Hesperian Health Guides
ໄຂ້ເລືອດອອກ (ໄຂ້ກະດູກແຕກ)
ຂໍ້ມູນສຸຂະພາບ > ປຶ້ມຢູ່ໄກແພດສະບັບປັບປຸງໃໝ່ > ໄຂ້ມາລາເລຍ, ໄຂ້ເລືອດອອກ, ແລະໂລກໄພໄຂ້ເຈັບອື່ນໆທີ່ເກີດຈາກຍຸງ > ໄຂ້ເລືອດອອກ
ໄຂ້ເລືອດອອກຕາມປົກກະຕິແລ້ວມັກເກີດໃນຊ່ວງລະດູຝົນທີ່ມີອາກາດຮ້ອນອົບເອົ້າ. ໂລກໄຂ້ເລືອດອອກນີ້ມັກເກີດໃນເມືອງໃຫຍ່ ແລະສະຖານທີ່ທີ່ມີຜູ້ຄົນອາໃສຢູ່ໃກ້ໆກັນ. ຍຸງລາຍແຜ່ພັນຕາມບ່ອນກັກເກັບນ້ຳ ແລະຕາມບ່ອນທີ່ມີນ້ຳຂັງ, ຕາມປົກກະຕິແລ້ວແມ່ນໄຂ່ໄວ້ໃນພາສະນະທີ່ມີນ້ຳຄ້າງ ແລະຕາມຂຸມຕະຄອງຮ່ອງນ້ຳທີ່ບໍ່ມີການລະບາຍນ້ຳທີ່ດີ.
ຄົນເຈັບເປັນໄຂ້ເລືອດອອກເທື່ອທຳອິດ, ຕາມປົກກະຕິແລ້ວລາວກໍ່ສາມາດຫາຍດີໄດ້ໂດຍການພັກຜ່ອນແລະດື່ມນ້ຳ (ຫຼືສານນ້ຳອື່ນໆ) ໃຫ້ຫຼາຍ. ເມື່ອຄົນເຈັບເປັນໄຂ້ເລືອດອອກເທື່ອທີສອງ ຫຼື ຫຼາຍເທື່ອຫຼັງຈາກນັ້ນ, ມັນກໍ່ຍິ່ງອັນຕະລາຍຫຼາຍສຳລັບລາວ.
ອາການໄຂ້ເລືອດອອກປົກກະຕິແລ້ວແມ່ນເລີ່ມດ້ວຍການມີໄຂ້ສູງຢ່າງກະທັນຫັນ ແລະ ປວດຕາມຕົນໂຕ. ຫຼັງຈາກເປັນໄຂ້ໄດ້ 3 ຫາ 4 ມື້, ຄົນເຈັບກໍ່ອາດຈະເລີ່ມຮູ້ສຶກດີຂຶ້ນ ແຕ່ຈະເລີ່ມມີຜື່ນແດງເກີດຂຶ້ນຕາມຕີນມື, ຈາກນັ້ນກໍ່ແຜ່ໄປຫາແຂນຂາ ແລະຕົນໂຕ (ແຕ່ຕາມປົກກະຕິແລ້ວແມ່ນບໍ່ຄ່ອຍເປັນຕາມໃບໜ້າ). ໄຂ້ເລືອດອອກສາມາດມີອາການສະແດງອອກໃນຮູບແບບອື່ນ ແຕ່ຄົນເຈັບສ່ວນຫຼວງຫຼາຍແມ່ນມີໄຂ້ສູງ ແລະອາການສະແດງອອກອື່ນໆອີກສອງຫຼືຫຼາຍຢ່າງສະແດງອອກນຳ.
ອາການສະແດງອອກຂອງໂລກໄຂ້ເລືອດອອກ
- ໄຂ້ຂຶ້ນສູງກະທັນຫັນ, 39° (102°F) ຫຼື ສູງກວ່າ
- ມີອາການປວດຕາມກ້າມຊີ້ນ ແລະຂໍ່ຕໍ່ຕ່າງໆຢ່າງຮຸນແຮງ (ເພາະເຫດນີ້ ບາງຄັ້ງຈິ່ງເອີ້ນໄຂ້ເລືອດອອກນີ້ວ່າ ໄຂ້ກະດູກແຕກ (breakbone fever))
- ເຈັບຫົວ, ມີອາການປວດທາງດ້ານຫຼັງຕາ
- ມີຜື່ນແດງ
- ມີອາການເຈັບຄໍ
- ປຸ້ນທ້ອງປວດຮາກ ຫຼື ຮາກ
- ໜາວສັ່ນ
- ເມື່ອຍອ່ອນເພຍຫຼາຍ
ການປິ່ນປົວ ສາມາດຊ່ວຍໃຫ້ຄົນເຈັບມີອາການດີຂຶ້ນ. ແຕ່ໃຫ້ເຝົ້າລະວັງອາການສັນຍານອັນຕະລາຍຂອງໄຂ້ເລືອດອອກຂັ້ນຮຸນແຮງ. ຖ້າບໍ່ໄດ້ຮັບການປິ່ນປົວທັນເວລາ, ມັນກໍ່ສາມາດພາໃຫ້ຄົນເຈັບເສຍຊີວິດໄດ້.
ອາການສັນຍານອັນຕະລາຍຂອງໄຂ້ເລືອດອອກຂັ້ນຮຸນແຮງ
- ຈຸດເລືອດຕາມຜິວໜັງ ຫຼື ມີເລືອດອອກຈາກດັງ, ຫູ ຫຼື ປາກ
- ທ້ອງໃຄ່ ຫຼື ມີເລືອດປົນອອກມາໃນຮາກ ຫຼື ອາຈົມ (ຍ້ອນມີເລືອດອອກຕາມກະເພາະ ຫຼືລຳໄສ້)
- ບໍ່ສາມາດກິນອາຫານ ຫຼື ດື່ມເຄື່ອງດື່ມໄດ້
- ມີກິລິຍາທ່າທາງສັບສົນ, ຊີບພະຈອນເຕັ້ັ້ນໄວ, ຜິວໜັງເຢັນ, ຫຼື ມີອາການສະແດງອອກອື່ນໆຂອງສະພາວະຊ໋ອກ. ໃນບ່ອນທີ່ສາມາດກວດເລືອດໄດ້, ຜົນການກວດທີ່ມີລະດັບເຮມາໂຕຄຣິດທ໌ (hematocrit) ສູງ ຫຼື ລະດັບເກັດເລືອດ (platelets) ຕ່ຳ ແມ່ນອາການບົ່ງຊີ້ວ່າມີຄວາມຜິດປົກກະຕິເກີດຂຶ້ນກັບຄົນເຈັບ.
ໄຂ້ເລືອດອອກຂັ້ນຮຸນແຮງສາມາດປິ່ນປົວໄດ້ດ້ວຍການສົ່ງສານນ້ຳທາງເສັ້ນໂດຍໄວ ແລະທົດແທນເລືອດທີ່ໄດ້ສູນເສຍໄປ. ໃຫ້ໄປໂຮງໝໍທັນທີຖ້າເຫັນວ່າມີອາການສັນຍານອັນຕະລາຍສະແດງອອກ.
ການປ້ອງກັນ
ປ້ອງກັນບໍ່ໃຫ້ຖືກຍຸງກັດ ແລະ ທໍາລາຍແຫ່ງເພາະພັນຂອງຍຸງ.