Hesperian Health Guides
ແມ່ນໃຜຕ້ອງການຮັບວັກແຊ້ງ ແລະເມື່ອໃດ?
ຂໍ້ມູນສຸຂະພາບ > ປຶ້ມຢູ່ໄກແພດສະບັບປັບປຸງໃໝ່ > ວັກແຊ້ງປ້ອງກັນພະຍາດຕ່າງໆ > ແມ່ນໃຜຕ້ອງການຮັບວັກແຊ້ງ ແລະເມື່ອໃດ?
- ເກືອບໝົດທຸກຄົນແມ່ນໄດ້ຮັບວັກແຊ້ງບາງຊະນິດ - ແອນ້ອຍ, ເດັກນ້ອຍ, ແລະຜູ້ໃຫ່ຍ. ເດັກໃຫ່ຍແດ່ ຫຼືຜູ້ໃຫ່ຍຜູ້ທີ່ບໍ່ໄດ້ຮັບວັກແຊ້ງແຕ່ຕອນຍັງເດັກອາດຈະໄດ້ຮັບພາຍຫຼັງ.
- ວັກແຊ້ງບາງຊະນິດມີຜົນປະໂຫຍດພຽງແຕ່ຄົງເຂດໃດໜຶ່ງເທົ່ານັ້ນ ແລະມັນຈະຖືກໃຫ້ກັບຜູ້ຄົນທີ່ອາໃສ ຫຼືມາຢ້ຽມຢາມບ່ອນນັ້ນເທົ່ານັ້ນ.
- ວັກແຊ້ງບາງຊະນິດບໍ່ໄດ້ຈຳເປັນສຳລັບໝົດທຸກຄົນ ແຕ່ວ່າມັນຖືກແນະນຳໃຫ້ກຸ່ມຄົນໃດໜຶ່ງໃຊ້ ເຊັ່ນ ແມ່ຍິງຖືພາ, ພະນັກງານສາທາລະນະສຸກ ຫຼືຜູ້ເຖົ້າ.
- ຕາມປົກກະຕິແລ້ວທຸກໆຄົນຈະໄດ້ຮັບວັກແຊ້ງເມື່ອມີພະຍາດໃໝ່ໆເກີດຂຶ້ນຄົງເຂດໃດໜຶ່ງ.
![ແມ່ຍິງຜູ້ໜຶ່ງກຳລັງເວົ້າ](https://pool.hesperian.org/w/images/thumb/5/53/NWTND_vacc_Page_4-1.png/430px-NWTND_vacc_Page_4-1.png)
ເນື້ອໃນ
ສັກຢາວັກເເຊ້ງເປັນປົກກະຕິປ້ອງກັນແອນ້ອຍ ແລະ ເດັກນ້ອຍ
ພະນັກງານສາທາລະນະສຸກໃຫ້ກວດເບິ່ງເດັກນ້ອຍ ຫຼາຍໆຄັ້ງໃນຊ່ວງປີທໍາອິດຂອງເດັກນີ້ກໍ່ໄລຍະທຳອິດຂອງການໃຫ້ ຢາວັກແຊ້ງຫຼາຍທີ່ສຸດ. ຢາຊະນິດໃດແດ່ ແລະໃນເວລາທີ່ແຕ່ລະຄົນໄດ້ຮັບຈະຂຶ້ນຢູ່ກັບຄໍາແນະນໍາດ້ານສຸຂະພາບໃນປະ ເທດຂອງທ່ານ.
![ພະນັກງານສາທາລະນະສຸກລົມກັບຜູ້ຊາຍ ແລະແມ່ຍິງທີ່ກຳລັງອຸ້ມລູກ.](https://pool.hesperian.org/w/images/thumb/1/1f/NWTND_vacc_Page_4-2.png/380px-NWTND_vacc_Page_4-2.png)
ເພື່ອໃຫ້ແອນ້ອຍ ແລະ ເດັກນ້ອຍມີສຸຂະພາບດີ, ການສັກຢາວັກແຊ້ງແມ່ນມີຄວາມສໍາຄັນຫຼາຍ ແຕ່ວ່າສະພາບການ ດໍາລົງຊີວິດແມ່ນສາມາດປ້ອງກັນພະຍາດເຊັ່ນກັນ. ນ້ໍາດື່ມທີ່ປອດໄພ, ສຸຂາພິບານ, ການລ້ຽງລູກດ້ວຍນົມແມ່ຢ່າງໝ້ອຍ 6 ເດືອນທໍາອິດ, ແລະໂພຊະນາການດີຈະປ້ອງກັນພະຍາດຫຼາຍຢ່າງ. (ເບິ່ງບົດ ນ້ໍາ ແລະ ສຸຂາພິບານ: ຫຼັກການທີ່ຢູ່ອາໃສດີ ແລະ ອາຫານເພື່ອສຸຂະພາບ.
ສັກຢາວັກແຊ້ງ ແລະ ຢາວັກແຊ້ງຊໍ້າຄືນເພື່ອກະຕຸ້ນ ແມ່ນສັກໃຫ້ກັບຜູ້ໃຫຍ່ໃນເວລາທີ່ຈໍາເປັນຕ້ອງສັກຢາວັກແຊ້ງອີກເທື່ອ ນອກຈາກທີ່ໄດ້ຮັບແລ້ວໃນໄວເດັກເພື່ອເຮັດໃຫ້ປ້ອງກັນຢູ່ດົນໆ ຫຼື ຍ້ອນວ່າພວກເຂົາບໍ່ໄດ້ ຮັບການສັກຢາປ້ອງກັນ ຄົບທຸກຊະນິດໃນຕອນຍັງພວກເຂົາຍັງນ້ອຍ.
ພະນັກງານສາທາລະນະສຸກໃນແຕ່ລະປະເທດແນະນໍາໃຫ້ກໍານົດເວລາສັກຢາປ້ອງກັນແອນ້ອຍ ແລະ ເດັກນ້ອຍ. ມັນສະແດງໃຫ້ເຫັນວ່າການສັກຢາປ້ອງກັນໃດໜຶ່ງແມ່ນ ໄດ້ຮັບພ້ອມກັນ ແລະ ຂຶ້ນກັບຊ່ວງອາຍຸໃດ. ເມື່ອບໍ່ ສາມາດສັກຢາວັກແຊ້ງ ສອງຢ່າງພ້ອມກັນໄດ້, ເປັນຍ້ອນວ່າມັນບໍ່ໄດ້ຮັບຜົນດີ ເມື່ອຢາຖືກນໍາໄປສັກໃສ່ ໃນຮ່າງກາຍໃນເວລາດຽວກັນ.
![ແມ່ຍິງກຳລັງຢືນຢູ່ຕໍ່ໜ້າຕາລະລາງສັກຢາວັກແຊ້ງເຊິ່ງອິງຕາມອາຍຸ.](https://pool.hesperian.org/w/images/thumb/3/32/Lo_NWTND_vacc_Page_5-1.png/500px-Lo_NWTND_vacc_Page_5-1.png)
ຢາວັກແຊ້ງ ແລະ HIV
ໂດຍທົ່ວໄປແລ້ວແອນ້ອຍ ແລະ ຜູ້ໃຫຍ່ທີ່ມີເຊື້ອ HIV ຕ້ອງສັກຢາປ້ອງກັນຄືກັນກັບຜູ້ອື່ນ. ເດັກ ຫຼື ຜູ້ໃຫຍ່ ທີ່ມີເຊື້ອ HIV ໃນບາງກໍລະນີອາດຈໍາເປັນຕ້ອງໃຊ້ຢາເພີ່ມເຕີມເຊັ່ນດຽວກັນກັບຢາວັກແຊ້ງຂອງໝາກແດງໃຫ່ຍ (measles).
ສໍາລັບຢາວັກແຊ້ງບາງຊະນິດ (BCG, MMR, OPV), ໃຫ້ແນ່ໃຈວ່າສຸຂະພາບມີສະພາບຄົງທີ່ ແລະ ໄດ້ຮັບ ການປິ່ນປົວດ້ວຍຢາຕ້ານເຊື້ອ HIV ກ່ອນການສັກຢາວັກແຊ້ງ. ການປິ່ນປົວ HIV ເຮັດໃຫ້ລະບົບພູມຄຸ້ມກັນ ຂອງຮ່າງກາຍແຂງແຮງຂຶ້ນ ແລະເຮັດໃຫ້ການສັກຢາປ້ອງກັນນີ້ເຮັດວຽກໄດ້ດີຂຶ້ນ.
ສໍາລັບວັກແຊ້ງ BCG, ຖ້າວ່າແມ່ມີເຊື້ອ HIV ມັນຈະປອດໄພທີ່ສັກໃຫ້ເດັກຕອນເກີດເລີຍ. ຢ່າງໃດກໍ່ຕາມ, ຖ້າເດັກໃຫຍ່ ແລະ ມີເຊື້ອ HIV, ໄດ້ປິ່ນປົວເຊື້ອ HIV ກ່ອນ.
![ພະນັກງານສາທາລະນະສຸກສັກຢາໃຫ້ແມ່ຍິງຖືພາ](https://pool.hesperian.org/w/images/thumb/b/b3/NWTND_vacc_Page_6-1.png/280px-NWTND_vacc_Page_6-1.png)
ຢາວັກແຊ້ງ ແລະ ການຖືພາ
ຢາວັກແຊ້ງປ້ອງກັນສຸຂະພາບແມ່ ແລະ ການພັດທະນາການເດັກນໍາ. ນອກຈາກນັ້ນ, ແມ່ຍິງຖືພາສົ່ງຜ່ານສິ່ງ ທີ່ເປັນສານຕ້ານເຊື້ອໄວຣັດສ໌ໃຫ້ລູກໃນທ້ອງຂອງລາວທີ່ຈະຊ່ວຍປົກປ້ອງເດັກຫຼັງຈາກເກີດ. ເດັກເກີດໃໝ່ ແມ່ນອາດນ້ອຍເກີນໄປສໍາລັບຢາວັກແຊ້ງບາງຊະນິດທີ່ຈະຊັກໃນອາທິດ ຫຼືເດືອນທໍາອິດຂອງພວກເຂົາ.
ແບ່ງປັນຂໍ້ມູນນີ້ກັບພໍ່ແມ່ຂອງເດັກຍິງ ແລະ ແມ່ຍິງທີ່ກໍາລັງຖືພາ:
- ການສັກຢາວັກແຊ້ງບໍ່ມີຜົນຕໍ່ເດັກຍິງ ຫຼືຄວາມສາມາດຂອງແມ່ຍິງທີ່ຈະຖືພາ.
- ຢາວັກແຊ້ງສ່ວນຫຼາຍແມ່ນ ມີຄວາມປອດໄພໃນເວລາຖືພາ.
- ເມື່ອເດັກຍິງໄດ້ຮັບການສັກຢາວັກແຊ້ງຄົບຖ້ວນໃນຕອນເປັນເດັກນ້ອຍ, ຄວາມຈຳເປັນຈະໃຫ້ຢາ ວັກແຊ້ງໜ້ອຍລົງໃນເວລາຖືພາ. ວັກແຊ້ງປ້ອງກັນໄຂ້ໝາກແດງນ້ອຍ (German measles -ຫັດເຍຍລະມັນ) ເປັນຕົວຢ່າງທີ່ດີຂອງຢາວັກແຊ້ງທີ່ຊ່ວຍໃຫ້ເດັກນ້ອຍ ຫຼື ແມ່ຍິງໄວໝຸ່ມກ່ອນການ ຖືພາເພາະວ່າໄຂ້ໝາກແດງນ້ອຍໃນແມ່ມານເປັນອັນຕະລາຍສໍາລັບເດັກ.
- ທຸກໆຄົນຕ້ອງການສັກຢາວັກແຊ້ງປ້ອງກັນບາດທະຍັກຊໍ້າເມື່ອຫຼາຍປີຜ່ານໄປ, ເຖິງວ່າຈະເປັນຢາສັກເທື່ອ ດຽວ ຫຼືເປັນສ່ວນໜຶ່ງຂອງຢາວັກແຊ້ງປະສົມ. ຖ້າວ່າແມ່ຍິງບໍ່ໄດ້ສັກຢາປ້ອງກັນບາດທະຍັກຊ່ວງເວລາ ມໍ່ໆນັ້ນ, ລາວຕ້ອງໄດ້ຮັບຢານັ້ນໃນເວລາຖືພາ. ຢາວັກແຊ້ງປ້ອງກັນການຕິດເຊື້ອບາດທະຍັກທີ່ເປັນ ອັນຕະລາຍໃນເດັກເກີດໃໝ່ທີ່ເກີດຈາກເຄື່ອງມືທີ່ບໍ່ມີການອະເຊື້ອທີ່ໃຊ້ໃນເວລາເກີດລູກ.
- ໃນປະເທດຂອງທ່ານ, ພະນັກງານສາທາລະນະສຸກສາມາດແນະນໍາໃຫ້ສັກຢາວັກແຊ້ງໃນເວລາຖືພາ, ເຊັ່ນວ່າວັກແຊ້ງປ້ອງກັນພະຍາດໄອໄກ່ ຫຼືໄຂ້ຫວັດ.
ວັກແຊ້ງບາງຊະນິດແມ່ນຫ້າມບໍ່ໃຫ້ໃຊ້ໃນເວລາຖືພາເຊັ່ນວັກແຊ້ງ BCG ຫຼື ໝາກແດງນ້ອຍ (German measles -ຫັດເຍຍລະມັນ). ທຳອິດຖາມແມ່ຍິງທຸກຄັ້ງກ່ອນຈະສັກຢາປ້ອງກັນຖ້າວ່າລາວອາດຈະຖືພາຢູ່.
ບັນທຶກການສັກຢາວັກແຊ້ງ
![an immunization record.](https://pool.hesperian.org/w/images/thumb/7/76/Lo_NWTND_vacc_Page_7-1.png/270px-Lo_NWTND_vacc_Page_7-1.png)
ຖາມຫາ ແລະ ຂໍເອົາບັດບັນທຶກການສັກຢາວັກແຊ້ງ ຫຼືເອກະສານທີ່ສະແດງຊື່ ແລະວັນທີຂອງການສັກຢາວັກແຊ້ງ. ເດັກນ້ອຍມັກຈະຕ້ອງການບັນທຶກເຫຼົ່ານີ້ເພື່ອລົງທະບຽນເຂົ້າໂຮງຮຽນ ແລະຜູ້ໃຫຍ່ຕ້ອງການເພື່ອປະກອບເອກະ ສານໃນການເຮັດວຽກ, ການເດີນທາງ ແລະສະແດງພະນັກງານສາທາລະນະສຸກຮູ້ວ່າມີວັກແຊ້ງຊະນິດໃດທີ່ໄດ້ຮັບແລ້ວ ແລະວັກແຊ້ງຊະນິດໃດທີ່ພວກເຂົາຍັງຕ້ອງການ. ຖ້າພວກເຂົາບໍ່ມີບັດຢູ່ຄລີນິກຂອງທ່ານ, ໃຫ້ທ່ານບັນທຶກດ້ວຍຕົວທ່ານເອງ ແລະໃຫ້ຄົນທີ່ຈະຖືກສັກຢາວັກແຊ້ງປະກອບຂໍ້ມູນ ແລະລົງລາຍເຊັນ.