Hesperian Health Guides

ຢາສຳລັບປິ່ນປົວມາລາເລຍ

ໄຂ້ມາລາເລຍ, ໄຂ້ເລືອດອອກ, ແລະໂລກໄພໄຂ້ເຈັບອື່ນໆທີ່ເກີດຈາກຍຸງ: ຢາປິ່ນປົວ

ເນື້ອໃນ

ກ່ຽວກັບຢາປິ່ນປົວມາລາເລຍ

ຢາສຳລັບປິ່ນປົວ ແລະປ້ອງກັນມາລາເລຍແມ່ນມີຫຼາຍຊະນິດ. ແຕ່ເຊື້ອປາຣາຊິດມາລາເລຍສາມາດເກີດດື້ຢາຂຶ້ນມາໄດ້, ເຊິ່ງໝາຍຄວາມວ່າຢາປິ່ນປົວບາງຊະນິດບໍ່ສາມາດຂ້າເຊື້ອພາຣາຊິດຕໍ່ໄປໄດ້ອີກແລ້ວ. ພະນັກງານສາທາລະນະສຸກ, ສູນຮັກສາຂະພາບໃນທ້ອງຖິ່ນ, ຫຼື ກະຊວງສາທາລະນະສຸກ ແມ່ນຮູ້ດີວ່າຢາຊະນິດໃດຈະໄດ້ຜົນດີໃນຂົງເຂດຂອງເຈົ້າ.

ຢາສຳລັບປ້ອງກັນມາລາເລຍ

ສຳລັບຜູ້ທີ່ຈະເດີນທາງຈາກເຂດທີ່ບໍ່ມີມາລາເລຍໄປຍັງເຂດທີ່ມີການລະບາດຂອງໂລກດັ່ງກ່າວນີ້, ຢາສຳລັບປ້ອງກັນ ມາລາເລຍແມ່ນ ຢາ mefloquine, chloroquine, chloroquine ແລະ proguanil, atovaquone + proguanil, ແລະ doxycycline.

ສຳລັບຢາ primaquine ແມ່ນໃຊ້ເພື່ອປ້ອງກັນ ມາລາເລຍບາງຊະນິດບໍ່ໃຫ້ກັບມາເປັນຊ້ຳຄືນອີກພາຍຫຼັງທີ່ໄດ້ປິ່ນປົວຫາຍດີແລ້ວ.

ໃນບາງປະເທດຢູ່ເຂດຊາເຮລ໌ (Sahel) ໃນທະວີບອາຟາຣິກາ ຊ່ວງລະດູຝົນ ແມ່ນໄດ້ມີການໃຫ້ໂດ (dose) ຢາ amodiaquine ກັບຢາ sulfadoxine + pyrimethamine ເດືອນລະຄັ້ງ ເພື່ອປ້ອງກັນໂລກມາລາເລຍໃນເດັກນ້ອຍອາຍຸຕ່ຳກວ່າ 5 ຂວບ.

ເພື່ອປ້ອງກັນມາລາເລຍບໍ່ໃຫ້ເກີດກັບເດັກແດງ ໃນປະເທດອື່ນໆຂອງທະວີບອາຟາຣິກາ ແມ່ນເພິ່ນໃຊ້ຢາ amodiaquine ກັບຢາ sulfadoxine + pyrimethamine 3 ໂດ (doses) ໂດຍໃຫ້ພ້ອມ ກັບການສັກຢາວັກຊີນພື້ນຖານໃນຮອບທີສອງ ແລະຮອບທີສາມ.

ຢາສຳລັບປິ່ນປົວໄຂ້ມາລາເລຍຂັ້ນຮຸນແຮງ

ໄຂ້ມາລາເລຍຂັ້ນຮຸນແຮງຈຳເປັນຕ້ອງໄດ້ມີການປິ່ນປົວສຸກເສີນ ໂດຍການໃຫ້ຢາອາເຕັດຊຸເນດ (artesunate) ທາງເສັ້ນ ຫຼືສັກຢານີ້ຢູ່ໂຮງໝໍ ຫຼືຄຼີນິກ. ເມື່ອໄດ້ຮັບການປິ່ນປົວ ແລະອາການຮາກກໍ່ຢຸດເຊົາແລ້ວ, ຄົນເຈັບກໍ່ຍັງຈຳເປັນຕ້ອງໄດ້ກິນຢາຕ້ານໂລກມາລາເລຍ ເຊິ່ງເປັນຢາປະສົມ artemisinin-based combination (ACT) ເປັນເວລາ 3 ມື້ (ເບິ່ງລາຍລະອຽດທາງຂ້າງລຸ່ມ).

ຖ້າບໍ່ມີຢາສັກອາເຕັດຊຸເນດ (artesunate) ສຳລັບປິ່ນປົວສຸກເສີນ ເດັກນ້ອຍທີ່ເປັນມາລາເລຍຂັ້ນຮຸນແຮງ ແລະມີອາການຮາກ, ໃນເວລານຳສົ່ງເດັກໄປໂຮງໝໍ ກໍ່ສາມາດໃຊ້ຢາອາເຕັດຊຸເນດແຄັບຊູນຊະນິດຍັດທະວານໜັກ (artesunate capsule suppositories). ຢານີ້ສາມາດຊ່ວຍຊີວິດເດັກໄດ້.

ຢາສຳລັບປິ່ນປົວໄຂ້ມາລາເລຍທຳມະດາ (ບໍ່ມີອາການສົນ) ທີ່ເກີດຈາກເຊື້ອປາຣາຊິດ P. falciparum

ເຊື້ອປາຣາຊິດ P. falciparum ພາໃຫ້ເກີດໄຂ້ມາລາເລຍທີ່ມີແນວໂນ້ມຈະກາຍເປັນໄຂ້ມາລາເລຍຂັ້ນຮຸນແຮງໄດ້. ມັນກໍ່ຂຶ້ນກັບແຕ່ລະຂົງເຂດ, ຢາ chloroquine ຫຼື ຢາປົວໄຂ້ມາລາເລຍອື່ນໆອາດຈະໃຊ້ບໍ່ໄດ້ຜົນໃນການປິ່ນປົວໄຂ້ມາລາເລຍທີ່ເກີດມາຈາກເຊື້ອປາຣາຊິດ P. falciparum. ໃຫ້ປ່ຽນໄປໃຊ້ຢາປະສົມ ACT (Artemisinin-based Combination Therapy) ປິ່ນປົວແທນ. ໃຫ້ໃຊ້ແຕ່ຢາທີ່ໃຊ້ໄດ້ຜົນພາຍໃນທ້ອງຖິ່ນຂອງເຈົ້າເທົ່ານັ້ນ. ໃຫ້ກິນຢາ ACT ເປັນເວລາ 3 ມື້. ເບິ່ງວິທີການໃຊ້ຢາປະສົມ ACT.

ຢາປະສົມ ACT ທີ່ມັກໃຊ້ຮ່ວມກັນມີຄື:

ຢາສຳລັບປິ່ນປົວໄຂ້ມາລາເລຍທຳມະດາ (ບໍ່ມີອາການສົນ) ທີ່ບໍ່ໄດ້ເກີດຈາກເຊື້ອປາຣາຊິດ P. falciparum

ເຊື້ອປາຣາຊິດມາລາເລຍຫຼາຍຊະນິດພາໃຫ້ເກີດໄຂ້ມາລາເລຍທຳມະດາ (ບໍ່ມີອາການສົນ). ຖ້າເຈົ້າບໍ່ຮູ້ວ່າແມ່ນມາລາເລຍຊະນິດໃດແທ້, ຫຼື ຖ້າຄົນເຈັບອາດສາມາດຈະເປັນ ໄຂ້ມາລາເລຍ 2 ຊະນິດໃນເວລາດຽວກັນ, ໃຫ້ໃຊ້ຢາປະສົມ ທີ່ມີສ່ວນປະສົມຂອງກຸ່ມອະນຸພັນ Artemisinin (Artemisinin combination therapy (ACT)). ຖ້າເຊື້ອມາລາເລຍໃນບ່ອນທີ່ເຈົ້າຢູ່ນັ້ນດື້ຢາ chloroquine, ເຈົ້າຈຳເປັນຕ້ອງໄດ້ຊອກຮູ້ວ່າຢາ ACT ອັນໃດຈະໃຊ້ແທນໄດ້ແລະໃຫ້ຜົນດີ.

ຖ້າຢາ chloroquine ຍັງໃຊ້ໄດ້ຜົນດີໃນການປິ່ນປົວໄຂ້ມາລາເລຍທຳມະດາໃນບ່ອນທີ່ເຈົ້າຢູ່, ສະແດງວ່າຢານີ້ອາດຈະມີຢູ່ຫຼາຍກວ່າຢາປະສົມ ACT. ຢາ chloroquine ແມ່ນມັກຈະໃຊ້ກັບຢາ primaquine ເພື່ອປິ່ນປົວໄຂ້ມາລາເລຍໃຫ້ຫາຍຂາດ.

ຢາສຳລັບປິ່ນປົວໄຂ້ມາລາເລຍໃນແມ່ຍິງຖືພາ

ສຳລັບໄຂ້ມາລາເລຍຮຸນແຮງໃນແມ່ຍິງຖືພາ ແມ່ນຈຳເປັນຕ້ອງໄດ້ປິ່ນປົວຢູ່ໃນໂຮງໝໍ ຫຼື ຄຼີນິກ ໂດຍໃຊ້ຢາປິ່ນປົວມາລາເລຍຊະນິດດຽວກັນກັບຢາທີ່ໃຊ້ກັບຄົນເຈັບມາລາເລຍຜູ້ໃຫຍ່ທົ່ວໆໄປ.

ສຳລັບປິ່ນປົວໄຂ້ມາລາເລຍທຳມະດາ (ບໍ່ມີອາການສົນ) ສຳລັບແມ່ຍິງຖືພາໃນໄລຍະ 3 ເດືອນທຳອິດ ແມ່ນໃຊ້ຢາ quinine ແລະ clindamycin. ຖ້າຫາກວ່າຜົນການກວດຫາເຊື້ອມາລາເລຍອອກມາວ່າເປັນໄຂ້ມາລາເລຍທຳມະດາ ເກີດຈາກເຊື້ອປາຣາຊິດວິແວັກ (vivax), ຫຼື ຖ້າເຈົ້າບໍ່ມີຢາ clindamycin, ກໍ່ໃຫ້ໃຊ້ແຕ່ຢາ quinine ກໍ່ໄດ້.

ເພື່ອປິ່ນປົວໄຂ້ມາລາເລຍທຳມະດາ (ບໍ່ມີອາການສົນ) ສຳລັບແມ່ຍິງຖືພາເກີນກວ່າ 3 ເດືອນຂຶ້ນໄປ ແມ່ນໃຊ້ຢາປະສົມ ACT ຫຼື ຢາອື່ນໆທີ່ໃຊ້ໄດ້ຜົນດີໃນຂົງເຂດຂອງເຈົ້າ.

ຫ້າມບໍ່ໃຫ້ໃຊ້ຢາ primaquine ໃນໄລຍະຖືພາ. ຢາ quinine, chloroquine, clindamycin ແລະ proguanil ແມ່ນໃຊ້ປອດໄພສຳລັບແມ່ຍິງຖືພາ.

ໃນບາງຂົງເຂດ, ແມ່ຍິງຖືພາແມ່ນກິນຢາ sulfadoxine + pyrimethamine ໂດຍເລີ່ມໃນອາທິດທີ 13 ຂອງການຖືພາ. ກິນຢາດັ່ງກ່າວເດືອນລະໂດ (dose) ໃນຊ່ວງທີ່ເຫຼືອຂອງການຖືພາ ການປິ່ນປົວແບບນີ້ເອີ້ນວ່າການປິ່ນປົວປ້ອງກັນເປັນຊ່ວງໄລຍະ (ແບບເວັ້ນຊ່ວງ). ການປິ່ນປົວນີ້ຈະຢຸດມາລາເລຍກ່ອນທີ່ມັນຈະກໍ່ໃຫ້ເກີດອັນຕະລາຍຕໍ່ເດັກໃນທ້ອງ ຫຼື ຕໍ່ຜູ້ເປັນແມ່.

ສຳລັບຢາປິ່ນປົວມາລາເລຍທຸກຊະນິດ

ມາລາເລຍອາດພາໃຫ້ຄົນເຈັບມີອາການຮາກ. ໃຫ້ຄົນເຈັບກິນຢາຕາມໂດ (ຫຼືຂະໜາດ) ຢາທີ່ໄດ້ກິນໄປແລ້ວນັ້ນຄືນ ຖ້າລາວໄດ້ຮາກພາຍໃນ 60 ນາທີ ຂອງການກິນຢາດັ່ງກ່າວນັ້ນແລ້ວ.

ໃຫ້ກິນຢາປົວມາລາເລຍໃຫ້ຄົບຕາມມື້ກຳນົດ, ເຖິງແມ່ນວ່າເຈົ້າຈະມີອາການດີຂຶ້ນແລ້ວກໍ່ຕາມ. ການກິນຢາໃນລັກສະນະດັ່ງກ່າວນີ້ແມ່ນເພື່ອຂ້າເຊື້ອປາຣາຊິດມາລາເລຍທັງໝົດໃນຮ່າງກາຍໃຫ້ໝົດໄປ. ຖ້າວ່າການປິ່ນປົວດັ່ງກ່າວນີ້ພາໃຫ້ເກີດມີອາການຮາກ ຫຼື ຖ້າການໃຫ້ຢາປິ່ນປົວແກ່ເດັກນ້ອຍນັ້ນມັນຍາກ, ກໍ່ໃຫ້ໄປພົບບຸກຄະລາກອນທາງການແພດເພື່ອຂໍຄຳແນະນຳ.

ແມ່ນແຕ່ພາຍຫຼັງເລີ່ມການໃຫ້ຢາປິ່ນປົວແລ້ວກໍ່ຕາມ, ໃຫ້ເຝົ້າສັງເກດຫາອາການທີ່ເປັນສັນຍານອັນຕະລາຍຂອງມາລາເລຍຂັ້ນຮຸນແຮງ, ໂດຍສະເພາະໃນເດັກນ້ອຍ ແລະແມ່ມານ ຫຼື ແມ່ລູກອ່ອນທີ່ຫາກໍ່ເກີດລູກໃໝ່

ຢາປະສົມທີ່ມີສ່ວນປະສົມຂອງກຸ່ມອະນຸພັນ Artemisinin (Artemisinin combination therapy (ACT))

ຢາ artemether + lumefantrine


ຢາ artemether ແລະ lumefantrine ແມ່ນຢາຊະນິດເມັດທີ່ມີຂະໜາດຢາທີ່ແນ່ນອນ (ຕາຍຕົວ) ຫຼື ແຍກໃຫ້ຄົນເຈັບກິນເປັນເມັດໃຜເມັດມັນໃນເວລາດຽວກັນ.

ຢາດັ່ງກ່າວນີ້ແມ່ນໃຊ້ປິ່ນປົວໄຂ້ມາລາເລຍທຳມະດາຈາກເຊື້ອ falciparum, ໄຂ້ມາລາເລຍຊະນິດອື່ນໆ, ແລະໃຊ້ປິ່ນປົວຕາມຫຼັງການປິ່ນປົວສຸກເສີນໄຂ້ມາລາເລຍຂັ້ນຮຸນແຮງ.

ຢາປະສົມ ACT ດັ່ງກ່າວນີ້ແມ່ນບໍ່ໄດ້ໃຊ້ໃນການປ້ອງກັນມາລາເລຍ.

ຜົນ​ຂ້າງຄຽງGreen-effects.png

ຢາປະສົມ ACT ດັ່ງກ່າວນີ້ສາມາດພາໃຫ້ເກີດອາການປຸ້ນທ້ອງປວດຮາກ, ເຈັບທ້ອງ, ວິນຫົວ, ເຈັບຫົວ.

ສິ່ງ​ສໍາຄັນNBgrnimportant.png

ສຳລັບການປິ່ນປົວໄຂ້ມາລາເລຍທຳມະດາໃນແມ່ຍິງຖືພາໃນຊ່ວງ 3 ເດືອນທຳອິດ, ໃນບ່ອນທີ່ມີຢາ quinine ແລະ clindamycin ແມ່ນໃຫ້ກິນຢາທັງສອງຊະນິດນີ້ ແທນການໃຫ້ຢາປະສົມ ACT.

ຖ້າເຈົ້າມີບັນຫາກ່ຽວກັບຫົວໃຈໃຫ້ປຶກສານຳບຸກຄະລາກອນທາງການແພດທີ່ມີປະສົບການ ກ່ອນຈະກິນຢາດັ່ງກ່າວນີ້.

ວິທີການນໍາໃຊ້NBgrnpill.png

ກິນຢາດັ່ງກ່າວນີ້ພ້ອມອາຫານ ຫຼື ກິນພ້ອມນ້ຳນົມ. ໄຂມັນໃນອາຫານຊ່ວຍໃຫ້ຢານີ້ອອກລິດໄດ້ດີ.

ໃນເມັດຢາປະກອບມີ:
ຢາ artemether 20 mg + lumefantrine 120 mg
ຢາ artemether 40 mg + lumefantrine 240 mg

ສຳລັບປິ່ນປົວມາລາເລຍທຳມະດາ (ບໍ່ມີອາການສົນ)

ໃຫ້ຂະໜາດຢາຕາມນ້ຳໜັກຮ່າງກາຍ

NWTND bag arrow.png
ການນຳໃຊ້ຢາເມັດທີ່ມີຂະໜາດຢາ artemether 20 mg + lumefantrine 120 mg, ແມ່ນໃຫ້ຕາມຂ້າງລຸ່ມນີ້:
5 kg ຫາ 14 kg: 1 ເມັດ, 2 ຄັ້ງ/ມື້, ເປັນເວລາ 3 ມື້
15 kg ຫາ 24 kg: 2 ເມັດ, 2 ຄັ້ງ/ມື້, ເປັນເວລາ 3 ມື້
25 kg ຫາ 34 kg: 3 ເມັດ, 2 ຄັ້ງ/ມື້, ເປັນເວລາ 3 ມື້
35 kg ຫຼື ຫຼາຍກວ່າ: 4 ເມັດ, 2 ຄັ້ງ/ມື້, ເປັນເວລາ 3 ມື້

ຢາ artesunate + amodiaquine


ຢາ artesunate ແລະ amodiaquine ແມ່ນຢາປະສົມຊະນິດເມັດທີ່ມີຂະໜາດຢາທີ່ແນ່ນອນ (ຕາຍຕົວ) ຫຼື ແຍກໃຫ້ຄົນເຈັບກິນເປັນເມັດໃຜເມັດມັນໃນເວລາດຽວກັນ.

ຢາດັ່ງກ່າວນີ້ແມ່ນໃຊ້ປິ່ນປົວໄຂ້ມາລາເລຍທຳມະດາຈາກເຊື້ອ falciparum, ປິ່ນປົວໄຂ້ມາລາເລຍຊະນິດອື່ນໆ, ແລະປິ່ນປົວຕໍ່ຈາກການປິ່ນປົວສຸກເສີນມາລາເລຍຂັ້ນຮຸນແຮງ.

ຢາປະສົມ ACT ນີ້ແມ່ນບໍ່ໄດ້ໃຊ້ເປັນຢາປ້ອງກັນໄຂ້ມາລາເລຍ.

ຜົນ​ຂ້າງຄຽງGreen-effects.png

ຢາ artesunate ແລະ amodiaquine ນີ້ສາມາດພາໃຫ້ມີອາການຄັນຕາມຜິວໜັງ, ເຈັບທ້ອງ, ເຈັບຫົວ ແລະ ວິນຫົວ.

ສິ່ງ​ສໍາຄັນNBgrnimportant.png

ສຳລັບການປິ່ນປົວມາລາເລຍທຳມະດາໃນແມ່ຍິງຖືພາໃນຊ່ວງ 3 ເດືອນທຳອິດ, ໃນບ່ອນທີ່ມີຢາ quinine ແລະ clindamycin ແມ່ນໃຫ້ກິນຢາທັງສອງຊະນິດນີ້ແທນການໃຫ້ຢາປະສົມ ACT.

ບໍ່ໃຫ້ເອົາຢາປະສົມ artesunate ແລະ amodiaquine ແກ່ຄົນເຈັບທີ່ມີເຊື້ອ HIV ຫຼື ຄົນເຈັບອື່ນທີ່ກຳລັງກິນຢາ zidovudine, efavirenz, ຫຼື cotrimoxazole.

ວິທີການນໍາໃຊ້NBgrnpill.png
ໃນເມັດຢາປະກອບມີ:
ຢາ artesunate 25 mg + amodiaquine 67.5 mg
ຢາ artesunate 50 mg + amodiaquine 135 mg
ຢາ artesunate 100 mg + amodiaquine 270 mg

ສຳລັບປິ່ນປົວມາລາເລຍທຳມະດາ (ບໍ່ມີອາການສົນ)

ໃຫ້ຂະໜາດຢາຕາມນ້ຳໜັກຮ່າງກາຍ.

NWTND bag arrow.png
ມີຂະໜາດຢາ artesunate 25 mg + amodiaquine 67.5 mg, ແມ່ນໃຫ້ຕາມຂ້າງລຸ່ມນີ້:
4.5 kg ຫາ 8 kg: 1 ເມັດ/ມື້, ເປັນເວລາ 3 ມື້
9 kg ຫາ 17 kg: 2 ເມັດ/ມື້, ເປັນເວລາ 3 ມື້


NWTND bag arrow.png
ການນຳໃຊ້ຢາເມັດທີ່ມີຂະໜາດຢາ artesunate 100 mg + amodiaquine 270 mg, ແມ່ນໃຫ້ຕາມຂ້າງລຸ່ມນີ້:
18 kg ຫາ 35 kg: 1 ເມັດ/ມື້, ເປັນເວລາ 3 ມື້
36 kg ແລະຫຼາຍກວ່າ: 2 ເມັດ/ມື້, ເປັນເວລາ 3 ມື້

ຢາ artesunate + mefloquine


ຢາ artesunate ແລະ mefloquine ແມ່ນຢາປະສົມຊະນິດເມັດທີ່ມີຂະໜາດຢາທີ່ແນ່ນອນ (ຕາຍຕົວ) ຫຼື ແຍກໃຫ້ຄົນເຈັບກິນເປັນເມັດໃຜເມັດມັນໃນເວລາດຽວກັນ.

ຢາດັ່ງກ່າວນີ້ແມ່ນໃຊ້ປິ່ນປົວໄຂ້ມາລາເລຍທຳມະດາຈາກເຊື້ອ falciparum ແລະ ໂລກໄຂ້ມາລາເລຍຊະນິດອື່ນໆ.

ສະເພາະຢາ mefloquine ພຽງຢ່າງດຽວກໍ່ສາມາດໃຊ້ເປັນຢາປ້ອງກັນມາລາເລຍ ສຳລັບຜູ້ທີ່ຈະເດີນທາງຈາກເຂດປອດມາລາເລຍໄປຍັງເຂດທີ່ມີໂລກມາລາເລຍ.

ຜົນ​ຂ້າງຄຽງGreen-effects.png

ຢາດັ່ງກ່າວນີ້ (artesunate ແລະ mefloquine) ເມື່ອໃຊ້ປິ່ນປົວມາລາເລຍ ແມ່ນສາມາດພາໃຫ້ເກີດມີອາການວິນຫົວ, ເຈັບທ້ອງ, ມີອາການຢາກນອນ ແລະມີບັນຫາສາຍຕາ.

ຢາ artesunate + mefloquine ອາດພາໃຫ້ແມ່ຍິງຖືພາມີອາການປຸ້ນທ້ອງປວດຮາກຫຼາຍຂຶ້ນ, ເພາະສະນັ້ນ ຖ້າມີກໍ່ໃຫ້ໃຊ້ຢາປະສົມອື່ນແທນ.

ສິ່ງ​ສໍາຄັນNBgrnimportant.png

ສຳລັບການປິ່ນປົວມາລາເລຍທຳມະດາໃນແມ່ຍິງຖືພາໃນຊ່ວງ 3 ເດືອນທຳອິດ, ໃນບ່ອນທີ່ມີຢາ quinine ແລະ clindamycin ແມ່ນໃຫ້ກິນຢາທັງສອງຊະນິດນີ້ແທນການໃຫ້ຢາປະສົມ ACT.

ບໍ່ໃຫ້ໃຊ້ຢາ mefloquine ກັບເດັກນ້ອຍອາຍຸຕ່ຳກວ່າ 3 ເດືອນ ຫຼື ເດັກນ້ອຍທີ່ມີນ້ຳໜັກໂຕຕ່ຳກວ່າ 5 kg.

ຄົນເຈັບໂລກລົມຊັກບ້າໝູ (epilepsy) ຫຼື ໂລກຈິດ ຫຼື ໂລກໝາກໄຂ່ຫຼັງຂັ້ນຮຸນແຮງ ແມ່ນບໍ່ຄວນໃຫ້ກິນຢາ mefloquine.

ຖ້າເຈົ້າມີບັນຫາກ່ຽວກັບຫົວໃຈ, ໃຫ້ປຶກສານຳພະນັກງານສາທາລະນະສຸກຜູ້ທີ່ມີປະສົບການ ກ່ອນຈະກິນຢານີ້.

ຢາ mefloquine ບາງຄັ້ງກໍ່ພາໃຫ້ຄົນເຈັບມີພຶດຕິກຳແປກໆ, ມີອາການສັບສົນ, ວິຕົກກັງວົນ, ມີອາການຊັກ ຫຼື ໝົດສະຕິ. ຖ້າມີອາການສັນຍານໃດໜຶ່ງໃນອາການທີ່ໄດ້ກ່າວມານີ້, ແມ່ນໃຫ້ຢຸດກິນຢາ mefloquine ທັນທີ. ຖ້າຢາ mefloquine ມີຜົນກະທົບດັ່ງກ່າວນີ້ກັບຄົນເຈັບຄັ້ງໜຶ່ງແລ້ວ, ແມ່ນໃຫ້ເລືອກໃຊ້ການປິ່ນປົວແບບອື່ນແທນ ຖ້າເປັນມາລາເລຍອີກ.

ວິທີການນໍາໃຊ້NBgrnpill.png

ກິນພ້ອມອາຫານ.

ໃນເມັດຢາປະກອບມີ:
ຢາ artesunate 25 mg + mefloquine 55 mg (ສຳລັບເດັກນ້ອຍ)
ຢາ artesunate 100 mg + mefloquine 220 mg (ສຳລັບຜູ້ໃຫຍ່)

ສຳລັບປິ່ນປົວມາລາເລຍທຳມະດາ (ບໍ່ມີອາການສົນ)

ໃຫ້ຂະໜາດຢາຕາມນ້ຳໜັກຮ່າງກາຍ.

NWTND bag arrow.png
ການນຳໃຊ້ຢາເມັດທີ່ມີຂະໜາດຢາ artesunate 25 mg + mefloquine 55 mg, ແມ່ນໃຫ້ຕາມຂ້າງລຸ່ມນີ້:
5 kg ຫາ 8 kg: 1 ເມັດ/ມື້, ເປັນເວລາ 3 ມື້
9 kg ຫາ 17 kg: 2 ເມັດ/ມື້, ເປັນເວລາ 3 ມື້


NWTND bag arrow.png
ການນຳໃຊ້ຢາເມັດທີ່ມີຂະໜາດຢາ artesunate 100 mg + mefloquine 220 mg, ແມ່ນໃຫ້ຕາມຂ້າງລຸ່ມນີ້:
18 kg ຫາ 29 kg: 1 ເມັດ/ມື້, ເປັນເວລາ 3 ມື້
30 kg ແລະຫຼາຍກວ່າ: 2 ເມັດ/ມື້, ເປັນເວລາ 3 ມື້

ການໃຊ້ຢາ mefloquine ເພື່ອປ້ອງກັນມາລາເລຍ:

ຢາ mefloquine ແມ່ນເປັນເມັດຂະໜາດ 250 mg.

ໃຫ້ກິນຢາເມັດ mefloquine ທິດລະເທື່ອ ໂດຍໃຫ້ເລີ່ມກິນ 2 – 3 ອາທິດ ກ່ອນການອອກເດີນທາງ. ໃນໄລຍະທີ່ເຈົ້າຢູ່ໃນເຂດທີ່ມີມາລາເລຍ ກໍ່ໃຫ້ສືບຕໍ່ກິນຢານີ້ ທິດລະຄັ້ງ ແລະພາຍຫຼັງອອກຈາກເຂດມາລາເລຍແລ້ວກໍ່ໃຫ້ກິນຕໍ່ໄປອີກ 4 ອາທິດ. ຢາ mefloquine ແມ່ນບໍ່ແນະນຳໃຫ້ໃຊ້ກັບເດັກທີ່ມີນ້ຳໜັກຕ່ຳກວ່າ 5 kg.

NWTND bag arrow.png
ການນຳໃຊ້ຢາເມັດທີ່ມີຂະໜາດຢາ 250 mg, ແມ່ນໃຫ້ຕາມຂ້າງລຸ່ມນີ້:
5 kg ຫາ 19 kg: ¼ ເມັດ (63 mg), 1 ຄັ້ງ/ທິດ
20 kg ຫາ 29 kg: ½ ເມັດ (125 mg), 1 ຄັ້ງ/ທິດ
330 kg ຫາ 44 kg: ¾ ເມັດ (188 mg), 1 ຄັ້ງ/ທິດ
45 kg ແລະຫຼາຍກວ່າ: 1 ເມັດ (250 mg), 1 ຄັ້ງ/ທິດ

ຢາ artesunate ຮ່ວມກັບ ຢາ sulfadoxine + ຢາ pyrimethamine


ຢາ sulfadoxine ແລະ ຢາ pyrimethamine ແມ່ນເປັນຢາເມັດປະສົມທີ່ມີໂດ (ຂະໜາດ) ແນ່ນອນຕາຍຕົວ ແລະໃຊ້ຮ່ວມກັບຢາ artesunate ເພື່ອປິ່ນປົວມາລາເລຍທຳມະດາຈາກເຊື້ອປາຣາຊິດ falcipararum ແລະມາລາເລຍຊະນິດອື່ນໆ.

ໃຊ້ບໍ່ມີປະສິດທິຜົນໃນການປິ່ນປົວມາລາເລຍອີກຕໍ່ໄປ ແມ່ນບໍ່ໄດ້ມີການແນະນຳໃຫ້ໃຊ້ມັນໃນການປິ່ນປົວອີກຕໍ່ໄປ. ໃຫ້ກວດຢືນຢັນການໃຊ້ນຳກະຊວງ ຫຼື ພະແນກສາທາລະນະສຸກກ່ອນນຳໃຊ້ຢາດັ່ງກ່າວນີ້.

ໃນບັນດາປະເທດທີ່ຍັງມີການນຳໃຊ້ຢາເມັດ sulfadoxine ແລະ pyrimethamine ເພື່ອປ້ອງກັນມາລາເລຍໃນແມ່ຍິງຖືພາ, ໂດຢາທີ່ໃຫ້ກິນແມ່ນກິນເດືອນລະຄັ້ງ ໂດຍເລີ່ມໃຫ້ກິນຢາເມື່ອແມ່ຍິງຖືພາໄດ້ 3 ເດືອນແລ້ວ.

ຜົນ​ຂ້າງຄຽງGreen-effects.png

ຢາປະສົມດັ່ງກ່າວນີ້ສາມາດພາໃຫ້ເຈັບທ້ອງ ແລະມີຜື່ນແດງຕາມຜິວໜັງ.

ສິ່ງ​ສໍາຄັນNBgrnimportant.png

ສຳລັບການປິ່ນປົວມາລາເລຍທຳມະດາໃນແມ່ຍິງຖືພາໃນຊ່ວງ 3 ເດືອນທຳອິດ, ໃນບ່ອນທີ່ມີຢາ quinine ແລະ clindamycin ແມ່ນໃຫ້ກິນຢາທັງສອງຊະນິດນີ້ ແທນການໃຫ້ຢາປະສົມ ACT.

ບໍ່ໃຫ້ໃຊ້ຢາ sulfadoxine ແລະ ຢາ pyrimethamine ຖ້າເຈົ້າກຳລັງກິນຢາ cotrimoxazole ຢູ່ແລ້ວ.

ສຳລັບຜູ້ທີ່ມີອາການແພ້ຢາ sulfa ແມ່ນບໍ່ຄວນກິນ ຢາ sulfadoxine + pyrimethamine. ຖ້າຢາດັ່ງກ່າວນີ້ພາໃຫ້ມີຜື່ນແດງ ຫຼືມີອາການຄັນ, ໃຫ້ດື່ມນ້ຳຫຼາຍໆ ແລະບໍ່ໃຫ້ກິນຢານີ້ອີກ.

ວິທີການນໍາໃຊ້NBgrnpill.png

ຢາເມັດປະສົມ sulfadoxine + pyrimethamine ແມ່ນມີຂະໜາດຄວາມແຮງຂອງຢາແຕ່ລະຢ່າງຂອງສອງຊະນິດນີ້ແມ່ນແຕກຕ່າງກັນ.

ສຳລັບປິ່ນປົວມາລາເລຍທຳມະດາ (ບໍ່ມີອາການສົນ)

ຢາປະສົມ ACT ນີ້ແມ່ນໃຫ້ກິນເປັນເວລາ 3 ມື້ ດັ່ງລາຍລະອຽດຕໍ່ໄປນີ້: ໃນມື້ທີ 1, 2 ແລະ 3, ແມ່ນໃຫ້ຄົນເຈັບກິນຢາ artesunate. ໃນມື້ທີໜຶ່ງ ກໍ່ຍັງໄດ້ໃຫ້ຄົນເຈັບກິນຢາເມັດປະສົມ sulfadoxine + pyrimethamine ໂດໜຶ່ງນຳ.

ໃຫ້ຂະໜາດຢາຕາມນ້ຳໜັກຮ່າງກາຍ.

NWTND bag arrow.png
ການນຳໃຊ້ຢາເມັດທີ່ມີຂະໜາດຢາ artesunate 50 mg, ແມ່ນໃຫ້ຕາມຂ້າງລຸ່ມນີ້:
5 kg ຫາ 9 kg: ½ ເມັດ, 1 ຄັ້ງ/ມື້, ເປັນເວລາ 3 ມື້.
10 kg ຫາ 24 kg: 1 ເມັດ, 1 ຄັ້ງ/ມື້, ເປັນເວລາ 3 ມື້.
25 kg ຫາ 50 kg: 2 ເມັດ, 1 ຄັ້ງ/ມື້, ເປັນເວລາ 3 ມື້.
50 kg ຫຼື ຫຼາຍກວ່າ: 4 ເມັດ, 1 ຄັ້ງ/ມື້, ເປັນເວລາ 3 ມື້.


NWTND bag arrow.png
ການນຳໃຊ້ຢາເມັດທີ່ມີຂະໜາດຢາ sulfadoxine 500 mg + pyrimethamine 25 mg, ແມ່ນໃຫ້ຕາມຂ້າງລຸ່ມນີ້:
5 kg ຫາ 9 kg: ½ ເມັດ, ໃຫ້ໃນມື້ທີ 1 ເທົ່ານັ້ນ.
10 kg ຫາ 24 kg: 1 ເມັດ, ໃຫ້ໃນມື້ທີ 1 ເທົ່ານັ້ນ.
25 kg ຫາ 50 kg: 2 ເມັດ, ໃຫ້ໃນມື້ທີ 1 ເທົ່ານັ້ນ.
50 kg ຫຼື ຫຼາຍກວ່າ: 3 ເມັດ, ໃຫ້ໃນມື້ທີ 1 ເທົ່ານັ້ນ.

ສຳລັບແມ່ຍິງຖືພາ ກຳລັງໃຊ້ຢາປະສົມ ACT ດັ່ງກ່າວນີ້ໃນການປິ່ນປົວ ແມ່ນຄວນຢຸດການກິນຢາ folic acid ໃນຊ່ວງເວລາ 3 ມື້ ຂອງການປິ່ນປົວ ແລະ ໃນເວລາ 2 ອາທິດຕໍ່ມາ. ການມີ folic acid ຫຼາຍເກີນໄປຈະມີຜົນກະທົບຕໍ່ຢາປິ່ນປົວມາລາເລຍ.

ການໃຊ້ຢາ sulfadoxine + pyrimethamine ເພື່ອປ້ອງກັນມາລາເລຍ ໃນແມ່ຍິງຖືພາ

ບາງປະເທດໃນທະວີບອາຟາຣິກາ, ແມ່ຍິງຖືພາໝົດທຸກຄົນແມ່ນໄດ້ໃຫ້ກິນຢາປະສົມ sulfadoxine + pyrimethamine ເປັນປະຈຳທຸກເດືອນ ຍ້ອນວ່າ ມາລາເລຍແມ່ນເປັນກັນຫຼາຍທົ່ວໄປ ແລະເປັນອັນຕະລາຍຕໍ່ແມ່ແລະເປັນອັນຕະລາຍຕໍ່ພັດທະນາການຂອງເດັກໃນທ້ອງ. ການໃຫ້ກິນໂດຢາປ້ອງກັນມາລາເລຍປະຈຳເດືອນ ແມ່ນເລີ່ມຕົ້ນເມື່ອແມ່ຍິງຖືພາໄດ້ 3 ເດືອນແລ້ວ. ມຸ້ງກໍ່ຍັງຊ່ວຍໃນການປ້ອງກັນມາລາເລຍໃນຊ່ວງເວລາຖືພາ ແລະຫຼັງຈາກທີ່ເດັກນ້ອຍເກີດອອກມາແລ້ວ.

NWTND bag arrow.png
ການນຳໃຊ້ຢາເມັດທີ່ມີຂະໜາດຢາ sulfadoxine 500 mg + pyrimethamine 25 mg:
ໃນຊ່ວງເວລາອາທິດທີ 13 ຫາ 16 ຂອງການຖືພາ, ແມ່ນໃຫ້ກິນໂດຢາທຳອິດ ຈຳນວນ 3 ເມັດ. ຕໍ່ຈາກນັ້ນອີກເດືອນໜຶ່ງ, ແມ່ນໃຫ້ຢາໂດທີສອງ ຈຳນວນ 3 ເມັດ. ຫຼັງຈາກນັ້ນໜຶ່ງເດືອນ ກໍ່ໃຫ້ຢາໂດທີສາມ ຈຳນວນ 3 ເມັດ. ໃຫ້ຢາຊ້ຳໄປແບບນີ້ໃນແຕ່ລະເດືອນຈົນຄົບໂດຢາທີ 6 ຫຼື ຈົນກວ່າເດັກຈະເກີດອອກມາ. ໃນການໃຫ້ຢາແຕ່ລະໂດ ແມ່ນໃຫ້ຫ່າງກັນເປັນເວລາຢ່າງໜ້ອຍທີ່ສຸດ 1 ເດືອນ.


ເມື່ອແມ່ຍິງຖືພາກິນຢາປະສົມ sulfadoxine + pyrimethamine, ອາດສາມາດມີອາການປຸ້ນທ້ອງປວດຮາກ, ຮາກ, ແລະວິນຫົວ ເກີດຂຶ້ນໄດ້, ໂດຍສະເພາະໂດຢາທຳອິດ. ແຕ່ວ່າ ແມ່ຍິງສ່ວນໃຫຍ່ແມ່ນຈະມີອາການຂ້າງຄຽງຈາກຢາປະສົມດັ່ງກ່າວນີ້ພຽງເບົາໆ (ບໍ່ຮຸນແຮງ) ຫຼື ບໍ່ມີຜົນຂ້າງຄຽງຫຍັງຕໍ່ພວກເຂົາເຈົ້າເລີຍ.

ແມ່ຍິງຖືພາກໍ່ຍັງຈຳເປັນຕ້ອງການທາດເຫຼັກ ແລະ folic acid ເພື່ອໃຫ້ເຮັດລູກນ້ອຍໃນທ້ອງແຂງແຮງດີ ແລະເພື່ອປ້ອງໂລກເລືອດຈາງ. ຖ້າກິນຢາປະສົມ sulfadoxine + pyrimethamine ແຕ່ລະເດືອນເພື່ອປ້ອງກັນມາລາເລຍ, ແມ່ນໃຫ້ກິນ folic acid ຂະໜາດ 0.4 mg (400 mcg) ແຕ່ບໍ່ໃຫ້ໂດຢາສູງກວ່ານີ້. ຫາກ folic acid ມີປະລິມານຫຼາຍເກີນໄປ ມັນກໍ່ຈະມີຜົນກະທົບຕໍ່ຢາປິ່ນປົວມາລາເລຍ.

ຢາ dihydroartemisinin + piperaquine


ຢາ dihydroartemisinin ແລະ piperaquine ແມ່ນເປັນຢາເມັດປະສົມທີ່ມີໂດ (ຂະໜາດ) ຢາທີ່ແນ່ນອນຕາຍຕົວ. ໃຊ້ໃນການປິ່ນປົວມາລາເລຍທຳມະດາຈາກເຊື້ອປາຣາຊິດ falcipararum, ປິ່ນປົວມາລາເລຍຊະນິດອື່ນ, ແລະໃຊ້ປິ່ນປົວຕໍ່ຫຼັງຈາກການປິ່ນປົວສຸກເສີນໄຂ້ມາລາເລຍຂັ້ນຮຸນແຮງ.

ຢາປະສົມ ACT ນີ້ ແມ່ນບໍ່ໄດ້ໃຊ້ເປັນຢາປ້ອງກັນມາລາເລຍ.

ຜົນ​ຂ້າງຄຽງGreen-effects.png

ຢາປະສົມດັ່ງກ່າວນີ້ອາດພາໃຫ້ຫົວໃຈຕີໄວ, ເຈັບທ້ອງ, ມີອາການຄັນ.

ສິ່ງ​ສໍາຄັນNBgrnimportant.png

ສຳລັບການປິ່ນປົວມາລາເລຍທຳມະດາໃນແມ່ຍິງຖືພາໃນຊ່ວງ 3 ເດືອນທຳອິດ, ໃນບ່ອນທີ່ມີ ແມ່ນໃຫ້ຢາກີນິນ (quinine) ແລະ clindamycin ແທນຢາປະສົມ ACT.

ບໍ່ໃຊ້ຢາປະສົມດັ່ງກ່າວນີ້ ໃນເມື່ອກຳລັງກິນຢາ erythromycin ຢູ່.

ໃຫ້ລະວັງໃນການໃຊ້ຢາປະສົມດັ່ງກ່າວນີ້ກັບຄົນເຈັບອາຍຸສູງກວ່າ 60 ປີ, ຄົນເຈັບທີ່ມີເຊື້ອ HIV ທີ່ກຳລັງກິນຢາຕ້ານເຊື້ອ antiretroviral medicines, ຫຼື ຄົນເຈັບທີ່ມີບັນຫາກ່ຽວກັບຫົວໃຈ, ໝາກໄຂ່ຫຼັງ ຫຼື ບັນຫາກ່ຽວກັບຕັບ.

ວິທີການນໍາໃຊ້NBgrnpill.png

ໃຫ້ກິນຢາດັ່ງກ່າວນີ້ໃນລະຫວ່າງຄາບເຂົ້າ ແລ້ວດື່ມນ້ຳຕາມ (ຈອກໜຶ່ງ). ບໍ່ໃຫ້ກິນຢາດັ່ງກ່າວນີ້ກັບນົມ ຫຼື ອາຫານມັນ ເພາະວ່າມັນຈະມີຜົນກະທົບຕໍ່ປະສິດທິພາບໃນການອອກລິດຂອງຢາໃນການປິ່ນປົວມາລາເລຍ.

ໃນເມັດຢາປະກອບມີ:
ຢາ dihydroartemisinin 20 mg + ຢາ piperaquine 160 mg (ສຳລັບເດັກນ້ອຍ)
ຢາ dihydroartemisinin 40 mg + ຢາ piperaquine 320 mg (ສຳລັບຜູ້ໃຫຍ່)

ສຳລັບເດັກນ້ອຍທີ່ມີນ້ຳໜັກຕ່ຳກວ່າ 25 kg ແມ່ນໃຫ້ຢາອີງໃສ່ຂະໜາດ 2.5 mg/kg ສຳລັບຢາ dihydroartemisinin ແລະ 20 mg/kg ສຳລັບຢາ piperaquine. ນີ້ແມ່ນຂະໜາດຢາຕໍ່ກິໂລທີ່ສູງກວ່າທີ່ໃຊ້ໃນເດັກໃຫຍ່ ແລະຜູ້ໃຫຍ່.

ສຳລັບປິ່ນປົວມາລາເລຍທຳມະດາ (ບໍ່ມີອາການສົນ)

ໃຫ້ຂະໜາດຢາຕາມນ້ຳໜັກຮ່າງກາຍ.

NWTND bag arrow.png
ໃຊ້ຢາເມັດທີ່ປະກອບມີ ຢາ dihydroartemisinin 20 mg + ຢາ piperaquine 160 mg, ແມ່ນໃຫ້ຕາມຂ້າງລຸ່ມນີ້:
5 kg ຫາ 7 kg: 1 ເມັດ/ມື້, ເປັນເວລາ 3 ມື້
8 kg ຫາ 10 kg: 1½ ເມັດ/ມື້, ເປັນເວລາ 3 ມື້


NWTND bag arrow.png
ໃຊ້ຢາເມັດທີ່ປະກອບມີຢາ dihydroartemisinin 40 mg + ຢາ piperaquine 320 mg, ແມ່ນໃຫ້ຕາມຂ້າງລຸ່ມນີ້:
11 kg ຫາ 16 kg: 1 ເມັດ/ມື້, ເປັນເວລາ 3 ມື້
17 kg ຫາ 24 kg: 1½ ເມັດ/ມື້, ເປັນເວລາ 3 ມື້
25 kg ຫາ 35 kg: 2 ເມັດ/ມື້, ເປັນເວລາ 3 ມື້
36 kg ຫາ 59 kg: 3 ເມັດ/ມື້, ເປັນເວລາ 3 ມື້
60 kg ຫາ 79 kg: 4 ເມັດ/ມື້, ເປັນເວລາ 3 ມື້
80 kg ຫຼື ຫຼາຍກວ່າ: 5 ເມັດ/ມື້, ເປັນເວລາ 3 ມື້

ຢາ artesunate


ຢາ artesunate ເປັນຢາໃນໝວດຢາ artemisinin. ເພື່ອປິ່ນປົວໄຂ້ມາລາເລຍທຳມະດາຈາກເຊື້ອ falciparum, ໃຊ້ຢາ artesunate ຊະນິດເມັດ ຮ່ວມກັບຢາໃດໜຶ່ງໃນຕໍ່ໄປນີ້: amodiaquine, mefloquine, ຫຼື sulfadoxine + pyrimethamine. ຢາປະສົມເຫຼົ່ານີ້ເອີ້ນວ່າ ຢາປະສົມຂອງກຸ່ມອະນຸພັນ Artemisinin ຫຼື ຢາປະສົມ ACT (Artemisinin Combination Therapy.

ສຳລັບການປິ່ນປົວສຸກເສີນໄຂ້ມາລາເລຍຂັ້ນຮຸນແຮງ, ບຸກຄະລາກອນທາງການແພດທີ່ຜ່ານການຝຶກທັກສະຂັ້ນສູງມາແລ້ວແມ່ນຈະໃຊ້ການໃຫ້ຢາ artesunate ທາງເສັ້ນ (IV) ຫຼື ສັກກ້າມ (IM) ເພື່ອປິ່ນປົວອາການສຸກເສີນມາລາເລຍດັ່ງກ່າວ. ພາຍຫຼັງປິ່ນປົວສຸກເສີນຢ່າງໜ້ອຍ 24 ຊົ່ວໂມງ, ແລະເມື່ອຄົນເຈັບເຊົາຮາກແລ້ວ, ລາວກໍ່ຍັງຈຳເປັນຈະຕ້ອງໄດ້ກິນຢາປະສົມ ACT ຕໍ່ໄປອີກ 3 ມື້.

ການສັກຢາ artesunate ເພື່ອປິ່ນປົວຄົນເຈັບທັງຜູ້ໃຫຍ່ ແລະເດັກນ້ອຍ ກ່ອນການນຳສົ່ງເຂົາເຈົ້າໄປໂຮງໝໍທີ່ຢູ່ຫ່າງໄກອອກໄປນັ້ນ ແມ່ນໃຫ້ບຸກຄະລາກອນທາງການແພດທີ່ໄດ້ຜ່ານການຝຶກອົບຮົມມາເປັນຢ່າງດີເປັນຜູ້ສັກ. ຢາ artesunate ແມ່ນມີທັງແບບຍັດທະວານໜັກ ສຳລັບເດັກນ້ອຍອາຍຸຕ່ຳກວ່າ 6 ຂວບ ໃນເວລາເດີນທາງໄປໂຮງໝໍເພື່ອປິ່ນປົວ.

ຢາ artesunate ແມ່ນບໍ່ໄດ້ໃຊ້ເປັນຢາປ້ອງກັນມາລາເລຍ.

ຜົນ​ຂ້າງຄຽງGreen-effects.png

ຢາ artesunate ສາມາດພາໃຫ້ເກີດອາການວິນຫົວ, ເຈັບຫົວ ແລະ ເຈັບທ້ອງ.

ວິທີການນໍາໃຊ້NBgrnpill.png

ສຳລັບປິ່ນປົວໄຂ້ມາລາເລຍທຳມະດາຈາກເຊື້ອ falciparum ແມ່ນໃຊ້ຮ່ວມກັບຢາອື່ນເປັນສ່ວນໜຶ່ງຂອງຢາປະສົມ ACT:

ຢາ artesunate ແມ່ນຢາຊະນິດເມັດ ຂະໜາດ 50 mg. ສຳລັບລາຍລະອຽດກ່ຽວກັບໂດ ຫຼື ຂະໜາດຢາ artesunate ແລະ sulfadoxine + pyrimethamine ໃນເວລາໃຊ້ເປັນສ່ວນໜຶ່ງຂອງ ຢາປະສົມ ACT ເບິ່ງໜ້າ 35 ທາງຂ້າງເທິງ. ສຳລັບຢາປະສົມ ACT ອື່ນໆ, ຢາ artesunate ປະສົມກັບຢາອື່ນໃນເມັດດຽວ ຫຼື ເປັນແຜງ 2 ເມັດທີ່ຕ້ອງໄດ້ກິນໝົດທັງສອງເມັດພ້ອມກັນບາດດຽວ.

ວິທີໃຊ້ຢາ artesunate ຊະນິດຍັດທະວານໜັກໃຫ້ເດັກນ້ອຍທີ່ເປັນມາລາເລຍຮຸນແຮງ:

ເມື່ອເດັກນ້ອຍອາຍຸ 6 ຂວບ ຫຼື ຕ່ຳກວ່າ ມີອາການສະແດງອອກວ່າເປັນໄຂ້ມາລາເລຍຮຸນແຮງ, ມີອາການຮາກ, ແລະຢູ່ຫ່າງໄກຈາກໂຮງໝໍທີ່ຈະສາມາດປິ່ນປົວລາວໄດ້, ໃຊ້ຢາ artesunate ຊະນິດແຄັບຊູນເຈລາຕິນ (gelatin capsule) (ຫຼື ເອີ້ນວ່າ ຢາຍັດທະວານໜັກ) ເຊິ່ງໃຊ້ໃນເວລາທີ່ພາເດັກນ້ອຍໄປພົບແພດໝໍເພື່ອປິ່ນປົວ. ການໃຊ້ຢາຍັດທະວານໜັກສາມາດຊ່ວຍຊີວິດເດັກໄດ້. ຫຼັງຈາກເອົາຢາຍັດກົ້ນໃຫ້ເດັກແລ້ວ, ໃຫ້ຈັບກົ້ນເດັກຫຸບໄວ້ປະມານ 10 ນາທີ ເພື່ອໃຫ້ໝັ້ນໃຈວ່າຢາທີ່ໃສ່ໃນກົ້ນເດັກນັ້ນບໍ່ຫຼຸດອອກມາ. ຖ້າຢາບໍ່ຫຼຸດອອກມາພາຍໃນຊ່ວງເວລາ 30 ນາທີທຳອິດ, ກໍ່ໃຫ້ຍັດຢາໃນຂະໜາດເທົ່າເດີມໃສ່ກົ້ນໃຫ້ເດັກອີກ.

ຖ້າເດັກນ້ອຍມີນ້ຳໜັກ 5 ຫາ 10 kg, ໃຫ້ໃຊ້ ຢາ artesunate ແຄັບຊູນສຳລັບຍັດກົ້ນ ໜຶ່ງເມັດ ຂະໜາດ 100 mg, ແລະຖ້າເດັກມີນ້ຳໜັກ 10 kg ຫຼື ຫຼາຍກວ່ານັ້ນ ແມ່ນໃຫ້ໃຊ້ຢາແຄັບຊູນຂະໜາດ 100 mg 2 ກ້ອນ. ຖ້າມີຢາ ຍັດກົ້ນຊະນິດແຄັບຊູນ ທີ່ມີຂະໜາດ 50 mg ແມ່ນໃຫ້ໃຊ້ໜຶ່ງກ້ອນເທົ່ານັ້ນສຳລັບເດັກອ່ອນທີ່ມີນ້ຳໜັກຕ່ຳກວ່າ 5 kg.

ການປິ່ນປົວສຸກເສີນບໍ່ໄດ້ປິ່ນປົວໄຂ້ມາລາເລຍໃຫ້ຫາຍຂາດ. ເດັກນ້ອຍຈະຕ້ອງໄດ້ຮັບການປິ່ນປົວເພີ່ມເຕີມຈາກພະນັກງານສາທາລະນະສຸກຜູ້ມີປະສົບການ.



This page was updated: ໐໕ ມັງກອນ ໒໐໒໔