Hesperian Health Guides

ຢາຫຼາຍຊະນິດທີ່ໃຊ້ສຳລັບມາລາເລຍ

ໄຂ້ມາລາເລຍ, ໄຂ້ເລືອດອອກ, ແລະໂລກໄພໄຂ້ເຈັບອື່ນໆທີ່ເກີດຈາກຍຸງ: ຢາປິ່ນປົວ

ເນື້ອໃນ

ຢາ Chloroquine


ເກືອບທົ່ວໂລກພະຍາດມາລາເລຍປະຈຸບັນນີ້ແມ່ນ ດື້ຕໍ່ຢາ chloroquine. ຊອກຫາວ່າຢາຊະນິດໃດໃຊ້ໄດ້ດີໃນເຂດຂອງທ່ານ. ຖ້າທ່ານບໍ່ຮູ້ວ່າຄົນຜູ້ນັ້ນເປັນມາລາເລຍຊະນິດໃດ, ມັນເປັນການດີທີ່ຈະປົວດ້ວຍ Artemisinin Combination Therapy (ACT).

ເມື່ອການປິ່ນປົວມາລາເລຍດ້ວຍ ຢາ chloroquine, ທ່ານຕ້ອງການໃຊ້ຢາ primaquine ນຳເພື່ອປ້ອງກັນການກັບເປັນມາລາເລຍຄືນອີກ.

ໃນບາງປະເທດທີ່ມາລາເລຍບໍ່ດື້ຕໍ່ຢາ, ຢາ chloroquine ຕາມຄຸນນະສົມບັດມັນແລ້ວນັ້ນແມ່ນໃຊ້ປ້ອງກັນມາລາເລຍ. ໃນປະເທດທີ່ມີການດື້ຢາຕ່ຳ, ຢາ chloroquine ປະສົມກັບ proguanilແມ່ນໃຊ້ເພື່ອປ້ອງກັນມາລາເລຍ.

ຢາ chloroquine ແມ່ນປອດໄພຕໍ່ແມ່ຍິງຖືພາ ຫຼື ຊ່ວງກຳລັງໃຫ້ນົມລູກເພື່ອທັງປ້ອງກັນ ແລະ ປິ່ນປົວມາລາເລຍ.

ຜົນ​ຂ້າງຄຽງGreen-effects.png

ອາດເປັນສາເຫດປານກາງໃນການວິນຫົວ, ປວດຮາກ, ຮາກ, ເຈັບທ້ອງ, ຄັນ.

ສິ່ງ​ສໍາຄັນNBgrnimportant.png

ຖ້າໃຊ້ໃນຂະໜາດທີ່ສູງ, ຢາ chloroquine ແມ່ນເປັນອັນຕະລາຍ ໂດຍສະເພາະຕໍ່ເດັກນ້ອຍ.

ຫ້າມໃຊ້ໃນຄົນທີ່ເປັນໂລກບ້າໝູ.

ໃຊ້ຢ່າງລະມັດລະວັງຖ້າຄົນນັ້ນມີເບົາຫວານ.

ວິທີການນໍາໃຊ້NBgrnpill.png

ກິນພ້ອມອາຫານ

ຢາ Chloroquine ມີສອງຮູບແບບ, chloroquine phosphate ແລະ chloroquine sulfate. ສ່ວນທີ່ໃຊ້ງານຂອງ chloroquine ຖືກເອີ້ນວ່າ ເບດ (base).

ໃຫ້ຢາຕາມຂະໜາດນ້ຳໜັກຮ່າງກາຍ. ໂດຍລວມ chloroquine base ໃຫ້ຫຼາຍກວ່າ 3 ມື້ແມ່ນ 25 mg / kg ດັ່ງຕໍ່ໄປນີ້:

NWTND bag arrow.png
ມື້ທີ່ 1: 10 mg chloroquine base ຕໍ່ kg
ມື້ທີ່ 2: 10 mg chloroquine base ຕໍ່ kg
ມື້ທີ່ 3: 5 mg chloroquine base ຕໍ່ kg


ຢາເມັດ chlorofluorphine phosphate ປົກກະຕິແລ້ວມາໃນແບບຢາເມັດ 250 mg (ມີ ຢາ chloroquine base 150 mg).

ຢາເມັດ chloroquine sulfate ປົກກະຕິແລ້ວມາໃນຢາເມັດ 200 mg (ດ້ວຍຢາ chloroquine base 155 mg).

ໃຫ້ແນ່ໃຈວ່າທ່ານຮູ້ຈັກວ່າຢາ chloroquine ຊະນິດໃດທີ່ທ່ານມີ ແລະ ຂະໜາດຂອງ chloroquine base ຢູ່ໃນມັນ (ຄວາມເຂັ້ມຂອງເມັດ).

ສຳລັບປິ່ນປົວມາລາເລຍທຳມະດາ (ບໍ່ມີອາການສົນ) ທີ່ບໍ່ດື້ຕໍ່ຢາ chloroquine

ການນໍາໃຊ້ຢາເມັດ chloroquine phosphate 250 mg (chloroquine base 150 mg) ຫຼື ໃຊ້ຢາ chloroquine sulfate ຢາ 200 mg (chloroquine base 155 mg):

NWTND bag arrow.png
ໃຫ້ຂະໜາດດຽວໃນມື້ທີ່ໜຶ່ງ ແລະໃຫ້ອີກຄັ້ງໃນມື້ທີ່ 2:
ໜ້ອຍກວ່າ 8 ກລ: ½ ເມັດ
8 kg ເຖິງ 15 kg: 1 ເມັດ
16 kg ເຖິງ 30 ກລ: 2 ເມັດ
31 kg ເຖິງ 45 ກລ: 3 ເມັດ
46 kg ແລະ ຫຼາຍກວ່ານັ້ນ: 4 ເມັດ


NWTND bag arrow.png
ໃນມື້ທີ່ 3: ໃຫ້ ເຄິ່ງຂອງຂະໜາດ 1 ໃນແຕ່ລະມື້:
ໜ້ອຍກວ່າ 8 ກລ:¼ ເມັດ
8 kg ເຖິງ 15 kg: ½ ເມັດ
16 kg ເຖິງ 30 kg: 1 ເມັດ
31 kg ເຖິງ 45 kg: 1½ ເມັດ
46 kg ແລະ ຫຼາຍກວ່ານັ້ນ: 2 ເມັດ

ເພື່ອປ້ອງກັນໄຂ້ມາລາເລຍ ຊະນິດ vivax ທີ່ບໍ່ດື້ຕໍ່ຢາ chloroquine

ສຳລັບການປ້ອງກັນ, ໃຫ້ກິນຢາ chloroquine 1 ເທື່ອຕໍ່ອາທິດເລີ້ມຕົ້ນ 1 ຫຼື 2 ອາທິດກ່ອນເດີນທາງ. ສືບຕໍ່ກິນ 1 ເທື່ອ ທຸກອາທິດໃນຂະນະທີ່ທ່ານຢູ່ຂົງເຂດນັ້ນ ແລະສຳລັບ 4 ອາທິດ ຫຼັງຈາກອອກຈາກຂົງເຂດມີມາລາເລຍ. ໃຫ້ຢາໃຊ້ໃນມື້ທີ 3 ຂອງການປິ່ນປົວສະແດງໃຫ້ເຫັນຂ້າງເທິງ. ຕົວຢ່າງ, ສໍາລັບການປ້ອງກັນຜູ້ໃຫຍ່ຕ້ອງກິນ ແຕ່ລະອາທິດມີຢາ chloroquine phosphate 2 ເມັດ ກັບຢາ chloroquine base 150 mg ຫຼື ຢາ chloroquine sulfate 2 ເມັດ ກັບຢາ chloroquine base 155 mg.

ເພື່ອປ້ອງກັນໄຂ້ມາລາເລຍ ຊະນິດ falciparum ທີ່ດື້ຕໍ່ຢາ chloroquine ຕ່ຳ

ສໍາລັບນັກທ່ອງທ່ຽວທີ່ໄປໃນປະເທດທີ່ມີການດື້ຕໍ່ຢາ chloroquine ບາງຢ່າງ ແຕ່ວ່າຢາຍັງໃຊ້ໄດ້ຜົນຢູ່, ໃຫ້ກິນຢາ chloroquine 1 ຄັ້ງຕໍ່ອາທິດ ໃນຂະນະທີ່ກິນຢາ proguanil ອີກ 1 ເທື່ອຕໍ່ມື້ ເພື່ອປ້ອງກັນໄຂ້ມາລາເລຍ. ເລີ່ມຕົ້ນໃຫ້ຢາທັງສອງຊະນິດ 1 ອາທິດກ່ອນເດີນທາງ. ສືບຕໍ່ຢາກິນ 1 ເທື່ອໃນແຕ່ລະອາທິດໃນຂະນະ ທີ່ທ່ານຢູ່ທີ່ນັ້ນ ແລະ ສໍາລັບ 4 ອາທິດຫຼັງຈາກອອກຈາກເຂດໄຂ້ມາລາເລຍ. ໃຫ້ກິນຢາ chloroquine ໃນມື້ດຽວກັນແຕ່ລະອາທິດ ແລະ ໃຫ້ກິນຢາ proguanil ໃນເວລາດຽວກັນໃນແຕ່ລະມື້. ກິນພ້ອມອາຫານ.

NWTND bag arrow.png
ການນໍາໃຊ້ຢາເມັດ chloroquine ທີ່ມີ ຢາ chloroquine base ປະລິມານ 155 mg ຫຼື 150 mg ແລະ ຢາເມັດ proguanil ທີ່ມີ proguanil hydrochloride 100 mg:
ອາຍຸ 1 ຫາ 4 ຂວບ:ຢາ proguanil ½ ເມັດຕໍ່ມື້ ແລະ ຢາ chloroquine ½ເມັດຕໍ່ອາທິດ
ອາຍຸ 5 ຫາ 8 ຂວບ: ຢາ proguanil 1 ເມັດຕໍ່ມື້ ແລະ ຢາ chloroquine 1 ເມັດຕໍ່ອາທິດ
9 ຫາ 14 ປີ: ຢາ proguanil 1 ແລະ½ ເມັດຕໍ່ມື້ ແລະ ຢາ chloroquine 1 ແລະ½ ເມັດຕໍ່ອາທິດ
15 ປີຂຶ້ນໄປ: ຢາ proguanil 2 ເມັດຕໍ່ມື້ ແລະ ຢາ chloroquine 2 ເມັດຕໍ່ອາທິດ

ຢາ Primaquine


ຢາ Primaquine ຖືກນໍາໃຊ້ເປັນເວລາ 14 ມື້ ພ້ອມກັນ ຫຼື ຫຼັງຈາກການປິ່ນປົວດ້ວຍຢາ chloroquine ເພື່ອປ້ອງກັນບໍ່ໃຫ້ເປັນໄຂ້ຄືນຈາກການຕິດເຊື້ອມາລາເລຍຊະນິດອື່ນທີ່ບໍ່ແມ່ນ falciparum.

ໃນບາງຂົງເຂດ, ຢາ primaquine ປະລິມານດຽວແມ່ນ ໄດ້ຮັບໃນມື້ທໍາອິດຂອງການປິ່ນປົວ 3 ວັນສໍາລັບ ພະຍາດໄຂ້ມາລາເລຍຊະນິດ falciparum. ນີ້ຊ່ວຍໃຫ້ບໍ່ໃຫ້ falciparum ແຜ່ຂະຫຍາຍໄປຫາຄົນອື່ນ.

ສິ່ງ​ສໍາຄັນNBgrnimportant.png

ຢາ Primaquine ບໍ່ໄດ້ໃຫ້ແມ່ຍິງທີ່ກໍາລັງຖືພາ ຫຼື ໃຫ້ລູກກິນນົມແມ່ ໃນຊ່ວງເດັກໄດ້ 6 ເດືອນ ຫຼື ນ້ອຍກວ່າ.

ຢາ Primaquine ປົກກະຕິແລ້ວບໍ່ໃຫ້ເດັກອາຍຸຕ່ໍາກວ່າ 1 ປີ.

ສໍາລັບຜູ້ທີ່ສະພາບຂອງເລືອດມີ G6PD (favism) ບົກພ່ອງ, ພະນັກງານສາທາລະນະສຸກທີ່ມີປະສົບການໃຊ້ຢາ primaquine ໃນຂະໜາດຕ່ຳກວ່າ, ໃຫ້ໃຊ້ເປັນເວລາຫຼາຍໆອາທິດ.

ຜົນ​ຂ້າງຄຽງGreen-effects.png

ເຈັບທ້ອງ ແລະ ປວດທ້ອງ

ວິທີການນໍາໃຊ້NBgrnpill.png

ກິນພ້ອມອາຫານ.

ຢາ Primaquine phosphate ແມ່ນ ຮູບແບບທົ່ວໄປຂອງ primaquine ທີ່ໃຊ້ຫຼາຍ. ປົກກະຕິຢາມີເມັດ 15 mg ຂອງຢາ primaquine base, ສ່ວນທີ່ອອກລິດໄດ້ຂອງຢາ.

ເພື່ອປິ່ນປົວໄຂ້ຍຸງທີ່ non-falciparum ຈາກການກັບຄືນມາຢູ່ໃນຄົນດຽວກັນ, ນໍາໃຊ້ ຫຼື ຫຼັງຈາກການປິ່ນປົວດ້ວຍຢາ chloroquine

ໃຫ້ຢາຕາມຂະໜາດນ້ຳໜັກຮ່າງກາຍ ຫຼື ຖ້າທ່ານບໍ່ສາມາດຮູ້ເຖິງນໍ້າໜັກຂອງເດັກນ້ອຍໄດ້, ໃຫ້ຕາມອາຍຸ.

NWTND bag arrow.png
ການນໍາໃຊ້ຢາເມັດ primaquine base 15 mg, ໃຫ້:
10 kg ເຖິງ 24 kg (3 ເຖິງ 7 ຂອບ): ¼ ເມັດຕໍ່ມື້ ເປັນເວລາ 14 ມື້
25 kg ເຖິງ 49 kg (8 ເຖິງ 11 ປີ):  ເມັດຕໍ່ມື້ ເປັນເວລາ 14 ມື້
50 kg ແລະ ຫຼາຍກວ່າ (12 ປີ ແລະ ຫຼາຍກວ່າ): 1 ເມັດຕໍ່ມື້ ເປັນເວລາ 14 ມື້

ເພື່ອບໍ່ໃຫ້ ເຊື້ອປາຣາຊິດ P. falciparum ລະບາດ, ບ່ອນທີ່ບໍ່ຄ່ອຍພົບເຊື້ອປາຣາຊິດ P. falciparum

ໃນບາງຂົງເຂດ,ເອົາຢາ primaquine ຄັ້ງດຽວ ເພື່ອປິ່ນປົວ ACT ແມ່ນຂໍ້ແນະນຳເພື່ອບໍ່ໃຫ້ເຊື້ອມາລາເລຍລະບາດ.

NWTND bag arrow.png
10 kg ເຖິງ 24 kg (3 ເຖິງ 7 ຂອບ): ¼ ເມັດ 1 ຄັ້ງ ¼ tablet one time
225 kg ເຖິງ 49 kg (8 ເຖິງ 11 ປີ): ½ ເມັດ 1 ຄັ້ງ
50 kg ແລະ ຫຼາຍກວ່າ (12 ປີ ແລະ ຫຼາຍກວ່າ): ເມັດ 1 ຄັ້ງ

ຢາ Proguanil ແລະ ຢາ Atovoquone + ຢາ proguanil


ນັກທ່ອງທ່ຽວມັກໃຊ້ຢາ proguanil ເພື່ຶອປ້ອງກັນການເປັນມາລາເລຍ. ຢາ proguanil ມັກໃຊ້ຮ່ວມກັບ ຢາປົວມາລາເລຍຊະນິດອື່ນໆ.

ຜົນ​ຂ້າງຄຽງGreen-effects.png

ສາມາດເກີດອາການເຈັບຫົວ,ໄອ,ຖອກທ້ອງ, ແລະ ເຈັບທ້ອງເລັກໜ່ອຍ.

ສິ່ງ​ສໍາຄັນNBgrnimportant.png

ຄົນທີ່ມີບັນຫາໄຂ່ຫຼັງຮ້າຍແຮງບໍ່ຄວນໃຊ້ຢາ proguanil.

ວິທີການນໍາໃຊ້NBgrnpill.png

ກິນພ້ອມອາຫານ.

ການໃຊ້ຢາ Proguanil ແລະ ຢາ chloroquine ຮ່ວມກັນ ແມ່ນນໍາໃຊ້ເພື່ອປ້ອງກັນມາລາເລຍ ບ່ອນທີ່ມີການດື້ຕໍ່ຢາ chloroquine ຕໍ່າ.

ຢາ Atovaquone ແລະ ຢາ proguanil ແມ່ນຢາເມັດປະສົມ. ສ່ວນຫຼາຍມັນໃຊ້ເພື່ອປ້ອງກັນມາລາເລຍ ແຕ່ ໃນປະເທດ ທີ່ມີ ACT ແລະ ຢາມາລາເລຍອື່ນໆ ບໍ່ໄດນຳໃຊ້ມາດົນ, ບາງເທື່ອມັນຖືກນຳໃຊ້ເພື່ອປິ່ນປົວມາລາເລຍ ຮ່ວມກັບຢາ artesunate ແລະ ຢາ primaquine.

ຢາເມັດປະກອບດ້ວຍ:
62.5 mg atovaquone + 25 mg proguanil (ສຳລັບເດັກນ້ອຍ)
250 mg atovaquone + 100 mg proguanil (ສຳລັບຜູ້ໃຫ່ຍ)

ການປ້ອງກັນມາລາເລຍ

ທັ້ງຜູ້ໃຫ່ຍ ແລະ ເດັກນ້ອຍແຕ່ລະມື້ຕ້ອງກິນຢາ 1 ເມັດ ໂດຍເລີ່ມຈາກ 1 ຫຼື 2 ມື້ກ່ອນເດີນທາງ. ສືບຕໍ່ກິນຢາ 1 ເມັດແຕ່ລະມື້ໃນຊ່ວງທີ່ຢູ່ໃນພື້ນທີ່ທີ່ມີໄຂ້ຍຸງມາລາເລຍ ແລະ ອີກ 7 ມື້ຫຼັງຈາກອອກຈາກພື້ນທີ່ມີມາລາເລຍ.

NWTND bag arrow.png
ໃຊ້ຢາເມັດສຳລັບເດັກນ້ອຍທີ່ມີ 62.5 mg atovaquone + 25 mg proguanil , ໃຫ້:
ນໍ້າໜັກ 5 kg to 7 kg: ໃຫ້ ½ ເມັດແຕ່ລະມື້
ນໍ້າໜັກ 8 kg to 9 kg: ໃຫ້ ¾ ເມັດແຕ່ລະມື້
ນໍ້າໜັກ 10 to 19 kg: ໃຫ້ 1 ເມັດແຕ່ລະມື້
ນໍ້າໜັກ 20 kg to 29 kg: ໃຫ້ 2 ເມັດແຕ່ລະມື້
ນໍ້າໜັກ 30 kg to 39 kg: ໃຫ້ 3 ເມັດແຕ່ລະມື້
ນໍ້າໜັກ 40 kg ແລະ ຫຼາຍກວ່າ: ເດັກນ້ອຍ 4 ເມັດ ຫຼື ຜູ້ໃຫ່ຍ 1 ເມັດແຕ່ລະມື້

ຢາ Quinine, ຢາສັກ


ມາລາເລຍຮຸນແຮງແມ່ນພາວະສຸກເສີນທາງການແພດ. ການສັກຢາ quinine ເຂົ້າກ້າມຊີ້ນບາງເທື່ອໃຊ້ເພື່ອປິ່ນປົວ ຄົນກ່ອນນຳສົ່ງມາໂຮງໝໍ. ການສັກຢາ quinine ຄວນແມ່ນພະນັກງານແພດທີ່ມີຄວາມຊຳນານ ຫຼື ຜູ້ທີ່ຮູ້ປະລິມານຢາ ແລະ ຮູ້ວິທີສັກຢາເປັນຜູ້ສັກໃຫ້. ສຳລັບເດັກນ້ອຍທີ່ເປັນມາລາເລຍຮ້າຍແຮງ, ຖ້າວ່າບໍ່ມີຢາສັກ artesunate , ມັນຈະປອດໄພ ກວ່າຖ້າໃຊ້ຢາຢັດ artesunate suppositories ແທນຢາ quinine ໃນຊ່ວງທີ່ຮັບການປິ່ນປົວຮັກສາ

ຢາ Quinine sulfate, ຊະນິດເມັດ


ຊະນິດເມັດທີ່ກິນເອົາໃຊ້ເພື່ອປິ່ນປົວມາລາເລຍທີ່ບໍ່ມີອາການສົນ ບ່ອນທີ່ໃຊ້ຢາ chloroquine ປິ່ນປົວບໍ່ໄດ້ດີ.

ສຳລັບຜູ້ຍິງທີ່ຖືພາຊ່ວງສາມເດືອນທຳອິດ, ແມ່ໃຊ້ທັງຢາ quinine ແລະ ຢາ clindamycin ເພື່ອປິ່ນປົວ ມາລາເລຍຊະນິດ falciparum. ສຳລັບມາລາເລຍຊະນິດ vivax ແມ່ນດື້ຕໍ່ຢາ chloroquine, ແມ່ນໃຊ້ຢາ ພຽງຢ່າງດຽວ.

ການປະສົມຢາ quinine ແລະ ຢາ clindamycin ຫຼື ຢາ doxycycline ບາງເທື່ອຖືກມານຳໃຊ້ ຖ້າວ່າບໍ່ມີ ACT ເພື່ອໃຫ້ສຳເລັດການປິ່ນປົວຄົນເຈັບ ໃນຊ່ວງທີ່ເຂົ້າຮັບການຕິດຕາມປິ່ນປົວສຸກເສີນສຳລັບກໍລະນີ ເປັນໄຂ້ຍຸງ ມາລາເລຍຮ້າຍແຮງ.

Quinine ບໍ່ໄດ້ຖືກໃຊ້ເພື່ອປ້ອງກັນມາເລເລຍ.

ຜົນ​ຂ້າງຄຽງGreen-effects.png

ຢາ Quinine ບາງເທື່ອເຮັດໃຫ້ມີເຫງື່ອອອກຕາມຜິວໜັງ, ສຽງກ້ອງໃນຫູ ຫຼື ມີບັນຫາການໄດ້ຍິນ, ຕາມົວ, ວິນຫົວ, ປວດຮາກ ແລະ ຮາກ, ແລະ ຖອກທ້ອງ.

ຖ້າວ່າຄົນເຈັບຮາກຍ້ອນຢາ quinine , ໃຊ້ຢາຕ້ານການຮາກເຊັ່ນຢາ promethazine ອາດຊ່ວຍໄດ້.

ສິ່ງ​ສໍາຄັນNBgrnimportant.png

ການກິນຢາ quinine ຫຼາຍເກີນໄປແມ່ນເປັນອັນຕະລາຍ. ຢາ Quinine ສາມາດເຮັດໃຫ້ລະດັບນໍ້າຕານ ໃນເລືອດຕໍ່າ. ໄປຮັບການຊ່ວຍເຫຼືອທາງການແພດສຳລັບອາການເຕືອນອັນຕະລາຍເຊັ່ນວິນຫົວ, ສັບສົນ, ໝົດສະຕິ, ຫຼື ຫົວໃຈເຕັ້ນໄວ ຫຼື ຊ້າເກີນໄປ.

ບໍ່ໃຫ້ໃຊ້ຢາ quinine ຖ້າວ່າກິນຢາ chloroquine ຫຼື ຢາ mefloquine

ວິທີການນໍາໃຊ້NBgrnpill.png

ປິ່ນປົວຮັກສາໂດຍໃຊ້ຢາ ເປັນເວລາ 3 ຫຼື 7 ມື້, ຂຶ້ນຢູ່ກັບຂົງເຂດພື້ນທີ່. ຢາ Clindamycin ຫຼື ຢາ doxycycline ອາດຈຳເປັນຕ້ອງໄດ້ໃຊ້.

ຢາ Quinine sulfate , ຢາ quinine hydrochloride, ແລະ ຢາ quinine dihydrochloride ມາໃນຮູບແບບ ຢາເມັດຂະໜາດ 300 mg ແລະ ຂະໜາດຂອງມັນເທົ່າກັນ. ອີງຕາມນໍ້າໜັກ, ຂະໜາດຢາແມ່ນ quinine sulfate 10 mg ຕໍ່ kg ໂດຍກິນເປັນເວລາ 3 ເທື່ອຕໍ່ມື້. ເຖິງຢ່າງໃດກໍຕາມ ຢາເມັດ , ມີປະລິມານຢາທີ່ແຕກຕ່າງກັນ: 14 mg ຕໍ່ kg ກິນ 3 ເທື່ອຕໍ່ມື້.

ການປິ່ນປົວມາລາເລຍຊະນິດ falciparum ທີ່ບໍ່ມີອາການສົນ ແລະ ດື້ຕໍ່ຢາ chloroquine

ຂຶ້ນຢູ່ກັບພື້ນທີ່ທີ່ທ່ານອາໃສຢູ່, ປິ່ນປົວຈະໃຊ້ເວລາ 3 ຫຼື 7 ມື້ ປະລິມານຢາອີງຕາມນໍ້າໜັກ.

NWTND bag arrow.png
ໃຊ້ຢາ quinine sulfate, quinine hydrochloride ແລະ ຢາເມັດ quinine dihydrochloride 300 mg, ໃຫ້:
ນໍ້າໜັກ 7 to 11 kg: ໃຫ້ ¼ ເມັດ, 3 ເທື່ອຕໍ່ມື້
ນໍ້າໜັກ 12 to 24 kg: ໃຫ້ ½ ເມັດ, 3 ເທື່ອຕໍ່ມື້
ນໍ້າໜັກ 25 to 34 kg: ໃຫ້ 1 ເມັດ, 3 ເທື່ອຕໍ່ມື້
ນໍ້າໜັກ 35 to 49 kg: ໃຫ້ 1½ ເມັດ, 3 ເທື່ອຕໍ່ມື້
day ນໍ້າໜັກ 50 kg ແລະ ເກີນ: ໃຫ້ 2 ເມັດ, 3 ເທື່ອຕໍ່ມື້

ໃຊ້ຢາ clindamycin ຫຼື ຢາ doxycycline ເປັນເວລາ 7 ມື້, ເລີ່ມແຕ່ມື້ທີ່ 2 ຫຼື ມື້ທີ 3 ຫຼັງຈາກເລີ່ມໃຊ້ຢາ quinine, ເວລາຄົນເຈັບເບິ່ງຄ້າຍຄືວ່າມີອາການຮາກໜ້ອຍຈາກການໃຊ້ຢາ. ສຳລັບຂະໜາດຂອງ doxycycline, ເບິ່ງໜ້ດ້ານລຸ່ມ.

ສຳລັບຢາ clindamycin : ຂະໜາດຢາແຕ່ລະມື້ແມ່ນ 20 mg ຕໍ່ kg ອີງຕາມນໍ້າໜັກເປັນເວລາ 7 ມື້, ແບ່ງເປັນ 2 ຄາບຕໍ່ມື້, ຂຶ້ນຢູ່ກັບຄວາມແຮງຂອງແຄັບຊູນຢາ.

NWTND bag arrow.png
ໃຊ້ຢາ clindamycin ຊະນິດແຄັບຊູນ 150 mg, ໃຫ້:
ນໍ້າໜັກ 10 ຫາ 19 kg: ໃຫ້ 1 ແຄັບຊູນ, 2 ເທື່ອຕໍ່ມື້, ເປັນເວລາ 7 ມື້
ນໍ້າໜັກ 20 ຫາ 29 kg: ໃຫ້ 2 ແຄັບຊູນ, 2 ເທື່ອຕໍ່ມື້, ເປັນເວລາ 7 ມື້
ນໍ້າໜັກ 30 ຫາ 44 kg: ໃຫ້ 3 ແຄັບຊູນ, 2 ເທື່ອຕໍ່ມື້, ເປັນເວລາ 7 ມື້
NWTND bag arrow.png
ໃຊ້ຢາ clindamycin ຊະນິດແຄັບຊູນ 300 mg, ໃຫ້:
ນໍ້າໜັກ 45 kg ແລະ ຫຼາຍກວ່າ: ໃຫ້ 2 ແຄັບຊູນ(600 mg), 2 ເທື່ອຕໍ່ມື້, ເປັນເວລາ 7 ມື້
ສິ່ງ​ສໍາຄັນNBgrnimportant.png

ຖ້າວ່າທ່ານຖ່າຍເປັນນໍ້າ ຫຼື ຖ່າຍເປັນເລືອດ, ໃຫ້ຢຸດໃຊ້ຢາ clindamycin ທັນທີ.

ເນື່ອງຈາກວ່າຢາສາມາດຜ່ານທາງນໍ້ານົມແມ່ໄປຫາລູກ, ຫຼີກເວັ້ນການໃຫ້ຢາ clindamycin ກັບແມ່ຍິງທີ່ລ້ຽງ ລູກດ້ວຍນົມ.

ຫ້າມໃຊ້ຢາລົດກົດເປັນເວລາ 2 ຊົ່ວໂມງກ່ອນ ຫຼື ຫຼັງກິນຢາ clindamycin. ມັນເຮັດໃຫ້ຢາມີປະສິດ ທິພາບຫຼຸດລົງ.

ສຳລັບປິ່ນປົວມາລາເລຍທຳມະດາ (ບໍ່ມີອາການສົນ) ຊະນິດ vivax ທີ່ດື້ຕໍ່ຢາ chloroquine

NWTND bag arrow.png
ໃຊ້ຢາ quinine sulfate ແລະ ຢາ clindamycin ຫຼື ຢາ ສຳລັບປິ່ນປົວມາລາເລຍຊະນິດ falciparum ທີ່ບໍ່ມີອາການສົນ ແລະ ດື້ຕໍ່ຢາ chloroquine (ເບິ່ງທາງເທິງ). ຫຼັງຈາກໃຫ້ການປິ່ນປົວ, ໃຫ້ເພີ່ມຢາ primaquine ເປັນເວລາ 14 ມື້. ແຕ່ຫ້າມເພີ່ມຢາ primaquine ໃນແມ່ຍິງຖືພາ.

ຢາ Doxycycline


ຢາ Doxycycline ແມ່ນຢາຕ້ານເຊື້ອທີ່ມີປະໂຫຍດຫຼາຍຢ່າງ. ມັນສາມາດນຳໃຊ້ ເພື່ອປິ່ນປົວມາລາເລຍ ເມື່ອໃຊ້ຮ່ວມກັບຢາ quinine. ຢາ Doxycycline ຍັງໃຊ້ເພື່ອປ້ອງກັນມາລາເລຍສຳລັບນັກເດີນທາງ.

ຜົນ​ຂ້າງຄຽງGreen-effects.png

ແສບອອກຮ້ອນບໍລິເວນໜ້າເອິກ, ທ້ອງປັ້ນ, ຖອກທ້ອງ, ແລະ ຕິດເຊື້ອເຫັດເປັນປະຈຳ.

ສິ່ງ​ສໍາຄັນNBgrnimportant.png

ແມ່ຍິງຖືພາ ແລະ ເດັກນ້ອຍອາຍຸຕໍ່າກວ່າ 8 ປີ, ຄວນຫຼີກເວັ້ນການໃຊ້ຢາ doxycycline ຫຼື ຢາ tetracycline ເພາະວ່າຢາເຫຼົ່ານີ້ສາມາດສ້າງຄວາມເສຍຫາຍ ຫຼື ຄາບຕິດຢູ່ນຳແຂ້ວ ແລະ ກະດູກ.

ໃຊ້ຢາດ້ວຍຄວາມລະມັດລະວັງກັບຄົນທີ່ເປັນພະຍາດໄຂ່ຫຼັງ, ຕັບ, ກະເພາະ ຫຼື ກະເພາະອັກເສບ.

ຫຼີກເວັ້ນຢາເມັດທາດເຫຼັກ ແລະ ຢາລົດກົດເປັນເວລາ 2 ຊົ່ວໂມງກ່ອນ ຫຼື ຫຼັງໃຊ້ຢາ doxycycline. ມັນຈະເຮັດໃຫ້ຢາມີປະສິດທິພາບຫຼຸດລົງ.

ຫຼີກເວັ້ນການໃຊ້ເວລາຢູ່ແສງແດດໃນຊ່ວງທີ່ກິນຢາ doxycycline ເພື່ອປ້ອງກັນຜິວໜັງໄໝ້ ແລະ ຜື່ນຕາມຜິວໜັງ.

ຢາ Doxycycline ອາດເຮັດໃຫ້ຢາຄຸມກຳເນີດມີປະສິດທິພາບຫຼຸດລົງ. ຖ້າເປັນໄປໄດ້ໃຫ້ໃຊ້ການຄຸມກຳເນີດ ແບບອື່ນ (ເຊັ່ນ ໃຊ້ຖົງຢາງອະນາໄມ) ໃນຊ່ວງທີ່ໃຊ້ຢາ.

ວິທີການນໍາໃຊ້NBgrnpill.png

ກິນຢາກັບນໍ້າເຕັມຈອກ. ກິນພ້ອມອາຫານຖ້າວ່າມັນເຮັດໃຫ້ທ່ານເຈັບທ້ອງ.

ສຳລັບປິ່ນປົວມາລາເລຍທຳມະດາ (ບໍ່ມີອາການສົນ) ດ້ວຍຢາ quinine ດື້ຕໍ່ຢາ chloroquine

NWTND bag arrow.png
ສຳລັບມາລາເລຍຊະນິດ falciparum ທີ່ບໍ່ມີອາການສົນ, ເລີ່ມກິນຢາ doxycycline 1 ຫຼື 2 ມື້ຫຼັງຈາກ ຫຼື ມໍ່ໆທີ່ຄົນເຈັບ ສາມາດກິນຢາໄດ້ໂດຍບໍ່ຮາກ:
ເດັກນ້ອຍອາຍຸຫຼາຍກວ່າ 8 ຂອບມື້ແຕ່ນໍ້າໜັກບໍ່ເກີນ 40 kg: ໃຫ້ 50 mg, 2 ເທື່ອແຕ່ລະມື້, ເປັນເວລາ 7 ມື້
ເດັກນ້ອຍນໍ້າໜັກເກີນ 40 kg ແລະ ຜູ້ໃຫ່ຍ: ໃຫ້ 100mg, 2 ເທື່ອແຕ່ລະມື້, ເປັນເວລາ 7 ມື້


ຍັງໃຫ້ຢາ quinine.

ການໃຊ້ຢາ quinine ເພື່ອປິ່ນປົວ ມາລາເລຍ vivax ຊະນິດ ທີ່ບໍ່ມີອາການສົນ

NWTND bag arrow.png
ໃຫ້ຢາ doxycycline ແລະ ຢາ quinine ທີ່ເວົ້າມາຂ້າງເທິງ, ແລະ ເມື່ອກິນຢາຄົບແລ້ວ, ຍັງຕ້ອງສືບຕໍ່ກິນຢາ primaquine ເປັນເວລາ 14 ມື້.

ເພື່ອປ້ອງກັນສຳລັບການເດີນທາງທີ່ໄປພື້ນທີ່ມີມາລາເລຍ:

NWTND bag arrow.png
ທັ້ງຜູ້ໃຫຍ່ ແລະ ເດັກນ້ອຍກິນຢາ doxycycline 1 ເມັດແຕ່ລະມື້ ເລີ່ມກິນແຕ່ 1 ຫຼື 2 ມື້ກ່ອນອອກເດີນທາງ. ສືບຕໍ່ກິນຢາ ໜຶ່ງເມັດແຕ່ລະມື້ໃນຊ່ວງທີ່ຢູ່ໃນພື້ນທີ່ ແລະ ອີກ 28 ມື້ຫຼັງຈາກອອກຈາກພື້ນທີ່ໄຂ້ຍຸງມາລາເລຍ.
ເດັກນ້ອຍອາຍຸຫຼາຍກວ່າ 8 ຂອບແຕ່ນໍ້າໜັກບໍ່ເກີນ 40 kg: ໃຫ້ 50 mg ໜຶ່ງເທື່ອແຕ່ລະມື້
ເດັກນ້ອຍນໍ້າໜັກເກີນ 40 kg ແລະ ຜູ້ໃຫ່ຍ: ໃຫ້ 100mg ໜຶ່ງເທື່ອແຕ່ລະມື້



This page was updated: ໐໕ ມັງກອນ ໒໐໒໔