອພະນັກງານສາທາລະນະສຸກໃຫ້ຮຽນຮູ້, ຮັບຮູ້ ແລະ ສາມາດປິ່ນປົວຫູທີ່ຕິດເຊື້ອ ເພື່ອປ້ອງກັນການເປັນຫູໜວກ.
- ຊອກຫາບ່ອນຄອບຄົວທີ່ມີລູກຫູໜວກໄດ້ພົບກັນ.
- ຈັດຕັ້ງຫ້ອງຮຽນທີ່ໃຊ້ສຽງ ແລະ ສັນຍານມື.
- ຊ່ວຍໃຫ້ຄົນທີ່ໄດ້ຍິນດີຮຽນວິທີປາກ ເພື່ອໃຫ້ເດັກທີ່ບໍ່ໄດ້ຍິນດີສາມາດເຂົ້າໃຈນຳໄດ້.
- ແປພາສາສັນຍານ ອອກມາເປັນພາສາສຽງ ແລະ ນຳໃຊ້ໃນໂຮງຮຽນ ຫຼື.
ກຸ່ມຫຼິ້ນເກມທີ່ປະເທດອິນເດຍມີກຸ່ມຂອງພໍ່ແມ່ເດັກໄດ້ເຮັດວຽກຮ່ວມກັນໃນການນຳເອົາການບໍລິການຊ່ວຍ ການຟັງມາສູ່ເມືອງຂອງພວກເຂົາ ເພື່ອພວກເດັກໄດ້ຮັບການຊ່ວຍເຫຼືອໃນການໃຊ້ເຄື່ອງຊ່ວຍຟັງຈາກພະນັກງານ ສາທາລະນະສຸກປັບແປງ ແລະ ຮັກສາເຄື່ອງຊ່ວຍຟັງໃຫ້ກັບພວກເຂົາ.
ສະມາຄົມຂອງກຸ່ມພໍ່ແມ່ ຫຼື ບ້ານ ສາມາດເຊີນໃຫ້ອົງກອນ ຫຼື ບຸກຄົນຈາກພາຍນອກຊຸມຊົນມາຢ້ຽມຢາມບ້ານພວກເຂົາ ເພື່ອຈະໄດ້ເລີ່ມຕົ້ນການໃຫ້ບໍລິການແບບໃຫມ່, ໃຫ້ການ ຝຶກອົບຮົມ ຫຼື ນຳພາການສົນທະນາແກ້ໄຂບັນຫາ ນອກນີ້ຊຸມຊົນສາມາດເກັບເງິນເພື່ອສົ່ງບຸກຄົນໃດໜຶ່ງໄປຮັບການຝຶກອົບຮົມເມື່ອສຳເລັດການຝຶກອົບຮົມແລ້ວ ກໍ່ກັບມາຝຶກອົບຮົມຄົນອື່ນຕໍ່ໄປ.