Hesperian Health Guides

ເດັກ​ທີ່​ພິການ​ທາງຫູ​ແມ່ນ​ຕ້ອງການ​ຄວາມ​ຊ່ວຍເຫຼືອ​ຕັ້ງແຕ່​ເບື້ອງຕົ້ນ

ຢູ່ໃນພາກນີ້:

A couple smiling at their baby as he reaches his hand towards them. The woman uses sign language.
ລູກ​ຢາກໃຫ້​ແມ່ຫອມ ແກ້ມ​ຕື່ມ​ບໍ?

ຖ້າໄດ້​ຮັບການ​ຊ່ວຍເຫຼືອ​ແລ້ວ, ເດັກ​ທີ່​ພິການ​ທາງຫູ​ນັ້ນ ກໍ່​ສາມາດ​ສື່ສານ ​ແລະ ​ຮຽນຮູ້​ພາສາ​ໄດ້. ເດັກ​ທາລົກ​ໄດ້ເລີ່ມ​ຮຽນຮູ້​ຕັ້ງແຕ່​ເຂົາ​ໄດ້​ມືນຕາ​ເບິ່ງໂລກ​ເປັນຄັ້ງ​ທຳອິດ​ພຸ້ນ. ສະນັ້ນ ມັນ​ສຳຄັນຫຼາຍ​ທີ່​ຄອບ ຄົວ​ຈະເອົາ​ໃຈໃສ່​ເປັນພິເສດ​ຕໍ່ການ​ສື່ສານ​ຂອງລູກ ເພື່ອ​ຊ່່ວຍເຫຼືອ​ລູກ​ຜູ້ທີ່​ພິການ​ທາງຫູ​ນັ້ນ​ໃຫ້ໄວ​ທີ່​ເທົ່າທີ່​ຈະເປັນ​ໄປໄດ້. ຖ້າຫາກ​ໄດ້​ຜູ້ທີ່​ບໍ່​ສາມາດ​ຮັບຟັງ​ໄດ້ດີ​ນັ້ນ ໄດ້ຮັບ​ການ​ຊ່ວຍເຫຼືອ​ໃນການ​ຮຽນພາສາ ເຊິ່ງ​ພາສາ​ດັ່ງກ່າວ​ນັ້ນ ​ອາດຈະ​ເປັນ​ພາສາ​ສັນຍະລັກ. ມາດ​ເຂົ້າໃຈ ແລະ ສື່ສານ​ກັບຄືນ​ທີ່ຢູ່​ອ້ອມຕົວ​ພວກເຂົາ​ໄດ້, ຕໍ່ຈາກນັ້ນ ພວກເຂົາ​ກໍ່ຈະ​ສາມາດ​ຮຽນຮູ້​ສິ່ງ​ຕ່າງໆ​ຄືກັນກັບ​ເດັກ​ປົກກະຕິ​ທົ່ວໄປ.

A man speaking to his small boy in a shop.
ແມ່ຕູ້​ສັ່ງ​ພວກເຮົາ​ຊື້ຫຍັງ?
ຊາ

ພວກເຂົາ​ກໍ່ຈະ​ສາ ຖ້າຫາກ​ບັນຫາ​ການຮັບຮູ້​ຂອງເດັກ ໄດ້ຖືກ​ສັງເກດ​ເຫັນ​ຕັ້ງແຕ່​ເລີ່ມຕົ້ນ​ ແລະ ໄດ້ຮັບການ​ຊ່ວຍເຫຼືອ​ທີ່ຖືກ​ວິທີ​ ແລະ ທັນການ​ນັ້ນ. ໄລຍະ​ປີ​ແຫ່ງການ​ຮຽນຮູ້ ແລະ ການ​ສື່ສານ​ທີ່ດີ​ທີ່ສຸດ (ແຕ່ເກີດ​ຫາ​ ອາຍຸ​ 7 ປີ) ຈະບໍ່​ສູນເສຍ​ໄປ. ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນບົດທີ7,ບົດທີ8ແລະບົດທີ9.