Hesperian Health Guides

ຊຸມຊົນປ້ອງກັນການເຈັບປ່ວຍຈາກຍຸງ

ຢູ່ໃນພາກນີ້:

ພະນັກງານສາທາລະນະສຸກໃນຊຸມຊົນ ຫຼື ກຸ່ມຊຸມຊົນສາມາດຊ່ວຍເຫຼືອບ້ານໃກ້ເຮືອນຄຽງໃນການດູແລ ຮັກສາສວນ ແລະ ບ້ານຂອງເຂົາເຈົ້າໂດຍບໍ່ໃຫ້ມີນໍ້າຂັງທີ່ບໍ່ມີການເໜັງຕີງ ເພື່ອປ້ອງກັນຍຸງມາເພາະພັນ ແລະການຕິດເຊື້ອສູ່ຄົນອື່ນໆໃນຊຸມຊົນ. ມີຜູ້ສູງອາຍຸ, ຄົນພິການ, ຫຼື ຄອບຄົວທີ່ບໍ່ມີເງິນພຽງພໍ ທີ່ຕ້ອງການ ຄວາມຊ່ວຍເຫຼືອບໍ? ຫົວໜ້າທີມຊາວໜຸ່ມ ຫຼືຜູ້ໃຫ່ຍສາມາດຊ່ວຍສັງເກດເຮືອນ, ສ້າງ ຫຼືສ້ອມແປງຕາໜ່າງກັນຍຸງ, ແລະ ປິດພາຊະນະເກັບນໍ້າໃຫ້ແໜ້ນໜາ. ໃຫ້ເດັກນ້ອຍມີສ່ວນຮ່ວມໃນການຮຽນຮູ້ທຳມະຊາດ ແລະ ວິທະຍາສາດ. ພະຍາຍາມໃຫ້ຊຸມຊົນມີການອະນາໄມທຳຄວາມສະອາດ ເປົ້າໝາຍຄືໃຫ້ເຂົາເຈົ້າມີພື້ນ ທີ່ຫວ່າງໂດຍປາສະຈາກຂີ້ເຫຍື້ອ ແລະພາຊະນະທີ່ເກັບສະສົມນໍ້າ. ພາຊະນະສາມາດ ຂວໍ້າໄດ້, ປິດໃຫ້ ແໜ້ນໜາ, ຫຼື ເກັບຖິ້ມໄດ້.

ຜູ້ຍິງກຳລັງຍ່າງຢຽບຢາງຕີນລົດ
ຢາງຕີນລົດເກົ່າທີ່ໃຊ້ແລ້ວສາມາດນໍາມາໃຊ້ເປັນພາສະນະໃນການປູກພືດ ຫຼື ເຮັດເປັນຂັນໄດໄດ້!

ວີທີອື່ນທີ່ຜູ້ນຳຊຸມຊົນສາມາດຊ່ວຍໄດ້:

  • ປັບປຸງສະພາບແວດລ້ອມບ່ອນຢູ່ອາໃສ: ສ້າງລະບົບນໍ້າໂດຍໃຊ້ທໍ່, ຈັດການຂີ້ເຫຍື້ອ ແລະ ນໍ້າເສຍ, ອອກແບບຫຼັງຄາຊຸມຊົນເພື່ອປ້ອງກັນການມີບວກນໍ້າ, ແລະ ກວດກາເບິ່ງຫ້ອງສ້ວມ ຫຼື ລະບົບສຸຂະ ອະນາໄມສາມາດປັບປຸງໄດ້ຫຼືບໍ.
  • ໃຫ້ການປິ່ນປົວຮັກສາມາລາເຣຍງ່າຍຂຶ້ນ.
  • ແຈກຢາຍມຸ້ງ ແລະ ຈັດກິດຈະກຳເພື່ອສ້ອມແປງຂຸມ ແລະດຳເນີນການບຳລຸງຮັກສາມຸ້ງຄືນໃໝ່.
  • ເຮັດວຽກຮ່ວມກັນກັບໜ່ວຍງານດ້ານສາທາລະນະສຸກເພື່ອບໍລິຫານຈັດການຊຸມຊົນໃຫ້ປອດໄພ ໂດຍການມີໂຄງການການພົ່ນຄັວນເພື່ອຂ້າຍຸງ ຫຼື ແຜນງານການໃຊ້ຢາຂ້າແມງໄມ້.


ໃຫ້ທຸກຄົນມີສ່ວນຮ່ວມເພື່ອສ້າງຄວາມເຂົ້າໃຈໄດ້ວ່າຍຸງແຜ່ເຊື້ອພະຍາດໄດ້ດ້ວຍວິທີໃດ, ວິທີການຫຼີກ ເວັ້ນຍຸງກັດ, ແລະ ວິທີການຢຸດການເພາະພັນຂອງຍຸງ. ຢາງຕີນລົດເກົ່າເກັບມ້ຽນໄວ້ໃສ? ສົນທະນາກັບ ຜູ້ທີ່ໄດ້ຮັບຜົນກະທົບຈາກຍຸງ ໃນຊຸມຊົນຂອງທ່ານ ແລະວິທີການປ້ອງກັນຍຸງກັດ ແລະການເພາະພັນ ຂອງຍຸງ. ແມ່ຍິງ, ຜູ້ຊາຍ, ເດັກນ້ອຍ ແລະ ເດັກອ່ອນໄດ້ຮັບຜົນກະທົບແຕກຕ່າງກັນຫຼືບໍ? ຄິດຫາຜູ້ ທີ່ເຮັດວຽກ ຫຼື ໃຊ້ເວລາໃນບ່ອນທີ່ມີຍຸງ ຈຳນວນຫຼາຍ, ຕົວຢ່າງ:

  • ບ່ອນທີ່ຄົນໄປຕັກນໍ້າ ຫຼື ຊັກເຄື່ອງນຸ່ງ,ໂດຍສະເພາະຖ້າ ວ່າຍັງມີແຫຼ່ງນໍ້າ ທີ່ບໍ່ມີການເໜັງຕິງ, ຫຼື ນໍ້າທີ່ເຫຼືອຕົກຄ້າງຈາກບວກ ຫຼື ໜອງນໍ້າ.
  • ພື້ນທີ່ດິນ ຫຼື ພື້ນທີ່ບໍ່ແຮ່ບ່ອນທີ່ມີຂຸມ, ບໍ່ນ້ຳ, ຫຼື ຄູນ້ຳທີ່ເຕັມໄປດ້ວຍນໍ້າຝົນ
  • ພາຍໃນ ແລະອ້ອມແອ້ມເຮືອນບ່ອນທີ່ແມ່ຍິງ ຫຼື ເດັກນ້ອຍໃຊ້ເວລາໝົດມື້, ແລະ ຍຸງລີ້ຢູ່ຕາມ ຝາກຳແພງ ແລະຢູ່ໃນເງົາມືດ.
  • ຫ້ອງຮຽນທີ່ບໍ່ມີແຜ່ນຕາໜ່າງກັນຍຸງເພາະເປັນບ່ອນທີ່ເດັກນ້ອຍຍັງນັ່ງຮຽນໜັງສືຢູ່.


ກຸ່ມຄົນກຳລັງໂອ້ລົມກັນໃນຂະນະທີ່ເບິ່ງແຜນທີ່ໄປພ້ອມ
ເຈົ້າຂອງທີ່ດິນນີ້ຍ້າຍຈາກຕົວເມືອງ, ມີຢາງຕີນລົດເກົ່າຫຼາຍ.
ນີ້ແມ່ນຮ່ອງຂະໜາດໃຫ່ຍທີ່ເຕັມໄປດ້ວຍນໍ້າ.
ຊ່າງກໍ່ດິນຈີ່ຄວນຕື່ມຮູໃຫ້ເຕັມເວລາເຂົາເຈົ້າກໍ່ແລ້ວ.


This page was updated: ໑໑ ມີຖຸນາ ໒໐໑໙