Hesperian Health Guides
ການເບິ່ງແຍງເດັກ
ຂໍ້ມູນສຸຂະພາບ > ປຶ້ມຢູ່ໄກແພດສະບັບປັບປຸງໃໝ່ > ການເບິ່ງແຍງເດັກ
ອາຫານທີ່ມີສານອາຫານຄົບຖ້ວນ, ມີຄວາມສະອາດ ແລະ ສະພາບສຸກຂະອະນາໄມ ແລະ ຢາວັກຊີນປ້ອງກັນບັນດາພະຍາດທີ່ພົບເລື້ອຍໃຫ້ແກ່ເດັກນັ້ນປຽບເໝືອນສິ່ງທີ່ປ້ອງກັນເດັກຈາກພະຍາດຕິດເຊື້ອຕ່າງໆ ແລະ ເຮັດໃຫ້ເດັກມີສຸຂະພາບດີ. |
ບຸກຄົນໃນຄອບຄົວໂດຍສະເພາະແມ່ນພໍ່ແມ່ ແລະ ພະນັກງານສາທາລະນະສຸກສາມາດຮຽນຮູ້ເພີ່ມເຕີມກ່ຽວກັບໂພສະນາການໃນບົດທີ່ເວົ້າກ່ຽວກັບອາຫານເພື່ອສຸຂະພາບ, ການຮັກສາຄວາມສະອາດ ແລະ ສຸຂະອະນາໄມຢູ່ໃນບົດທີ່ເວົ້າກ່ຽວກັບນໍ້າ ແລະ ສຸກຂະນາໄມ: ປັດໄຈສຳຄັນຂອງການມີສຸຂະພາບທີ່ດີ ແລະ ການສັກຢາວັກຊີນ ເພື່ອປ້ອງກັນການເຈັບເປັນໃນເດັກນ້ອຍ.
ໂດຍສະເພາະເດັກນ້ອຍແລ້ວ, ການປ້ອງກັນເຂົາເຈົ້າ ຈາກພະຍາດແມ່ນມີຄຸນຄ່າຫຼາຍກວ່າການປິ່ນປົວພະຍາດ.
ອາຫານທີ່ມີສານອາຫານຄົບຖ້ວນ
ການໃຫ້ສານອາຫານທີ່ພຽງພໍເປັນປັດໃຈໜຶ່ງທີ່ເຮັດໃຫ້ເດັກເຕີບໂຕຢ່າງເໝາະສົມພ້ອມທັງມີສຸຂະພາບທີ່ດີ. ອາຫານເພື່ອສຸຂະພາບນັ້ນເປັນສິ່ງທີ່ທ່ານ ແລະ ລູກຂອງທ່ານນັ້ນສາມາດກິນໄດ້ ເຖິງວ່າທ່ານຈະມີເງິນພຽງເລັກໜ້ອຍກໍຕາມ. ນອກຈາກນີ້ຍັງມີບົດທີ່ອະທິບາຍ ກ່ຽວກັບການປິ່ນປົວເດັກ ແລະ ຜູ້ໃຫຍ່ທີ່ຂາດສານອາຫານ. ທ່ານສາມາດໃຫ້ອາຫານທີ່ມີຄຸນປະໂຫຍດ ແລະ ດີຕໍ່ລູກຂອງທ່ານໂດຍການອ່ານບົດແນະນຳດັ່ງຕໍ່ໄປນີ້.
ສຳລັບເດັກນ້ອຍຫຼັງເກີດ 6 ເດືອນທຳອິດ
ນໍ້ານົມແມ່ຖືວ່າເປັນສິ່ງທີ່ເດັກຕ້ອງການທີ່ສຸດເພາະນຳ້ນົມແມ່ນັ້ນມີສານອາຫານທີ່ຄົບຖ້ວນ. ທ່ານຄວນໃຫ້ເດັກໄດ້ຮັບນົມແມ່ທຸກໆ 3 ຫາ 4 ຊົ່ວໂມງໃນມື້ໜຶ່ງ, ອາດໃຫ້ໜ້ອຍເທື່ອໃນຕອນກາງຄືນ. ຫ້າມໃຫ້ນໍ້າ, ນໍ້າໝາກໄມ້ ຫຼືອາຫານແຫຼວຈົນກວ່າແຂ້ວເຫຼັ້ມທຳອິດຂອງເດັກຈະປົ່ງ ເຊິ່ງໝາຍຄວາມວ່າ 6 ເດືອນທຳອິດນັ້ນເອງ. ເພາະການໃຫ້ອາຫານເດັກໃນໄວອາຍຸນີ້ຈະເປັນສາເຫດເຮັດໃຫ້ເດັກຖອກທ້ອງໄດ້.
ອ່ານເພີ່ມໜ້າ ໃນບົດເດັກນ້ອຍເກີດໃໝ່ ແລະ ການລ້ຽງລູກດ້ວຍນົມແມ່ ແມ່ນຈະຊ່ວຍໃຫ້ສາມາດຮູ້ໄດ້ວິທີການໃຫ້ນົມລູກທີ່ຖືກຕ້ອງ.
ສຳລັບເດັກອາຍຸ 6 ຫາ 12 ເດືອນ (1 ປີ)
ສ່ວນໃຫຍ່ແລ້ວເດັກໃນໄວອາຍຸນີ້ຈະເລີ່ມມີພາວະຂາດສານອາຫານໄດ້ງ່າຍ. ເພື່ອເຮັດໃຫ້ເດັກມີສຸຂະພາບດີ, ຄວນສືບຕໍ່ລ້ຽງລູກດ້ວຍນົມແມ່ ແລະ ເລີ່ມໃຫ້ອາຫານເດັກຫຼາຍໆຄັ້ງໃນມື້ໜຶ່ງ. ເລີ່ມໃຫ້ອາຫານເດັກໜຶ່ງ ຫຼືສອງເຍື່ອງເຊັ່ນ: ພວກຕົ້ມເຂົ້າປຽກ ຫຼືອາຫານທີ່ເປັນອາຫານຫຼັກທ່ານກິນໃນທຸກວັນທີ່ມີສ່ວນປະສົມຂອງນໍ້າມັນເລັກໜ້ອຍ ຫຼືໄຂມັນ.
ອາຫານທີ່ຄົບໝວດໝູ່ປະກອບມີດັ່ງຕໍ່ໄປນີ້:
- ໃຫ້ອາຫານທີ່ມີສ່ວນປະກອບຂອງໂປຼຕີນໜຶ່ງເທື່ອຕໍ່ມື້ ຫຼືຫຼາຍກວ່ານັ້ນເຊັ່ນ: ຜະລິດຕະພັນຂອງຖົ່ວ (ເຕົ້າຮູ້ກ້ອນ ຫຼືນໍ້າເຕົາຮູ້ເປັນຕົ້ນ), ໄຂ່, ຜະລິດຕະພັນກ່ຽວກັບນົມ, ຊີ້ນປາທີ່ສຸກແລ້ວເປັນຕົ້ນ.
- ຜັກ: ຕົ້ມໝາກອື ຫຼືຕະກູນໝາກນໍ້າເຕົ້າຕ່າງໆ, ພວກຜັກສີຂຽວ, ແຄຣ໊ອດ, ໝາກເລັ່ນ ຫຼືໝາກກ້ຽງ, ພືດຈຳພວກສີສົ້ມ ຫຼືສີຂຽວທີ່ທ່ານສາມາດຫາໄດ້ໃນບ້ານຂອງທ່ານເປັນຕົ້ນ.
- ໝາກໄມ້: ໝາກມ່ວງ, ໝາກຮຸ່ງ, ໝາກເບລີ, ຫຼືໝາກກ້ວຍເປັນຕົ້ນ.
ຫຼັງຈາກອາຍຸ 1 ປີ
ຄວນສືບຕໍ່ລ້ຽງເດັກດ້ວຍນົມແມ່ຈົນກວ່າເດັກໄດ້ 2 ປີ ຫຼືຫຼາຍກວ່ານັ້ນ.
ໃຫ້ສານອາຫານໃຫ້ພຽງພໍມີຄວາມຫຼາກຫຼາຍຄົບຫມວດໝູ່ຄືກັນກັບຜູ້ໃຫຍ່ເຊັ່ນວ່າ: ອາຫານທີ່ມີທາດແປ້ງ, ໂປຼຕີນ ແລະ ພວກຜັກ-ໝາກໄມ້ຕ່າງໆ. ເດັກຄວນໄດ້ຮັບອາຫານ 4 ຄາບຕໍ່ມື້ ຫຼືຫຼາຍກວ່ານັ້ນກໍໄດ້. ເດັກຕ້ອງໄດ້ຮັບອາຫານຫຼາຍຂື້ນຖ້າຫາກວ່າເດັກໄດ້ເຊົານົມແມ່ແລ້ວ.
ໃຫ້ສານອາຫານໃຫ້ພຽງພໍມີຄວາມຫຼາກຫຼາຍຄົບຫມວດໝູ່ຄືກັນກັບຜູ້ໃຫຍ່ເຊັ່ນວ່າ: ອາຫານທີ່ມີທາດແປ້ງ, ໂປຼຕີນ ແລະ ພວກຜັກ-ໝາກໄມ້ຕ່າງໆ. ເດັກຄວນໄດ້ຮັບອາຫານ 4 ຄາບຕໍ່ມື້ ຫຼືຫຼາຍກວ່ານັ້ນກໍໄດ້. ເດັກຕ້ອງໄດ້ຮັບອາຫານຫຼາຍຂື້ນຖ້າຫາກວ່າເດັກໄດ້ເຊົານົມແມ່ແລ້ວ.
ເດັກນ້ອຍຄວນຄ້າຍຄືກັນກັບໄກ່: ມັກກິນຕະຫຼອດເວລາ
ຂວດນົມ
ຂວດນົມ ຫຼືກະຈຸກນົມທີ່ເປັນຢາງໃຫ້ເດັກດູດນັ້ນແມ່ນບໍ່ປອດໄພສຳລັບເດັກຍ້ອນວ່າ ສິ່ງເຫຼົ່ານັ້ນທຳຄວາມສະອາດຍາກ. ສິ່ງເຫຼົ່ານັ້ນເປັນພາຫະຂອງເຊື້ອທີ່ເຮັດໃຫ້ເກີດການຖອກທ້ອງ. ຫາກທ່ານຕ້ອງການປ້ອນນົມເດັກນ້ອຍໃນຂະນະທີ່ແມ່ຂອງເຂົາເຈົ້າອອກໄປວຽກນອກ, ໃຫ້ເອົານໍ້ານົມແມ່ທີ່ໄດ້ກຽມໄວ້ນັ້ນປ້ອນດ້ວຍບ່ວງ ຫຼືຈອກທີ່ສະອາດ. ເດັກທີ່ໃຫຍ່ແດ່ແລ້ວບໍ່ຄວນໃຊ້ຂວດນົມ. ການເອົານໍ້າຫມາກໄມ້, ອາຫານແຫຼວ, ຫຼືນົມໃສ່ໃນຂວດໃຫ້ເດັກທີ່ເລີ່ມມີແຂ້ວແລ້ວນັ້ນ, ນໍ້າຕານທີ່ຖືກສະສົມໄວ້ໃນນັ້ນເປັນສາເຫດເຮັດໃຫ້ເກີດແຂ້ວແມງໃນເດັກໄດ້. ເດັກສາມາດຮຽນຮູ້ການດື່ມນໍ້າດ້ວຍຈອກໄດ້ຢ່າງງ່າຍດາຍ.
ອາຫານທີ່ບໍ່ມີປະໂຫຍດ
ເຂົ້າໜົມເຄັກ, ເຂົ້າໜົມອົມ, ມັນແຜ່ນທອດ ແລະ ອາຫານອື່ນໆທີ່ເປັນອາຫານແຊ່ແຂງ ຫຼືເຮັດສຳເລັດຮູບ ສິ່ງເຫຼົ່ານີ້ເຮົາເອີ້ນວ່າ “ອາຫານທີ່ບໍ່ມີປະໂຫຍດ”. ອາຫານຈຳພວກນີ້ມີສ່ວນປະກອບຂອງນໍ້າຕານ, ເກືອ, ໄຂມັນ ແລະ ສານເຄມີຕ່າງໆເຊິ່ງບໍ່ຖືກຕາມຫຼັກໂພສະນາການ. ການບໍລິໂພກອາຫານເຫຼົ່ານີ້ຫຼາຍເຮັດໃຫ້ເກີດແຂ້ວຜຸພັງ ແລະ ຍັງກໍ່ໃຫ້ເກີດຄວາມດັນເລືອດສູງ, ເບົາຫວານ ແລະ ຫຼາຍໆບັນຫາທີ່ອັນຕະລາຍຕໍ່ສຸຂະພາບກໍຈະຕາມມາອີກດ້ວຍ.
ຫາກວ່າອາຫານຈຳພວກນີ້ມີຂາຍໂດຍທົ່ວໄປ ເດັກນ້ອຍເອງກໍຈະຖາມກິນຂອງເຫຼົ່ານີ້ເພາະວ່າມັນມີລົດຊາດດີ. ສຳລັບພໍ່ແມ່ ແລະ ພະນັກງານສາທາລະນະສຸກແລ້ວ ມັນເປັນຫນ້າທີ່ຂອງພວກທ່ານທີ່ຈະຊ່ວຍບໍ່ໃຫ້ເດັກລື້ງເຄີຍກັບການບໍລິໂພກອາຫານເຫຼົ່ານີ້. ເມື່ອເດັກບອກວ່າເຂົາເຈົ້າຫິວ ເຮົາຄວນເອົາພວກໝາກໄມ້ສົດ, ໝາກຖົ່ວ, ໂຢເກີດ, ອາຫານເຊົ້າທີ່ເຮັດຈາກເຂົ້າໂອດໃສ່ນ້ຳ ຫຼືນົມ ຫຼືອາຫານທີ່ມີຄຸນຄ່າອື່ນໆໃຫ້ເຂົາເຈົ້າຍັງດີກວ່າ ແລະ ບໍ່ມີນ້ຳຕານອີກດ້ວຍ. ສອນໃຫ້ເດັກ ຮູ້ຈັກວ່າການກິນອາຫານທີ່ມີສານອາຫານຄົບໝວດໝູ່ກໍມີລົດຊາດທີ່ດີຄືກັນ. ການກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍຈະຊ່ວຍໃຫ້ເດັກເຕີບໃຫຍ່ ແລະ ມີພັດທະນາການທີ່ດີ.
ເດັກເຕີບໃຫຍ່ ແລະ ແຂງແຮງໄດ້ກໍຕໍ່ເມື່ອເຂົາໄດ້ຮັບສານອາຫານທີ່ດີ, ບໍ່ແມ່ນການກິນອາຫານທີ່ບໍ່ມີປະໂຫຍດ.
ຄວາມສະອາດ ແລະ ການມີສຸຂະອະນາໄມ
ໃຫ້ເດັກລ້າງມືກ່ອນກິນເຂົ້າທຸກໆຄັ້ງ ແລະ ຮູ້ການລ້າງມືເປັນປະຈຳໃນແຕ່ລະມື້. ສ່ວນໃຫຍ່ແລ້ວພະຍາດຖອກທ້ອງ, ໄຂ້ຫວັດທຳມະດາ, ໄຂ້ຫວັດໃຫ່ຍ ແລະ ການເຈັບເປັນອື່ນໆແມ່ນເກີດຈາກເຊື້ອພະຍາດທີ່ຖືກນຳສົ່ງຈາກມືຂອງເດັກເຂົ້າຫາປາກ (ໂດຍສ່ວນຫຼາຍເດັກມັກອົມມື ຫຼືດູດນິ້ວເປັນຕົ້ນ). ການລ້າງມືຈຶ່ງເປັນວິທີທີ່ສ່ວນປ້ອງກັບບໍ່ໃຫ້ເຊື້ອພະຍາດທີ່ສະສົມຢູ່ມືເຂົ້າທາງປາກເຊິ່ງເປັນສາເຫດຂອງພະຍາດຕ່າງໆ . ການລ້າງມືເປັນປະຈຳຈະຊ່ວຍໃຫ້ເດັກມີສຸຂະພາບດີ.
ອາບນໍ້າໃຫ້ເດັກເປັນປະຈຳທຸກໆມື້. ຕັດເລັບມືເລັບຕີນໃຫ້ສັ້ນຢູ່ສະເໝີເພື່ອປ້ອງກັນເຊື້ອພະຍາດຕ່າງໆທີ່ໄປຢູ່ຕາມຮ່ອງຂອງເລັບມືເລັບຕີນ. ຊັກເຄື່ອງນຸ່ງຫົ່ມ ແລະ ບ່ອນນອນຢູ່ສະເໝີ.
ເພື່ອຄວາມປອດໄພຂອງຕົວທ່ານ ແລະ ລູກຫຼານຂອງທ່ານ. ຄວນລ້າງທຳຄວນສະອາດ ຫ້ອງນໍ້າ, ຫ້ອງສ້ວມທຸກໆມື້. ຖ້າຫາກບໍ່ອະນາໄມ, ອາຈົມ ແລະ ເຊື້ອພະຍາດທີ່ພາໃຫ້ຖອກທ້ອງກໍຈະກະຈາຍໄປທົ່ວຕາມບ່ອນຕ່າງໆ. ຄວນໃຫ້ມີການສ້າງຫ້ອງນໍ້າຂອງຄອບຄົວ, ຫຼືເພື່ອນບ້ານໃກ້ຄຽງ ແລະ ຂອງຊຸມຊົນ ທ່ານກໍຈະສາມາດປ້ອງກັນການຖອກທ້ອງໄດ້.
ໃນບົດທີ່ເວົ້າກ່ຽວກັບ ນໍ້າ ແລະ ສຸຂະອະນາໄມ : ປັດໄຈສຳຄັນຂອງການມີສຸຂະພາບທີ່ດີແມ່ນປະກອບມີລາຍລະອຽດຕ່າງໆທີ່ເວົ້າກ່ຽວຄໍາແນະນໍາເພື່ອປັບປຸງເລື່ອງສຸຂະອະນາໄມຕ່າງໆ ແລະ ການປ້ອງກັນພະຍາດຖອກທ້ອງໃນເດັກ.
ການໃຫ້ຢາປ້ອງກັນພະຍາດ (ວັກຊີນ) ແລະ ຢາ
ການໃຫ້ວັກຊີນໃນເດັກແມ່ນປ້ອງກັນພະຍາດທີ່ຮຸນແຮງໃນເດັກໄດ້ຫຼາຍພະຍາດ, ເປັນຕົ້ນວ່າໄຂ້ໝາກແດງນ້ອຍ, ບາດທະຍັກ, ໂປລິໂອ ແລະ ວັນນະໂລກ. ການໃຫ້ວັກຊີນຈຶ່ງເປັນທາງເລືອກທີ່ດີທີ່ສຸດ, ລາຄາບໍ່ແພງ ແລະໄດຜົນດີກວ່າທີ່ຈະພະຍາຍາມປີ່ນປົວເດັກເຈັບ ຫຼືກຳລັງຈະຕາຍ. ການທີ່ໃຫ້ວັກຊີນແກ່ເດັກເປັນວິທີໜຶ່ງທີ່ສຳຄັນທີ່ສຸດທີ່ຊ່ວຍ ໃຫ້ເດັກມີສຸຂະພາບດີສະເໝີ.
ເບິ່ງບົດວັກຊີນ ສຳລັບວັກຊີນທີ່ແນະນຳໃຫ້ໃຊ້ ແລະ ຕາຕະລາງເວລາການໃຫ້ວັກຊີນທີ່ເໝາະສົມ.
ໃຫ້ແນ່ໃຈແລ້ວວ່າລູກຂອງທ່ານໄດ້ຮັບຢາວັກຊີນທີ່ ເຂົາເຈົ້າຄວນໄດ້ຮັບທັງໝົດ.
ວິທີການຕ່າງໆທີ່ປົກປ້ອງສຸຂະພາບຂອງເດັກ
- ຮັກສາແຂ້ວເດັກໂດຍການຖູແຂ້ວໃຫ້ເຂົາເຈົ້າ, ບໍ່ຄວນໃຫ້ເຂົ້າໜົມອົມ, ຂອງຫວານ, ເຄື່ອງດື່ມທີ່ມີລົດຊາດຫວານແກ່ເດັກຫຼາຍເກີນໄປ. ໃຫ້ອ່ານເພີ່ມໃນບົດທີ່ເວົ້າກ່ຽວກັບອາຫານທີ່ບໍ່ມີປະໂຫຍດ.
- ນົມແມ່. ເມື່ອທ່ານເອົາອາຫານ ແລະ ເຄື່ອງດື່ມໃຫ້ເດັກ. ໃຫ້ໃຊ້ບ່ວງ ຫຼືຖ້ວຍທີ່ສະອາດ, ບໍ່ຄວນເອົາຂວດນົມ ແລະຫົວນົມປອມໃຫ້ເດັກເພາະມັນເປັນສິ່ງທີ່ທຳຄວາມສະອາດໄດ້ຍາກ.
- ບໍ່ຄວນໃຫ້ເດັກທີ່ບໍ່ສະບາຍ ຫຼືມີບາດແຜ, ຕາອັກເສບຕິດເຊື້ອ, ເປັນພະຍາດຂີ້ຫິດ, ມີເຫົາ ຫຼືເປັນພະຍາດຂີ້ກາກນອນໃກ້ ຫຼືໃຊ້ຕຽງນອນຮ່ວມກັບ ເດັກຄົນອື່ນໆ ຫຼືແມ້ແຕ່ການໃຊ້ເຄື່ອງ ຫຼືຜ້າເຊັດໜ້າຮ່ວມກັນກໍບໍ່ໄດ້. ຄວນເອົາເດັກໄປປິ່ນປົວໃຫ້ໄວເພື່ອປ້ອງກັນ ບໍ່ໃຫ້ໄປຕິດຕໍ່ພະຍາດໃສ່ເດັກນ້ອຍຄົນອື່ນ.
- ຄວນໃຊ້ມຸ້ງກາງນອນເພື່ອປ້ອງກັນຍຸງ. ຄວນກຳຈັດແຫຼ່ງເພາະພັນຂອງຍຸງເຊັ່ນ: ບ່ອນທີ່ມີນໍ້າຂັງ, ແອ່ງນໍ້າຕ່າງໆ. ປະຕູ ແລະ ປ່ອງຢ້ຽມຄວນມີຕາໜ່າງໄວ້ປ້ອງກັນຍຸງບໍ່ໃຫ້ເຂົ້າໃນເຮືອນ.
- ການລ້ຽງໝູ, ໝາ, ໄກ່ ແລະ ສັດອື່ນໆຄວນລ້ຽງໃຫ້ໄກຈາກເຮືອນຊານບ່ອນອາໃສ, ເພື່ອຫຼີກເວັ້ນເຊື້ອພະຍາດ ທີ່ສາມາດຕິດມາໄດ້ນຳສັດເຂົ້າສູ່ເຮືອນທີ່ເຮົາອາໃສ.
- ຄວນໃຫ້ເດັກໃສ່ເກີບທຸກຄັ້ງທີ່ອອກຈາກເຮືອນ, ບໍ່ຄວນໃຫ້ເຂົາຍ່າງຕີນເປົ່າເພາະອາດເຮັດໃຫ້ແມ່ພະຍາດປາກຂໍຊີເຂົ້າໄປໃນຕີນຂອງເຂົາໄດ້.
- ໃຫ້ຢາຂ້າແມ່ທ້ອງແກ່ເດັກທີ່ອາຍຸ 1 ປີຂຶ້ນໄປ, ໃຫ້ອັລເບັນດາໂຊນ (albendazole) ຫຼື ມີເບັນດາໂຊນ (mebendazole) ທຸກໆ 3 ຫາ 6 ເດືອນ. ໃຫ້ອ່ານເບິ່ງໜ້າ 50 ຫາ 52 ໃນການນຳໃຊ້ ແລະ ປະລິມານຂອງຢາ.