Hesperian Health Guides

ການຄຸ້ມຄອງການສັກຢາວັກແຊ້ງ

ຢູ່ໃນພາກນີ້:

ຮັກສາວັກແຊ້ງຢູ່ໃນອຸນຫະພູມທີ່ຖືກຕ້ອງ (ການຮັກສາໃນລະບົບຄວາມເຢັນ)

ມັນເປັນສິ່ງສໍາຄັນທີ່ຈະເກັບຮັກສາວັກແຊ້ງໃນອຸນຫະພູມທີ່ເໝາະສົມ. ຖ້າຢາບາງຊະນິດຢູ່ໃນອຸນຫະພູມທີ່ອຸ່ນ, ມັນອາດຈະເຮັດໃຫ້ເສຍຄຸນ ແລະ ໃຊ້ການບໍ່ໄດ້. ແລະ ຢາວັກແຊ້ງບາງຊະນິດຕ້ອງຢູ່ໃນຄວາມເຢັນ ແຕ່ບໍ່ ສາມາດ ແຊ່ແຂງ ຫຼື ໃຊ້ການບໍ່ໄດ້. ຢາວັກແຊ້ງຕ້ອງໄດ້ເກັບຮັກສາຢູ່ໃນອຸນຫະພູມທີ່ຖືກຕ້ອງຈາກບ່ອນ ທີ່ພວກມັນຈະຖືກໃຊ້ໃນໃຫ້ຊຸມຊົນບ່ອນທີ່ພະນັກງານສຸຂະພາບຈະສັກຢາປ້ອງກັນໃຫ້ເດັກນ້ອຍໃນທ້ອງຖິ່ນ. ຖ້າຢູ່ເມື່ອເວລາຜູ້ຜະລິດ ດຳເນີນການຂົນສົ່ງໄປຫາການເກັບຮັກສາຢາວັກແຊ້ງແມ່ນຢູ່ໃນອຸນຫະພູມອຸ່ນເກີນໄປ, ຫຼື ແຊ່ເຢັນເມື່ອມັນບໍ່ຄວນຈະແຊ່, ມັນຈະໃຊ້ການບໍ່ໄດ້.

ຕູ້ເຢັນທີ່ໃຊ້ມີຄໍາວ່າ “ວັກແຊ້ງ ພຽງຢ່າງດຽວ" ຢູ່ປະຕູຕູ້ເຢັນ, ແລະ ປ້າຍ ເຕືອນທີ່ຂຽນວ່າ: “ຢ່າຖອດປັກອອກ, ມີການເກັບຮັກສາຢາວັກແຊ້ງ” ຢູ່ດ້ານເທິງຂອງປັກໄຟຟ້າ.

ຢາວັກແຊ້ງທີ່ສາມາດແຊ່ແຂງໄດ້:
ໄຂ້ໝາກແດງນ້ອຍ MR
MMR
BCG
OPV (oral poliovirus)
ໄຂ້ເຫຼືອງ
ເຍື້ອຫຸ້ມສະໝອງອັກເສບ (Japanese encephalitis)

ຢາວັກແຊັງເກັບຮັກສາໄວ້ໃນຄວາມເຢັນແຕ່ບໍ່ໃຫ້ແຊ່ແຂງ:
ອະຫິວາ
ວັກຊິນລວມທີ່ປ້ອງກັນ 5 ໂລກສຳຄັນ (pentavalent)
ຕັບອັກເສບ B (Hep B)
Hib (ຊະນິດນໍ້າ)
HPV (human papillomavirus)
IPV (inactivated poliovirus)
ໄຂ້ຫວັດໃຫຍ່/ສັດປີກ
ວັກແຊ້ງກ່ຽວກັບ Pneumococcal
ໂລຕາໄວຣັດສ໌ (Rotavirus) (ຊະນິດນໍ້າ ແລະ ນໍ້າແຂງແຫ້ງ)
ບາດທະຍັກ (DT, Td)

ໜ່ວຍບໍລິການຕູ້ເຢັນໃຊ້ໃນການຂົນສົ່ງ ແລະເກັບຮັກສາວັກແຊ້ງເຊັ່ນດຽວກັນກັບນໍ້າກັ່ນທີ່ໃຊ້ເພື່ອເຮັດໃຫ້ ພວກມັນເຈືອນຈາງລົງ. ຮຽນຮູ້ວ່າຢາວັກແຊ້ງຊະນິດໃດຄວນຈະຖືກເກັບຮັກສາໄວ້ໃນອຸນຫະພູມເທົ່າໃດ ແລະ ຊັ້ນໃດຂອງຕູ້ເຢັນ ຫຼືຊ່ອງໃດທີ່ໃຊ້ສໍາລັບຢາວັກແຊ້ງແຕ່ລະອັນ. ໂດຍທົ່ວໄປແລ້ວ, ຢາວັກແຊ້ງຖືກເກັບຮັກສາໄວ້ ໃນອຸນຫະພູມທີ່ຢູ່ຕ່ຳກວ່າ 8 °C ແລະ ເກີນຈຸດແຂງຕົວໜ້ອຍໜຶ່ງ (2 °C). ເບິ່ງຂໍ້ມູນທີ່ມີລາຍຊື່ຂອງຢາວັກ ແຊ້ງທີ່ບໍ່ຄວນໃຫ້ຢູ່ອຸ່ນເກີນໄປ ແລະຢາວັກແຊ້ງທີ່ຖືກແຊ່ແຂງ.

ຢາວັກແຊ້ງບາງຢ່າງສາມາດເສຍຄຸນ ຫຼືໃຊ້ບໍ່ໄດ້ຖ້າຖືກແສງສະຫວ່າງ, ລວມທັງ BCG ແລະ MMR. ເພື່ອປ້ອງກັນຢາຊະນິດຕ່າງໆເຫຼົ່ານີ້ຈາກແສງແດດ ແລະ ແສງສະຫວ່າງໃນຮົ່ມທີ່ມີແສງແຮງ, ໃຫ້ເກັບຢາວັກແຊ້ງໄວ້ໃນກ໋ອງ ແກ້ວສີດຳ ແລະ ຫຸ້ມຫໍ່ເປັນພິເສດ.


ເມື່ອວັກແຊ້ງໄດ້ຖືກກຽມພ້ອມສໍາລັບການນໍາໃຊ້ໂດຍການປະສົມກັບສານລະລາຍຂອງມັນ, ມັນກໍ່ຕ້ອງໄດ້ ຖືກຮັກສາໄວ້ບ່ອນເຢັນ. ຄົນທີ່ໄດ້ຮັບການຝຶກອົບຮົມໃນການຈັດການສັກຢາວັກແຊ້ງຈະຮູ້ວ່າວັກແຊ້ງນີ້ຈະຍັງໃຊ້ປະໂຫຍດໄດ້ດົນປານໃດຫຼັງຈາກປະສົມແລ້ວ ແລະ ພວກມັນຈະຖືກເອົາຖີ້ມໃນລະມື້.

NWTND vacc Page 17-1.png

ຮຽນວິທີການເກັບຮັກສາ, ກະກຽມ, ແລະ ວິທີໃຫ້ຢາວັກແຊ້ງ

ທຸກໆຄົນສາມາດສົ່ງເສີມການສັກຢາວັກແຊ້ງ ແລະ ພະນັກງານສາທາລະນະສຸກຈໍານວນຫຼາຍໄດ້ຮຽນຮູ້ ວິທີການໃຫ້ຢາວັກແຊ້ງເຊັ່ນກັນ. ຖ້າທ່ານໃຫ້ຢາວັກແຊ້ງ ຫຼືຈັດຢາວັກແຊ້ງ, ການຝຶກອົບຮົມຈະປະກອບມີ:

ກ໋ອງທີ່ມີປ້າຍຊື່ "ສິ່ງແຫຼມຄົມ" ກັບມືທີ່ເອົາສະແລ້ງປ່ອນໃສ່ໃນນັ້ນ.
  • ວິທີການກຽມວັກແຊ້ງ.
  • ວິທີກໍານົດຢາທີ່ເໝາະສົມສໍາລັບກຸ່ມອາຍຸທີ່ແຕກຕ່າງກັນ.
  • ບ່ອນທີ່ຈະຊອກຫາວັນທີໝົດອາຍຸ ແລະວິທີການທໍາລາຍວັກແຊ້ງທີ່ໝົດອາຍຸ.
  • ວິທີການເລືອກຂະໜາດເຂັມທີ່ຖືກຕ້ອງ, ມູມສັກຢາໃສ່, ແລະ ສະຖານທີ່ສັກໃສ່ຮ່າງກາຍ ສໍາລັບແຕ່ລະຢາວັກແຊັງ.


ສໍາລັບສຸຂະພາບຂອງທ່ານເອງ ແລະ ສຸຂະພາບຂອງຜູ້ທີ່ທ່ານກໍາລັງຊ່ວຍ, ໃຫ້ລ້າງມືຂອງທ່ານກ່ອນ ທີ່ຈະສັກຢາວັກແຊ້ງໃຫ້ແຕ່ລະຄົນ. ໃຊ້ເຂັມພຽງແຕ່ໜຶ່ງຄັ້ງເທົ່ານັ້ນ ແລະ ຫຼັງຈາກນັ້ນຖິ້ມມັນຢ່າງປອດໄພ.

ຮັບຜິດຊອບຕໍ່ສິ່ງເສດເຫຼືອຈາກການໃຫ້ຢາວັກແຊ້ງ

ຂັ້ນຕອນສຸດທ້າຍຂອງຂະບວນລົນນະລົງການສັກຢາວັກແຊ້ງແມ່ນມັກຈະລືມ: ການກໍາຈັດສິ່ງເສດເຫຼືອຢ່າງເໝາະ ສົມ. ອຸປະກອນທາງດ້ານຊີວະສາດທີ່ສ້າງບັນຫາສຸຂະພາບສຳລັບຄົນເຮົາ, ເຂັມສັກຢາ ແລະ ວັດຖຸດິບທາງ ຊີວະພາບສ້າງບັນຫາສຸຂະພາບແກ່ປະຊາຊົນ ແລະ ສິ່ງແວດລ້ອມ, ໂດຍສະເພາະແມ່ນສິ່ງເສດເຫຼືອຖືກເຜົາຖີ້ມ ຫຼື ຖືກຝັງຢ່າງບໍ່ປອດໄພ, ຫຼື ປະໄວ້ບ່ອນທີ່ເດັກນ້ອຍສາມາດເອົາມັນໄປຫຼິ້ນໄດ້. ໂຄງການສ້າງພູມຄຸ້ມກັນພະຍາດສາມາດວາງແຜນທີ່ຈະກໍາຈັດສິ່ງເສດເຫຼືອຢ່າງປອດໄພໂດຍ:

NWTND vacc Page 17-3.png
  • ການນໍາໃຊ້ຍານພາຫະນະດຽວກັນທີ່ນຳໃຊ້ສະໜອງອຸປະກອນເພື່ອກໍາຈັດສິ່ງເສດເຫຼືອສໍາລັບການປິ່ນປົວ ແລະ ການກໍາຈັດສິ່ງເສດເຫຼືອຢ່າງປອດໄພ.
  • ການສ້າງຕັ້ງສູນບໍາບັດສິ່ງເສດເຫຼືອໃນຂົງເຂດທີ່ມີຂຸມເຜົາ.
  • ຊ່ວຍໃຫ້ຄລີນິກຊຸມຊົນສ້າງຕັ້ງລະບົບການກໍາຈັດສິ່ງເສດເຫຼືອງ່າຍດາຍໃນການດູແລສຸຂະພາບ, ລວມທັງການແບ່ງແຍກຂີ້ເຫຍື້ອ ແລະ ບ່ອນຂຸມເຜົາທີ່ປອດໄພ. (ເບິ່ງ ຄູ່ມືຊຸມຊົນເພື່ອສຸຂະພາບສິ່ງແວດລ້ອມ (Community Guide to Environmental Health), ບົດທີ 19 ຂີ້ເຫຍື້ອໂຮງໝໍ.)


This page was updated: ໐໖ ມີຖຸນາ ໒໐໑໙