Hesperian Health Guides

ການ​ຮຽນຮູ້​ພາສາ

ຢູ່ໃນພາກນີ້:

ເມື່ອທ່ານ​ຫາກຖືກ​ໂອບລ້ອມ​ດ້ວຍ​ພາສາ​ຄຳເວົ້າ, ມັນກໍ່ເປັນ​ສິ່ງ​ທີ່​ງ່າຍດາຍ​ໃນການ​ຮຽນຮູ້​ພາສາ​ທີ່​ຄົນ​ຢູ່ໃນ​ຊຸມຊົນ​ນັ້ນ​ເວົ້າກັນ, ເດັກຈະ​ມີການ​ຮຽນຮູ້​ພາສາ​ໃນ​ຕອນທີ່ ພວກເຂົາ​ໄດ້ຟັງ​ຄົນອື່ນ​ນັ້ນ​ໂອ້ລົມ​ກັນ​ ແລະ ​ສັງເກດ​ເບິ່ງ​ວ່າ ມີຫຍັງ​ເກີດຂຶ້ນ, ໃນຕອນ​ທີ່​ພວກເຂົາ​ໄດ້ເວົ້າ​ກັບ​ຄົນອື່ນ. ພາສາ​ໄດ້ກາຍ​ເປັນ​ວິທີ​ສຳລັບ ພວກເຂົາ​ໃນການ​ທຳຄວາມ​ເຂົ້າໃຈ​ກ່ຽວກັບ​ປະສົບການ​ຂອງ​ພວກເຂົາ​ເອງ ແລະ ໂລກ​ທີ່ຢູ່​ອ້ອມຕົວ​ຂອງເຂົາ​ນັ້ນ​ມີການ​ເຄື່ອນໄຫວ​ຄື​ແນວໃດ.

ການ​ຮຽນຮູ້​ພາສາ​ເວົ້າ​ແມ່ນ​ຍາກ​ສຳລັບ​ເດັກ​ທີ່​ພິການ​ທາງຫູ

A man talks to his son, who stands, confused, near his mother.
ເວົ້າ​ສະບາຍດີ ພໍ່​ເບິ່ງ​ດູ?
?
ເດັກ​ທີ່​ບໍ່​ສາມາດ​ຮັບຟັງ​ໄດ້ດີ​ພໍປານໃດ​ນັ້ນ, ພວກເຂົາ​ອາດຈະ​ມີຄວາມ​ຫຍຸ້ງຍາກ​ໃນການ​ທຳຄວາມ​ເຂົ້າໃຈ​ກັບ​ພາສາ​ຄຳເວົ້າ​ທີ່​ງ່າຍດາຍ ແລະ​ເດັກ​ກໍ່ຕ້ອງ​ຮຽນຮູ້​ບັນດາ​ຄຳເວົ້າ​ທີ່​ງ່າຍດາຍ​ຫຼາຍໆ​ຄຳ ​ເພື່ອທີ່ຈະ​ຮຽນຮູ້ ພາສາ​ໃນຂັ້ນ​ຕໍ່ໄປ.


ເມື່ອ​ພວກເຂົາ​ຮຽນຮູ້​ຄຳສັບ​ຫຼາຍຂຶ້ນ, ພວກເຂົາ​ກໍ່​ສາມາດ​ຮຽນຮູ້​ທັກສະ​ການສື່ສານ​ທີ່​ກ້າວໜ້າຂຶ້ນ​ເຊັ່ນ: ເວົ້າ​ເປັນ​ປະໂຫຍກ ຫຼື ລົມເປັນ​ບົດ​ສົນທະນາ. ເດັກ​ຜູ້ທີ່​ພິການ​ທາງຫູ ຫຼື ບໍ່ສາມາດ​ຮັບຟັງ​ໄດ້ດີ​ນັ້ນແມ່ນ​ຕ້ອງການ​ຄວາມ​ຊ່ວຍເຫຼືອ​ໃນການ​ຮຽນຮູ້​ທັກສະ ພໍ່​ເບິ່ງ​ດູ? ຕ່າງໆ ເຊັ່ນ: ການເວົ້າ​ຄຳເວົ້າ​ທີ່​ງ່າຍດາຍ ຫຼື ການ​ເຮັດສິ່ງໃດ​ສິ່ງໜຶ່ງ​ຕາມບົດ​ສົນທະນາທີ່ງ່າຍດາຍ​ ເຊັ່ນ: ການປ່ຽນ​ຜຽນກັນ.


HCWD Ch2 Page 16-2.png
ການ​ຮຽນຮູ້​ພາສາ​ຂອງເດັກ​ໄດ້ຈັດ​ເປັນ​ລະດັບ​ຂັ້ນຕອນ​ຄື:
ເຂົາ​ສາມາດ​ໃຊ້​ພາສາ​ທີ່​ສົມບູນແບບ ກັບຊຸມຊົນ​ໄດ້
ເດັກ​ຮຽນຮູ້ຄຳສັບ
ເດັກ​ຄົ້ນຄິດ​ກ່ຽວກັບ​ຄຳສັບ​ທີ່​ໄດ້ຍິນ
ເດັກ​ໃຊ້​ຄຳສັບ
ເດັກ​ເຂົ້າໃຈ ແລະ ຕອບສະໜອງ​ຕໍ່​ຄຳສັບ​ດັ່ງກ່າວ
ເດັກ​ໄດ້ຍິນ​ຄຳສັບ


HCWD Ch2 Page 16-3.png
ແຕ່ຖ້າ​ຫາກ​ຂາດ​ຂັ້ນຕອນ​ທຳອິດ​ຂອງການ​ທີ່​ໄດ້ຍິນ ຫຼື ການ​ທຳຄວາມ​ເຂົ້າໃຈແລ້ວ...
ເດັກ​ຄົນນັ້ນ ກໍ່ຈະ​ບໍ່​ສາມາດ​ຮຽນຮູ້​ພາສາ​ໄດ້, ສະນັ້ນ ເຂົາ​ກໍ່ບໍ່​ສາມາດ​ທີ່ຈະ​ພັດທະນາການ​ຄົ້ນຄິດ ​ຫຼື ການ​ສື່ສານ​ຂອງເຂົາ​ໄດ້.

ລາວ​ກໍ່ບໍ່ມີ​ຫົນທາງໃດ​ທີ່ຈະ​ກາຍເປັນ​ສ່ວນໜຶ່ງ​ຂອງ​ສັງຄົມ ​ແລະ ​ກໍ່ຈະ​ຖືກ​ປະປ່ອຍ​ໃຫ້ຢູ້​ຢ່າງ​ໂດດດ່ຽວ.

ພາສາ​ຊ່ວຍການ​ພັດທະນາ​ທາງດ້ານ​ຈິດໃຈ​ແນວໃດ

ພາສາ​ສາມາດ​ເຮັດໃຫ້​ເດັກ​ມີການ​ຄົ້ນຄິດ, ວາງແຜນ ແລະ ເຂົ້າໃຈ​ໂລກ​ທີ່ຢູ່​ອ້ອມຕົວ​ເຂົາໄດ້ ​ແລະ ເຂົາ​ກໍ່​ຈະກາຍ​ເປັນ​ພາກສ່ວນໜຶ່ງ​ຂອງ​ຊຸມຊົນ. ຖ້າຫາກ​ປາສະຈາກ​ພາສາ​ແລ້ວ, ເດັກ​ກໍ່ບໍ່​ສາມາດ​ພັດທະນາ​ທາງດ້ານ​ຈິດໃຈໄ​ດ້.

ເມື່ອເດັກ​ບໍ່​ສາມາດ​ຮັບຮູ້​ທາງຫູ​ໄດ້ ​ແລະ ​ບໍ່ໄດ້​ຮັບການ​ຊ່ວຍເຫຼືອ​ໃນການຮຽ​ນພາສາ ​ເພື່ອ​ການ​ສື່ ສານນັ້​ນ. ພວກເຂົາ​ກໍ່ຈະ​ປະເຊີນໜ້າ​ກັບ​ບັນຫາ​ການ​ພັດທະນາ​ທາງດ້ານ​ຈິດໃຈ​ຂອງ​ພວກເຂົາ​ເອງ. ພໍ່​ແມ່​ຫຼາຍໆ​ຄົນ ທີ່ມີ​ລູກ​ພິການ​ທາງຫູ ຫຼື ສູນເສຍ​ການຟັງ​ໄປແລ້ວນັ້ນ​ມີຄວາມ​ດີໃຈ​ຫຼາຍ​ແລ້ວ ຖ້າລູກ​ຂອງ​ພວກເຂົາ​ຫາກ​ຮຽນເວົ້າ​ຄຳສັບ​ທີ່​ງ່າຍດາຍ​ສອງ​ສາມ​ຄຳ ຫຼື ໃຊ້​ພາສາ​ມື, ແຕ່​ຕ້ອງການ​ຫຼາຍກວ່ານີ້, ຄື​ພວກເຂົາ​ຕ້ອງການ​ທີ່​ຈະຮຽນ​ພາສາ.

ເດັກ​ທີ່​ພິການ​ທາງຫູ​ແມ່ນ​ມີຄວາມ​ຕ້ອງການ​ຮຽນພາສາ​ຕັ້ງແຕ່​ຕອນຕົ້ນ, ເພື່ອທີ່​ເຂົາຈະ​ສາມາດ​ໃຊ້​ພາສາ​ດັ່ງກ່າວ​ນັ້ນ ເວົ້າກັບ​ຕົວ​ຂອງເຂົາ​ເອງ, ຄົ້ນຄິດ ແລະ ສະແດງ​ແນວ​ຄວາມຄິດ​ຂອງ​ພວກເຂົາ​ໂດຍການ​ເວົ້າເປັນ​ຄຳສັບ​ອອກມາ ເຊິ່ງ​ເຮັດໃຫ້​ມັນມີ​ຄວາມ​ເປັນໄປໄດ້​ທີ່ຈະ​ມີການ​ຄົ້ນຄິດ​ກ່ຽວກັບ​ແນວ​ຄວາມຄິດ​ເຫຼົ່າ ນັ້ນ.

A girl thinks as she sorts clothes.
ເສື້ອ​ໂຕໃຫຍ່​ກວ່ານີ້ ຕ້ອງແມ່ນ​ເສື້ອ​ຂອງພໍ່.
A girl thinks as she breaks an egg into a bowl.
ກ່ອນອື່ນໝົດ ຂ້ອຍ​ເອົາໄຂ່ໃສ່ ຕໍ່ຈາກນັ້ນ, ກໍ່​ປະສົມ​ກັບແປ້ງ ແລ້ວ​ຄົນມັນ​ຈົນໜຽວ.
ເພາະວ່າ​ ລາວຮູ້​ຄຳສັບ​ວ່າ “ໃຫຍ່ກວ່າ ຫຼື ນ້ອຍກວ່າ, ຄຳຫຼ້າ ກໍ່​ສາມາດ ຮຽນຮູ້ ປຽບທຽບ​ຂະໜາດ​ໄດ້, ຖ້າ ຫາກ​ວ່າ​ນາງ​ບໍ່ຮູ້​ພາສາ​ ລາວ ເອງ​ກໍ່ບໍ່​ສາມາດ​ຮຽນຮູ້ ສິ່ງ ດັ່ງກ່າວ​ນັ້ນໄດ້. ເພາະວ່າ ນາງ​ຮູ້​ຄຳສັບ ໃນການ​ຈັດລຽງ​ເຫດ ການ ຫຼື ສິ່ງຂອງ, ນາງ ນວນຕາ ກໍ່​ສາມາດ ວາງແຜນ​ໄດ້.


ເດັກ​ຍັງ​ຕ້ອງການ​ຮຽນພາສາເພື່ອ​ສະແດງ​ແນວ​ຄວາມຄິດ​ຂອງເຂົາ​ຕໍ່ກັບ​ຜູ້ອື່ນ ຫຼື ບອກ​ຄົນອື່ນ​ວ່າ ເຂົາ​ຕ້ອງການ​ຫຍັງ ຫຼື ຢາກໄດ້​ສິ່ງໃດ​ເຂົາຍັງ​ຕ້ອງການ​ຮຽນພາສາ ເພື່ອໃຫ້​ເຂົ້າໃຈ​ເຖິງການ​ອະທິບາຍ, ຕະ ຫຼອດ​ເຖິງ​ສາມາດ​ສື່ສານ​ກັບ​ຄົນອື່ນ​ໄດ້, ເຂົາຈະ​ຮຽນຮູ້ເຖິງ​ໂລກ​ທີ່ຢູ່​ອ້ອມຕົວ​ເຂົາ. ສິ່ງ​ເຫຼົ່ານີ້​ຈະຊ່ວຍ​ໃຫ້​ຈິດໃຈ​ຂອງເດັກ​ໄດ້ຮັບການ​ພັດທະນາ ​ແລະ ເຮັດໃຫ້​ເຂົາ​ສ້າງ​ສາຍພົວພັນ​ກັບ​ຄົນອື່ນ​ໄດ້.

A boy and his father beside a covered well.
A girl thinks as she watches her mother open the door.
?
ຖ້າຫາກ​ບໍ່ຮູ້​ພາສາ​ ເດັກຈະ​ບໍ່ຮູ້ວ່າ ຍ້ອນ​ສາເຫດ​ໃດ​ເຂົາຈິ່ງຕ້ອງ ຢູ່​ຫ່າງໄກ​ຈາກສິ່ງ​ທີ່​ເປັນອັນຕະ ລາຍ. ທ້າວ ຄຳສີ ບໍ່​ສາມາດ​ຮູ້ວ່າ ຍ້ອນສາເຫດໃດ ພວກເຂົາຈຶ່ງ ຕ້ອງ​ປິດປາກ​ນ້ໍາສ້າງ. ຖ້າຫາກວ່າ ແມ່ຂອງ ບົວລອຍ​ບໍ່​ອະທິບາຍ ໃຫ້ຟັງ, ນາງ​ບົວລອຍ ກໍ່ຈະ​ບໍ່​ເຂົ້າໃຈ​ວ່າ ແມ່ ຂອງລາວ​ຮູ້ໄດ້​ແນວໃດ ວ່າມີ​ຄົນຢູ່​ໜ້າ​ປະຕູ.