Hesperian Health Guides

ວັກແຊ້ງທົ່ວໄປ

ຢູ່ໃນພາກນີ້:

ເນື້ອໃນ

ໃນຫຼາຍປະເທດສ່ວນຫຼາຍຈະມີຢາວັກແຊ້ງດັ່ງນີ້:

ໃນກໍລະນີທີ່ຈໍາເປັນມີຢາວັກແຊ້ງເພື່ອປ້ອງກັນ:

NWTND vacc Page 7-2.png

ວັກແຊ້ງ BCG ປ້ອງກັນພະຍາດວັນນະໂລກ (TB)

ຢາ BCG ແມ່ນພຽງແຕ່ຊັກຢູ່ກ້ອງຜິວໜັງ. ໃຫ້ໄວເທົ່າທີ່ ຈະໄວໄດ້ຫຼັງເກີດທັນທີ.
  • ຖ້າມີຄົນໃນຄອບຄົວເປັນພະຍາດວັນນະໂລກ TB, ແລະ ເດັກບໍ່ເຄີຍສັກຢາ BCG ເລີຍ, ໃຫ້ສັກຢາ ປ້ອງກັນນີ້ໃຫ້ລາວໄວເທົ່າທີ່ຈະເປັນໄປໄດ້.
  • ຢ່າສັກຢາວັກແຊ້ງ BCG ໃຫ້ແມ່ຍິ່ງຖືພາ.
  • ເດັກທີ່ເກີດນໍາແມ່ທີ່ມີເຊື້ອ HIV ສາມາດ ໃຫ້ສັກ BCG ຕອນເກີດໄດ້. ສໍາລັບຜູ້ທີ່ ຖືກຢືນຢັນວ່າທີ່ມີເຊື້ອ HIV, ເລີ່ມຕົ້ນການ ປິ່ນປົວເຊື້ອ HIV ໂດຍໃຊ້ຢາ antiretroviral ກ່ອນທີ່ຈະໃຫ້ BCG.
ພະຍາດວັນນະໂລກ (TB) ເປັນການ ຕິດເຊື້ອທີ່ອັນຕະລາຍ, ປົກກະຕິ ແລ້ວ ເກີດຢູ່ໃນປອດ, ເປັນພະຍາດທີ່ສາມາດ ປິ່ນປົວດ້ວຍຢາ ແລະປິ່ນປົວໃຫ້ຫາຍຂາດ ໄດ້. ຖ້າບໍ່ປິ່ນປົວ, ວັນນະໂລກ TB ຈະຄ່ອຍ ທໍາລາຍປອດ ແລະ ເຮັດໃຫ້ຢຸດການຫາຍໃຈໄດ້. ຢາວັກແຊ້ງ BCG ຊ່ວຍປ້ອງກັນອັນຕະລາຍໃຫ້ປອດໄດ້ຫຼາຍສຸດ ແລະ ຊ່ວຍໃຫ້ຮ່າງກາຍຕ້ານ ການຕິດເຊື້ອອື່ນໆເຊັ່ນກັນ.
a man speaking.
ວັກແຊ້ງລວມທີ່ປ້ອງກັນ 5 ພະຍາດສຳຄັນ (pentavalent) ຖືກສ້າງຂື້ນດັ່ງນັ້ນມີການສັກຢາ ນ້ອຍລົງ. ວັກແຊ້ງລວມທີ່ປ້ອງກັນພຽງແຕ່ 5 ພະຍາດສຳຄັນ (pentavalent): ຄໍຕີບ, ໄອໄກ່, ບາດທະຍັກ, ຕັບອັກເສບ B, ເຍື້ອຫຸ້ມສະໝອງອັກເສບ Hib. ວັກແຊ້ງ hexavalent ຖືກນໍາໃຊ້ໃນບາງປະເທດເພື່ອປົກປ້ອງ 6 ພະຍາດ: ຄືກັນກັບວັກແຊ້ງລວມທີ່ປ້ອງກັນພຽງແຕ່ 5 ພະຍາດສຳຄັນ (pentavalent) ບວກກັບພະຍາດເປ້ຍລ່ອຍ (ໂປລີໂອ).



DPT (DTaP, Tdap) ປ້ອງກັນ ຄໍຕີບ, ໄອໄກ່, ບາດທະຍັກ

ຢາວັກແຊ້ງ DPT ປ້ອງກັນ 3 ພະຍາດ. ຢາວັກແຊ້ງລວມທີ່ປ້ອງກັນ 5 ພະຍາດສຳຄັນ (pentavalent) ແລະ ວັກແຊ້ງລວມທີ່ປ້ອງກັນ 6 ພະຍາດສຳຄັນ (hexavalent) ລວມໃນ DPT. ຮອດອາຍຸ 6 ເດືອນ, ແອນ້ອຍຕ້ອງໄດ້ ຮັບຢາສັກ 3 ຊຸດ.
  • ເດັກໃຫຍ່ແດ່ມັກຈະໃຫ້ສັກ DTP ຊໍ້າຄືນ 3 ຄັ້ງ ຫຼື ປະສົມກັບຢາປ້ອງກັນຄໍຕີບ ແລະ ໄອໄກ່ (Td, Dt).*ໃຫ້ວັກແຊ້ງ DPT ໃນແມ່ຍິງຖືກພາ ຊ່ວຍປ້ອງກັນເດັກໄດ້.
  • ການໄດ້ຮັບຄົບທັງໝົດ 6 ຄັ້ງຂອງ DPT (ຊຸດ 3 ຄັ້ງ ແລະ 3 ຄັ້ງຊໍ້າຄືນ) ໃຫ້ການປ້ອງກັນ ບາດທະຍັກໄດ້ເປັນ ທົດສະວັດ. ສັກຢາບາດທະຍະຊໍ້າຄືນ (TT) ແມ່ນ ຈໍາເປັນຖ້າຫາກຕອນຍັງເປັນເດັກ ນ້ອຍສັກບໍ່ຄົບຖ້ວນ ຫຼື ຖ້າທ່ານໄດ້ ຮັບບາດເຈັບທີ່ເລີກ ຫຼື ເປື້ອນ.

ພະຍາດຄໍຕີບສ່ວນຫຼາຍແມ່ນ ມີຜົນກະທົບ ຕໍ່ເດັກນ້ອຍ ແລະເຮັດໃຫ້ຄໍໄຄ່ບວມ ເຊິ່ງຫຼາຍຄົນທີ່ບໍ່ສາມາດຫາຍໃຈໄດ້.

ພະຍາດໄອໄກ່ (pertussis) ແມ່ນ ເຮັດໃຫ້ ມີອາການໄອທີ່ຮ້າຍແຮງທີ່ເອີ້ນວ່າ ໄອໄກ່, ເຊິ່ງເຮັດໃຫ້ມັນຫາຍໃຈ ຍາກ. ນີ້ແມ່ນອັນຕະລາຍ ທີ່ສຸດສໍາລັບເດັກນ້ອຍ.

ບາດທະຍັກສາມາດເຮັດໃຫ້ເສຍຊີວິດໄດ້ຢ່າງໄວວາ. ບຸກຄົນ ໃດໜຶ່ງສາມາດໄດ້ຮັບມັນຈາກຖືກບາດ ຫຼືບາດແຜ. ເດັກເກີດໃໝ່ ສາມາດເປັນບາດທະຍັກ ຖ້າແມ່ບໍ່ໄດ້ສັກຢາ ວັກແຊ້ງ.

ຕັບອັກເສບ B (ຫຼືວ່າ HBV) ປ້ອງກັນພະຍາດຕັບອັກເສບ ຊະນິດ

ເມື່ອເດັກອາຍຸ 6 ເດືອນ, ພວກເຂົາຕ້ອງໄດ້ ຮັບຢາສັກ 3 ຫຼື 4 ຊຸດ.
  • ການສັກຢາວັກແຊ້ງຄັ້ງທໍາອິດແມ່ນ ໃຫ້ຕອນເດັກເກີດໃໝ່ ແລະຊຸດວັກແຊ້ງທີ່ຍັງເຫຼືອແມ່ນໃຫ້ສັກຈົນຮອດອາຍຸ 6 ເດືອນ, ໃຊ້ຮ່ວມກັບ DPT ຫຼື ເປັນສ່ວນໜຶ່ງຂອງວັກແຊ້ງລວມທີ່ປ້ອງກັນ 5 ພະຍາດສຳຄັນ (pentavalent) ແລະຢາ hexavalent ຖືກນຳໃຊ້ເພື່ອປ້ອງກັນ 6 ໂລກ.
  • ຖ້າພວກເຂົາບໍ່ໄດ້ຮັບວັກແຊ້ງຕອນເປັນ ເດັກນ້ອຍໃຫ້ສັກຢາວັກແຊ້ງນີ້ໃນເວລາດຽວ ກັບການສັກຢາ HepB ເປັນໄລຍະ 3 ຄັ້ງໃນເດັກໃຫຍ່ ແລະ ຜູ້ໃຫຍ່.
ພະຍາດຕັບອັກເສບ B ແມ່ນເປັນສາເຫດຂອງ ເຮັດໃຫ້ ມີບັນຫາຕັບຮ້າຍແຮງ ແລະ ບາງຄັ້ງ ກໍ່ເປັນມະເຮັງຕັບ. ມັນສາມາດຜ່ານຈາກ ແມ່ສູ່ເດັກນ້ອຍໃນລະຫວ່າງການເກີດລູກ, ຫຼື ລະຫວ່າງ 2 ຄົນໂດຍຜ່ານການຮ່ວມເພດ ຫຼື ເຂັມສັກຢາບໍ່ສະອາດ

ວັກແຊ້ງ Hib ປ້ອງກັນ haemophilus influenza ຊະນິດ b

ເມື່ອເດັກອາຍຸ 6 ເດືອນ, ພວກເຂົາຕ້ອງໄດ້ສັກຢາວັກແຊ້ງ 3 ຊຸດ, ໃຊ້ຮ່ວມກັບ DPT ຫຼື ເປັນສ່ວນໜຶ່ງຂອງວັກແຊ້ງລວມ ທີ່ປ້ອງກັນ 5 ພະຍາດສຳຄັນ (pentavalent) ແລະຢາ hexavalent ຖືກນຳໃຊ້ເພື່ອປ້ອງກັນ 6 ພະຍາດ.
  • ມັນອາດຈະຕ້ອງສັກຢາວັກແຊ້ງຊໍ້າຄືນເພື່ອກະຕຸ້ນການປົກປ້ອງອີກຕອນ 12 ຫາ 15 ເດືອນ.
  • ຜູ້ໃຫຍ່ ແລະເດັກທີ່ອາຍຸຫຼາຍກວ່າ 5 ປີ ແລະ ຜູ້ໃຫຍ່ມັກຈະບໍ່ຈໍາເປັນຕ້ອງມີຢາວັກແຊ້ງ Hib, ຍົກເວັ້ນເສຍແຕ່ວ່າພວກເຂົາມີພະຍາ ດ ເລືອດຈາງ ຫຼື ມີບັນຫາກັບລະບົບພູມຄຸ້ມກັນ.
Haemophilus influenza ຊະນິດ b ແມ່ນບໍ່ຄື ກັບໄຂ້ຫວັດໃຫຍ່ທົ່ວໄປທີ່ເອີ້ນວ່າ ໄຂ້ຫວັດໃຫຍ່. ມັນເປັນເຊື້ອທີ່ເຮັດໃຫ້ເກີດ ການອັກເສບເຍື່ອຫຸ້ມ ສະໝອງອັກເສບ, ປອດອັກເສບ, ອັກເສບຜິວໜັງ ແລະກະດູກ ແລະພະຍາດຮ້າຍແຮງອື່ນໆ.

ວັກແຊ້ງ ໂປລີໂອ (OPV, IPV) ປ້ອງກັນພະຍາດໂປລີໂອ (polio)

ເມື່ອເດັກອາຍຸ 6 ເດືອນ, ສັກຢາວັກແຊ້ງ 3 ຊຸດ ຫຼື 4 ຊຸດ.
  • ການສັກຢາວັກແຊ້ງຄັ້ງທໍາອິດແມ່ນ ໃຫ້ຕອນເດັກເກີດໃໝ່ ແລະຊຸດວັກແຊ້ງທີ່ຍັງເຫຼືອແມ່ນໃຫ້ສັກຈົນຮອດອາຍຸ 6 ເດືອນ, ໃຊ້ຮ່ວມກັບ DPT
  • ຢາ OPV (Oral Polio Vaccine) ແມ່ນເປັນຢາຢອດໃສ່ປາກ ແລະ IPV (Inactivated Polio Vaccine) ແມ່ນ ເປັນຢາສັກ. ຂຶ້ນກັບແຕ່ລະປະເທດ, ຢາປ້ອງກັນເປ້ບລ່ອຍປົກກະຕິແລ້ວ ປະກອບມີທັງ OPV ແລະ IPV.
ໂປລີໂອແມ່ນເຊື້ອໄວຣັດສ໌ທີ່ສາມາດນໍາໄປສູ່ ການເປັນເປ້ຍລ່ອຍ, ມີບັນຫາການຫາຍໃຈ, ແລະ ເຖິງແກ່ຄວາມຕາຍໄດ້. ເນື່ອງຈາກວ່າປະຊາຊົນ ຈໍານວນຫຼາຍແມ່ນ ໄດ້ຮັບຢາວັກແຊ້ງເພື່ອຕ້ານເຊື້ອເປ້ຍລ່ອຍ, ໂລກນີ້ ຈຶ່ງໄດ້ຫາຍໄປເກືອບໝົດ

ຢາວັກແຊ້ງໂຣຕາໄວຣັດສ໌ rotavirus (RV) ປ້ອງກັນໂຣຕາໄວຣັດສ໌ (rotavirus)

ເມື່ອເດັກອາຍຸ 6 ເດືອນ, ພວກເຂົຕ້ອງໄດ້ສັກຢາວັກແຊ້ງ 2 ຊຸດຫຼື 3 ຊຸດ. ຂຶ້ນກັບຜູ້ຜະລິດ ວັກແຊ້ງ. ມັນແມ່ນແບບ ຢອດໃສ່ປາກ.
  • ໃຫ້ພ້ອມດຽວກັບຊຸດ DPT ຫຼືວັກແຊ້ງລວມ ທີ່ປ້ອງກັນ 5 ພະຍາດສຳຄັນ (pentavalent).


ສໍາລັບ 2 ອາທິດຫຼັງຈາກການສັກຢາວັກແຊ້ງ ຂອງເດັກ, ໃຫ້ເບິ່ງແຍງຮັກດູແລຮັກສາມືຂອງທ່ານໃຫ້ສະອາດເມື່ອເວລາປ່ຽນຜ້າອ້ອມ ເພື່ອຫຼີກເວັ້ນ ການເຈັບປ່ວຍແບບເລັກໜ້ອຍ.

ໂຣຕາໄວຣັດສ໌ rotavirus ແມ່ນ ພະຍາດທົ່ວໄປເຊິ່ງເຮັດໃຫ້ເກີດພະຍາດຖອກທ້ອຮຸນແຮງ, ໄຂ້ ແລະ ປວດຮາກ. ມັນມີການລະບາດງ່າຍ ແລະ ເປັນອັນຕະລາຍ ຕໍ່ແອນ້ອຍ ແລະ ເດັກນ້ອຍ

ວັກແຊ້ງ Pneumococcal (conjugate) ປ້ອງກັນອັກເສບປອດອັກເສບ ແລະ ການຊຶມເຊື້ອອື່ນໆ

ແອນ້ອຍຮັບຢາສັກ 3 ຊຸດ.
  • ການສັກຢາວັກແຊ້ງຕາມປົກກະຕິແລ້ວມັກຈະໄດ້ຮັບໃນເວລາດຽວກັນກັບ DPT ຫຼື ວັກແຊ້ງລວມ ທີ່ປ້ອງກັນ 5 ພະຍາດສຳຄັນ (pentavalent) ແຕ່ບາງປະເທດໃຫ້ການສັກຢາ 2 ຄັ້ງທໍາອິດຕອນອາຍຸ 6 ເດືອນ ແລະ ການສັກຢາຄັ້ງທີ 3 ຕໍ່ຈາກນັ້ນມາ.

ວັກແຊັງນີ້ປ້ອງກັນພະຍາດອັກເສບປອດ, ສະໝອງ ແລະ ການຕິດເຊື້ອໃນເລືອດຮຸນແຮງ ເຊິ່ງສາເຫດເກີດຈາກ ເຊື້ອພະຍາດປອດອັກເສບ.

ການສັກຢາວັກແຊ້ງໃຫ້ແກ່ເດັກນ້ອຍທັງໝົດແມ່ນ ເປັນສິ່ງບູລິມະສິດ, ແຕ່ມັນຍັງຊ່ວຍປົກປ້ອງຜູ້ໃຫຍ່ ຕໍ່ກັບປອດອັກເສບນໍາ.

ວັກແຊ້ງ Measles, MR, MMR ປ້ອງກັນໝາກແດງໃຫຍ່

ການສັກຢາວັກແຊ້ງແມ່ນມັກຈະເປັນສ່ວນໜຶ່ງ ຂອງຢາວັກແຊ້ງລວມ, ອາດຈະແມ່ນ MR (ໝາກແດງໃຫ່ຍ-Measles ແລະ ໝາກແດງນ້ອຍ-Rubella) ຫຼື MMR (ໝາກແດງໃຫ່ຍ-Measles, ໝາກເບີດ-Mumps ແລະ ໝາກແດງນ້ອຍ).

ເດັກນ້ອຍຈະຕ້ອງໄດ້ຮັບວັກແຊ້ງຢ່າງໜ້ອຍ 2 ເທື່ອ.

  • ໃນຊ່ວງການລະບາດຂອງໝາກແດງໃຫຍ່, ເດັກນ້ອຍທີ່ມີອາຍຸ 6 ເດືອນສາມາດໄດ້ຮັບ ການສັກຢາວັກແຊ້ງ. ພວກເຂົາໄດ້ຮັບ ປົກກະຕິ 2 ຄັ້ງຫຼັງຈາກນັ້ນ.
  • ເດັກທີ່ມີເຊື້ອ HIV ກໍ່ຕ້ອງການສັກຢາວັກແຊ້ງ 2 ຫຼືບາງຄັ້ງ 3, ແຕ່ເດັກນ້ອຍທີ່ເຈັບ ປ່ວຍຮຸນແຮງຈາກ HIV, ຕ້ອງໄດ້ຮັບການ ປິ່ນປົວ HIV ແລະ ຈົນກວ່າເດັກຈະມີສະພາບສຸຂະພາບທີ່ຄົງທີ່ກ່ອນການ ສັກຢາ.
ອາການໄຂ້ໝາກແດງໃຫຍ່ແຜ່ລະບາດຢ່າງງ່າຍດາຍໃນເດັກນ້ອຍ ແລະ ເຮັດໃຫ້ເກີດຜື່ນ, ໄຂ້ ແລະ ໄອ. ຖ້າບໍ່ປິ່ນປົວ, ມັນອາດຈະເຮັດໃຫ້ເກີດ ພະຍາດຖອກທ້ອງ, ຕາຫຼືຫູຕິດເຊື້ອ, ຕາບອດ, ຫຼື ເສຍ

ໝາກແດງນ້ອຍ (Rubella), MR, MMR ວັກແຊັງປ້ອງກັນໝາກແດງນ້ອຍ (German Measles)

ເດັກນ້ອຍຕ້ອງການສັກຢາວັກແຊ້ງຢ່າງໜ້ອຍ 1 ຄັ້ງ. ໃຫ້ພ້ອມກັບວັກແຊ້ງໝາກແດງໃຫຍ່ຄັ້ງທໍາອິດ.
  • ເດັກຈໍານວນຫຼາຍໄດ້ຮັບການສັກຢາ 2 ຄັ້ງນັບຕັ້ງແຕ່ຢາວັກແຊ້ງໝາກແດງນ້ອຍ (Rubella) ແມ່ນສ່ວນໜຶ່ງຂອງຢາ ວັກແຊ້ງລວມ 2 ຊະນດ: MR (ໝາກແດງໃຫ່ຍ-Measles ແລະ ໝາກແດງນ້ອຍ-Rubella) ຫຼື MMR (ໝາກແດງໃຫ່ຍ-Measles, ໝາກເບີດ-Mumps ແລະ ໝາກແດງນ້ອຍ) ເຊິ່ງໃຫ້ວັກແຊ້ງ 2 ຄັ້ງ.
  • ໃນບ່ອນທີຄົນສ່ວນຫຼາຍ ບໍ່ໄດ້ຮັບການ ສັກຢາວັກແຊ້ງໃນແຕ່ຕອນເດັກນ້ອຍ, ການສົ່ງເສີມການສັກຢາວັກແຊ້ງນີ້ ອາດເນັ້ນໜັກໃສ່ເດັກຍິງທີ່ໃຫ່ຍແດ່.

ໝາກແດງນ້ອຍ (Rubella) ສາມາດເຮັດໃຫ້ເກີດຜື່ນຄັນ ແລະໄຂ້ ແລະຫຼັງຈາກນັ້ນຈະຫາຍໄປ. ແຕ່ຖ້າ ແມ່ຍິງຖືພາ ໄດ້ຮັບເຊື້ອໝາກແດງນ້ອຍ (Rubella), ມັນຈະເປັນ ອັນຕະລາຍຕໍ່ເດັກທີ່ກໍາລັງພັດທະນາ.

ການສັກຢາປ້ອງກັນເດັກທຸກຄົນເຮັດໃຫ້ ໝາກແດງນ້ອຍ (Rubella)ຫາຍໄປ ແລະ ຊ່ວຍໃຫ້ແມ່ຍິງຖືພາບໍ່ໄດ້ຕິດເຊື້ອພະຍາດນີ້. ນອກຈາກນັ້ນ, ເດັກຍິງທີ່ໄດ້ຮັບການ ສັກຢາວັກແຊງຈະບໍ່ໄດ້ຮັບເຊື້ອໝາກແດງນ້ອຍ (Rubella)ຖ້າພວກເຂົາຈະຖືພາຕອນເຂົາ

ວັກແຊ້ງ HPV ປ້ອງກັນ human papillomavirus

ເດັກຍິງຕ້ອງສັກຢາວັກແຊ້ງ 2 ຫາ 3 ຄັ້ງ, ຂຶ້ນກັບອາຍຸຂອງເຂົາເຈົ້າ.
  • ການສັກຢາຄັ້ງທໍາອິດແມ່ນໄດ້ຮັບໃນລະ ຫວ່າງ 9 ຫາ 10 ປີ, ແລະ 6 ເດືອນ ຕໍ່ມາ. ສໍາລັບແມ່ຍິງທີ່ມີອາຍຸ 15 ປີ ຫຼືຫຼາຍກວ່ານັ້ນ: ໃຫ້ການສັກຢາຄັ້ງ ທໍາອິດ, ລໍຖ້າອີກ 4 ອາທິດຈິ່ງສັກຢາສໍາ ລັບຄັ້ງທີສອງ ແລະ ລໍຖ້າອີກ 12 ອາທິດແລ້ວຈິ່ງສັກຢາຄັ້ງທີ່ສາມ.
ຢາວັກແຊງປ້ອງກັນມະເຮັງປາກມົດລູກໃນແມ່ຍິງ ແລະ ບາງມະເຮັງໃນຜູ້ຊາຍ. ມັນເປັນສິ່ງສໍາຄັນທີ່ສຸດສໍາລັບ ເດັກຍິງ, ແຕ່ຖ້າງົບປະມານ ແລະ ຈັດຫາວັກແຊ້ງຕ່າງໆ ໄດ້ອະນຸມັດ, ບາງປະເທດຊ່ວຍເດັກຊາຍໃຫ້ໄດ້ຮັບການ ສັກຢາວັກແຊ້ງຊະນິດນີ້ເຊັ່ນກັນ.

ຢາວັກແຊ້ງທີ່ໃຊ້ໃນບາງພື້ນທີ່ ແລະ ວັກແຊ້ງອື່ນໆທີ່ໃຫ້ພຽງແຕ່ຄົນຈໍາເປັນເທົ່ານັ້ນ

ອະຫິວາ

 ຊາວບ້ານເຂົ້າຮ່ວມປະຊຸມກ່ຽວກັບການປ້ອງກັນອະຫິວາ.

ອະຫິວາ ແມ່ນ ພະຍາດຖອກທ້ອງທີ່ສາມາດເອົາຊີວິດຄົນໄດ້ຍ້ອນການຂາດນໍ້າ, ໂດຍສະເພາະແອນ້ອຍ ແລະ ເດັກນ້ອຍ.

ຢາວັກແຊ້ງປ້ອງກັນອະຫິວາແມ່ນກິນເອົາ ແລະ ໃຊ້ໃນບ່ອນທີ່ມີການເລີ່ມຕົ້ນລະບາດ ຫຼື ອາດຈະເກີດຂຶ້ນ, ໂດຍສະ ເພາະຢູ່ໃນທີ່ພັກຊົ່ວຄາວ ຫຼືບ່ອນພັກຂອງຊາວອົບພະຍົບ ຫຼື ຄົນທີ່ຖືກຍົກຍ້າຍອາໃສຢູ່. ຈໍາເປັນຕ້ອງມີການໃຫ້ຢາ 2 ຫຼື 3 ຄັ້ງໂດຍອີງໃສ່ຜູ້ຜະລິດວັກແຊ້ງ. ຖ້າພະຍາດອະຫິວາຈະກັບມາລະບາດອີກໃນບ່ອນນັ້ນໆ, ຜູ້ຄົນອາດຈະ ຕ້ອງໄດ້ຮັບຢາວັກແຊ້ງເຕັມຊຸດອີກຄັ້ງ ຫຼື ພຽງຢາວັກແຊ້ງຊໍ້າເພື່ອກະຕຸ້ນການປ້ອງກັນພຽງແຕ່ 1 ຄັ້ງ.

ແມ່ຍິງກໍາລັງຖືພາ ແລະ ລ້ຽງລູກດ້ວຍນໍ້ານົມແມ່ ແລະ ຜູ້ທີ່ມີເຊື້ອ HIV ຄວນຈະຖືກໃຫ້ເຂົ້າໃນການລົນນະລົງ ສັກຢາວັກແຊ້ງປ້ອງກັນອະຫິວາ.

ການຕິດເຊື້ອ Meningococcal

ວັກແຊ້ງປ້ອງກັນການຕິດເຊື້ອໂລກເຍື່ອຫຸ້ມສະໝອງອັກເສບທີ່ມັກຈະມີຢູ່ຫຼາຍໃນທົ່ວປະເທດໃນພາກເໜືອ ແລະ ພາກກາງຂອງປະເທດອາຟຣິກກາ. ວັກແຊ້ງແມ່ນສໍາລັບທັງເດັກ ແລະ ຜູ້ໃຫຍ່. ພະນັກງານສາທາລະນະສຸກ ກໍ່ຕ້ອງໄດ້ຮັບວັກແຊ້ງຊະນິດນີ້ເຊັ່ນກັນເມື່ອມີການລະບາດຂອງໂລກນີ້. ມັນປອດໄພສໍາລັບແມ່ຍິງຖືພາ. ຈໍາເປັນຕ້ອງໄດ້ຮັບວັກແຊ້ງ 1 ຫຼື 2 ຄັ້ງໂດຍອີງໃສ່ຜູ້ຜະລິດວັກແຊ້ງ. ພື້ນທີ່ແຕກຕ່າງກັນໃຊ້ວັກແຊ້ງຊະນິດ ນີ້ແມ່ນເໝາະກັນກັບເຊື້ອໂລກເຍື່ອຫຸ້ມສະໝອງອັກເສບທີ່ມີຢູ່ບ່ອນຫັ້ນ.

ໄຂ້ເຫຼືອງ

NWTND vacc Page 11-1.png

ໄຂ້ເຫຼືອງແມ່ນໄວຣັດສ໌ທີ່ມາກັບຍຸງ. ເມື່ອໄຂ້ເຫຼືອງມາຮອດຍຸກໃໝ່, ມັນຈະແຜ່ຂະຫຍາຍໄວ ແລະ ເປັນອັນຕະລາຍໂດຍສະເພາະແມ່ນເດັກນ້ອຍ.

ບ່ອນທີ່ມັກມີໄຂ້ເຫຼືອງ, ໃຫ້ວັກແຊ້ງແກ່ເດັກ 1 ຄັ້ງໃນເວລາດຽວທີ່ໃຫ້ວັກແຊ້ງໄຂ້ໝາກແດງນ້ອຍ, ຕອນ 9 ຫາ 12 ເດືອນ. ຖ້າໄຂ້ເຫຼືອງລະບາດໃນພື້ນທີ່ໃໝ່ ໃຫ້ຢາວັກແຊ້ງແກ່ທຸກຄົນ ລວມທັງແອນ້ອຍອາຍຸຫຼາຍກວ່າ 6 ເດືອນ.

ເຍື້ອຫຸ້ມສະໝອງອັກເສບ Japanese encephalitis

ເຍື້ອຫຸ້ມສະໝອງອັກເສບ JE ແມ່ນ ໄວຣັດສ໌ທີ່ມາກັບ ແລະແຜ່ຂະຫຍາຍໂດຍຍຸງໃນພາກພື້ນອາຊີ. ແຜນການລົນນະລົງສັກຢາກັນວັກແຊ້ງປ້ອງກັນພະຍາດຄັ້ງທໍາອິດແມ່ນ ອາດມີເປົ້າໝາຍສໍາລັບເດັກນ້ອຍອາຍຸຕໍ່າກວ່າ 15 ປີ. ຫຼັງຈາກນັ້ນ, ພຽງແອນ້ອຍເກີດໃໝ່ແມ່ນ ຕ້ອງໄດ້ສັກຢາວັກແຊ້ງ. ເດັກຕ້ອງການສັກຢາວັກແຊ້ງ 1 ຫຼື 2 ຄັ້ງ, ອີງຕາມຜູ້ຜະລິດຢາວັກແຊ້ງ.

ໄຂ້ເຫັບ/ເຍື້ອຫຸ້ມສະໝອງອັກເສບຍ້ອນເຫັບ

ເຍື້ອຫຸ້ມສະໝອງອັກເສບນີ້ແມ່ນມາກັບເຫັບໝັດ, ແມງໄມ້ຂະໜາດນ້ອຍທີ່ກັດ ແລ້ວມຸດເຂົ້າໄປໃນຜິວໜັງ ແລະ ຍາກທີ່ຈະເຫັນ.

ເດັກນ້ອຍຈໍາເປັນຕ້ອງໄດ້ຮັບການສັກວັກແຊ້ງ 3 ຄັ້ງ, ເຊິ່ງຄັ້ງທໍາອິດແຕ່ 1 ຫຼື 3 ປີ, ຄັ້ງທີ່ 2 ແມ່ນ 1 ຫາ 7 ເດືອນຕໍ່ມາ, ແລະ ຄັ້ງທີ່ 3 ແມ່ນ 9 ຫາ 12 ເດືອນຫຼັງຈາກເຂັມທີ່ສອງ, ຂຶ້ນກັບຊະນິດ ແລະ ຜູ້ຜະລິດວັກແຊ້ງ. ບ່ອນທີ່ເຫັບເປັນຫຼາຍ, ຕ້ອງມີການສັກຊໍ້າທຸກ 3 ຫາ 5 ປີ. ເນື່ອງຈາກວ່າຄວາມເຈັບ ນີ້ແມ່ນເປັນອັນຕະລາຍ ໂດຍສະເພາະກັບຜູ້ສູງອາຍຸ, ການໂຄສະນາອາດຈະສຸມໃສ່ການສັກຢາວັກແຊ້ງໃຫຜູ້ໃຫຍ່ອາຍຸຫຼາຍກວ່າ 50 ປີ.


ຕັບອັກເສບ A

ຕັບອັກເສບ A ແມ່ນລະບາດໂດຍອາຫານ ຫຼືນ້ຳທີ່ປົນເປື້ອນ ແລະ ເປັນອັນຕະລາຍຕໍ່ຕັບ. ມັນເຮັດໃຫ້ເກີດຄວາມ ເມື່ອຍຫຼາຍ, ບາງຄັ້ງເປັນຫຼາຍເດືອນ. ມັນຈະຫາຍໄປດ້ວຍຕົນເອງ ແລະຈະບໍ່ກັບມາ. ບ່ອນທີ່ຕັບອັກເສບ A ເປັນຫຼາຍ, ບໍ່ຈໍາເປັນຕ້ອງມີການສັກຢາປ້ອງກັນແຕ່ບ່ອນທີ່ຄົນສ່ວນໃຫຍ່ບໍ່ເຄີຍມີພະຍາດ, ຢາວັກແຊ້ງຈະປ້ອງ ກັນຄວາມເຈັບປ່ວຍໄດ້.

ການສັກຢາວັກແຊ້ງຈະແມ່ນ 1 ຫຼື 2 ຄັ້ງແມ່ນຂຶ້ນກັບຜູ້ຜະລິດຢາວ່າຈະໃຫ້ໃນປະລິມານເທົ່າໃດ ແລະຈັກຄັ້ງ. ເມື່ອເດັກນ້ອຍໄດ້ຮັບຢາຢ່າງເປັນປົກກະຕິ, ການສັກຢາຄັ້ງທໍາອິດແມ່ນໃຫ້ຢູ່ໃນອາຍຸປະມານ 12 ເດືອນ, ແລະຄັ້ງທີສອງ 6 ຫາ 18 ເດືອນຕໍ່ມາ.

ອີສຸກອີໃສ (varicella)

ວັກແຊ້ງປ້ອງກັນອີສຸກສີໃສນີ້, ຈະເຮັດໃຫ້ມີໄຂ້, ພື່ນ, ຄັນ ແລະ ເມື່ອຍເປັນເວລາ 1 ຫຼື 2 ອາທິດ. ການສັກຢາວັກແຊ້ງແມ່ນຂຶ້ນກັບຜູ້ຜະລິດວ່າຈະສັກຈັກຄັ້ງ, ການສັກຢາ 1 ຫຼື 2 ຄັ້ງແມ່ນໃຫ້ແກ່ເດັກທຸກໆຄົນ, ແລະ ບາງຄັ້ງເດັກໃຫຍ່ ແລະ ຜູ້ໃຫຍ່.

ໄຂ້ຫວັດໃຫຍ່/ໄຂ້ຫວັດສັດປີກ (flu)

ໄຂ້ຫວັດໃຫຍ່ (flu) ແມ່ນຊື່ສໍາລັບກຸ່ມໄວຣັດສ໌ທີ່ແຜ່ລາມໃນສອງສາມເດືອນທຸກໆປີ, ເຊິ່ງເປັນສາເຫດກໍ່ໃຫ້ມີໄຂ້, ໜາວສັ່ນ ແລະອາການອື່ນໆທີ່ຄ້າຍຄືກັບອາການເປັນໄຂ້ຫັວດທົ່ວໄປແຕ່ຮ້າຍແຮງກວ່າ. ຄົນສ່ວນໃຫຍ່ຈະຟື້ນ ຕົວຈາກໄຂ້ຫວັດໃຫຍ່, ແຕ່ມັນອາດຈະຮ້າຍແຮງສໍາລັບເດັກນ້ອຍ, ຜູ້ເຖົ້າແກ່, ຫຼືຜູ້ທີ່ມີບັນຫາສຸຂະພາບ. ຢາວັກ ແຊ້ງໃໝ່ແມ່ນຖືກເຮັດຂື້ນໃນແຕ່ລະປີເພື່ອປ້ອງກັນການປ່ຽນແປງໄວຣັດສ໌ໄຂ້ຫວັດສັດປີກ. ການສັກຢາສໍາລັບ ແມ່ຍິງທີ່ຖືພາມັກຈະມີຄວາມສໍາຄັນເພາະວ່າພວກເຂົາຈະຖ່າຍທອດການປ້ອງກັນໃຫ້ເດັກທີ່ກໍາລັງພັດທະນາ, ຜູ້ທີ່ບໍ່ສາມາດໄດ້ຮັບການສັກຢາວັກແຊ້ງປ້ອງກັນໄຂ້ຫວັດສັດປີກຈົນກ່ວາຢ່າງໜ້ອຍ 6 ເດືອນ.

ໂດຍປົກກະຕິແລ້ວການສັກຢາແມ່ນ ໄດ້ຮັບ 1 ຄັ້ງໃນແຕ່ລະປີ. ເດັກນ້ອຍ 6 ເດືອນ ຫາ 5 ປີຈະໄດ້ຮັບການສັກຢາ 2 ຄັ້ງ, ຫ່າງກັນ 4 ອາທິດຈາກການສັກຢາຄັ້ງທໍາອິດ.

ໄຂ້ທໍລະພິດ

ໄຂ້ທໍລະພິດແມ່ນ ການຕິດເຊື້ອທີ່ພາເຮັດໃຫ້ເປັນໄຂ້, ຮາກ ແລະ ອາການອື່ນໆ. ມັນສາມາດປິ່ນປົວດ້ວຍການໃຫ້ ຢາຕ້ານເຊື້ອ. ໄຂ້ທໍລະພິດແຜ່ເຊື້ອຈາກຄົນໜຶ່ງສູ່ຄົນອື່ນຜ່ານທາງອາຫານ ຫຼື ນໍ້າ. ການລ້າງມື ແລະ ການເຂົ້າ ເຖິງສຸຂາພິບານ ແລະ ນໍ້າສະອາດປ້ອງກັນບໍ່ໃຫ້ແຜ່ເຊື້ອໄດ້. ຢາວັກແຊ້ງປ້ອງກັນພະຍາດທໍລະພິດມີ 2 ຮູບແບບ: ແບບຢາສັກ ແລະ ຢາເມັດ. ຢາວັກແຊ້ງມັນໄດ້ຖືກໃຊ້ໃນຊ່ວງທີ່ມີການລະບາດຂອງພະຍາດທໍລະພິດ ແລະ ໃຊ້ກັບບຸກຄົນທີ່ຈະເດີນທາງໄປໃນພື້ນທີ່ມີການລະບາດນັ້ນ.

ພະຍາດວໍ້

NWTND vacc Page 12-1.png

ເຊື້ອວໍ້ ເປັນເຊື້ອໄວຣັດສ໌ທີ່ຕິດມາຈາກສັດ, ໂດຍສະເພາະແມ່ນໝາ ຫຼື ເຈຍ. ພະຍາດວໍ້ເປັນພະຍາດບໍ່ມັກເກີດມີໃນບາງປະເທດ ແລະອາດມີຫຼາຍໃນບາງປະເທດ. ການສັກຢາວັກແຊ້ງໃຫ້ໝາທຸກໂຕແມ່ນສາມາດຫຼຸດ ຄວາມສ່ຽງຕໍ່ຄົນເຮົາ. ຖ້າສັດທີ່ມີເຊື້ອວໍ້ກັດຜູ້ໃດ, ຜູ້ນັ້ນຕ້ອງການສັກຊຸດຢາປ້ອງກັນວໍ້ເລີ່ມຕົ້ນທັນທີ ແລະ ພວກເຂົາອາດຈະຕ້ອງການສັກຢາປ້ອງກັນພະຍາດ rabies immunoglobulin. ລ້າງບ່ອນຖືກກັດໃຫ້ດີທີ່ສຸດດ້ວຍສະບູ ແລະ ສິ່ງສໍາຄັນແມ່ນລ້າງນ້ໍາຢ່າງໜ້ອຍ 15 ນາທີ.

ການນໍາໃຊ້ຢາວັກແຊ້ງພະຍາດວໍ້ຫຼັງຈາກສັດກັດ: ເມື່ອຄົນເຈັບຈໍາເປັນຕ້ອງໄດ້ສັກຢາປ້ອງກັນ immunoglobulin ແລະ ພະຍາດວໍ້, ໃຫ້ໃຊ້ immunoglobulin ກ່ອນແລ້ວໃຊ້ເຂັມສັກຢາສະອາດທີ່ ແຕກຕ່າງກັນ. ສັກຢາວັກແຊ້ງຄົບໃນປະລິມານ (0.5 ມລ ຫຼື 1 ມລ ຂຶ້ນກັບຜູ້ຜະລິດວັກແຊ້ງ) ເຂົ້າໄປໃນ ກ້າມແຂນເບື້ອງເທິງໃນມື້ທີ່ຖືກກັດ, ແລະ ອີກເທື່ອໜຶ່ງໃນມື້ທີ 3 ແລະມື້ 7 ຕໍ່ມາ. ຫຼັງຈາກນັ້ນ, ການສັກຢາ ທີສີ່ແມ່ນໃນລະຫວ່າງມື້ທີ່ 14 (2 ອາທິດ) ແລະ ມື້ 28 (4 ອາທິດ) ຫຼັງຈາກຖືກກັດ. ສໍາລັບເດັກນ້ອຍທີ່ 2 ປີ ຫຼືນ້ອຍກວ່າ, ການສັກຢາແມ່ນໃຫ້ຢູ່ກົກຂາຂ້າງເທິງ. ຫ້າມບໍ່ໃຫ້ສັກຢາວັກແຊ້ງປ້ອງກັນພະຍາດວໍ້ໃສ່ກະໂພກ.

ເຖິງແມ່ນວ່າບໍ່ມີວັກແຊ້ງປ້ອງກັນພະຍາດວໍ້, ການລ້າງຜິວໃຫ້ສະອາດດີທັນທີທັນໃດ ແລະການສັກຢາວັກແຊງວໍ້ ຈະສາມາດຊ່ວຍປ້ອງກັນການເປັນພະຍາດວໍ້.

ການສັກຢາວັກແຊ້ງວໍ້ແມ່ນເພື່ອປ້ອງກັນພະຍາດວໍ້ກ່ອນທີ່ຄົນ ຈະຖືກກັດແມ່ນເປັນສິ່ງທີ່ຈຳເປັນ ໂດຍສະເພາະແມ່ນຜູ້ທີ່ເຮັດວຽກໂດຍກົງກັບສັດຕ່າງໆ ເຊິ່ງສັດເຫຼົ່ານັ້ນອາດຈະເປັນພະຍາດວໍ້ໄດ້.


This page was updated: ໐໖ ມີຖຸນາ ໒໐໑໙