Hesperian Health Guides

ປ້ອງກັນການເຈັບເປັນໂດຍຢຸດຢັ້ງຍຸງ

ຢູ່ໃນພາກນີ້:

ທ່ານສາມາດຢຸດເຊົາການເຈັບເປັນທີ່ມີຍຸງເປັນພາຫະນຳເຊື້ອ ໂດຍການປ້ອງກັນຍຸງກັດ ແລະ ການປ້ອງກັນ ຍຸງຈາກການເພາະພັນໃນເຮືອນ ແລະ ໃນຊຸມຊົນ.

ເພື່ອເຮັດສິ່ງນີ້, ທ່ານຕ້ອງຮູ້ວ່າບ່ອນໃດທີ່ຍຸງຊະນິດທີ່ແຕກຕ່າງກັນມັກຈະເພາະພັນຢູ່, ບ່ອນທີ່ພວກມັນມັກ ທີ່ຈະເພາະພັນ, ແລະ ໃນເວລາມັນກັດ. ຕົວຢ່າງ, ມາເລເລຍແມ່ນພົບເລື້ອຍໆຢູ່ໃນເຂດ ຊົນນະບົດ, ແລະ ບ່ອນທີ່ມັນມັກຢູ່ແມ່ນໃນບ່ອນທີ່ມີນໍ້າ ແລະ ໜອງນ້ຳອື່ນໆ. ຍຸງໄຂ້ເລືອດອອກ ແລະ ໄຂ້ເຫຼືອງອາໃສຢູ່ ພາຍໃນ ຫຼືໃກ້ເຮືອນ, ເຊັ່ນບ່ອນທີ່ນ້ຳສະອາດ ຫຼື ນໍ້າເກັບຂັງໄວ້, ທັງຢູ່ໃນເຂດຊົນນະບົດ ແລະ ໃນຕົວເມືອງ. ໃນເຮືອນ, ຍຸງຈໍານວນຫຼາຍໆມັກລີ້ຢູ່ຕາມຮົ່ມໄມ້, ບ່ອນມືດໆ, ເຊັ່ນ: ກ້ອງໂຕະ ຫຼື ຕຽງ, ຫຼື ຢູ່ໃນມຸມ. ຢູ່ທາງນອກຈະພົບເຫັນມັນຢູ່ແຖວພື້ນທີ່ຮົ່ມ.

ຜູ້ຊາຍ ແລະ ແມ່ຍິງ ຫ້າຄົນນັ່ງລົມກັນ
ພວກເຮົາຮູ້ຫຍັງແດ່ກ່ຽວກັບຍຸງພວກນີ້? ແລະ ເຮົາຈະເຮັດແນວໃດເພື່ອຢຸດຢັ້ງບໍ່ໃຫ້ຍຸງກັດ?
ສ່ວນຫຼາຍມັນຈະມັກກັດໃນຊ່ວງຕອນເຊົ້າໆ ແລະ ຕອນຕາເວັນຕົກດິນ.
ພວກເຮົາສາມາດພະຍາຍາມເອົາເດັກນ້ອຍໃຫ້ຢູ່ໃນມຸ້ງໃນຊ່ວງນັ້ນ.
ແລະພວກເຮົາສາມາດເຕືອນຄົນບໍ່ໃຫ້ອາບນ້ຳຢູ່ທາງນອກຍາມຕາເວັນຕົກດິນແລ້ວ!

ຍຸງແຜ່ເຊື້ອພະຍາດແນວໃດ


ພາບຂອງບາດກ້າວຂອງການແຜ່ເຊື້ອຂອງພະຍາດທີ່ມີສາເຫດຈາກຍຸງກັດ
ຍຸງໂຕແມ່ກັດຄົນທີ່ມືເຊື້ອຊີກະ, ໄຂ້ເລືອດອອກ, ຊິີກຸນຄຸນຍາ, ໄຂ້ເຫຼືອງ, ຫຼື ມາລາເລຍໃນເລືອດ
ຍຸງໂຕດຽວກັນກັດຄົນສຸຂະພາບດີ ແລະ ສົ່ງຜ່ານເຊື້ອໄວຣັດສ ຫຼື ແມ່ກາຝາກ ທີ່ໄດ້ມາຈາກຜູ້ທຳອິດ
ໃນປະຈຸບັນຄົນຜູ້ນີ້ຕິດເຊື້ອ ແລະ ຍຸງໂຕໃໝ່ກັດລາວ
ຍຸງໂຕນັ້ນກັດຄົນອື່ນຕໍ່, ແຜ່ເຊື້ອພະຍາດຕໍ່

ຫຼີກເວັ້ນຍຸງກັດ

  • ໃສ່ເສື້ອທີ່ຫຸ້ມແຂນ, ຂາ, ຕີນ, ຄໍ ແລະ ຫົວ ຫຼາຍເທົ່າທີ່ຈະເປັນໄປໄດ້ (ເສື້ອແຂນຍາວ ແລະ ໂສ້ງຂາຍາວ ຫຼື ກະໂປ່ງຍາວ, ປົກຫຸ້ມຫົວ ແລະ ເກີບປິດ, ຫຼື ຖົງຕີນກັບເກີບສັງດ້ານ)
  • ໃສ່ລວດຕາໜ່າງ(ແຜ່ນບັງ) ຢູ່ປ່ອງຢ້ຽມ, ປະຕູ, ແລະ ປ່ອງຮູ. ປິດປ່ອງລົມອ້ອມປ່ອງຢ້ຽມ ແລະ ສ້ອມແປງຮູໃນແຜ່ນບັງຕ່າງໆ.
  • ບໍ່ມີແຜ່ນບັງ,ໃຫ້ປິດປະຕູ ແລະ ປ່ອງຢ້ຽມໃນເວລາທີ່ຍຸງອອກ.
  • ລົມອອກຈາພັດລົມສາມາດພັດໄລຍຸງໄປ
  • ໃຊ້ມຸ້ງຕອນກາງຄືນ ແລະ ຖ້າພັກຜ່ອນຕອນກາງເວັນ.
  • ໃຊ້ມຸ້ງເພື່ອປ້ອງກັນຍຸງເມື່ອນອນຢູ່ນອກເຮືອນ.

ມຸ້ງຊ່ວຍຢັບຢັ້ງຍຸງກັດ

ມຸ້ງທີ່ກາງນອນສາມາດປ້ອງກັນການເຈັບປ່ວຍຈາກຍຸງໄດ້ 2 ທາງ. ມຸ້ງທີ່ບໍ່ມີຮູ ຫຼື ບ່ອນເປີດໃຫ້ຍຸງເຂົ້າກໍ່ຈະຊ່ວຍກັນຍຸງເຂົ້າໄປກັດຄົນໃນມຸ້ງໄດ້. ແລະມຸ້ງທີ່ຍ້ອມຢາຂ້າຍຸງສາມາດຂ້າຍຸງທີ່ມາຈັບຕາມຸ້ງນັ້ນ. ເພື່ອຫຼຸດຈໍານວນຍຸງທີ່ເຮັດໃຫ້ການເຈັບປ່ວຍແກ່ຊຸມຊົນລົງ, ຈົ່ງໃຊ້ມຸ້ງໜຶ່ງອັນຕໍ່ໜຶ່ງຕຽງນອນໃນແຕ່ລະເຮືອນ. ບັນດາໂຄງການ ແຈກມຸ້ງຍ້ອມຢາຂ້າຍຸງເພາະທຸກຄົນໃຊ້ກັນຍຸງໜ້ອຍລົງ ແລະ ໄຂ້ມາລາເລຍຫຼຸດລົງ.

ຜູ້ຍິງເວົ້າກັບເດັກຜູ້ໜຶ່ງ
ການຫຍິບຮູນ້ອຍໆ ເຮັດໃຫ້ເຮົາໃຊ້ມຸ້ງໄດ້ດົນ. ຄັ້ງຕໍ່ໜ້າຖ້າມັນຂາດ, ເຈົ້າ ແລະ ອ້າຍເຈົ້າສາມາດເຮັດໄດ້.

ເພື່ອບໍ່ໃຫ້ຍຸງກັດ, ໃຫ້ເກັບຕີນມຸ້ງໂດຍການຈິກຕີນມຸ້ງໄມ້ກ້ອງຕຽງ ຫຼື ເຊື່ອນອນເພື່ອບໍ່ມີການເປີດ. ມຸ້ງພຽງແຕ່ເຮັດວຽກໄດ້ດີຖ້າຫາກວ່າຮູ ຫຼືບ່ອນຂາດຕ່າງໆຖືກແປງຢ່າງໄວວາ.

ບ່ອນນອນທີ່ໄດ້ຮັບການເຄືອມຍ້ອມດ້ວຍຢາຂ້າຍຸງແມ່ນໝາຍຄວາມວ່າຈະໃຊ້ໄດ້ດົນ, ເຊິ່ງໝາຍຄວາມ ວ່າຢາຂ້າຍຸງສາມາດເຮັດວຽກໄດ້ດີສໍາລັບເປັນປີ ຫຼື ແມ້ແຕ່ສອງສາມປີ. ຖ້າທ່ານຊື້ ຫຼື ໄດ້ນອນຕຽງນອນ, ຊອກຮູ້ວ່າຢາຂ້າຍຸງໃຊ້ເວລາໄດ້ດົນເທົ່າໃດ ແລະ ຖ້າການຊັກລ້າງນໍ້າຫຼາຍກໍ່ເຮັດໃຫ້ມັນມີປະສິດຕິຜົນຫຼຸດລົງ.

ເມື່ອມຸ້ງເກົ່າໄປຢາຂ້າຍຸງກໍ່ເສື່ອມໄປໝົດໃນທ້າຍສຸດ. ຖ້າຫາກມຸ້ງຍັງຄົງຢູ່ໃນສະພາບດີທ່ານສາມາດປົນ ແລະຍ້ອມຢາຂ້າຍຸງໃໝ່ໄດ້, ແຕ່ຖ້າມຸ້ງມີຮອຍຂາດ ຫຼື ມີຮູຈຳນວນຫຼາຍ, ມັນປອດໄພກວ່າທີ່ຈະປ່ຽນມຸ້ງໃໝ່. ເມື່ອນຳຢາຂ້າຍຸງໄປໃຊ້ກັບມຸ້ງອີກ, ໃຫ້ໃສ່ຖົງມື ແລະ ໃສ່ໃຈໃນຄຳແນະນຳ ເພື່ອປ້ອງກັນບໍ່ໃຫ້ສານເຄມີເຂົ້າສູ່ຮ່າງກາຍ ຫຼື ເຂົ້າໃນຮ່າງກາຍ.

ສໍາລັບມຸ້ງທີ່ຍ້ອມຢາຂ້າແມງໄມ້, ຢ່າໃຫ້ເດັກດູດ ຫຼື ຫຍ້ຳໃຫ້ພວກມັນ ແລະ ບໍ່ລ້າງຊັກມັນໃນແມ່ນ້ຳ ຫຼື ແຫຼ່ງນ້ຳທີ່ຢາຂ້າແມງໄມ້ສາມາດປັນອັນຕະລາຍຕໍ່ປາ, ແມງໄມ້, ສັດ ແລະ ຄົນຢູ່ລຸ່ມແຫຼ່ງນ້ຳນັ້ນ.

NWTND mosq Page 20-2.png

ຍຸງມາລາເລຍສ່ວນຫຼາຍກັດໃນເວລາກາງຄືນ, ເຮັດໃຫ້ມຸ້ງມີປະໂຫຍດຫຼາຍໃນການປ້ອງກັນພະຍາມາລາເລຍ ແລະ ການເຈັບເປັນອື່ນໆທີ່ເກີດຈາກຍຸງຊະນິດດຽວກັນ. ຍຸງທີ່ນຳເຊື້ອໄຂ້ເລືອດອອກ, ໄຂ້ເຫຼືອງ, ຊີິກະ ແລະ ຊີກຸນຄຸນຍາທີ່ກັດໃນຊ່ວງກາງເວັນ. ສໍາລັບເດັກນ້ອຍ ຫຼື ຄົນອື່ນນອນ ຫຼື ພັກຜ່ອນໃນກາງເວັນ, ມຸ້ງຈະຊ່ວຍປ້ອງກັນພະຍາດເຫຼົ່ານີ້ໄດ້ເຊັ່ນກັນ. ນອກຈາກນີ້, ມຸ້ງ ຈະຮັກສາຜູ້ທີ່ມີຄວາມເຈັບປ່ວຍແລ້ວ ຈາກການຖືກກັດໂດຍຍຸງເຊິ່ງສາມາດ ເຮັດໃຫ້ຕິດໃສ່ຄົນອື່ນ.

ຢາກັນຍຸງ ແລະ ຢາຂ້າແມງໄມ້ຢຸດບໍ່ໃຫ້ຍຸງກັດ

ຢາກັນຍຸງ ແລະ ສານເຄມີທີ່ຍຸງບໍ່ມັກ, ດັ່ງນັ້ນມັນຈະອອກຫ່າງ. ຢາຂ້າແມງໄມ້ແມ່ນ ສານເຄມີຂ້າຍຸງຫຼັງຈາກມັນຈັບຕາມຂອງຍ້ອມຢາ, ເຊັ່ນ ຝາ ຫຼື ມຸ້ງ.

  • ສຳລັບຜິວທ່ານ, ໃຊ້ຢາກັນຍຸງທຳມະຊາດ ເຊັ່ນ: ຫົວສີໄຄເຄື່ອງ, ນ້ຳມັນຂົມກະເດົາ, ສຸມໃສໃບສີໄຄ ຫຼື ໃບຫອມລາບ. ຫຼືນໍາໃຊ້ເຄືອບສານເຄມີທີ່ມີໜຶ່ງສ່ວນປະກອບເຫຼົ່ານີ້: DEET, Picardin (KBR 3023, icaridin), IR3535, ຫຼື PMD ແລະ ນໍ້າມັນອື່ນໆຂອງທາດປະສົມນໍ້າມັນວິກສວ່ນປະສົມໝາກນາວ. ຢາຂ້າຍຸງສາມາດຊ່ວຍປົກປ້ອງເດັກໄດ້ໂດຍສະເພາະແມ່ນ ແຕ່ອ່ານຂໍ້ຄວນທີ່ລະມັດ ລະວັງພ້ອມເພື່ອໃຫ້ແນ່ໃຈວ່າຜະລິດຕະພັນປອດໄພສໍາລັບເດັກນ້ອຍ. ປ້າຍຊື່ຈະບອກວ່າມັກຈະ ສະໝັກໃໝ່, ເລື້ອຍໆທຸກໆສອງສາມຊົ່ວໂມງ.
  • ບ່ອນທີ່ມີຊິກະ, ພະນັກງານສາທາລະນະສຸກສາມາດໃຫ້ຢາໄລ່ຍຸງແມງໄມ້ແກ່ແມ່ຍິງ ເພາະວ່າ ຊິກ້າ ສາມາດເປັນອັນຕະລາຍຕໍ່ການຖືພາຂອງແມ່ຍິງ.
  • Permethrin ແມ່ນ ສານເຄມີທີ່ບໍ່ຄວນຈະຖືກນໍາໃຊ້ກັບຜິວໜັງ ແຕ່ສາມາດສີດພົ່ນໃສ່ຕຽງນອນ, ເຄື່ອງນຸ່ງຫົ່ມ ຫຼື ເກີບເພື່ອໄລ່ຍຸງ. ເພື່ອຮັກສາສານເຄມີບໍ່ໃຫ້ຖືກຜິວໜັງຂອງທ່ານ ໃຫ້ສີດໃສ່ ເຄື່ອງນຸ່ງ ແລະ ປ່ອຍໃຫ້ພວກມັນແຫ້ງກ່ອນທີ່ທ່ານຈະໃສ່. ປະຕິບັດຕາມຄໍາແນະນໍາກ່ຽວກັບຂໍ້ຄຳເຕືອນ.
  • ພຽງແຕ່ໃຊ້ຢາຈູດກັນຍຸງຈົນກວ່າທ່ານຈະສາມາດຊອກຫາຢາທີ່ດີກວ່າ. ຄວັນຈາກຢາອູດຍຸງ ແລະ ວິທີການອື່ນໆ ໃນການສ້າງຄວັນເພື່ອໄລ່ຍຸງ ອາດເປັນອັນຕະລາຍຕໍ່ການຫາຍໃຈຂອງທ່ານ.

ການສີດຢາຂ້າແມງໄມ້ເພື່ອຂ້າຍຸງ

ຜູ້ຊາຍກຳລັງສີດຢາຂ້າແມງໄມ້ໃນເຮືອນ

ລັດຖະບານ ຫຼື ອົງການອື່ນໆ ອາດເຮັດໂປຼກຼາມເພື່ອຂ້າຍຸງ ໂດຍການສີດພົ່ນຢາຂ້າແມງໄມ້ເທິງຝາເຮືອນດ້ານໃນເຮືອນ ໃນຊ່ວງທີ່ມີຍຸງຫຼາຍທີ່ສຸດຂອງປີ. ນີ້ເອີ້ນວ່າ IRS ຫຼື ສີດຢາພາຍໃນເຮືອນ. ທຸກໆຄົນ ທີ່ໃຊ້ຢາຂ້າແມງໄມ້ຕ້ອງການປ້ອງກັນຕົວເອງ ເພື່ອປ້ອງກັນບໍ່ໃຫ້ຢາຂ້າແມງໄມ້ເຂົ້າໄປໃນ ຮ່າງກາຍ ໂດຍການຫາຍໃຈ ຫຼືໂດຍການສໍາຜັດປາກ ຫຼືຜິວໜັງ. ເພື່ອຢຸດການແຜ່ລະບາດ ຂອງພະຍາດ ໄຂ້ມາລາເລຍ, ປະເພດຂອງການປິ່ນປົວນີ້ເຮັດວຽກດີທີ່ສຸດເມື່ອທຸກຫຼັງຄາເຮືອນຢູ່ໃນພື້ນທີ່ກຽວກັນໄດ້ຖືກສີດຢາ. ເນື່ອງຈາກວ່າສານເຄມີທັງໝົດລວມທັງຢາຂ້າແມງໄມ້, ຮັກສາເດັກນ້ອຍໃຫ້ຢູ່ຮ່າງຈາກສານເຄມີ ບໍ່ໃຫ້ເຂົາເອົາເຂົ້າປາກ ຫຼືໃນຮ່າງກາຍຂອງພວກເຂົາ.



This page was updated: ໑໑ ມີຖຸນາ ໒໐໑໙