Hesperian Health Guides

ໄວຣັດສ໌ຊີກຸນຄຸນຍາ

ຢູ່ໃນພາກນີ້:

NWTND mosq Page 15-1.png

ເຖິິງວ່າຈະບໍ່ແມ່ນພະຍາດທີ່ອັນຕະລາຍ, ຊີກຸນຄຸນຍາສາມາດເຮັດໃຫ້ມີຄວາມບໍ່ສະດວກຍ້ອນວ່າ ມັນເຮັດ ໃຫ້ມີການເຈັບປວດຕາມຂໍ່ຕ່າງໆທີ່ຮຸນແຮງເຊິ່ງມີຜົນຕໍ່ ມື, ຕີນ, ເຂົ່າ, ແລະ ຫຼັງ. ມັນສາມາດເຮັດໃຫ້ເຈັບ ປວດ ເຊິ່ງເຮັດໃຫ້ຄົນເຈັບບໍ່ສາມາດກົ້ມງໍ ແລະຍ່າງໄດ້. ຄົນສ່ວນໃຫຍ່ຈະຮູ້ສຶກດີຂຶ້ນພາຍໃນໜຶ່ງອາທິດ, ແຕ່ຫຼັງຈາກອາການໄຂ້ຫາຍໄປ, ອາການປວດຕາມຂໍ່ສາມາດເຈັບດົນເປັນຫຼາຍໆອາທິດ ຫຼື ອາດດົນ ເປັນເດືອນກໍໄດ້. ບາງຄັ້ງອາການເຈັບປວດອາດກັບມາຄືນ, ຫຼັງຈາກນັ້ນເປັນປີ ຫຼື ອາດຫຼາຍກວ່ານັ້ນ.

ຊີກຸນຄຸນຍາສາມາດເປັນອັນຕະລາຍຫຼາຍກວ່າສຳລັບແອນ້ອຍ. ໃຫ້ໄປພົບພະນັກງານສາທາລະນະສຸກ ຫາກເດັກ ມີອາການໄຂ້ສູງ, ຊັກ, ຮາກ ຫຼື ຖອກທ້ອງ.

ອາການຕ່າງໆຂອງຊີກຸນຄຸນຍາ
  • ໄຂ້ແບບກະທັນຫັນ ແລະ ສາມາດເປັນເລັກໜ້ອຍ ຫຼື ສູງ, ສ່ວນໃຫຍ່ 38.5° (101.4°F) ຫຼື ສູງກວ່ານັ້ນ.
  • ເຈັບປວດຕາມຕົນໂຕແບບຮຸນແຮງ, ເຈັບຫົວ, ປວດຄໍ ແລະ ເຈັບທ້ອງ.
  • ປວດຮາກ
  • ຕຸ່ມຜື່ນ
  • ເຈັບປວດຂໍ່ອາດຈະສືບຕໍ່ເປັນຫຼາຍອາທິດ ຫຼືຫຼາຍເດືອນ.


ການປິ່ນປົວ ສາມາດຊ່ວຍໃຫ້ທ່ານຮູ້ສຶກດີຂຶ້ນ.

ການປ້ອງກັນ

ເພື່ອປ້ອງກັນການເປັນຊີກຸນຄຸນຍາ, ຫຼີກເວັ້ນບໍ່ໃຫ້ຍຸງກັດ ແລະ ປ້ອງກັນການຂະຫຍາຍ ພັນຂອງຍຸງ.

NWTND mosq Page 15-2.PNG ຍຸງທີ່ແຜ່ເຊື້ອໄຂ້ເລືອດອອກ, ໄຂ້ເຫຼືອງ, ຊີກະ, ແລະ ຊິກຸນຄຸນຍາ ບໍ່ໄດ້ຕ້ອງການນ້ຳຫຼາຍສຳລັບການວາງໄຂ່. ຝາຂວດມີນ້ຳຢູ່ກໍຫຼາຍພໍແລ້ວສຳລັບການວາງໄຂ່!


This page was updated: ໑໑ ມີຖຸນາ ໒໐໑໙