Hesperian Health Guides
ບົດທີ 2: ຄວາມສຳຄັນການຊ່ວຍເຫຼືອຕັ້ງແຕ່ເບື້ອງຕົ້ນ
ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 2: ຄວາມສຳຄັນການຊ່ວຍເຫຼືອຕັ້ງແຕ່ເບື້ອງຕົ້ນ
![A girl speaking as she helps her little brother clap his hands.](https://pool.hesperian.org/w/images/thumb/0/0a/HCWD_Ch2_Page_13-1.png/200px-HCWD_Ch2_Page_13-1.png)
ເດັກຍັງໄດ້ເລີ່ມມີການພັດທະນາທາງດ້ານຈິດໃຈນັບຕັ້ງແຕ່ທີ່ພວກເຂົາໄດ້ເກີດຂຶ້ນມາ. ສະໝອງຂອງເດັກປຽບເໝືອນດັ່ງຟອງນ້ໍາທີ່ມີຄວາມອາດສາມາດໃນການດູດຊຶມ ແລະ ຮຽນຮູ້ສິ່ງໃໝ່ໆ. ໃນໄລຍະອາຍຸເລີ່ມຕົ້ນນັ້ນ, ເດັກຜູ້ທີ່ເປັນປົກກະຕິນັ້ນ ສາມາດຮຽນພາສາໄດ້ຢ່າງວ່ອງໄວ ເຊິ່ງໄດ້ສະແດງອອກເຖິງການພັດທະນາທາງດ້ານພາສາ ແລະ ການສື່ສານຂອງພວກເຂົາ. ພ້ອມກັນນັ້ນຄວາມສາມາດໃນການຄົ້ນຄິດຂອງພວກເຂົາກໍ່ຂະຫຍາຍໂຕເຊັ່ນດຽວກັນ. ດັ່ງນັ້ນມັນເປັນສິ່ງສຳຄັນສຳລັບຜູ້ທີ່ເປັນພໍ່ແມ່ ໃນການຊ່ວຍເຫຼືອເດັກຜູ້ທີ່ຫູໜວກ ຫຼື ບໍ່ສາມາດທີ່ຈະຮັບຟັງໄດ້ດີນັ້ນ ໃນການຮຽນພາສາໄວເທົ່າທີ່ຈະເປັນໄປໄດ້. ສຳລັບເດັກທີ່ພິການທາງຫູ ຫຼື ຫູຕຶງ ນອກຈາກການຮຽນຮູ້ທາງດ້ານພາສາແລ້ວ, ພວກເຂົາຍັງສາມາດພັດທະນາຄວາມສາມາດທາງດ້ານຈິດໃຈຂອງພວກເຂົາອີກດ້ວຍ.
![A boy, his younger brother, and his father use sign language.](https://pool.hesperian.org/w/images/6/63/Lo_HCWD_Ch2_Page_13-2.png)