Hesperian Health Guides

ຢາສຳລັບປິ່ນປົວ: ມາລາເລຍ, ໄຂ້ເລືອດອອກ, ແລະການເຈັບເປັນອື່ນໆທີ່ມາຈາກຍຸງ

ໄຂ້ມາລາເລຍ, ໄຂ້ເລືອດອອກ, ແລະໂລກໄພໄຂ້ເຈັບອື່ນໆທີ່ເກີດຈາກຍຸງ: ຢາປິ່ນປົວ
ຢາຫຼຸດໄຂ້ ແລະບັນເທົາອາການປວດ

ຢາພາຣາຊີຕາໂມນ (paracetamol), ຢາອາເຊຕາມີໂນເພນ (acetaminophen)


ຢາພາຣາຊີຕາໂມນ (paracetamol) ເປັນຢາຫຼຸດໄຂ້ ແລະບັນເທົາອາການປວດທີ່ເກີດຂຶ້ນໃນເວລາເຈັບເປັນຕ່າງໆຍ້ອນເຊື້ອພະຍາດທີ່ມາກັບຍຸງ. ມັນເປັນຢາດີ ແລະມີລາຄາທີ່ພໍຫາຊື້ມາໃຊ້ໄດ້.

ສິ່ງ​ສໍາຄັນNBgrnimportant.png

ຫ້າມບໍ່ໃຫ້ກິນຢາຫຼາຍເກີນກວ່າທີ່ແພດໝໍແນະນຳ. ກິນຢາຫຼາຍເກີນໄປມັນເປັນພິດຕໍ່ຕັບ ແລະສາມາດເປັນອັນຕະລາຍເຖິງຊີວິດໄດ້. ໃຫ້ເກັບຮັກສາຢາໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ, ໂດຍສະເພາະຖ້າເຈົ້າມີພຽງແຕ່ຢາຊະນິດນ້ຳເຊື່ອມລົດຫວານ.

ບັນດາຢາດີຫວັດຊະນິດຕ່າງໆແມ່ນມັກມີສ່ວນປະສົມຂອງຢາ paracetamol, ເພາະສະນັ້ນ ແມ່ນບໍ່ໃຫ້ຢາເຫຼົ່ານີ້ແກ່ຄົນເຈັບ ຖ້າເຈົ້າໄດ້ໃຫ້ຢາ paracetamol ແກ່ຄົນເຈັບແລ້ວ ຫຼືບໍ່ເຊັ່ນນັ້ນເຈົ້າອາດໃຫ້ຢາແກ່ຄົນເຈັບຫຼາຍເກີນໄປ.

ວິທີການນໍາໃຊ້NBgrnpill.png
ໃຫ້ຢາຂະໜາດ 10 ຫາ 15 mg/kg ໃນທຸກໆ 4 ຫາ 6 ຊົ່ວໂມງ. ຫ້າມບໍ່ໃຫ້ເອົາຢາແກ່ຄົນເຈັບເກີນ 5 ເທື່ອ ພາຍໃນເວລາ 24 ຊົ່ວໂມງ. ຖ້າເຈົ້າບໍ່ສາມາດຊັ່ງນ້ຳໜັກຄົນເຈັບໄດ້, ກໍ່ໃຫ້ຢາແກ່ຄົນເຈັບໂດຍອີງໃສ່ອາຍຸ ເຊັ່ນ:
ອາຍຸຕ່ຳກວ່າ 1 ຂວບ: ໃຫ້ຢາໃນຂະໜາດ 62 mg (ຂະໜາດເຄິ່ງຂອງ ¼ ຂອງຢາເມັດຂະໜາດ 500 mg), ໃຫ້ກິນຢາທຸກໆ 4 ຫາ 6 ຊົ່ວໂມງ.
ອາຍຸ 1 ຫາ 2 ຂວບ: ໃຫ້ຢາໃນຂະໜາດ 125 mg (ຂະໜາດ ¼ ຂອງຢາເມັດຂະໜາດ 500 mg), ໃຫ້ກິນຢາທຸກໆ 4 ຫາ 6 ຊົ່ວໂມງ.
ອາຍຸ 3 ຫາ 7 ຂວບ: ໃຫ້ຢາໃນຂະໜາດ 250 mg (ຂະໜາດ ½ ຂອງຢາເມັດຂະໜາດ 500 mg), ໃຫ້ກິນຢາທຸກໆ 4 ຫາ 6 ຊົ່ວໂມງ.
ອາຍຸ 8 ຫາ 12 ປີ: ໃຫ້ຢາໃນຂະໜາດ 375 mg (ຂະໜາດ ¾ ຂອງຢາເມັດຂະໜາດ 500 mg), ໃຫ້ກິນຢາທຸກໆ 4 ຫາ 6 ຊົ່ວໂມງ.
ອາຍຸ 12 ປີຂຶ້ນໄປ: ໃຫ້ຢາໃນຂະໜາດ 500 mg ຫາ 1000 mg, ໃຫ້ກິນຢາທຸກໆ 4 ຫາ 6 ຊົ່ວໂມງ, ແຕ່ບໍ່ໃຫ້ກິນເກີນກວ່າ 4000 mg ຕໍ່ມື້.



This page was updated: ໑໑ ມີຖຸນາ ໒໐໑໙