Hesperian Health Guides

ໄຂ້ມາລາເລຍ

ຢູ່ໃນພາກນີ້:

ຍຸງທີ່ມີປີກເປັນລາຍຈຸດ
ຍຸງຊະນິດທີ່ເປັນພາຫະນຳເຊື້ອໄຂ້ມາລາເລຍອາດມີປີກເປັນລາຍຈຸດ.

ໄຂ້ມາລາເລຍແມ່ນເກີດຈາກເຊື້ອປະຣາຊິດຊະນິດໜຶ່ງ (ເອີ້ນວ່າ “ແພຼດສ໌ໂມດຽມ (Plasmodium)) ທີ່ຕິດຕໍ່ຫາຄົນໂດຍມີຍຸງກົ້ນປ່ອງ (ມີຊື່ສາກົນວ່າ “Anopheles”) ເປັນພາຫະນະ ເຊິ່ງສ່ວນໃຫຍ່ແລ້ວ ພວກມັນກັດຄົນ ຫຼືອອກຫາກິນແຕ່ໃນເວລາກາງຄືນ. ສຳລັບກໍລະນີສ່ວນໃຫຍ່ຂອງການເປັນໄຂ້ມາລາເລຍແບບທຳມະດາ (ເຊິ່ງເອີ້ນວ່າ “ໄຂ້ມາລາເລຍແບບບໍ່ມີອາການສົນ”), ວົງຈອນຂອງໄຂ້ ແລະໜາວສັ່ນແມ່ນເປັນສິ່ງບໍ່ໜ້າມ່ວນໃຈປານໃດ ແຕ່ພວກມັນກໍ່ຈະປິ່ນປົວໃຫ້ຫາຍດີໄດ້ພາຍໃນເວລາສອງສາມມື້. ແຕ່ຖ້າບໍ່ໄດ້ຮັບການປິ່ນປົວ, ໄຂ້ມາລາເລຍກໍ່ຈະການເປັນໄຂ້ທີ່ອັນຕະລາຍໄດ້ຢ່າງໄວວາ. ສະພາວະນີ້ເອີ້ນວ່າ ໄຂ້ມາລາເລຍຮຸນແຮງ. ໃນເຂດທີ່ມີໂລກມາລາເລຍ, ເມື່ອຜູ້ຄົນເກີດມີອາການໄຂ້ໂດຍບໍ່ຮູ້ສາເຫດ ແມ່ນຄວນໄປໂຮງໝໍເພື່ອ ກວດເລືອດ. ຖ້າຫາກຜົນກວດເລືອດອອກມາວ່າເປັນໄຂ້ມາລາເລຍ, ຫຼື ຖ້າບໍ່ມີອຸປະກອນກວດເລືອດ ແຕ່ບຸກຄະລາກອນທາງການແພດຄິດວ່າ ຄົນເຈັບເປັນໄຂ້ມາລາເລຍ, ກໍ່ໃຫ້ເລີ່ມການປິ່ນປົວດ້ວຍຢາທັນທີ.

ໄຂ້ມາລາເລຍເກີດຈາກເຊື້ອປາຣາຊິດຫຼາຍຊະນິດແຕກຕ່າງກັນ ເຊັ່ນ: falciparum, vivax, ແລະອື່ນໆ. ພະນັກງານສາທາລະນະສຸກຈະຮູ້ດີວ່າເຊື້ອໄຂ້ມາລາເລຍຊະນິດໃດມີຢູ່ໃນເຂດທີ່ເຈົ້າອາໃສຢູ່ ແລະ ຢາປິ່ນປົວຊະນິດທີ່ຈະໄດ້ຜົນດີທີ່ສຸດ. ຫາກປາສະຈາກຢາປິ່ນປົວ, ໂລກມາລາ ເລຍກໍ່ສາມາດເປັນຄືນໄດ້ອີກຫຼາຍຄັ້ງ ຍ້ອນວ່າເຊື້ອປາຣາຊິດທີ່ພາໃຫ້ ເປັນມາລາເລຍຍັງຢູ່ໃນຕັບ ຂອງຄົນເຈັບນັ້ນຢູ່. ຢາປິ່ນປົວຊ່ວຍໃຫ້ຄົນເຈັບຫາຍດີໄດ້ໂດຍການອອກລິດກຳຈັດເຊື້ອປາຣາຊິດ ທີ່ເປັນຕົ້ນຕໍຂອງໄຂ້ມາລາເລຍນັ້ນ.

ໄຂ້ມາລາເລຍເປັນອັນຕະລາຍຫຼາຍເປັນພິເສດສຳລັບເດັກອ່ອນ, ເດັກນ້ອຍອາຍຸຕ່ຳກວ່າ 5 ຂວບ, ແມ່ຍິງຖືພາ ແລະຜູ້ທີ່ມີເຊື້ອ HIV. ເມື່ອຖືພາ ຫຼື ຕິດເຊື້ອເອັດໄອວີ (HIV) ຫຼື ມີອາການເຈັບເປັນອື່ນ ຈະເຮັດໃຫ້ຮ່າງກາຍ ຄົນເຈັບອ່ອນແອ ແລະຕ້ານທານການຕິດເຊື້ອບໍ່ໄດ້ດີ, ສະນັ້ນ ການຕິດເຊື້ອມາລາເລຍ ແລະມີອາການ ໄຂ້ມາລາເລຍຮຸນແຮງນັ້ນມີໂອກາດເປັນໄປໄດ້ສູງ.

ໄຂ້ມາລາເລຍທຳມະດາ

ອາການທີ່ມັກສະແດງອອກຂອງໄຂ້ມາລາເລຍແມ່ນມີໄຂ້ ເຊິ່ງມັນຈະເປັນແລ້ວຫາຍ, ເມື່ອໄຂ້ຂຶ້ນແຕ່ລະເທື່ອ ແມ່ນຈະມີອາການໜາວສັ່ນຕາມຫຼັງມານຳທຸກຄັ້ງ. ບາງຄັ້ງຄົນເຈັບກໍ່ຈະມີເຫື່ອອອກໃນເວລາທີ່ໄຂ້ລົດລົງ. ແຕ່ກໍ່ມີໄຂ້ມາລາເລຍຫຼາຍກໍລະນີແມ່ນບໍ່ໄດ້ເປັນຄືກັນກັບຮູບແບບທີ່ໄດ້ກ່າວມາເທິງນີ້. ອາການສັນຍານສະ ແດງອອກອື່ນໆ ແມ່ນມັກພົບເຫັນເລື້ອຍ ແຕ່ກໍ່ບໍ່ໄດ້ມີຜົນກະທົບກັບໝົດທຸກຄົນ ແລະພວກມັນກໍ່ຍັງເປັນ ອາການສະແດງອອກຂອງການເຈັບເປັນອື່ນໆເຊັ່ນກັນ.

ອາການສະແດງອອກຂອງໄຂ້ມາລາເລຍທຳມະດາ
  • ອາການໄຂ້ອາດຈະບໍ່ແຮງແຕ່ມັນມັກມີໄຂ້ຂຶ້ນສູງ, 39℃ (102℉) ຫຼື ສູງກວ່ານັ້ນ
  • ໜາວສັ່ນ ແລະເຫື່ອອອກ
  • ເຈັບຫົວ ແລະເຈັບປວດຕາມຮ່າງກາຍ
  • ປຸ້ນທ້ອງປວດຮາກ, ຮາກ, ບໍ່ຢາກອາຫານ
  • ຮ່າງກາຍຫຼ່າເຫຼືອງ ແລະອ່ອນແອຍ້ອນໂລກເລືອດຈາງ
  • ຜິວໜັງ ແລະຕາຊີດເຫຼືອງພໍປະມານ (ສ່ວນຂອງຕາຂາວ ຫຼື ຜິວໜັງຂອງຜູ້ທີ່ມີສີຜິວແຈ້ງ ແດ່ນັ້ນ ຈະມີສີເຫຼືອງ)
  • ມ້າມໃຫຍ່ (ພະນັກງານສາທາລະນະສຸກຮູ້ສຶກໄດ້ດ້ວຍການກວດທ້ອງຄົນເຈັບ)


ພະນັກງານສາທາລະນະສຸກກຳລັງເຈາະເອົາເລືອດຢູ່ປາຍນິ້ວມືເດັກທີ່ກຳລັງນັ່ງຢູ່ເທິງຕັກແມ່ຂອງລາວ ເພື່ອໄປ ກວດຫາເຊື້ອມາລາເລຍ
ການກວດວິເຄາະຢືນຢັນເຊື້ອມາລາເລຍແບບວ່ອງໄວ ຫຼື RDT (Rapid Diagnostic Tests) ໂດຍການນຳໃຊ້ເລືອດໜຶ່ງຢົດ. ຖ້າຄົນເຈັບໄດ້ກິນຢາປົວໂລກມາລາເລຍກ່ອນແລ້ວມາກວດ, ຜົນກວດທີ່ອອກມານັ້ນອາດຈະ ບໍ່ແນ່ນອນ.

ການກວດເລືອດຈະຢືນຢັນໄດ້ວ່າຄົນເຈັບເປັນໄຂ້ມາລາເລຍຫຼືບໍ່. ການກວດຫາເຊື້ອມາລາເລຍບາງຢ່າງ ແມ່ນຈຳເປັນໃຊ້ກ້ອງຈຸລະທັດ ແຕ່ບຸກຄະລາກອນປະຈຳບ້ານ ຫຼືປະຈຳຕາມຊຸມຊົນໃຊ້ຊຸດເຄື່ອງມື ກວດວິເຄາະຢືນຢັນເຊື້ອມາລາເລຍແບບວ່ອງໄວ ເຊິ່ງໃຊ້ເລືອດພຽງຢົດດຽວ. ຍ້ອນວ່າໂລກມາລາເລຍ ທີ່ບໍ່ໄດ້ຮັບການປິ່ນປົວໃຫ້ຫາຍດີນັ້ນ ສາມາດເປັນສາເຫດພາໃຫ້ມີໄຂ້ແລະໜາວສັ່ນຫຼາຍຄັ້ງ ໃນຊ່ວງໄລຍະ ເວລາສອງສາມປີ, ຈົ່ງສອບຖາມຄົນເຈັບເບິ່ງວ່າເຂົາເຈົ້າມີອາການສະແດງອອກດັ່ງກ່າວທີ່ຄືກັນບໍໃນຊ່ວງ ໄລຍະຫຼາຍເດືອນຜ່ານມານີ້.

ການປິ່ນປົວໄຂ້ມາລາເລຍທຳມະດາ

ພາຍຫຼັງຜົນກວດເລືອດຫາເຊື້ອມາລາເລຍອອກມາເປັນບວກ (positive) ຫຼື ຖ້າເຈົ້າມີເຫດຜົນພຽງພໍ ທີ່ຈະເຊື່ອໄດ້ວ່າຄົນເຈັບເປັນໄຂ້ມາລາເລຍ ແລະບໍ່ມີເຄື່ອງມືກວດວິເຄາະຫາເຊື້ອ, ຈົ່ງເລີ່ມ[[ໃຫ້ຢາປິ່ນປົວ ມາລາເລຍ ໃຫ້ໄວເທົ່າທີ່ຈະເປັນໄປໄດ້. ໃນເຂດທີ່ມີໂລກມາລາເລຍຊະນິດ ທີ່ເກີດຈາກ ເຊື້ອປາຣາຊິດ P. falciparum, ມັນກໍ່ຍິ່ງສຳຄັນເປັນພິເສດໃນການເລີ່ມປິ່ນປົວຄົນເຈັບທັນທີ. ເພາະວ່າຍຸງ ຈະນຳເອົາເຊື້ອມາລາເລຍຈາກຄົນໜຶ່ງໄປຕິດໃສ່ຄົນອື່ນ, ສະນັ້ນ ການປິ່ນປົວຄົນເຈັບກໍ່ເປັນການປ້ອງກັນ ປະຊາຊົນຄົນອື່ນໆບໍ່ໃຫ້ໄດ້ຮັບເຊື້ອມາລາເລຍນັ້ນ.

ຈົ່ງຊອກຮູ້ ຫຼືສອບຖາມນຳພະນັກງານສາທາລະນະສຸກ. ໃນທ້ອງຖິ່ນເບິ່ງວ່າມີຢາອັນໃດທີ່ແນະນຳ ສຳລັບປິ່ນປົວໂລກໄຂ້ມາລາເລຍ. ໃນຫຼາຍໆຂົງເຂດ, ໂລກມາລາເລຍໄດ້ມີການດື້ຢາ; ໝາຍຄວາມວ່າ ຢາທີ່ເຄີຍໃຊ້ປ້ອງກັນ ຫຼືປິ່ນປົວໂລກມາລາເລຍໄດ້ຜົນດີໃນເມື່ອກ່ອນນັ້ນ ແມ່ນໃຊ້ບໍ່ໄດ້ຜົນແລ້ວດຽວນີ້. ຢາປິ່ນປົວໂລກມາລາເລຍໃນຂົງເຂດໜຶ່ງອາດໃຊ້ບໍ່ໄດ້ຜົນກັບໂລກມາລາເລຍໃນຂົງເຂດອື່ນ.

ຖ້າມີໄຂ້, ຮາກ ຫຼືມີອາການຖອກທ້ອງ, ຄົນເຈັບໄຂ້ມາລາເລຍຈຳເປັນຈະຕ້ອງໄດ້ພັກຜ່ອນ ແລະດື່ມນ້ຳ ສະອາດ, ກິນແກງ ແລະເຄື່ອງດື່ມທົດແທນສານນ້ຳ.


ສຳຄັນ! ເຖິງແມ່ນວ່າເຈົ້າຈະຮູ້ສຶກວ່າດີຂຶ້ນແລ້ວກໍ່ຕາມ, ກິນຢາໃຫ້ຄົບຕາມທີ່ແພດສັ່ງ. ຖ້າເຈົ້າ ກິນຢາບໍ່ຄົບຕາມກຳນົດຕາມທີ່ແພດສັ່ງ, ໂລກມາລາເລຍອາດຈະກັບມາເປັນຄືນອີກ ແລະຢາທີ່ໃຊ້ປິ່ນປົວ ຢູ່ນັ້ນກໍ່ອາດຈະໃຊ້ບໍ່ໄດ້ຜົນອີກຕໍ່ໄປ.



ຜູ້ຍິງຄົນນີ້ເບິ່ງມີສຸຂະພາບແຂງແຮງຂຶ້ນ.
ຜູ້ຍິງຄົນນີ້ກິນຢາຄົບຕາມທີ່ແພດສັ່ງ ແລະລາວ ກໍ່ມີອາການດີຂຶ້ນ. ຜູ້ຍິງຄົນນີ້ກິນຢາບໍ່ຄົບຕາມທີ່ແພດສັ່ງ, ລາວກໍ່ເລີຍຍັງນອນໄຂ້ຢູ່.
a woຜູ້ຍິງຄົນນີ້ນອນໄຂ້.

ໂລກໄຂ້ມາລາເລຍຮຸນແຮງ

ໂລກໄຂ້ມາລາເລຍຮຸນແຮງສາມາດເກີດຂຶ້ນໄດ້ເມື່ອໄຂ້ມາລາເລຍທຳມະດາ ບໍ່ໄດ້ຮັບການປິ່ນປົວໃຫ້ຫາຍດີ ຫຼື ບໍ່ໄດ້ຮັບການປິ່ນປົວແຕ່ຫົວທີ. ໂລກໄຂ້ມາລາເລຍຮຸນແຮງ ມີແນວໂນ້ມເກີດຂຶ້ນໄດ້ຫຼາຍຫາກໄຂ້ມາລາ ເລຍທີ່ຄົນເຈັບເປັນນັ້ນ ເກີດມາຈາກເຊື້ອປາຣາຊິດ “Plasmodium falciparum” (P. falciparum). ຄົນເຈັບໄຂ້ມາລາເລຍຂັ້ນຮຸນແຮງ ແມ່ນຈຳເປັນຕ້ອງໄດ້ຮັບການປິ່ນປົວຂັ້ນສູງຢູ່ໃນໂຮງໝໍ ຫຼື ຄຼີນິກ. ໂລກໄຂ້ມາລາເລຍຮຸນແຮງສາມາດພາໃຫ້ຄົນເຈັບເສຍຊີວິດໄດ້ພາຍໃນ 1 ຫຼື 2 ມື້, ໂດຍສະເພາະ ຖ້າມັນເປັນຂຶ້ນສະໝອງ, ສະພາວະນີ້ເອີ້ນວ່າ “ມາລາເລຍຂຶ້ນສະໝອງ (cerebral malaria).”

ຍານອັນຕະລາຍຂອງໄຂ້ມາລາເລຍຮຸນແຮງ
  • ອ່ອນເພຍຫຼາຍເກີນກວ່າຈະນັ່ງ ຫຼືຢືນ, ແລະບໍ່ສາມາດຮັກສາຄວາມຮູ້ສຶກຕົວໃຫ້ຕື່ນຢູ່ໄດ້
  • ສະພາບຈິດໃຈສັບສົນ, ອາການຊັກ, ຫຼື ໝົດສະຕິ
  • ມີການຮາກເລື້ອຍໆ, ບໍ່ສາມາດດື່ມ ຫຼືໃຫ້ລູກກິນນົມໄດ້
  • ມີອາການຫາຍໃຈໄວ ຫຼື ຫາຍໃຈຍາກ
  • ຄວາມດັນເລືອດຕ່ຳ ຫຼື ມີອາການສະແດງອອກອື່ນໆຂອງອາການຊ໋ອກ (ເບິ່ງບົດ ການປິ່ນປົວເບື້ອງຕົ້ນ)
  • ຍ່ຽວຂຸ້ນ, ແລະ ປະລິມານນ້ຳຍ່ຽວໜ້ອຍເນື່ອງຈາກວ່າໝາກໄຂ່ຫຼັງເລີ່ມຊຸດໂຊມ.


  • ບຸກຄະລາກອນທາງການແພດຈະກວດເລືອດ ແລະກວດປັດສະວະເພື່ອກວດຫາ:
  • ເລືອດຈາງ (ປະລິມານທາດເຫຼັກໃນເລືອດຕ່ຳ)
  • ລະດັບເຮໂມໂກຼບິນ (hemoglobin) ໃນນ້ຳຍ່ຽວ
  • ລະດັບນ້ຳຕານໃນເລືອດຕ່ຳ (ນ້ຳຕານກຼູໂຄດສ໌ (glucose))
ການປິ່ນປົວໂລກໄຂ້ມາລາເລຍຮຸນແຮງ

ຄົນເຈັບໂລກໄຂ້ມາລາເລຍຮຸນແຮງທັງເດັກ ແລະຜູ້ໃຫຍ່ແມ່ນຈຳເປັນຕ້ອງໄດ້ມີພະນັກງານສາທາລະນະສຸກ ຜູ້ທີ່ໄດ້ຜ່ານການຝຶກທັກສະຂັ້ນສູງໃນການໃຫ້ຢາ artesunate ເຂົ້າທາງເສັ້ນເລືອດ ຫຼື ສັກກ້າມຊີ້ນ, ເປັນເວລາ 24 ຊົ່ວໂມງ ຫຼື ຫຼາຍກວ່າ. ຖ້າບໍ່ມີໂຮງໝໍ ຫຼືພະນັກງານສາທາລະນະສຸກທີ່ມີຄວາມສາມາດໃຫ້ການປິ່ນປົວໄຂ້ມາລາເລຍແບບຮຸນແຮງນີ້ ຢູ່ໃກ້, ບຸກຄະລາກອນທາງການແພດໃນທ້ອງຖິ່ນກໍ່ອາດເຄີຍໄດ້ຜ່ານການຝຶກອົບຮົມ ແລະມີຢາ ເພື່ອຈະສີດຢາ artesunate ຫຼື quinine ເພື່ອຊ່ວຍປິ່ນປົວຄົນເຈັບໃນຂະນະນຳສົ່ງໄປໂຮງໝໍ. ຢາ artesunate ຊະນິດແຄັບຊູນ (capsules) ສຳລັບໃສ່ທະວານໜັກ ແມ່ນໃຊ້ກັບເດັກນ້ອຍອາຍຸຕ່ຳກວ່າ 6 ຂວບ ເຊິ່ງບໍ່ມີບ່ອນໃຫ້ສັກຢາ artesunate ນີ້ໄດ້. ການປິ່ນປົວສຸກເສີນບໍ່ເຮັດໃຫ້ຄົນເຈັບຫາຍເຊົາຈາກໂລກໄຂ້ມາລາເລຍໄດ້; ເຈົ້າຍັງຈຳເປັນຕ້ອງໃຫ້ຄົນເຈັບກິນຢາເພີ່ມຕື່ມ ເປັນເວລາອີກ 3 ມື້ ຫຼືຫຼາຍກວ່ານັ້ນ.

ເດັກນ້ອຍສອງຄົນນອນໃນມຸ້ງ
ຍຸງທີ່ເປັນພາຫະນຳເຊື້ອມາລາເລຍອອກຫາກິນໃນເວລາກາງຄືນ. ເພື່ອປ້ອງກັນໂລກໄຂ້ມາລາເລຍ, ແມ່ນໃຫ້ນອນກາງມຸ້ງທີ່ຍ້ອມນ້ຳຢາກັນຍຸງ. ກາງມຸ້ງປົກອູ່ເດັກອ່ອນເຊັ່ນດຽວກັນ.
ການປ້ອງກັນໂລກໄຂ້ມາລາເລຍ

ສຳລັບໂລກໄຂ້ມາລາເລຍແມ່ນບໍ່ມີຢາວັກຊີນປ້ອງກັນ. ຢາທີ່ໃຊ້ປິ່ນປົວໂລກໄຂ້ມາລາເລຍ ບາງຄັ້ງກໍ່ນຳມາໃຊ້ເປັນຢາປ້ອງກັນມັນໄດ້, ໂດຍສະເພາະໃນເວລາທີ່ປະຊາຊົນເດີນທາງໄປບ່ອນອື່ນ. ຂະໜາດຢາທີ່ໃຊ້ປ້ອງກັນນັ້ນອາດໃຊ້ເປັນປະຈຳທຸກມື້, ທຸກອາທິດ ຫຼື ທຸກເດືອນ. ໃນບາງປະເທດ, ການໃຊ້ຢາປ້ອງກັນໂລກໄຂ້ມາລາເລຍໃນຊ່ວງເວລາ 6 ເດືອນສຸດທ້າຍຂອງການຖືພານັ້ນເປັນສິ່ງສຳຄັນ (ເບິ່ງ sulfadoxine + pyrimethamine). ໃນບັນດາປະເທດທີ່ໂລກໄຂ້ມາລາເລຍເປັນສະເພາະໃນຊ່ວງລະດູຝົນ, ໃນແຕ່ລະປີ ບັນດາໂຄງການປ້ອງກັນໂລກໄຂ້ມາລາເລຍຕ່າງໆ ອາດຈະໃຫ້ຢາປ້ອງກັນແກ່ເດັກນ້ອຍເປັນເວລາພຽງແຕ່ສອງສາມເດືອນກໍ່ພໍ.

ການນອນໃນມຸ້ງທີ່ຍ້ອມນ້ຳຢາກັນຍຸງແມ່ນວິທີການປ້ອງກັນໂລກໄຂ້ມາລາເລຍທີ່ດີທີ່ສຸດວິທີໜຶ່ງ. ມຸ້ງດັ່ງກ່າວນີ້ແມ່ນຍ້ອມດ້ວຍຢາກັນຍຸງໜຶ່ງ ຫຼືຫຼາຍຊະນິດກວ່ານັ້ນ, ເຊິ່ງກໍ່ຖືວ່າຂ້ອນຂ້າງຈະປອດໄພ ໂດຍສະເພາະ ຖ້າທຽບໃສ່ກັບການຕິດເຊື້ອໂລກໄຂ້ມາລາເລຍ. ຮຽນຮູ້ເພີ່ມຕື່ມກ່ຽວກັບວິທີການໃຊ້ມຸ້ງປ້ອງກັນໂລກໄຂ້ມາລາເລຍ ແລະການເຈັບເປັນອື່ນໆທີ່ມາກັບຍຸງ.

ໂຄງການປຸກລະດົມປ້ອງກັນໂລກໄຂ້ມາລາເລຍ ແລະພະຍາດອື່ນໆທີ່ມາກັບຍຸງ ເຊິ່ງໄດ້ມີການແຈກຢາຍມຸ້ງຍ້ອມນ້ຳຢາກັນຍຸງ ແລະໃຫ້ບຸກຄະລາກອນທີ່ໄດ້ຜ່ານການຝຶກອົບຮົມ ມາສີດພົ່ນຢາຂ້າຍຸງຕາມບ້ານເຮືອນ ປະຊາຊົນ ສາມາດສະກັດກັ້ນໂລກໄຂ້ມາລາເລຍໄດ້ ກໍ່ຕໍ່ເມື່ອມີຈຳນວນຄົວເຮືອນໃນຊຸມຊົມເຂົ້າຮ່ວມຢ່າງພຽງພໍ. ເຈົ້າກໍ່ສາມາດປ້ອງກັນບໍ່ໃຫ້ຍຸງທີ່ເປັນພາຫະນຳເຊື້ອມາລາເລຍບໍ່ໃຫ້ແຜ່ພັນໄດ້ ຫຼື ປ້ອງກັນບໍ່ໃຫ້ໄຂ່ຍຸງແຕກອອກມາເປັນຍຸງໄດ້. ການຫຼີກເວັ້ນບໍ່ໃຫ້ຍຸງກັດຈະຊ່ວຍປ້ອງກັນເຊື້ອພະຍາດທີ່ມາກັບຍຸງນັ້ນໄດ້ສະເໝີ.

ແມ່ຍິງກຳລັງອະທິບາຍໃຫ້ທຸກຄົນໃນກຸ່ມຟັງກ່ຽວກັບສາເຫດຕ່າງໆຂອງໂລກໄຂ້ມາລາເລຍ
ສາເຫດຕ່າງໆຂອງໂລກໄຂ້ມາລາເລຍ
ລະດູຝົນເປັນຊ່ວງເວລາທີ່ໂລກໄຂ້ມາລາເລຍເກີດຂຶ້ນຫຼາຍ
ໂລກໄພໄຂ້ເຈັບທີ່ມາກັບຜູ້ທີ່ໂຍກຍ້າຍໄປເຮັດວຽກໃຊ້ແຮງງານຢູ່ເຂດຊາຍຝັ່ງທະເລ
ຄຼີນິກບໍ່ມີຢາປິ່ນປົວ
ມຸ້ງໃໝ່ຫາຍາກ
…ແລະ ຂຸມຕາມຖະໜົນຫົນທາງມີນ້ຳຂັງ.

ໂລກໄຂ້ມາລາເລຍແມ່ນມັກມີທົ່ວໄປໃນບ່ອນທີ່ປະຊາຊົນບໍ່ມີຄວາມສາມາດແບກຮັບຄ່າກວດເລືອດ ແລະຄ່າຢາປິ່ນປົວພະຍາດ, ແລະຂາດການເຂົ້າເຖິງການບໍລິການສຸຂະພາບຕ່າງໆ. ຍິ່ງຄົນເຈັບເປັນໂລກໄຂ້ມາລາເລຍດົນເທົ່າໃດ, ການແຜ່ເຊື້ອໄປຕິດໃສ່ຄົນອື່ນໆໂດຍມີຍຸງໃນທ້ອງຖິ່ນເປັນພາຫະກໍ່ຫຼາຍຂຶ້ນ. ເພື່ອໃຫ້ບັນດາໂຄງການປຸກລະດົມຂົນຂວາຍປ້ອງກັນໂລກໄພໄຂ້ເຈັບທີ່ມາກັບຍຸງນັ້ນປະສົບຜົນສຳເລັດ, ພວກເຂົາເຈົ້າຈະຕ້ອງໄດ້ແກ້ໄຂບັນຫາຕົ້ນເຫດທີ່ເປັນຮາກເຫງົ້າຂອງຄວາມທຸກຍາກ ແລະຄວາມບໍ່ເປັນທຳ, ແລະພ້ອມດຽວກັນນັ້ນກໍ່ສ້າງເງື່ອນໄຂໃຫ້ທຸກຄົນໄດ້ຮັບການປິ່ນປົວຢ່າງທົ່ວເຖິງ.



This page was updated: ໑໑ ມີຖຸນາ ໒໐໑໙