Hesperian Health Guides

ພະຍາດຫົວໃຈ ແລະ ໂລກຄວາມດັນເລືອດສູງ

ຂໍ້ມູນສຸຂະພາບ > ປຶ້ມຢູ່ໄກແພດສະບັບປັບປຸງໃໝ່ > ວັກແຊ້ງປ້ອງກັນພະຍາດຕ່າງໆ

ຢູ່ໃນພາກນີ້:

ມີຜູ້ໃຫ່ຍສາມຄົນກຳລັງນັ່ງອຸ້ມລູກໆຂອງພວກເຂົາຢູ່ສະຖານພະຍາບານທີ່ມີປ້າຍຂຽນວ່າ “ເດັກມີສຸກຂະພາບດີ = ສຸກຂະພາບ ແລະຄອບຄົວມີຄວາມສຸກ = ແມ່ນໃຫ້ຮັບວັກແຊ້ງໃນມື້ນີ້”

ວັກແຊ້ງຍັງຖືກເອີ້ນວ່າການເຮັດໃຫ້ຮ່າງກາຍຂອງຄົນເຮົາມີພູມຄຸ້ມກັນໂລກ, ເຊິ່ງມັນສາມາດປ້ອງກັນຫຼາຍໂລກທີ່ອາດຈະເຮັດໃຫ້ຄົນເຮົາເຈັບເປັນ ຫຼືເປັນສາເຫດຂອງການເສຍຊີວິດໄດ້. ວັກແຊ້ງເຮັດໜ້າທີ່ເຮັດໃຫ້ລະບົບພູມຄຸ້ມກັນຮ່າງກາຍຂອງຄົນເຮົາແຂງແຮງຂຶ້ນ, ແຕ່ລະພາກສວ່ນຂອງຮ່າງກາຍສາມາດຕໍ່ສູ້ກັບການຕິດເຊື້ອ ແລະພະຍາດ ສະນັ້ນຮ່າງກາຍຂອງຄົນເຮົາສາມາດກັບມາມີສຸກຂະພາບດີຄືນໄດ້. ຖ້າວ່າລະບົບພູມຄຸ້ມໄດ້ກຽມພ້ອມ ແລະແຂງແຮງດີ, ມັນສາມາດຮູ້ເລີຍຢ່າງໄວວ່າແມ່ນອັນຕະລາຍອັນໃດແກ່ສຸຂະພາບ ແລະມັນຈະຮູ້ວ່າຈະສາມາດຮັບມືກັບພະຍາດເຫຼົ່ານັ້ນໄດ້ແນວໃດ. ວັກແຊ້ງບໍ່ໄດ້ເຮັດໃຫ້ເກີດພະຍາດ.

ວັກແຊ້ງເຮັດໜ້າທີ່ແນວໃດ? ວັກແຊ້ງແມ່ນເຮັດມາຈາກເຊື້ອພະຍາດອ່ອນໆ ແລະມັນເຮັດໜ້າທີ່ເພື່ອຢຸດຢັ້ງເຊື້ອພະຍາດຊະນິດດຽວກັນໃນອານາຄົດທີ່ພະຍາດຕ່າງໆຈະເຮັດໃຫ້ຄົນເຈັບປ່ວຍ. ຮ່າງກາຍຂອງຄົນເຮົາສ້າງເກາະປ້ອງກັນຕົວໂດຍການສ້າງ “ພູມຄຸ້ມກັນ” ສະເພາະແຕ່ລະພະຍາດ ເພື່ອຕໍ່ສູ້ກັບພະຍາດຕ່າງໆໃຫ້ສຳເລັດຜົນ. ພູມຄຸ້ມກັນເຫຼົ່ານັ້ນສາມາດປົກປ້ອງຮ່າງກາຍຂອງເຈົ້າເອງ ແລະຄົນອຶ່ນໆທີ່ຢູ່ນຳກັນເພື່ອສູ້ກັບເຊື້ອພະຍາດທີ່ເປັນສາເຫດການເຈັບເປັນ.

ເດັກນ້ອຍເກີດມາດ້ວຍພູມຄຸ້ມກັນບາງຢ່າງທີ່ຮ່າງກາຍຂອງພວກເຂົາຕ້ອງການ, ເຊິ່ງພູມຄຸ້ມກັນເຫຼົ່ານັ້ນແມ່ນໄດ້ມາຈາກຜູ້ເປັນແມ່ຂອງພວກເຂົາ. ເມື່ອໃດທີ່ຜູ້ເປັນແມ່ລ້ຽງດູລູກດ້ວຍນົມແມ່ ມັນສາມາດເຮັດໃຫ້ລະບົບພູມຄຸ້ມກັນຂອງເດັກແຂງແຮງຫຼາຍຂຶ້ນ. ວັກແຊ້ງສ້າງລະບົບພູມຄຸ້ມກັນຂອງເດັກເມື່ອເຂົາເຕີບໃຫ່ຍຂຶ້ນ. ວັກແຊ້ງຊ່ວຍເສີມສ້າງລະບົບພູມຄຸ້ມກັນຂອງຮ່າງກາຍ, ໂພສະນາການທີ່ດີຊ່ວຍການຈະເລີນເຕີບໂຕຂອງເດັກເຊັ່ນກັນ.

ກຸ່ມຂອງຜູ້ໃຫ່ຍ ແລະເດັກນ້ອຍທີ່ກັ້ງຄັນຮົ່ມມີຊື່ຂອງຢາວັກແຊ້ງຊະນິດຕ່າງໆທີ່ແຕກຕ່າງກັນ. ທາງດ້ານເທິງຂອງກັ້ງຮົ່ມ ມີຄຳສັບທີ່ເປັນຊື່ພະຍາດຕ່າງໆ: ຕັບອັກເສບ B, ວັນນະໂລກ, ວັນນະໂລກ ໝາກແດງໃຫ່ຍ (Measles-ໂລກຫັດ), ໄຂ້ໝາກແດງນ້ອຍ (German measles -ໂລກຫັດເຍຍລະມັນ), ໄອໄກ່, ຄໍຕີບ, ບາດທະຍັກ.
ມີຕົວເລກຂອງຄົນທີ່ມີຄວາມແຂງແຮງ! ເມື່ອຄົນສ່ວນຫຼາຍໄດ້ຮັບວັກແຊ້ງແມ່ນຈະເຮັດໃຫ້ຮ່າງກາຍຂອງພວກເຂົາສາມາດຕໍ່ຕ້ານເຊື້ອພະຍາດໂດຍສະເພາະແມ່ນຄົນໜຸ່ມນ້ອຍ (ເດັກອາຍຸຍັງໜ້ອຍຫຼາຍ) ຫຼືຄົນທີ່ເຈັບເປັນຫຼາຍທີ່ຈະໄດ້ຮັບວັກແຊ້ງ. ນີ້ມັນເອີ້ນວ່າ ກຸ່ມທີ່ໄດ້ຮັບພູມຄຸ້ມກັນ.

ການປະຕິບັດງານຂອງວັກແຊ້ງຊະນິດຕ່າງໆ. ພະຍາດບາງຢ່າງທີ່ເຮັດໃຫ້ຜູ້ຄົນເສຍຊີວິດ ຫຼືເຮັດຫຼາຍຄົນພິການໃນອາດີດ ເຊັ່ນວ່າ: ໂລກໄຂ້ທໍລະພິດ, ທີ່ປະຈຸບັນນີ້ແມ່ນໝົດໄປແລ້ວ ແລະເຮົາບໍ່ຕ້ອງການວັກແຊ້ງສຳລັບໂລກນີ້ອີກຕໍ່ໄປ.

ພະຍາດອຶ່ນໆທີ່ມີວັກແຊ້ງເພື່ອປ້ອງກັນແມ່ນບໍ່ຄ່ອຍໄດ້ເກີດຂຶ້ນຫຼາຍແລ້ວ. ການໃຫ້ວັກແຊ້ງແກ່ແອນ້ອຍ ແລະເດັກນ້ອຍໝົດທຸກຄົນ ແລະທັງຜູ້ໃຫ່ຍນຳແມ່ນຈຳເປັນເພາະມັນຈະສາມາດປ້ອງກັນພະຍາດບໍ່ໃຫ້ແຜ່ລາມ ຫຼືກັບຄືນມາອີກ.

ວັກແຊ້ງສາມາດປ້ອງກັນຜູ້ທີ່ໄດ້ຮັບມັນ ແລະພວກມັນສາມາດປ້ອງກັນຜູ້ອຶ່ນໆໄດ້ອີກເຊັ່ນກັນເມື່ອຜູ້ຄົນເຫຼົ່ານັ້ນໄດ້ຮັບວັກແຊ້ງຖ້ວນໜ້າ. ຖ້າວ່າພະຍາດຕ່າງໆບໍ່ສາມາດຫາຜູ້ຄົນທີ່ບໍ່ໄດ້ຮັບວັກແຊ້ງໄດ້, ມັນກໍ່ບໍ່ສາມາດແຜ່ລາມໄດ້. ເມື່ອເວລາຜ່ານໄປ, ຜູ້ຄົນສ່ວນຫຼາຍໄດ້ຮັບວັກແຊ້ງມັນຈະມີກໍລະນີເຈັບປ່ວຍຫຼຸດໜ້ອຍລົງ.

ການຮຽນຮູ້ກ່ຽວກັບວັກແຊ້ງ ແລະເຫດຜົນວ່າຍ້ອນຫັຍງພວກຕ້ອງການວັກແຊ້ງ

ວັກແຊ້ງປົກປ້ອງເດັກນ້ອຍຈາກພະຍາດອັນຕະລາຍຕ່າງໆ ເຊິ່ງລວມມີພະຍາດໄອໄກ່, ບາດທະຍັກ, ພະຍາດປວດບວມ, ພະຍາດຫັດໝາກແດງໃຫ່ຍ, ໂລກຕັບອັກເສບ B, ວັນນະໂລກ, ຖອກທ້ອງເຊິ່ງມີສາເຫດມາຈາກການຕິດເຊື້ອໂລຕາໄວຣັດສ໌ Rotavirus. ວັກແຊ້ງທີ່ປ້ອງກັນໂລກເຫດສພີວີ HPV (ຊະນິດໄວຣັດສ໌). ສາມາດປ້ອງກັນມະເຮັງບາງຊະນິດ. ຖ້າວ່າບັນດາລູກໆຂອງທ່ານໄດ້ຮັບວັກແຊ້ງ, ພວກເຂົາຈະຖືກປົກປ້ອງຈາກເຊື້ອພະຍາດທີ່ຮ້າຍແຮງຕ່າງໆໄດ້ເຊັ່ນກັນ.

ໃນຮູບມີແມ່ຍິງໜຸ່ມທີ່ອຸ້ມເດັກນ້ອຍກຳລັງລົມກັບແມ່ຍິງອາວຸໂສຢູ່.
ແຕ່ຂ້ອຍບໍ່ເຄີຍໄດ້ຍິນວ່າມີເດັກເປັນເປ້ຍລ່ອຍ(ໂປລີໂອ)ໃນເຂດນີ້.
ເມື່ອຂ້ອຍຍັງເປັນເດັກນ້ອຍພະຍາດນີ້ແມ່ນເປັນພະຍາດທີ່ຮຸນແຮງ. ດຽວນີ້ບໍ່ມີພະຍາດເປ້ຍລ່ອຍເພາະວ່າ ທຸກຄົນໄດ້ຮັບວັກແຊ້ງ ແລະວັກແຊ້ງເຫຼົ່ານີ້ສາມາດປ້ອງກັນພະຍາດເຫຼົ່ານີ້.

ຕາມປົກກະຕິແລ້ວວັກແຊ້ງສຳລັບແອນ້ອຍ ແລະເດັກນ້ອຍແມ່ນບໍ່ໄດ້ເສຍຄ່າໃຊ້ຈ່າຍຫັຍງ ແລະທຸກໆປະເທດແມ່ນມີຕາຕະລາງການໃຫ້ວັກແຊ້ງຂອງເຂົາເຈົ້າເອງ. ພະນັກງານສາທາລະນະສຸກກໍ່ມີຕາຕະລາງໄປຢ້ຽມຢຽມເດັກນ້ອຍເພື່ອແນ່ໃຈວ່າພວກເຂົາເຕີບໃຫ່ຍຂຶ້ນດີ ແລະເພື່ອເປັນການໃຫ້ວັກແຊ້ງນີ້ກໍ່ເພື່ອຊ່ວຍໃຫ້ເຂົາມີສຸຂະພາບດີຂຶ້ນ.

ວັກແຊ້ງຫຼາຍຊະນິດຖືກໃຫ້ຫຼາຍກວ່າໜຶ່ງຄັ້ງເພື່ອຊ່ວຍໃຫ້ຮ່າງກາຍຂອງຄົນເຮົາແຂງແຮງເຊິ່ງຈະສາມາດຕໍ່ສູ້ກັບພະຍາດໄດ້. ຫຼັງຈາກຄົນເຮົາໄດ້ຮັບວັກແຊ້ງເປັນຊຸດຄົບຖ້ວນແລ້ວ ຕົວຢ່າງເຊັ່ນ ຮັບວັກແຊ້ງ 3 ເຂັມໃນໄລຍະ 6 ເດືອນ, ພວກເຂົາຍັງຕ້ອງການສັກວັກແຊ້ງຕື່ມເພື່ອກະຕຸ້ນໃຫ້ການຮ່າງກາຍຂອງຄົນເຮົາສາມາດຕໍ່ສູ້ກັບເຊື້ອພະຍາດຕ່າງໆໄດ້.

NWTND bag question.png
ຈະເຮັດແນວໃດເມື່ອເດັກເຈັບປ່ວຍເມື່ອເວລາພວກເຂົາຮອດຍາມຮັບວັກແຊ້ງ?
NWTND bag arrow.png
ວັກແຊ້ງສາມາດໃຫ້ກັບຜູ້ໃດຜູ້ໜຶ່ງທີ່ເປັນໄຂ້ຫັວດ ຫຼືເຈັບເປັນເລັກໜ້ອຍ. ຖ້າວ່າເດັກມີບັນຫາສຸຂະພາບຮ້າຍແຮງ. ພະນັກງານສາທະລະນະສຸກຈະບອກຄອບຄົວຂອງເດັກໃຫ້ເລື່ອນການຮັບວັກແຊ້ງ. ເມື່ອສະມາຊິກໃນຄອບຄົວ ແລະຄົນໃນຊຸ່ມຊົນໄດ້ຮັບວັກແຊ້ງ. ມັນຈະສາມາດຊ່ວຍປ້ອງກັນການເຈັບເປັນໃຫ້ກັບຜູ້ທີ່ບໍ່ໄດ້ຮັບວັກແຊ້ງ.
NWTND vacc Page 3-1.png
NWTND bag question.png
ວັກແຊ້ງມັນປອດໄພບໍ?
NWTND bag arrow.png
ວັກແຊ້ງແມ່ນປອດໄພ. ພວກມັນບໍ່ໄດ້ເຮັດໃຫ້ເຈັບປ່ວຍ. ວັກແຊ້ງບາງປະເພດອາດຈະເຮັດໃຫ້ມີອາການເຈັບ ຫຼືເປັນໄຂ້ເລັກໜ້ອຍ, ແຕ່ມັນຈະເຊົາໄປເອງ. ຖ້າວ່າເຈົ້າໄດ້ຍິນຂ່າວລືວ່າການຮັບວັກແຊ້ງແມ່ນບໍ່ປອດໄພ, ແມ່ນໃຫ້ປຶກສາກັບພະນັກງານສາທາລະນະສຸກຜູ້ທີ່ເຊື່ອຖືໄດ້ເພື່ອຈະໄດ້ຂໍ້ມູນທີ່ເຊື່ອຖືກໄດ້ເຊັ່ນກັນ.
NWTND vacc Page 3-2.png
NWTND bag question.png
ວັກແຊ້ງພຽງແຕ່ສຳລັບເດັກ ບໍ?
NWTND bag arrow.png
ເດັກນ້ອຍທຸກໆຄົນຕ້ອງການໄດ້ຮັບວັກແຊ້ງ ແຕ່ການຄວາມຕ້ອງການວັກແຊ້ງແມ່ນບໍ່ໄດ້ສີ້ນສຸດລົງຫຼັງຈາກໄວເດັກແຕ່ຢ່າງໃດ. ສຳລັບພະຍາດບາງຊະນິດ ເດັກນ້ອຍທີ່ໃຫ່ຍແດ່ແມ່ນຕ້ອງການສັກຢາວັກແຊ້ງເພີ່ມເຕີມ, ເຊິ່ງເຂົາເອີ້ນ ວ່າ “ກະຕຸ້ນ” ເພື່ອໃຫ້ວັກແຊ້ງທີ່ສາມາດປ້ອງກັນພະຍາດຕ່າງໆໄດ້. ເພາະວ່າເມື່ອເວລາຜ່ານໄປລິດຂອງວັກແຊ້ງຈະໝົດໄປ. ແມ່ຍິງຖືພາຍັງໄດ້ຮັບວັກແຊ້ງເພື່ອປ້ອງກັນສຸຂະພາບຂອງແມ່ ແລະເດັກໃນທ້ອງອີກ. ຜູ້ເຖົ້າຜູ້ແກ່ ຫຼືຄົນເຈັບທີ່ເປັນພະຍາດຮ້າຍແຮງອາດຈະໄດ້ຮັບຜົນປະໂຫຍດຈາກການສັກວັກແຊ້ງເຊັ່ນກັນເພາະວ່າວັກແຊ້ງຈະສາມາດປ້ອງກັນການເຈັບປວ່ຍເຊັ່ນ: ພະຍາດໄຂ້ຫວັດໃຫ່ຍ ເຊິ່ງຮ່າງກາຍຂອງຄົນເຮົາບໍ່ສາມາດຕໍ່ຕ້ານໄດ້ດີ.
NWTND vacc Page 3-3.png
NWTND bag question.png
ຕົວເລກ ແລະຊະນິດຂອງວັກແຊ້ງມີການປ່ຽນແປງສົມທຽບໃສ່ຕອນຂ້ອຍຍັງນ້ອຍ. ຍ້ອນເຫດຜົນໃດ?
NWTND bag arrow.png
ສຳລັບພະຍາດບາງຢ່າງ ທີ່ມີບໍລິສັດຜະລິດຢາຫຼາຍຊະນິດເຮັດວັກແຊ້ງຂຶ້ນມາແມ່ນປອດໄພ ແລະເຮັດໜ້າທີ່ໄດ້ດີ. ມັນກໍ່ຍັງມີກຳນົດການທີ່ແຕກຕ່າງກັນ. ສະນັ້ນຖ້າວ່າສອງປະເທດໃຊ້ຢາວັກແຊ້ງທີ່ມີຍີ່ຫໍ້ແຕກຕ່າງກັນແມ່ນຈະມີຕາຕະລາງການໃຫ້ວັກແຊ້ງທີ່ຕ່າງກັນເຊັ່ນກັນ, ເຮົາເວົ້າໄດ້ວ່າແຕ່ລະປະເທດແມ່ນມີການປ່ຽນແປງ. ການປ່ຽນແປງຈະເກີດຂຶ້ນອີກເມື່ອມີການຜະລິດຢາວັກແຊ້ງຊະນິດໃໝ່ເກີດຂຶ້ນ ເພາະເຮົາບໍ່ໄດ້ໃຊ້ຢາຊະນິດເກົ່າແລ້ວ.
NWTND vacc Page 3-4.png



This page was updated: ໒໐ ມີນາ ໒໐໒໔