Hesperian Health Guides

ພະຍາດຕີນຊ້າງ (lymphatic filariasis)

ຢູ່ໃນພາກນີ້:

ພະຍາດຕີນຊ້າງ ແມ່ນມີສາເຫດຈາກແມ່ພະຍາດນ້ອຍໆ (ທີ່ເອີ້ນວ່າ“filariasis”) ທີ່ແຜ່ໂດຍຍຸງ. ສ່ວນຫຼາຍແລ້ວມັນຈະບໍ່ມີອາການສະແດງອອກຈົນຜ່ານໄປຫຼາຍປີຫຼັງຈາກຕິດເຊື້ອ. ບ່ອນໃດທີ່ພະຍາດຕີນຊ້າງເປັນບັນຫາ, ການປ້ອງກັນການແຜ່ເຊື້ອທີ່ດີທີ່ສຸດແມ່ນການໃຫ້ຢາປິ່ນປົວຄົນທີ່ມີເຊື້ອນີ້ແລ້ວ. ຢາເຫຼົ່ານີ້ຈະຂ້າແມ່ພະຍາດຢູ່ໃນຄົນຜູ້ນັ້ນ, ດັ່ງນັ້ນ ຍຸງບໍ່ສາມາດແຜ່ເຊື້ອໃຫ້ຄົນອື່ນ. ປະເພດຍຸງທີ່ແຕກຕ່າງກັນສາມາດເປັນພາຫະໃນການເຈັບເປັນຊະນິດທີ່ແຕກຕ່າງກັນ. ການປ້ອງກັນຍຸງກັດ) ແລະ ການເພາະພັນພັນ ຊ່ວຍກັນມັນໄດ້.

ອາການຕ່າງໆ ຂອງພະຍາດຕີນຊ້າງຈະພັດທະນາຫຼັງຈາກຄົນຜູ້ນັ້ນຕິດເຊື້ອເປັນເວລາດົນມາແລ້ວ. ພວກເຂົາຈະມີການບວມຢູ່ຂາ ແລະ ແຂນ, ແລະໃນຜູ້ຊາຍແມ່ນຢູ່ຖົງອັນທະ. ມັນຈະມີອາການໄຂ້ ແລະ ເຈັບປວດຢ່າງຮຸນແຮງ.

ການປິ່ນປົວ ຈະປະກອບມີຢາຕ້ານເຊື້ອ ແລະ ຢາຕ້ານແມ່ພະຍາດ ທີ່ຂ້າແມ່ກາຝາກ ແລະ ຢຸດຢັ້ງບໍ່ໃຫ້ເປັນພະຍາດຮ້າຍແຮງ. ເບັນເທົາອາການປວດ ຊ່ວຍຫຼຸດຜ່ອນອາການເຈັບ ແລະ ອາການໄຂ້. ບາງຄັ້ງ ບາງສ່ວນທີ່ມີອາການໃຄ່ບວມຕາມຮ່າງກາຍສາມາດປິ່ນປົວດ້ວຍ ການຜ່າຕັດ. ເວົ້າລົມກັບພະນັກງານສາທາລະນະສຸກເພື່ອໃຫ້ໄດ້ຮັບຢາທີ່ທ່ານຕ້ອງການ ແລະ ຮຽນຮູ້ວິທີການອອກກຳລັງກາຍ ແລະ ວິທີການອື່ນໆ ເພື່ອຊ່ວຍຫຼຸດຜ່ອນຂາບວມ ແລະ ບັນຫາອື່ນໆ.


This page was updated: ໑໑ ມີຖຸນາ ໒໐໑໙