Hesperian Health Guides

ໃຫ້ມີ​ໂຮງຮຽນ​ຫຼາຍຂຶ້ນ​ສຳລັບ​ລູກຫຼານ​ຂອງ​ພວກເຮົາ

ຢູ່ໃນພາກນີ້:

ເດັກ​ທີ່ມີ​ຄວາມ​ສາມາດ​ໃນການ​ຟັງ​ທີ່​ແຕກຕ່າງ​ກັນນັ້ນ ສາມາດ​ສື່ສານ​ໄດ້​ດ້ວຍການ​ໃຊ້​ພາສາ​ມື, ສັນຍະລັກ​ໃນເຮືອນ, ພາສາ​ສັນຍະລັກ​ທີ່​ສົມບູນ, ການອ່ານ​ຈາກ​ຮີມສົບ ແລະ ຈາກການ​ເວົ້າ​ໄດ້. ເດັກ​ບາງຄົນ​ທີ່​ສາມາດ​ໄດ້ຍິນ​ພຽງ​ເລັກໜ້ອຍ​ນັ້ນ ຈະ​ສາມາດ​ເວົ້າ ແລະ ອ່ານ​ຈາກ​ຮີມສົບ​ໄດ້, ສ່ວນເດັກ​ຄົນ​ອື່ນໆ ສາມາດ​ສື່ສານ​ໄດ້ດີ​ທີ່ສຸດໂດຍ​ການ​ສ້າງ​ສັນຍະລັກ​ໂດຍ​ໃຊ້​ມື​ຂອງ​ພວກເຂົາ​ເອງ, ເດັກ​ໜຸ່ມ​ທີ່​ພິການ​ທາງຫູ​ນັ້ນ​ສາມາດ​ຮຽນຮູ້​ພາສາ​ສັນຍະລັກ​ໄດ້​ຢ່າງ​ງ່າຍດາຍ ແລະ ຢ່າງ​ເປັນ​ທຳມະຊາດ ຄືກັນກັບ​ເດັກໜຸ່ມ​ທີ່ເປັນ​ປົກກະຕິ​ທົ່ວໄປ​ທີ່ຮຽນ​ພາສາ​ເວົ້າ.

A small group of boys and girls. One boy uses sign language.

ການທີ່​ຮູ່ສຶກ​ດີ​ຕໍ່ຕົວ​ເຂົາເອງ ແລະ ມີ​ສະຕິ​ເປັນ​ຂອງ​ຕົນເອງ. ມັນເປັນ​ສິ່ງ​ສຳຄັນ​ສຳລັບ​ເດັກ​ທີ່​ພິການ​ທາງຫູ​ໃນການ​ພົບປະ​ເຊິ່ງກັນ ແລະ ກັນ, ພ້ອມ​ກັນນັ້ນ ຍັງ​ສາມາດ​ທີ່ຈະ​ພົບປະ​ກັບ​ຜູ້ໃຫຍ່​ທີ່​ພິການ​ທາງຫູ​ໄດ້ອີກ​ດ້ວຍ.

ອາດຈະມີ​ຄົນ​ພິການ​ທາງຫູ​ໃນ​ຊຸມຊົນ ເຊິ່ງ​ສາມາດ​ສອນ​ພາສາ​ສັນຍະລັກ​ໃຫ້ແກ່​ເດັກ​ໄດ້.

ບາງ​ຄອບ ຄົວ​ສາມາດ​ສົ່ງ​ລູກ​ຂອງ​ພວກເຂົາ​ໄປ​ໂຮງຮຽນ​ພິເສດ​ສຳລັບ​ຄົນ​ພິການ​ທາງຫູ​ໄດ້, ສ່ວນ​ຄອບຄົວ​ອື່ນໆ ແມ່ນ​ສອນລູກ​ຂອງ​ພວກເຂົາ​ຢູ່ກັບ​ເຮືອນ​ເລີຍ, ເດັກນ້ອຍ​ບາງຄົນ​ອາດຈະ​ໄດ້ຮັບ​ການ​ຊ່ວຍເຫຼືອ​ໂດຍ​ໃຊ້ເຄື່ອງ​ຊ່ວຍໃນ​ການຟັງ​ຈາກ​ໂຮງໝໍ​ ຫຼື​ ຄຣີນິກ (ສຸກສາລາ) ແລະ ຮຽນຮູ້​ການອ່ານ​ຈາກ​ຮີມສົບ.

ປະເພດ​ການ​ສື່ສານ​ອັນໃດ​ກໍ່ຕາມ​ທີ່​ທ່ານ​ໃຊ້, ປຶ້ມ​ຫົວນີ້​ຈະຊ່ວຍ​ໃຫ້ທ່ານ​ສື່ສານ​ກັບ​ລູກຫຼານ​ຂອງທ່ານ​ໄດ້