Hesperian Health Guides
ພະນັກງານສາທາລະນະສຸກ: ກຸນແຈສໍາຄັນຂອງການ ສັກຢາວັກແຊ້ງ
ຂໍ້ມູນສຸຂະພາບ > ປຶ້ມຢູ່ໄກແພດສະບັບປັບປຸງໃໝ່ > ວັກແຊ້ງປ້ອງກັນພະຍາດຕ່າງໆ > ພະນັກງານສາທາລະນະສຸກ: ກຸນແຈສໍາຄັນຂອງການ ສັກຢາວັກແຊ້ງ
ຖ້າທ່ານເຮັດວຽກຢູ່ໃນສຸກສາລາ ຫຼື ຄລີນິກ:
- ເປັນຄວາມເປັນກັນເອງ ແລະ ຕ້ອນຮັບຜູ້ເປັນພໍ່ແມ່ຂອງເດັກແຕ່ລະຄົນ. ເຮັດໃຫ້ຜູ້ພໍ່ແມ່ຮູ້ວ່າຖ້າພວກເຂົາມີຄຳຖາມແມ່ນໃຫ້ຖາມໂລດ ໃຫ້ຄິດວ່າການມີຄຳຖາມແມ່ນສິ່ງທີ່ດີ ແລະບໍ່ໃຫ້ພວກເຂົາຮູ້ສຶກບໍ່ດີທີ່ຈະຖາມຄຳຖາມ.
- ເພາະວ່າການສັກຢາອາດຈະເຈັບ ເຮັດແນວໃດກະຢ່າທີ່ຈະເຮັດໃຫ້ເດັກໄດ້ປະສົບການທີ່ດີກວ່າ. ທ່ານສາມາດລໍ້ພວກເຂົາບໍ່ໃຫ້ສົນໃຈນຳການສັກຢາໂດຍການເອົາຜ້າສີແຈ້ງໆມາບໍ້ ຫຼືເຮັດສຽງອັນໃດໜຶ່ງທີ່ເດັກສົນໃຈ.
- ອະທິບາຍໃຫ້ຜູ້ຄົນ ຫຼືແຕ່ລະຄອບຄົວຮູ້ໄດ້ວ່າດ້ວຍເຫດໃດຕ້ອງມີການຮັບວັກແຊ້ງກ່ອນທີ່ຈະມີການໃຫ້ວັກແຊ້ງ. ອະທິບາຍໃຫ້ຮູ້ວ່າມັນເປັນເລື່ອງທຳມະດາທີ່ເປັນສາເຫດຂອງອາການໄຂ້ ຫຼືເຈັບນຳແຂນເຊິ່ງສະນັ້ນພໍ່ແມ່ບໍ່ຕ້ອງເປັນຫວ່ງ. ອະທິບາຍໃຫ້ຮູ້ວ່າພໍ່ແມ່ຈະເຮັດຄືແນວໃດຖ້າພໍ່ແມ່ສັງເກດເຫັນອາການອັນຕະລາຍຕ່າງໆເຊັ່ນ ອາການແພ້.
- ຖ້າວ່າຄລີນິກຂາດວັກແຊ້ງ ໃຫ້ຂໍຄວາມຊ່ວຍເຫຼືອຈາກຄລີນິກແຫ່ງອຶ່ນ ຫຼືວາງແຜນວ່າເມື່ອໃດທີ່ພວກເຂົາຄວນຈະກັບມາຮັບວັກແຊ້ງ. ທ່ານສາມາດຂຽນໄວ້ໃນບັດສະມາຊິກຂອງຄລີນິກ ຫຼືບົດບັນທຶກການໃຫ້ຢາວັກແຊ້ງ.
- ໃຫ້ຄວາມຊ່ວຍເຫຼືອແກ່ລະຄອບຄົວໃນການເກັບຮັກສາບັນທຶກການສັກວັກແຊ້ງໃສ່ປື້ມສຸຂະພາບເດັກ ຫຼືວິທີການອຶ່ນໆ. ນີ້ເພື່ອເປັນການຊຸກຍູ້ຜູ້ຄົນໃຫ້ມີການວາງແຜນ ແລະຕັດສິນໃຈເພື່ອສຸຂະພາບຂອງລູກໆພາກເຂົາ.
ມີຄລີນິກຫຼາຍແຫ່ງທີ່ຍັງບໍ່ມີຢາຄົບຕາມທີ່ຕ້ອງການ. ຖ້າວ່າມັນເປັນສາເຫດທີ່ເຮັດໃຫ້ຜູ້ຄົນມີປະສົບການທີ່ບໍ່ຄ່ອຍດີໃນຄລີນິກ, ພວກເຂົາອາດຈະບໍ່ມາຮັບວັກແຊ້ງຄືນອີກ. ເຖິງແມ່ນວ່າມີພຽງແຕ່ພະນັກງານສາທາລະນະສຸກບໍ່ຫຼາຍຄົນ ຫຼືບໍ່ມີຢາວັກແຊ້ງທີ່ພຽງພໍ, ໃຫ້ຫາວິທີທາງເພື່ອປັບປຸງໃຫ້ຄົນມີປະສົບການທີ່ດີ ແລະເຮັດໃຫ້ມີຄວາມຮູ້ສຶກທີ່ດີໃນການມາຄລີນິກ.
ໃນຊຸມຊົນ, ສົ່ງເສີມຄອບຄົວໃຫ້ໄດ້ຮັບການສັກຢາວັກແຊ້ງ:
- ເຂົ້າເຖິງທັງແມ່ ແລະພໍ່. ເຖິງແມ່ນວ່າມີພຽງແຕ່ແມ່ເປັນຜູ້ເອົາລູກມາຫາຄລີນິກ, ເມື່ອຜູ້ເປັນພໍ່ເຂົ້າໃຈຄວາມສຳຄັນຂອງວັກແຊ້ງ, ເດັກນ້ອຍເບິ່ງຄືວ່າຈະຕ້ອງຮັບວັກແຊ້ງ. ມັນອາດຈະເປັນການຈະຊ່ວຍລົມກັບພໍ່ຕູ້ແມ່ຕູ້ ຫຼືສະມາຊິກໃນຄອບຄົວຄົນອື່ນໆ.
- ຖ້າວ່າມີຄອບຄົວທີ່ຫຼີກລ້ຽງການຮັບວັກແຊ້ງ, ໃຫ້ຊອກຫາເຫດຜົນວ່າຍ້ອນຫັຍງ. ມັນອາດຈະຍ້ອນບັນຫາກ່ຽວກັບການຄົມມະນາຄົມຂົນສົ່ງ, ເງິນ, ຫຼືບາງຢ່າງທີ່ເຈົ້າສາມາດຊ່ວຍແກ້ໄຂບັນຫາໄດ້. ເຮັດໃຫ້ເຂົາເຈົ້າໝັ້ນໃຈໃນຄວາມປອດໄພ ແລະຄຸນຄ່າຂອງວັກແຊ້ງ.
- ມີການເຝຶກຊ້ອມ ແລະໃຫ້ຫຼາຍກຸ່ມຄົນເຊັ່ນແພດຜະດຸງຄັນ ຫຼືຜູ້ຄົນຊ່ວຍແມ່ຍິງຖືພາ ແລະແມ່ລູກຫົວສາວມີສວ່ນຮ່ວມສະນັ້ນພວກເຂົາສາມາດຕອບຄຳຖາມກ່ຽວກັບວັກແຊ້ງ ແລະຊ່ວຍໃຫ້ຜູ້ຄົນໄດ້ຮັບວັກແຊ້ງ.
- ໃຫ້ເດັກມີສວ່ນຮ່ວມໃນການໂຄສະນາວັກແຊ້ງ. ຖ້າວ່າເດັກນ້ອຍຮຽນຮູ້ກ່ຽວກັບວັກແຊ້ງໃນໂຮງຮຽນແລ້ວ, ພວກເຂົາສາມາດລົມກັບຜູ້ເປັນພໍ່ແມ່ຂອງພວກເຂົາກ່ຽວກັບວັກແຊ້ງໃຫ້ກັບພີ່ນ້ອງ, ສະມາຊິກໃນຄອບຄົວ ແລະ ເພື່ອນບ້ານ.
- ເຮັດໃນສິ່ງທີ່ໄດ້ຜົນດີໃນຊຸມຊົນຂອງທ່ານ. ໂອ້ລົມກັບຜູ້ຄົນຈົນຮອດເຮືອນຂອງພວກເຂົາອາດຈະຊ່ວຍໄດ້. ຫຼືວ່າເຈົ້າອາດຈະຫາວ່າພໍ່ແມ່ຜູ້ໃດມັກມາໂຮງໝໍ. ປຶກສາກັບຄູ ແລະຜູ້ນຳທາງສາດສະໜາ ຫຼື ຜູ້ນຳຊຸມຊົນທີ່ສາມາດຊຸກຍູ້ໃຫ້ຫຼາຍຄົນໄປຮັບວັກແຊ້ງ.
ທ່ານຮູ້ຈັກຊຸມຊົນຂອງທ່ານທີ່ດີທີ່ສຸດ. ເມື່ອມີການຈັດຕັ້ງເພື່ອຈະເຮັດແນວໃດຈະມີໝັ້ນໃຈວ່າເດັກນ້ອຍທຸກຄົນຈະໄດ້ຮັບວັກແຊ້ງ, ໃຫ້ເບິ່ງວ່າແມ່ນໃຜທີ່ທ່ານກຳລັງພະຍາຍາມທີ່ຈະເຂົ້າເຖິງ ແລະຈະເຮັດແນວໃດເພື່ອຈູງໃຈພວກເຂົາໄດ້, ຮູ້ຈັກວ່າພວກເຂົາມີຄວາມກັງວົນຫັຍງ, ແມ່ນໃຜເປັນຄົນຕັດສິນໃຈໃນຄອບຄົວ, ແລະຈະເຮັດໃຫ້ຜູ້ນຳຊຸມຊົນທີ່ເຄົາລົບນັບຖືມີສ່ວນຮ່ວມຄືແນວໃດ. ພ້ອມນັ້ນຍັງຊອກຫາວິທີທາງຖ້າວ່າມັນຍາກສຳລັບຜູ້ຄົນທີ່ຈະໄດ້ຮັບການແນະນຳທາງດ້ານສຸຂະພາບ ແລະການບໍລິການສຸຂະພາບ ແລະຈະເຮັດໃຫ້ມັນງ່າຍແນວໃດ.
ໂຮງຮຽນສາມາດສອນຄົນໜຸ່ມນ້ອຍກ່ຽວກັບຄວາມສຳຄັນຂອງວັກແຊ້ງ ແລະບອກເຖິງວ່າມັນມີໜ້າທີ່ແນວໃດຕາມຫຼັກວິທະຍາສາດ. ໂຄງການໃຫ້ຢາວັກແຊ້ງສາມາດເຂົ້າເຖິງເດັກນ້ອຍໄດ້ໂດຍການໃຫ້ວັກແຊ້ງຢູ່ໂຮງຮຽນ. |
ການມີສ່ວນຮ່ວມຂອງສາທາລະນະຊົນ: ການສັກຢາສໍາລັບຄວາມສະເໝີພາບ
ວັກແຊ້ງສາມາດກຳຈັດ ຫຼືຫຼຸດຜ່ອນການແຜ່ລາມຂອງພະຍາດຫຼາຍຊະນິດທີ່ເມື່ອກ່ອນແມ່ນໄດ້ເປັນສາເຫດຂອງການເສຍຊີວິດ ຫຼືບັນຫາສຸຂະພາບທີ່ຮຸນແຮງ. ແຕ່ວ່າມັນແມ່ນຄວາມຈິງທີ່ສຸດບ່ອນທີ່ວ່າວັກແຊ້ງແມ່ນຟຼີ ຫຼືບໍ່ແພງ, ລະບົບສຸຂະພາບທີ່ໃຫ້ການບໍລິການໃນການໃຫ້ວັກແຊ້ງສາມາດເຮັດໜ້າທີ່ໄດ້ດີ. ນີ້ມັນແມ່ນເຫດຜົນທີ່ສຳຄັນຫຼາຍທີ່ຈະມອບໜ້າທີ່ນີ້ເປັນຂອງລັດຖະບານ ແລະບໍລິສັດຜະລິດຢາ. ພະນັກງານສາທາລະນະສຸກ, ອາຈານສອນ, ແລະຜູ້ນຳຊຸມຊົນຕ່າງໆ ຕ້ອງເວົ້າເພື່ອສະໜັບສະໜູນວ່າການສັກວັກແຊ້ງແມ່ນປອດໄພ, ບໍ່ໄດ້ເສຍຄ່າຫຍັງ ແລະມີໃຫ້ສຳລັບທຸກໆທີ່ຕ້ອງການ ບໍ່ວ່າຈະເປັນຄົນໜຸ່ມ ຫຼືອາວຸໂສ. ປະຊາຊົນຕ້ອງກົດດັນໃຫ້ລັດຖະບານຂອງພວກເຂົາແກ້ໄຂບັນຫານ້ຳບໍ່ສະອາດ, ຂາດສຸຂະອານາໄມ, ຄວາມທຸກຍາກ, ການແບ່ງຊັ້ນວັນນະ, ແລະຂາດແຂນຢາວັກແຊ້ງ— ເຊິ່ງທັງໝົດແມ່ນສາເຫດຂອງບັນຫາສຸຂະພາບ.