Hesperian Health Guides

ການປ້ອງກັນການແຜ່ພັນຍຸງ

ຢູ່ໃນພາກນີ້:

ຍຸງແຕ່ລະຊະນິດຈະເພາະພັນໃນນໍ້າແຕ່ລະຊະນິດທີ່ແຕກຕ່າງກັນ. ການຂ້າຍຸງໂຕແກ່ຈະຢຸດທັັງການກັດ ແລະ ການເພາະພັນຂອງມັນ, ແຕ່ການທຳລາຍໄຂ່ ຫຼື ໜອນນໍ້າທີ່ຝັກໂຕໃນນໍ້າ ຫຼືການເຖນໍ້າທີ່ຍຸງໃຊ້ໄວ້ ຝັກໄຂ່ຖິ້ມນັ້ນຖືວ່າແມ່ນວິທີທີ່ມີປະສິດທິພາບທີ່ດີທີ່ສຸດ.

ຍຸງທີ່ແຜ່ເຊືື້ອໄຂ້ເລືອດອອກ, ໄຂ້ເຫຼືອງ, ເຊື້ອຊີກະ, ແລະ ເຊື້ອຊີກຸນຄຸນຍາ ເພາະພັນໃນນໍ້າສະອາດ ທີ່ບໍ່ມີ ການເໜັງຕີງ. ຖ້າວ່າຍຸງພົບເຫັນນໍ້າ, ພວກມັນຈະວາງໄຂ່. ຫຼັງຈາກນັ້ນ 2 ມື້, ໄຂ່ຈະຝັກໂຕກາຍເປັນໜອນ ນໍ້າທີ່ອາໃສຢູ່ກ້ອງໜ້ານໍ້າດ້ານເທິງ. ຫຼັງຈາກນັ້ນ 4 ມື້, ໜອນນໍ້າຈະເລີ່ມກາຍເປັນຍຸງທີ່ມີປີກ. ອີກ 2 ມື້, ພວກມັນກໍ່ສາມາດບິນໜີໄປ. ໂດຍການກຳຈັດນໍ້າທີ່ບໍ່ມີການເໜັງຕິງໜຶ່ງເທື່ອຕໍ່ອາທິດ, ການເພາະພັນ ຂອງຍຸງຈະຖືກຂັດຂວາງ ເພາະວ່າໄຂ່ບໍ່ສາມາດຝັກໂຕໄດ້.

ຍຸງທີ່ແຜ່ເຊື້ອມາລາເຣຍຍັງວາງໄຂ່ໃນນໍ້າ—ບາງເທື່ອວາງໄຂ່ຢູ່ໃນນໍ້າພຽງແຕ່ເລັກນ້ອຍໆທີ່ຢູ່ໃນ ຫຼື ໃກ້ກັບເຮືອນຄ້າຍຄືກັນກັບຍຸງໄຂ້ເລືອດອອກ ແຕ່ມັນຍັງວາງໄຂ່ຢູ່ໃນແຫຼ່ງນໍ້າຂະໜາດໃຫ່ຍທີ່ບໍ່ ສາມາດເອົາອອກ ຫຼື ເພີ່ມນໍ້າເຂົ້າໄປໄດ້. ຖ້າວ່າມີຍຸງຊະນິດຕ່າງໆທີ່ຢູ່ໃນ ຫຼື ໃກ້ເຮືອນ, ມັນແມ່ນແນວຄິດ ທີ່ດີທີ່ຈະເອົານໍ້າອອກ, ເຖນໍ້າຖິ້ມ, ຫຼື ປິດບ່ອນຕ່າງໆຢ່າງແໜ້ນໜາບ່ອນທີ່ມີນໍ້າສະສົມ ຫຼື ເກັບນໍ້າໄວ້ໃຊ້.

ປະຊາຊົນໃນບ້ານ
ອະນາໄມລະບາຍຮ່ອງນໍ້າໃຫ້ສະອາດເພື່ອໃຫ້ນໍ້າໄຫຼຜ່ານສະດວກ.
ໃຊ້ແຜ່ນໃສກັນຍຸງຕິດໃສ່ປ່ອງຢ້ຽມ ແລະ ປະຕູ.
ເກັບກັກນໍ້າຝົນເພື່ອຢຸດການເກີດບວກນໍ້າ ແລະ ປິດບ່ອນທີ່ເກັບສະສົມນໍ້າ.
ເກັບພາຊະນະທີ່ບັນຈຸນໍ້າໄວ້ໂດຍປິດໃຫ້ແໜ້ນໜາ.
ເຮັດໃຫ້ແນ່ໃຈວ່າມີການລະບາຍນໍ້າອ້ອມແອ້ມຊຸມຊົນຢ່າງເໝາະສົມ ແລະ ກ໋ອກນໍ້າ.
ກຳຈັດກະປ໋ອງເກົ່າ, ຢາງຕີນລົດ, ເຄື່ອງຫຼິ້ນ ຫຼື ໝໍ້ແຕກທີ່ເກັບສະສົມນໍ້າ, ແລະຕື່ມຂຸມຕ່າງໆໃຫ້ເຕັມ.
ຄວບຄຸມທາງຊີວະວິທະຍາ, ເຊັ່ນວ່າ ແບັກທີເຣຍ BTi, , ຖືກນໍາມາໃຊ້ໃນບາງສະຖານທີ່ເພື່ອຂ້າຍຸງ ໂຕອ່ອນໂດຍບໍ່ເປັນອັນຕະລາຍຕໍ່ສິ່ງແວດລ້ອມ.

ການກຳຈັດແຫຼ່ງເພາະຜັນຍຸງທີ່ຢູ່ອ້ອມແອ້ມເຮືອນ ແລະ ຊຸມຊົນ

ແມ່ຍິງທີ່ເຈ່ຍລູກຢູ່ຫຼັງເວົ້າກັບເດັກໃນເວລາທີ່ລາວກຳລັງເກັບໄຂ່ໄກ່
ເວລານີ້ ມັນແມ່ນລະດູການຂອງຍຸງ ສະນັ້ນທຸກໆອາທິດຂ້ອຍຕ້ອງຂັດຖູຈານຮອງນໍ້າເພື່ອບໍ່ໃຫ້ ໄຂ່ຍຸງຝັກໂຕໄດ້.

ນອກເຮືອນ: ກຳຈັດສະຖານທີ່ທີ່ມີນໍ້າສະສົມເປັນຕົ້ນແມ່ນ ຢາງຕີນລົດເກົ່າ, ໂຖດອກໄມ້, ຖັງນໍ້າມັນ, ຮ່ອງລະ ບາຍນໍ້າ, ພາຊະນະປາດສະຕິກຂະໜາດນ້ອຍ ຫຼື ເຄື່ອງຫຼິ້ນ ແລະ ຝາຂວດຕ່າງໆ. ປະຕິບັດຢ່າງ ໜ້ອຍໜຶ່ງ ເທື່ອຕໍ່ອາທິດ. ຫຼັງຄາທີ່ລາດອ່ຽງ ແລະ ລະບົບເກັບກັກນໍ້ານັ້ນຈະເປັນຮູບແບບອ່າງນໍ້າເທິງຫຼັງຄາ ຫຼື ພື້ນດິນ ຈະຊ່ວຍຢຸດການເພາະພັນຂອງຍຸງ. ເຮັດໃຫ້ຮູກົກໄມ້ເຕັມ ແລະ ຮູຫຼັກຮົ້ວເຕັມຄືກັນ, ໂດຍສະເພາະ ໄມ້ໄຜ່.

ຊຸມຊົນໃຊ້ອຸປະກອນຫຼາຍຊະນິດທີ່ແຕກຕ່າງກັນເພື່ອສ້າງກັບດັກຍຸງທີ່ດຶງດູດຍຸງ ແລະ ຂ້າຍຸງ ແລະ ທຳລາຍໄຂ່ຂອງພວກມັນ. ກັບດັກຍຸງຊະນິດໜຶ່ງໃຊ້ຊິ້ນສ່ວນຂອງຢາງຕີນລົດເກົ່າ ທີ່ຈຳເປັນຕ້ອງ ລ້າງອະນາໄມໃຫ້ສະອາດ ເພື່ອປ້ອງກັນຍຸງໄປໄຂ່ໃສ່.

ໃນເຮືອນ: ປ່ຽນນໍ້າໃນຈານຮອງນໍ້າໃຫ້ສັດ ແລະ ໂຖດອກໄມ້ຢ່າງໜ້ອຍໜຶ່ງເທື່ອຕໍ່ອາທິດ. ນອກຈາກນີ້ ອະນາໄມຂັດຖູພາຊະນະໃຫ້ສະອາດ, ໄຂ່ຍຸງສາມາດຕິດຄ້າງຢູ່ດ້ານຂ້າງຂອງພາຊະນະ ເຊິ່ງເປັນບ່ອນ ທີ່ພວກມັນສາມາດດຳລົງຊີວິດເປັນເວລາຫຼາຍເດືອນຈົນກວ່າຈະມີນໍ້າທີ່ເຮັດໃຫ້ພວກມັນຝັກໂຕໄດ້.

NWTND mosq Page 24-2.png

ນອກ ແລະ ໃນເຮືອນ: ປິດພາຊະນະເກັບນໍ້າຢ່າງແໜ້ນໜາເປັນປະຈຳ ເພື່ອບໍ່ໃຫ້ຍຸງສາມາດເຂົ້າໄປ ດ້ານໃນເພື່ອວາງໄຂ່. ຖ້າວ່າມີການວາງໄຂ່, ຝາປິດຈະ ຊ່ວຍປ້ອງກັນຍຸງທີ່ຝັກໂຕແລ້ວຈາກການບິນໜີ. ຖ້າວ່າມີຮູ ຫຼື ຊ່ອງຫວ່າງ, ຝາປິດແມ່ນຈະປ້ອງກັນບໍ່ໄດ້ດີ. ສຳລັບພາຊະນະ, ຖັງນໍ້າມັນ ຫຼື ຖັງນໍ້າ ທີ່ບໍ່ມີຝາປິດ, ໃຫ້ໃຊ້ມຸ້ງ ຫຼື ຕາໜ່າງລວດທີ່ມີຮູຂະໜາດນ້ອຍທີ່ຍຸງບໍ່ສາມາດເຂົ້າໄປໄດ້, ຫຼື ໃຊ້ຜ້າປິດ ເຊິ່ງນໍ້າຈະສາມາດຜ່ານ ແລະ ຜ້າກໍ່ຜູກມັດຕິດກັບທີ່. ຫຼື ໃຊ້ຝາຢາງປາດສະຕິກປິດຢ່າງແໜ້ນໜາ. ກວດສອບໃຫ້ແນ່ໃຈວ່ານໍ້າຝົນບໍ່ສາມາດສະສົມຢູ່ດ້ານເທິງຂອງຝາປິດ ຫຼື ຍຸງຈະໄປວາງໄຂ່ຢູ່ຝາປິດນັ້ນໄດ້!

ການຈັດການຮ່ອງນໍ້າ ແລະ ການລະບາຍນໍ້າອອກຈາກບໍ່ ແລະ ກ໋ອກນໍ້າ

ຖະໜົນຫົນທາງ ແລະບ່ອນອື່ນໆທີ່ສະສົມນໍ້າໄວ້ ຈຳເປັນຕ້ອງເອົາໃຈໃສ່ຢຸດການເພາະພັນຍຸງ. ຮັກສາຮ່ ອງລະບາຍນໍ້າຕາມທຳມະຊາດ, ການເຄື່ອນໄຫວ ແລະ ການໄຫຼຂອງນໍ້າຝົນຈະເກັບນໍ້າ ຈາກການ ສະສົມ. ການຈັດການພື້ນທີ່ດິນເພື່ອໃຫ້ນໍ້າຊຶມເຂົ້າໄປໃນພື້ນດິນ ຫຼື ໄຫຼລົງສູ່ຄອງນໍ້າ. ອະນາ ໄມຄອງນໍ້າທີ່ ຖືກອຸດຕັນ ໂດຍດິນຜຸພັງ, ໃບໄມ້, ຫຼື ສິ່ງເສດເຫຼືອອື່ນໆ. ຄູ່ມືຊຸມຊົນເພື່ອສຸຂະພາບສິ່ງແວດລ້ອມ Hesperian (Community Guide to Environmental Health) ມີຂໍ້ມູນຫຼາຍຢ່າງ ກ່ຽວກັບວິທີການ ຈັດການນໍ້າ ແລະ ການເລືອກຫ້ອງນໍ້າ ແລະ ຫ້ອງນ້ຳທີ່ຫຼີກເວັ້ນບໍ່ນໍ້າເສຍ.

NWTND mosq Page 25-1.png

ເມື່ອໃດກໍ່ຕາມທີ່ຄົນສະສົມນໍ້າ, ນໍ້າຕົກຄ້າງ. ເມື່ອນໍ້າສະສົມເຂົ້າໃນບວກນໍ້າ, ມັນຈະກາຍເປັນແຫຼ່ງນໍ້າ ເພາະພັນຂອງຍຸງທີ່ເປັນພາຫະນຳເຊື້ອມາລາເຣຍ ແລະ ການເຈັບເປັນອື່ນໆ. ນໍ້າສ້າງ, ນໍ້າກ໋ອກ, ບ່ອນເກັບ ນໍ້າຈາກຖັງເກັບນໍ້າ, ແລະ ພື້ນທີ່ສະສົມນໍ້າບ່ອນອື່ນໆທີ່ຈຳເປັນຕ້ອງການການ ລະບາຍທີ່ດີເພື່ອຊ່ວຍ ໃຫ້ນໍ້າທີ່ຕົກຄ້າງເຫຼືອຢູ່ມີການລະບາຍອອກໄປທາງອື່ນ ຫຼື ເພື່ອລະບາຍລົງສູ່ພື້ນດິນ.

ລະບາຍກ໋ອກນໍ້າຊຸມຊົນ ແລະ ບໍ່ເກັບນໍ້າເສຍ
ນໍ້າປະປາຊຸມຊົນພ້ອມກັບການລະບົບການບາຍນໍ້າ
ບໍ່ເກັບນໍ້າເສຍ
ຫີນໃຫ່ຍ
ຫີນບົດນ້ອຍ
ຊາຍ


ໃນການນໍາໃຊ້ປະໂຫຍດຈາກນໍ້າທີ່ໄຫຼອອກມາ, ປູກຕົ້ນໄມ້ ຫຼື ປູກຜັກທີ່ມີການລະບາຍນໍ້າ. ຖ້າທ່ານບໍ່ ສາມາດປູກຕົ້ນໄມ້ ຫຼື ປູກຜັກ, ໃຫ້ຂຸດຂຸມດິນໂດຍໃສ່ຫີນ, ຫີນບົດນ້ອຍ, ແລະ ຊາຍໃຫ້ເຕັມເພື່ອ ໃຫ້ນໍ້າຊຶມ ລົງໄປໃນຂຸມດັ່ງກ່າວ. ນີ້ເອີ້ນວ່າ “ບໍ່ເກັບນໍ້າເສຍ”. ມັນຈະຊ່ວຍປ້ອງກັນຍຸງຈາກການເພາະພັນ.

ສັງເກດເບິ່ງວ່າມີແຜນງານທີ່ປະສົບຜົນສຳເລັດໃນເຂດທ້ອງຖິ່ນຂອງທ່ານ ຫຼືບໍ່ຈາກການໃຊ້ປາກິນໜອນນໍ້າ ທີ່ຢູ່ໃນໜອງ ແລະແຫຼ່ງນໍ້າ. ຫຼື ຊອກຫາວ່າມີແບັກທີເຣຍຊື່ Bti ຫຼືບໍ່ ເພາະວ່າມັນສາມາດນຳມາໃຊ້ ເພື່ອຂ້າ ຍຸງໂຕອ່ອນໄດ້ກ່ອນທີ່ມັນຈະເພາະພັນ ແລະເຊື້ອແບກທີເຣຍນີ້ບໍ່ໄດ້ດປັນອັນຕະລາຍຕໍ່ລາຍສິ່ງແວດລ້ອມ.



This page was updated: ໑໑ ມີຖຸນາ ໒໐໑໙