Hesperian Health Guides
ໄຂ້ເຫຼືອງ (Yellow Fever)
ຂໍ້ມູນສຸຂະພາບ > ປຶ້ມຢູ່ໄກແພດສະບັບປັບປຸງໃໝ່ > ໄຂ້ມາລາເລຍ, ໄຂ້ເລືອດອອກ, ແລະໂລກໄພໄຂ້ເຈັບອື່ນໆທີ່ເກີດຈາກຍຸງ > ໄຂ້ເຫຼືອງ
ໄຂ້ເຫຼືອງ (Yellow Fever) ມັກເປັນຫຼາຍໃນທະວີບອາຟາຣິກາ ແລະອາເມລິກາໃຕ້. ປະຊາຊົນດຳລົງຊີວິດໃນບໍລິເວນປ່າຝົນເຂດຮ້ອນກໍ່ສາມາດເປັນໄຂ້ເຫຼືອງປ່າ (jungle yellow fever), ແຕ່ໄຂ້ເຫຼືອງທີ່ມີຜູ້ຄົນເປັນຫຼາຍແມ່ນ ໄຂ້ເຫຼືອງບ້ານ (urban yellow fever).
ຄົນເຈັບ ສ່ວນໃຫຍ່ທີ່ຫາຍດີຈາກໄຂ້ເຫຼືອງແລ້ວ ພວກເຂົາເຈົ້າກໍ່ຈະມີພູມຄຸ້ມກັນໂລກໄຂ້ເຫຼືອງ, ໝາຍຄວາມວ່າ ພວກເຂົາເຈົ້າຈະບໍ່ເປັນໄຂ້ເຫຼືອງອີກຕໍ່ໄປ. ມີຄົນເຈັບຈຳນວນໜ້ອຍໜຶ່ງທີ່ເປັນໄຂ້ເຫຼືອງຂັ້ນຮຸນແຮງ, ແຕ່ດ້ວຍການປິ່ນປົວ ພວກເຂົາເຈົ້າກໍ່ຈະຫາຍດີໄດ້ເຊັ່ນດຽວກັນ.
ອາການສະແດງອອກຂອງໂລກໄຂ້ເຫຼືອງ

- ມີໄຂ້
- ໜາວສັ່ນ
- ປວດກ້າມຊີ້ນ (ໂດຍສະເພາະເຈັບປວດຫຼັງ)
- ເຈັບຫົວ
- ບໍ່ຢາກກິນອາຫານ (ມີອາການເບື່ອອາຫານ)
- ປຸ້ນທ້ອງປວດຮາກ ແລະຮາກ
- ຊີບພະຈອນເຕັ້ນຊ້າ
- ຕາຖືກແສງບໍ່ຄ່ອຍໄດ້
- ຜິວໜັງຕາ ແລະ ລີ້ນມີສີແດງ
ສຳລັບຄົນເຈັບສ່ວນໃຫຍ່, ອາການໄຂ້ເຫຼືອງຈະຫາຍດີ ຫຼັງຈາກເປັນໄດ້ 3 ຫຼື 4 ມື້.
ການປິ່ນປົວ ສາມາດຊ່ວຍໃຫ້ຄົນເຈັບມີອາການດີຂຶ້ນ. ແຕ່ໃຫ້ສັງເກດຫາອາການສັນຍານອັນຕະລາຍທີ່ສະແດງອອກມາ.
ອາການສັນຍານອັນຕະລາຍຂອງໄຂ້ເຫຼືອງຂັ້ນຮຸນແຮງ
ຈາກສອງສາມຊົ່ວໂມງ ຫຼື ມື້ທີໜຶ່ງຂອງການຮູ້ສຶກດີຂຶ້ນ, ອາການໄຂ້ຂຶ້ນສູງກັບຄືນມາເປັນອີກພ້ອມກັບອາການເຫຼົ່ານີ້:
- ຕົນໂຕຊີດເຫຼືອງ (ຕາຂາວ ຫຼື ຜິວໜັງຈະມີສີເຫຼືອງ)
- ເຈັບປວດຊ່ອງທ້ອງ
- ມີເລືອດອອກຈາກປາກ, ດັງ, ຫຼືຕາ
- ຮາກ
- ມີເລືອດປົນໃນຮາກ
ຫຼືອາຈົມ (ເຊິ່ງເນື່ອງຈາກມີເລືອດອອກພາຍໃນກະເພາະ ແລະ ລຳໄສ້)
ຖ້າປະກົດເຫັນອາການສັນຍານອັນຕະລາຍໃດໜຶ່ງ, ໃຫ້ເອົາຄົນເຈັບໄປໂຮງໝໍທັນທີ.
ການປ້ອງກັນ
ການສັກຢາວັກຊີນປ້ອງກັນ ໄຂ້ເຫຼືອງ ເບິ່ງບົດ ຢາວັກແຊ້ງ. ພ້ອມນີ້ກໍ່ຍັງປ້ອງກັນຕົນເອງບໍ່ໃຫ້ຖືກຍຸງກັດ ແລະປ້ອງກັນບໍ່ໃຫ້ຍຸງແຜ່ຂະຫຍາຍພັນ.