Hesperian Health Guides
ຍ້ອນສາເຫດໃດການສື່ສານຈຶ່ງເປັນສິ່ງສຳຄັນ
ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 1: ຄວາມຫຍຸ້ງຍາກໃນການຟັງ ແລະ ການສື່ສານ > ຍ້ອນສາເຫດໃດການສື່ສານຈຶ່ງເປັນສິ່ງສຳຄັນ
ການສື່ສານໄດ້ເກີດຂຶ້ນເມື່ອພວກເຮົາເຂົ້າໃຈໃນສິ່ງທີ່ຜູ້ອື່ນເວົ້າກັບພວກເຮົາ ແລ້ວກໍ່ຕອບສະໜອງຕໍ່ສິ່ງດັ່ງກ່າວ, ຫຼື ເວົ້າວ່າ ໃນເມື່ອພວກເຮົາໄດ້ສະແດງທັດສະນະ, ຄວາມຕ້ອງການ ແລະ ຄວາມຮູ້ສຶກຂອງຕົນເອງອອກມາໂດຍທີ່ບຸກຄົນອື່ນສາມາດເຂົ້າໃຈໄດ້. |
ເນື້ອໃນ
ຄວາມໂດດດ່ຽວຂອງເດັກພິການທາງຫູ
ເດັກທີ່ພິການທາງຫູນັ້ນດຳລົງຊີວິດປຽບເໝືອນດັ່ງຢູ້ໃນກວດແກ້ວ, ເພາະວ່າ ພວກເຂົາສາມາດເບິ່ງ ເຫັນຄົນທີ່ກຳລັງລົມກັນຢູ້ ແຕ່ບໍ່ສາມາດທີ່ຈະເຂົ້າໃຈໄດ້ວ່າພວກເຂົາກຳລັງເວົ້າຫຍັງກັນ.
ຄົນເຮົາສາມາດທີ່ຈະປະຕິສຳພັນກັບຄົນອື່ນໆໄດ້ເພາະວ່າ ພວກເຂົາໄດ້ຮຽນຮູ້ພາສາທີ່ໃຊ້ໃນການຕິດຕໍ່ສື່ສານເຊິ່ງກັນ ແລະ ກັນ, ແຕ່ວ່າເດັກທີ່ພິການທາງຫູນັ້ນ ບໍ່ສາມາດທີ່ຈະຮຽນຮູ້ພາສາໄດ້ ເນື່ອງມາຈາກພວກເຂົາບໍ່ສາມາດຮັບຮູ້ທາງຫູໄດ້. ນີ້ກໍ່ໝາຍຄວາມວ່າ ເດັກທີ່ພິການທາງຫູເຕີບໂຕຂຶ້ນມາ ແຕ່ບໍ່ສາ ມາດຮຽນຮູ້ ຫຼື ໃຊ້ພາສາໃນການປະຕິສຳພັນກັບຄົນອື່ນໆທີ່ຢູ້ອ້ອມຕົວເຂົາໄດ້.
ຄົນຜູ້ທີ່ມີຄວາມຕ້ອງການອັນແຮງກ້າຢາກຕິດຕໍ່ສື່ສານກັບຄົນອື່ນໆ ກໍ່ຈະສ້າງສາຍພົວພັນກັບຄົນອື່ນໄດ້. ເມື່ອເດັກພິການທາງຫູບໍ່ມີທັກສະໃນການຕິດຕໍ່ສື່ສານທີ່ຈະສ້າງສາຍສຳພັນກັບຄົນອື່ນ ແລະ ເມື່ອບຸກຄົນອື່ນກໍ່ບໍ່ຮູ້ວິທີທີ່ຈະຕິດຕໍ່ສື່ສານ ຫຼື ສ້າງສາຍສຳພັນກັບພວກເຂົາແລ້ວ ກໍ່ຈະເຮັດໃຫ້ພວກເຂົາຖືກປະ ປ່ອຍໃຫ້ຢູ້ຢ່າງໂດດດ່ຽວເກືອບຕະຫຼອດເວລາ ແມ່ນແຕ່ບຸກຄົນທີ່ໃກ້ຊິດກັບພວກເຂົາເອງ. ເຊິ່ງຈະເປັນຜົນເຮັດໃຫ້ພວກເຂົາຖືກແຍກຕົວອອກຈາກສັງຄົມ.
ການສື່ສານເພື່ອການຮຽນຮູ້ ແລະ ການຄົ້ນຄິດ
ເດັກໃຊ້ການສື່ສານເພື່ອການຮຽນຮູ້ກ່ຽວກັບໂລກ, ສ້າງສາຍພົວພັນກັບຄົນອື່ນ, ສະແດງທັດສະນະ ຂອງຕົນເອງ, ຄົ້ນຄິດ ແລະ ພັດທະນາແນວຄວາມຄິດຂອງພວກເຂົາ. ຖ້າປາສະຈາກຮູບແບບການສື່ສານ ເດັກພິການທາງຫູກໍ່ບໍສາມາດທີ່ຈະພັດທະນາທາງດ້ານແນວຄວາມຄິດ ແລະ ຄວາມສາມາດຂອງເຂົາໄດ້ຢ່າງເຕັມສ່ວນ.
ເດັກສ່ວນຫຼາຍສາມາດຮຽນຮູ້ພາສາ ແລະ ພວກເຂົາກໍ່ສາມາດເຂົ້າໃຈໂລກຂອງພວກເຂົາຫຼາຍຂຶ້ນ, ຄົ້ນຄິດ, ວາງແຜນ ແລະ ພັດທະນາສາຍພົວພັນກັບຄົນທີ່ຢູ້ອ້ອມຂ້າງຂອງພວກເຂົາໄດ້.
ເລື່ອງຂອງ ນາງ ອານິດຕາ
ນາງ. ອານິດຕາ ເກີດມາພ້ອມກັບຄວາມພິການທາງຫູເກືອບສະໜິດ, ແຕ່ພໍ່ແມ່ຂອງນາງບໍ່ຮັບຮູ້ເລີຍຈົນກະທັ້ງ ນາງ ອາຍຸໄດ້ 4 ປີ. ເມື່ອຄາວນາງຍັງເປັນເດັກແດງນັ້ນ ພວກເຂົາພຽແຕ່ສັງເກດເຫັນວ່າ ນາງມີສຸຂະພາບແຂງແຮງ ແລະ ຫ້າວຫັນດີ, ຈົນກວ່ານ້ອງສາວຂອງລາວ ຊື່ວ່າ ລໍຣາ ເກີດອອກມາ. ພວກເຂົາບໍ່ໄດ້ ກັງວົນເລີຍທີ່ ອານິດຕາຍັງບໍ່ທັນຮຽນເວົ້າ, ພວກເຂົາຄິດພຽງແຕ່ວ່າ ນາງເປັນເດັກທີ່ມີການພັດທະນາຊ້າເທົ່ານັ້ນ.
ມາມື້ໜຶ່ງ ເພື່ອນບ້ານຄົນໜຶ່ງໄດ້ຖາມແມ່ຂອງລາວ ຊື່ ນາງ ອີວາ ວ່າ: “ເຈົ້າແນ່ໃຈບໍວ່ານາງບໍ່ໄດ້ຫູ ໜວກ”, ແມ່ຂອງນາງ ອານິດຕາກໍ່ຕອບວ່າ: “ແນ່ນອນ”. ອີວາ ແມ່ຂອງລາວໄດ້ຮ້ອງຊື່ຂອງນາງຢ່າງແຮງ ແລະ ອານິດຕາກໍ່ແກວ່ງຫົວ.
ເມື່ອນາງອາຍຸໄດ້ 3 ປີ, ອານິດຕາສາມາດເວົ້າໄດ້ພຽງແຕ່ 2-3 ຄຳເທົ່ານັ້ນ. ເຊິ່ງຕ່າງກັບນ້ອງສາວອາຍຸ 2 ປີຂອງລາວທີ່ສາມາດເວົ້າຄຳສັບໃໝ່ໄດ້ທຸກໆມື້. ເມື່ອແມ່ຂອງລາວເວົ້າ ຫຼື ຮ້ອງເພງໃສ່ ນາງ ລໍຣາ, ລາວກໍ່ຍິ້ມ ແລະ ຫົວຫຼາຍກວ່າ ອານິດຕາ, ລໍຣາ ມັກແອ່ວເອົາສິ່ງນີ້ຢູ້ເລື້ອຍໆ, ຮ້ອງເພງ ແລະ ຫຼິ້ນກັບໝູ້ເພື່ອນໄດ້ຢ່າງມີຄວາມສຸກ. ແຕ່ນາງ ອານິດຕາ ຕ້ອງຫຼິ້ນຄົນດຽວ, ໃນການຫຼິ້ນກັບເດັກຄົນອື່ນມັກຈະຈົບລົງດ້ວຍການຕີກັນ ຫຼື ຮ້ອງໄຫ້ຢູ່ສະເໝີ.
ຄັ້ງໜຶ່ງໃນຕະຫຼາດຂອງບ້ານ, ລໍຣາໄດ້ໄຫ້ຂັດເອົາໂບມັດຜົມ ແລະ ອີວາ ແມ່ຂອງລາວກໍ່ຊື້ໃຫ້ລາວອັນໜຶ່ງ. ຕໍ່ມາ ນາງ ອານິດຕາ ກໍ່ໄດ້ຈັບເອົາໂບມັດຜົມນັ້ນເຊັ່ນກັນ ແລະ ໄດ້ເອົາມາມັດໃສ່ຜົມຂອງນາງ. ແຕ່ແມ່ຂອງລາວໄດ້ດຶງໂບມັດຜົມນັ້ນອອກ. ນາງ ອານິດຕາ ໜ້າແດງ ແລະ ເສຍໃຈ, ລາວຈຶ່ງນອນລົງກັບພື້ນດິນ ແລ້ວກໍ່ສົ່ງສຽງແຜດຮ້ອງອອກມາ.
ເມື່ອພໍ່ຂອງ ອານິດຕາ ໄດ້ຮູ້ເຖິງເຫດການທີ່ເກີດຂຶ້ນໃນຕະຫຼາດນັ້ນ, ລາວໃຈຮ້າຍຫຼາຍ ແລະ ເວົ້າກັບອານິດຕາ ວ່າ “ເມື່ອໃດລູກຈຶ່ງຈະຮູ້ຮ້ອງຂໍຢາກໄດ້ສິ່ງນັ້ນສິ່ງນີ້? ລູກອາຍຸ 4 ປີແລ້ວແຕ່ຍັງບໍ່ທັນຮຽນເວົ້າເລີຍ. ລູກເປັນຄົນໂງ່ ຫຼື ເປັນຄົນຂີ້ຄ້ານກັນແທ້?”.
ນາງ ອານິດຕາ ເບິ່ງໄປທີ່ພໍ່ຂອງລາວ, ນາງບໍ່ເຂົ້າໃຈເລີຍວ່າ ພໍ່ຂອງນາງເວົ້າຫຍັງ ແຕ່ນາງເຂົ້າໃຈວ່າ ພໍ່ຂອງນາງຢາກຮ້າຍ ເພາະສັງເກດຈາກສີໜ້າຂອງລາວ. ນ້ຳຕາຂອງນາງຈຶ່ງໄດ້ໄຫຼລົງອາບແກ້ມຂອງອານິດຕາ, ພໍ່ຂອງລາວຈຶ່ງກອດເອົາອານິດຕາໄວ້ໃນອ້ອມແຂນຂອງລາວ.
ເມື່ອຄອບຄົວນັ່ງລົມກັນໃນຕອນແລງຂອງມື້ນັ້ນ, ອີວາ ແມ່ຂອງລາວໄດ້ຄິດເຖິງຄຳຖາມຂອງເພື່ອນບ້ານທີ່ເວົ້າກ່ຽວກັບການຮັບຮູ້ທາງຫູຂອງອານິດຕາ. ແມ່ຂອງ ນາງ ອານິດຕາ ໄດ້ຕັດສິນໃຈທີ່ຈະທົດສອບໂດຍສ້າງສຽງດັງຕ່າງໆ ຢູ້ເບື້ອງຫຼັງຂອງ ອານິດຕາ ແລ້ວສັງເກດເບິ່ງວ່າ ອານິດຕາສາມາດໄດ້ຍິນສຽງຫຍັງໄດ້ແດ່. ເມື່ອຄອບຄົວຂອງລາວຮູ້ວ່າ: ນາງ ອານິດຕາ ບໍ່ມີການຕອບສະໜອງໃດໆ ຕໍ່ສຽງຫຍັງທັງໝົດ. ພວກເຂົາຈຶ່ງຮູ້ວ່າລາວເປັນຄົນຫູໜວກ ເຊິ່ງມັນເປັນວັນທີ່ເສົ້າສະຫຼົດໃຈຂອງພວກເຂົາທັງໝົດ.
ຄອບຄົວຂອງລາວເປັນຫ່ວງວ່າ ອານິດຕາ ຈະບໍ່ສາມາດພັດທະນາໄດ້ຄືກັບເດັກຄົນອື່ນໆ.
ພໍ່ແມ່ຂອງ ອານິດຕາ ໄດ້ເຮັດດີທີ່ສຸດເທົ່າທີ່ພວກເຂົາເຮັດໄດ້ໃນການຊ່ວຍເຫຼືອ ອານິດຕາ. ພວກເຂົາມີຄວາມຫຍຸ່ງຍາກຫຼາຍໃນການດູແລລ້ຽງດູລູກ ແລະ ການປະຕິບັດໜ້າທີ່ວຽກງານຂອງພວກເຂົາ. ສະ ນັ້ນ ມັນເປັນການຍາກສຳລັບພວກເຂົາທີ່ຈະໃຫ້ຄວາມເອົາໃຈໃສ່ຕາມທີ່ນາງຕ້ອງການ ພວກເຂົາໄດ້ແຕ່ຫວັງວ່າ ມື້ໃດມື້ໜຶ່ງນາງຈະສາມາດມີຊີວິດທີ່ສົມບູນໄດ້, ແຕ່ບໍ່ຮູ້ວ່າພວກເຂົາຈະ ສາມາດຊ່ວຍເຫຼືອນາງແນວໃດ?
ອານິດຕາ ແລະ ເດັກພິການທາງຫູອື່ນໆ ອາດຈະສະແດງການປະພຶດທີ່ບໍ່ດີອອກມາ ອາດເປັນຜົນມາຈາກການທີ່ພວກເຂົາບໍ່ເຂົ້າໃຈວ່າ ພວກເຂົາຄວນເຮັດແນວໃດ? ເພາະວ່າ ອານິດຕາ ບໍ່ສາມາດໄດ້ຍິນຄຳ ເວົ້າຢ່າງຈະແຈ້ງ. ມັນເປັນສິ່ງທີ່ຍາກຫຼາຍສຳລັບລາວໃນການຮຽນພາສາຂອງຄອບຄົວຂອງລາວເອງ. ສະນັ້ນ ມັນເປັນສິ່ງທີ່ຫຍຸ້ງຍາກຫຼາຍສຳລັບລາວທີ່ຈະເຂົ້າໃຈວ່າ: ຄົນອື່ນນັ້ນຕ້ອງການຫຍັງ, ບອກຄົນອື່ນວ່າ: ນາງຕ້ອງການຫຍັງ.
ມັນບໍ່ເປັນເລື່ອງແປກເລີຍທີ່ຜູ້ພິການທາງຫູນັ້ນບາງຄັ້ງຈະຮູ້ສຶກໂດດດ່ຽວ ຫຼື ຖືກລືມ, ການພັດທະນາ ອາດມີບັນຫາທາງດ້ານພຶດຕິກຳ ຫຼື ດ້ານການຮຽນຮູ້ທີ່ຈະສ້າງສາຍພົວພັນກັບຄົນອື່ນນັ້ນກໍ່ຊັກຊ້າ, ອານິດຕາ ຕ້ອງການຄວາມຊ່ວຍເຫຼືອໃນການພັດທະນາທາງດ້ານພາສາ ເພື່ອລາວຈະສາມາດເຂົ້າໃຈໃນສິ່ງຕ່າງໆທີ່່ຢູ່ ອ້ອມຕົວຂອງລາວເອງ.
ເລື່ອງຂອງ ໂອມາ
ໂອມາ ເກີດມາພ້ອມກັບການໄດ້ຍິນຂອງຫູທີ່ເປັນປົກກະຕິ ແລະ ເປັນເດັກຊາຍທີ່ມັກເວົ້າຫຼາຍ. ໃນໄລຍະ 2 ປີຜ່ານມາຫູຂອງລາວໄດ້ຖືກຕິດເຊື້ອຫຼາຍຄັ້ງ, ຄອບຄົວຂອງລາວບໍ່ມີເງິນພຽງພໍທີ່ຈະປິ່ນປົວການຕິດເຊື້ອເຫຼົ່ານັ້ນໄດ້, ໃນການຊຶມເຊື້ອແຕ່ລະຄັ້ງນັ້ນລາວໄດ້ສູນເສຍການຮັບຮູ້ທາງຫູໄປເທື່ອລະເລັກເທື່ອລະໜ້ອຍ. ເມື່ອເວລາຜ່ານໄປອາຍຸລາວໄດ້ 4 ປີ, ລາວບໍ່ສາມາດທີ່ຈະເຂົ້າໃຈພໍ່ແມ່ຂອງລາວອີກເມື່ອພວກເຂົາເວົ້າກັບ ໂອມາ, ລາວພຽງແຕ່ເບິ່ງພວກເຂົາແບບເສີຍໆ ແລະ ກໍ່ເວົ້າໜ້ອຍລົງ.
ພໍ່ແມ່ຂອງ ໂອມາ ຜູ້ທີ່ໄດ້ເສຍທັກສະການຟັງໄປຕາມອາຍຸການແລ້ວນັ້ນ, ລາວໄດ້ແນະນຳບາງສິ່ງບາງຢ່າງທີ່ອາດຈະສາມາດຊ່ວຍ ໂອມາ ໄດ້. ລາວເວົ້າວ່າ: ລາວເອງຈະເຂົ້າໃຈຄົນອື່ນໄດ້ດີ ເມື່ອພວກເຂົາເວົ້າກັບລາວໂດຍການສັງເກດຈາກຮີມສົບຂອງພວກເຂົາ.
ພໍ່ເຖົ້າ ໂອມາຍັງເວົ້າອີກວ່າບາງຄັ້ງມັນກໍ່ເປັນການຍາກທີ່ຈະເຂົ້າໃຈຄົນອື່ນເວົ້າ, ເພາະວ່າ ມີຫຼາຍຄຳສັບ ທີ່ຄືກັນທີ່ອອກຈາກຮີມສົບນັ້ນ, ລາວຄິດວ່າເຄື່ອງຊ່ວຍການຟັງຈະຊ່ວຍ ໂອມາ ໄດ້ດີກວ່າ.
ພໍ່ຂອງ ໂອມາ ໄດ້ນຳເອົາລາວໄປຄຣີນິກ (ສຸກສາລາ) ປົວຫູຢູ່ໃນເມືອງ, ທ່ານໝໍກໍ່ໄດ້ກວດລະບົບຫູ ຂອງລາວ ແລະ ຄິດວ່າ ເຄື່ອງຊ່ວຍໃນການຟັງນັ້ນຈະຊ່ວຍລາວໄດ້. ສະນັ້ນ ພໍ່ຂອງ ໂອມາກໍ່ໄດ້ຢືມເງິນຈາກພີ່ນ້ອງຂອງລາວ ແລະ ໂອມາເອງ ກໍ່ໄດ້ໃຊ້ເຄື່ອງຊ່ວຍໃນການຟັງ. ຄອບຄົວຂອງລາວໄດ້ເຝິກຊ້ອມ ໂອມາ ເພື່ອຊ່ວຍໃຫ້ລາວໄດ້ເຂົ້າໃຈຄຳສັບ ແລະ ເວົ້າໄດ້ຢ່າງຖືກຕ້ອງຕັ້ງແຕ່ຕອນຍັງນ້ອຍເປັນຕົ້ນມາ.
ເດັກຈຳນວນໜຶ່ງກໍ່ເຊັ່ນດຽວກັບ ທ້າວ ໂອມາ, ເຊິ່ງສາມາດໄດ້ຍິນພຽງເລັກໜ້ອຍ, ອາດຈະສາມາດເວົ້າ ແລະ ຄາດເດົາຄຳເວົ້າຈາກຮີມສົບໄດ້, ອຸປະກອນຊ່ວຍໃນການຟັງສາມາດຊ່ວຍ ໂອມາໄດ້ ເພາະລາວຍັງສາມາດຍິນສຽງໄດ້ສ່ວນໃດສ່ວນໜຶ່ງ ແລະ ກໍ່ເຄີຍຮຽນຮູ້ພາສາມາກ່ອນ, ກ່ອນທີ່ລາວຈະກາຍເປັນເດັກພິ ການທາງຫູແລ້ວ.
ເລື່ອງຂອງ ຈູເລຍ
ທ່ານ ໄອຣີນ ແລະ ເພໂດຣ ໄດ້ຮູ້ວ່າລູກສາວຂອງພວກເຂົາພິການທາງຫູ ເມື່ອເດັກຄົນອື່ນໆ ທີ່ມີເກນອາຍຸຮຸ່ນດຽວກັບລາວແມ່ນເວົ້າໄດ້ແລ້ວ. ແຕ່ ນາງ. ຈູເລຍ ຍັງບໍ່ທັນຮຽນເວົ້າຈັກເທື່ອເລີຍ.
ໄອຣີນ ແມ່ຂອງລາວ ໄດ້ເວົ້າອອກມາຢ່າງຄັບແຄ້ນໃຈວ່າ: “ຈູເລຍ, ລູກມີທຸກໆໂອກາດທີ່ຈະຮຽນ ແລະ ປະສົບຜົນສຳເລັດໃນຊີວິດ ແຕ່ເປັນຫຍັງຈຶ່ງເປັນແນວນີ້” ເນື່ອງຈາກຂ້ໍສົງໄສ, ຄວາມຢ້ານ ແລະ ຫຼາຍໆຄຳຖາມຂອງນາງເອງ, ໄອຣີນ ຈຶ່ງຄິດວ່າ: ເຖິງແມ່ນວ່າ ຈູເລຍ ຈະເປັນຄົນພິການທາງຫູ ນັ້ນກໍ່ບໍ່ໄດ້
ໝາຍຄວາມວ່າ ນາງ ບໍ່ສາມາດຮຽນຮູ້ເຮັດສິ່ງໃດສິ່ງໜຶ່ງໄດ້”.
ໄອຣີນ ໄດ້ຄິດເຖິງຕອນທີ່ລາວໄດ້ພົບກັບແມ່ຍິງຊາວຕ່າງປະເທດຜູ້ໜຶ່ງ ເຊິ່ງແມ່ຍິງຄົນນັ້ນ ກໍ່ເວົ້າພາສາທີ່ແຕກຕ່າງຈາກລາວໃນຂະນະທີ່ພວກເຂົາບໍ່ສາມາດ ທີ່ຈະໂອ້ລົມເຊິ່ງກັນ ແລະ ກັນໄດ້, ພວກເຂົາກໍ່ໃຊ້ພາສາມື ແລະ ສະແດງທ່າທາງປະກອບວ່າ: ພວກເຂົາຕ້ອງການເວົ້າຫຍັງ, ເຖິງແມ່ນວ່າມັນຕ້ອງໃຊ້ເວລາ ດົນກໍ່ຕາມ ແລະ ບາງຄັ້ງມັນກໍ່ເຮັດໃຫ້ເຂົ້າໃຈຜິດເຊິ່ງກັນ ແລະ ກັນໄດ້. ແຕ່ພວກເຂົາກໍ່ມີຄວາມສະໜຸກສະໜານໃນກຸ່ມຂອງພວກເຂົາເອງ.
ສະນັ້ນ, ການທີ່ຈະສື່ສານກັບ ຈູເລຍ, ທັງໝົດໃນຄອບຄົວຕ້ອງສ້າງພາສາມືຶຂຶ້ນມາ ແລະ ພາສາສັນຍະລັກພາຍໃນເຮືອນຂຶ້ນມາ, ໝູນໃຊ້ພາສາເຫຼົ່ານັ້ນດ້ວຍກັນ ແລະ ກໍ່ອາດຈະເຮັດໃຫ້ເພື່ອນບ້ານເລີ່ມຮຽນວິທີໃຊ້ພາສາສັນຍະລັກຂອງ ຈູເລຍ ໃນການສື່ສານກັບລາວອີກດ້ວຍ
ຕໍ່ຈາກນັ້ນ ໄອຣີນ ໄດ້ເຂົ້າໄປຖາມ ແລະ ຂໍຄວາມເຫັນຈາກຄູ ທີ່ປະຈຳຢູ້ໃນໂຮງຮຽນຂອງບ້ານວ່າ: ເມື່ອໃດ ຈູເລຍ ຈຶ່ງຈະສາມາດທີ່ຈະເລີ່ມເຂົ້າຮຽນໄດ້. ແລ້ວຄູຄົນດັ່ງກ່າວເວົ້າວ່າ: “ລາວບໍ່ມີຄວາມສາມາດຈະສອນເດັກທີ່ຫູໜວກໄດ້” ນາງໄດ້ແນະນຳໃຫ້ ໄອຣີນ ກ່ຽວກັບໂຮງຮຽນແຫ່ງໃໝ່ທີ່ຈະສາມາດສອນ ຈູເລຍໄດ້, ແຕ່ມັນຕ້ອງໃຊ້ເວລາ 2-3 ຊົ່ວໂມງໃນການຍ່າງໄປ ແລະ ກັບໂຮງຮຽນດ່ັງກ່າວນັ້ນ. ເພໂດຣ ແລະ ໄອຣີນ ຍັງຄິດສົງໄສ ແລະ ອຸກໃຈວ່າ ເມື່ອໃດທີ່ ຈູເລຍ ຈະສາມາດໄປທີ່ນັ້ນ ແລະ ກັບມາດ້ວຍຕົນເອງໄດ້ທຸກໆມື້.
ການສຶກສາສຳລັບເດັກພິການໃນ ປະເທດນິກາຣາກົວ
ເປັນເວລາຫຼາຍປີທີ່ ປະເທດນິກາຣາກົວ ຖືກປົກຄອງໂດຍຄອບຄົວຂອງໂຊໂມຊາ. ພວກເຂົາໄດ້ຍຶດຄອງເອົາຊັບສົມບັດເກືອບທັງໝົດຂອງປະເທດ ແລະ ແບ່ງປັນໃຫ້ປະຊາຊົນຊົມໃຊ້ພຽງແຕ່ສ່ວນໃດສ່ວນໜຶ່ງ ເທົ່ານັ້ນ.
ໂຊໂມຊາ ບໍ່ໄດ້ຄຳນຶງເຖິງວ່າ ການສຶກສາສຳຄັນສຳລັບທຸກໆຄົນ. ພວກເຂົາຄິດວ່າ: ປະຊາຊົນຜູ້ທີ່ໃຊ້ຊີວິດຂອງພວກເຂົາຕາມທົ່ງໄຮ່ທົ່ງນານັ້ນ ບໍ່ຕ້ອງການທີ່ຈະໄປໂຮງຮຽນດອກ. ໂຊໂມຊາ ເວົ້າວ່າ: “ຂ້ອຍບໍ່ຕ້ອງການຄົນທີ່ມີການສຶກສາ, ຂ້ອຍຕ້ອງການຄົນອອກແຮງງານຫຼາຍກວ່າ.”
ດັ່ງນັ້ນ, ຈຶ່ງເປັນຜົນເຮັດໃຫ້ປະຊາຊົນເກືອບທັງໝົດໃນ ນິກາຣາກົວ ບໍ່ສາມາດອ່ານ ຫຼື ຂຽນໜັງສືໄດ້, ເດັກທີ່ຍາກຈົນເສຍອົງຄະຫຼາຍຄົນ ສ່ວນໃຫຍ່ແມ່ນນອນຢູ່ໃນເຂດຊົນນະບົດ ໂດຍສະເພາະແມ່ນເດັກທີ່ພິການທາງຫູບໍ່ສາມາດທີ່ຈະເຂົ້າໂຮງຮຽນໄດ້.
ຕໍ່ມາໃນປີ 1979 ປະຊາຊົນ ນິກາຣາກົວ ໄດ້ຄົ້ນລົ້ມອຳນາດຜະເດັດການ ໂຊໂມຊາ ແລະ ສ້າງຕັ້ງລັດຖະບານໃໝ່ຂຶ້ນ. ລັດຖະບານໃໝ່ນີ້ ໄດ້ຮັບຮອງເອົາວ່າ ທຸກໆຄົນມີສິດທີ່ຈະໄດ້ຮັບການສຶກສາາ ແລະ ເຮັດໃຫ້ເດັກທຸກຄົນໄດ້ຮັບການສຶກສາ, ລວມທັງເດັກທີ່ພິການທາງຫູອີກດ້ວຍ, ເຊິ່ງເປັນຄັ້ງທຳອິດໃນນິກາຣາກົວ ທີ່ມີໂຮງຮຽນສຳລັບຄົນພິການທາງຫູກໍ່ໄປຮັບການເປີດຂຶ້ນ.
ເລື່ອງຂອງ ຄາເມນ
Sປະມານ 2-3 ເດືອນ ຫຼັງຈາກທີ່ຂ້ອຍໄດ້ກຳເນີດອອກມາ, ການເຈັບປ່ວຍຕ່າງກໍ່ໄດ້ແຜ່ລະບາດຢ່າງວ່ອງໄວ ໃນໝູ່ເດັກນ້ອຍພາຍໃນບ້ານຂອງຂ້ອຍ ແລະ ຂ້ອຍກໍ່ໄດ້ເປັນໄຂ້ເຊ່ັນກັນ ເຊິ່ງເປັນໄຂ້ຫຼາຍ. ພໍ່ແມ່ຂອງຂ້ອຍມີຄວາມດີໃຈຫຼາຍເມື່ອຂ້ອຍມີອາການທີ່ດີຂຶ້ນ. ແຕ່ພວກເພິ່ນກໍ່ຮູ້ວ່າຄວາມເຈັບປ່ວຍດ່ັງກ່າວນັ້ນ ໄດ້ເຮັດໃຫ້ຂ້ອຍກາຍເປັນຄົນທີ່ພິການທາງຫູໄປເສຍແລ້ວ. ເມື່ອຂ້ອຍເຕີບໃຫຍ່ຂຶ້ນມາ ພວກເພິ່ນທັງໝົດລ້ວນແຕ່ຮູ້ສຶກຫົດຫູ່ໃຈ ເພາະວ່າ ມັນເປັນການຍາກລຳບາກໃນການສື່ສານ ເຖິງແມ່ນວ່າມັນຈະເປັນແນວຄວາມຄິດ ຫຼື ຄວາມຕ້ອງການທີ່ທຳມະດາກໍ່ຕາມ. ຄອບຄົວຂອງຂ້ອຍບໍ່ຮູ້ວິທີຈະສື່ສານກັບຂ້ອຍ ແລະ ສອນຂ້ອຍເລີຍ.
ຫຼັງຈາກການປະຕິວັດໃນປະເທດນິກາຣາກົວ, ໂຮງຮຽນຄົນພິການທາງຫູກໍ່ໄດ້ເປີດຂຶ້ນ ແລະ ພໍ່ແມ່ ຂອງຂ້ອຍກໍ່ໄດ້ນຳເອົາຂ້ອຍໄປທີ່ນັ້ນ. ພວກເພິ່ນຮູ້ດີວ່າໂຮງຮຽນສາມາດຊ່ວຍຂ້ອຍໄດ້ດ້ວຍວິທີທີ່ ພໍ່ ແລະ ແມ່ຂອງຂ້ອຍບໍ່ສາມາດເຮັດໄດ້. ບັນດາຄູອາຈານຢູ່ໃນໂຮງຮຽນພະຍາຍາມທີ່ຈະສອນໃຫ້ພວກເຮົາທັງໝົດອ່ານໂດຍການໃຊ້ຮີມສົບ ແລະ ເວົ້າ. ເຖິງແມ່ນວ່າ ພວກເຮົາຫຼາຍຄົນບໍ່ສາມາດຮຽນຮູ້ໄດ້ໂດຍການອ່ານຈາກຮີມສົບ ແລະ ໄດ້ດີເທ່ົາທີ່ຄວນກໍ່ຕາມ, ການທີ່ໄດ້ຢູ່ຮ່ວມກັນນັ້ນ ໄດ້ເປັນຈຸດເລີ່ມຕົ້ນໃນການເປີດໂລກ ໃຫ້ກວ້າງຂຶ້ນສຳລັບພວກເຮົາ.
ພວກເຮົາຫຼາຍໆຄົນ ເມື່ອມີອາຍຸສູງແລ້ວຈຶ່ງໄດ້ເຂົ້າໂຮງຮຽນ, ພວກເຮົາສື່ສານໂດຍໃຊ້ພາສາສັນ ຍະລັກໃນເຮືອນກັບຄອບຄົວຂອງພວກເຮົາ ແລະ ບາງອັນກໍ່ແຕກຕ່າງກັນຫຼາຍ. ແຕ່ພວກເຮົາກໍ່ສອນເຊິ່ງກັນ ແລະ ກັນ ພ້ອມທັງສ້າງພາສາສັນຍະລັກໃໝ່ດ້ວຍກັນ. ມັນເປັນການງ່າຍສຳລັບພວກເຮົາໃນການໃຊ້ສັນຍະລັກໃນການສື່ສານ. ເມື່ອພວກເຮົາໃຊ້ສັນຍະລັກຫຼາຍຂຶ້ນມັນກໍ່ໄດ້ເຕີບໂຕກາຍເປັນພາສາທີ່ສົມບູນໃນບໍ່ຊ້າຕໍ່ມາ, ພວກເຮົາສາມາດສື່ສານກ່ຽວກັບຫຼາຍສິ່ງຫຼາຍຢ່າງເຊິ່ງກັນ ແລະ ກັນໄດ້ເຊ່ັນ: ກ່ຽວກັບຄອບຄົວ ແລະ ໝູ່ເພື່ອນຂອງພວກເຮົາ, ແຜນການ ແລະ ຄວາມຝັນຂອງພວກເຮົາ ແລະ ສິ່ງຕ່າງໆທີ່ເກີດຂຶ້ນກັບພວກເຮົາ.
ພາສາຊ່ວຍສ້າງໃຫ້ມີການຮຽນຮູ້ ແລະຢູ່ຮ່ວມກັບຊຸມຊົນໄດ້
ຄາເມນ ແລະ ເດັກໜູ່ມພິການທາງຫູຜູ້ອື່ນໆໃນປະເທດນິກາຣາກົວ ໄດ້ພິສູດໃຫ້ໂລກ ຮູ້ວ່າ ພາສາສັນຍະລັກແມ່ນເປັນພາສາທີ່ເປັນທຳມະຊາດ ແລະ ສົມບູນພາສາໜຶ່ງ ທີ່ໄດ້ຮັບການພັດທະນາໃນຊຸມຊົນ. ດັ່ງເຊັ່ນດຽວກັບພາສາອື່ນໆ. ພາສາສັນຍະລັກນີ້ເອງກໍ່ຕ້ອງມີກຸ່ມຄົນທີ່ໃຊ້ພາສາດັ່ງກ່າວຢູ່ນຳກັນ.
ເຊັ່ນດຽວກັບ ຄາເມນ ແລະ ເດັກຄົນອື່ນໆໄດ້ພັດທະນາພາສາສັນຍະລັກແຫ່ງ ນິກາຣາກົວ ແລະ ທັກສະການສື່ສານຂອງພວກເຂົາ, ພວກເຂົາຍັງໄດ້ພັດທະນາຄວາມສາມາດຕ່າງໆ ໃນການພັນລະນາວັດຖຸສິ່ງຂອງ, ແກ້ໄຂບັນຫາ ແລະ ສະແດງຄວາມຮູ້ສຶກຂອງພວກເຂົາອອກມາ, ຄວາມຕ້ອງການ ແລະ ແນວຄວາມຄິດຂອງພວກເຂົາອີກດ້ວຍ, ພາສາສັນຍະລັກບໍ່ແມ່ນພຽງແຕ່ໃຫ້ເດັກຮູ້ທິດທາງໃນການສື່ສານເທົ່ານັ້ນ, ແຕ່ມັນຍັງຊ່ວຍໃຫ້ພວກເຂົາພັດທະນາຄວາມສາມາດຂອງພວກເຂົາໃນການຄົ້ນຄິດອີກດ້ວຍ.
ເຫດຜົນໜຶ່ງທີ່ເດັກປະເທດນິກາຣາກົວໄດ້ພັດທະນາເຮັດໃຫ້ພາສາດັ່ງກ່າວນັ້ນສົມບູນໄດ້ກໍ່ ຍ້ອນວ່າ ທີ່ນັ້ນມີເດັກຫຼາຍໃຊ້ພາສາດັ່ງກ່າວ. ພວກເຂົາສາມາດເຮັດໄດ້ແນວນີ້ ກໍ່ເພາະວ່າ ປະຊາຊົນ ນິກາຣາກົວ ໄດ້ຕັດສິນໃຈທີ່ຈະທຸມເທຊັບພະຍາກອນຂອງພວກເຂົາໃນການສຶກສາ. ພວກເຂົາໄດ້ເຄື່ອນໄຫວປະຕິຮູບການສຶກສາໂດຍການສ້າງລະບົບໂຮງຮຽນທີ່ເຂັ້ມແຂງສຳລັບເດັກນ້ອຍທຸກຄົນ, ລວມເດັກທີ່ພິການທາງຫູນຳ.
ຮູບມາຮ່ວມມືກັນເພື່ອສິດທິຂອງຄົນພິການທາງຫູ
ຕ້ອງຂໍຂອບໃຈມາຍັງການດີ້ນຮົນຂອງປະຊາຊົນ ນິກາຣົວ ທຸກຄົນ ທີ່ໄດ້ເຮັດໃຫ້ທຸກຄົນໄດ້ຮັບການສຶກສາ, ຊາວໜຸ່ມທີ່ພິການທາງຫູຫຼາຍຮ້ອຍຄົນໄດ້ເຂົ້າມາຢູ່ຮ່ວມກັນໃນໂຮງຮຽນເປັນຄັ້ງທຳອິດ, ໃນຄວາມເປັນຄົນຮຸ່ນໃໝ່່ນັ້ນ, ພວກເຂົາກໍ່ໄດ້ເລີ່ມຜະລິດຮູບແບບການສື່ສານແບບໃໝ່ ແລະ ແບບຕ່າງຂຶ້ນ ເຊິ່ງໄດ້ຮັບການພັດທະນາເຂົ້າໃນພາສາສັນຍະລັກແຫ່ງປະເທດນິກາຣາກົວ.
ໃນກາງຊຸມປີ 1980 ໄວໜຸ້ມພິການທາງຫູເຫຼົ່ານີ້ໄດ້ຊຸມນຸມ ແລະ ເຄື່ອນໄຫວເພື່ອສົ່ງເສີມສິດທິຄົນພິການທາງຫູຂອງພວກເຂົາ. ພວກເຂົາໄດ້ສ້າງຕັ້ງສະມາຄົມຄົນພິການທາງຫູແຫ່ງຊາດ ນິກາຣາກົວ ຂຶ້ນ. ສະມາຊິກຂອງສະມາຄົມຄົນພິການແຫ່ງຊາດນິກາຣາກົວໄດ້ເຂົ້າຊ່ວຍໃນການພັດທະນາສົ່ງເສີມພາສາສັນຍະລັກຂອງ ນິກາຣາກົວ ເຊິ່ງໄດ້ມີການຈັດພິມ ປະທານນຸກົມສຳລັບເດັກນ້ອຍ ເຊິ່ງພວກເຂົາໄດ້ປະສານງານກັບກະຊວງສຶກສາທິການໃນການທີ່ຈະຮວບຮວມເຄື່ອງໝາຍໃນໂຮງຮຽນຄົນພິການທາງຫູ ແລະ ຊຸກຍູ້ໂຄງການຕ່າງໆ ສຳລັບການສຶກສາຂອງຄົນພິການທາງຫູ.
ປະຈຸບັນນີ້ສະມາຄົມຄົນພິການທາງຫູແຫ່ງຊາດ ນິກາຣາກົວ ແມ່ນກຸ່ມໜຶ່ງທີ່ມີອິດທິພົນໃນປະເທດ ນິກາຣາກົວ ເຊິ່ງໄດ້ເຮັດວຽກເພື່ອສິດທິຂອງຄົນພິການທາງຫູ ແລະ ຍັງເປັນສູນໜຶ່ງທີ່ໃຫ້ການບໍລິການສັງຄົມ ສຳລັບສະມາຊິກຂອງສະມາຄົມ.