Hesperian Health Guides

ສຳລັບພະນັກງານສາທາລະນະສຸກ

ຢູ່ໃນພາກນີ້:

A health worker visiting a busy mother and her three children ຫາກທ່ານເປັນພະນັກງານສາທາລະນະສຸກ, ໃຫ້ໄປຕິດຕາມເບິ່ງເດັກເປັນປະຈຳ. ມັນຈະເປັນການງ່າຍຫາກທ່ານໄປເບິ່ງເດັກເພື່ອຈຸດປະສົງໃນການຕິດຕາມສັກຢາວັກຊີນໃຫ້ເຂົາ (ໃຫ້ອ່ານບົດ ວັກຊີນ) ຫຼືທ່ານອາດຈະໄປເບິ່ງເດັກທຸກໆ 2 ເດືອນໃນປີທຳອິດ ແລະ ປີລະເທື່ອໃນປີຕໍ່ໆມາ.

ໃຫ້ໄປເບິ່ງເດັກປະຈຳຫາກເດັກສະແດງອາການທີ່ມີບັນຫາ, ເບິ່ງຄືມີພັດທະນາການຊ້າ ຫຼືໃຫຍ່ບໍ່ສົມໄວ. ທ່ານຄວນກັບໄປຕິດຕາມ (ຫຼືອາດຖາມແມ່ເດັກໃຫ້ພາເດັກໄປຫາທ່ານປະຈຳ) ຫຼັງຈາກທີ່ທ່ານໃຫ້ການປິ່ນປົວເຂົາແລ້ວເຂົາມີອາການດີຂຶ້ນ ຫຼືຍັງຕ້ອງການການປິ່ນປົວເພີ່ມອີກ.

ໃນຂະນະດຽວກັນ ມັນອາດຈະງ່າຍຫາກທ່ານບອກແມ່ເດັກໃຫ້ພາເດັກມາພົບທ່ານຢູ່ໂຮງໝໍ ຫຼືສຸກສາລາບ່ອນທີ່ທ່ານເຮັດວຽກເພື່ອຕິດຕາມອາການຂອງເດັກ. ມັນຈະເປັນການດີກວ່າສຳລັບພະນັກງານສາທາລະນະສຸກທີ່ໄປຕິດຕາມເດັກທີ່ເຮືອນຂອງເຂົາເຈົ້າ. ມັນຈະເປັນການດີທີ່ສຸດທີ່ບໍ່ໃຫ້ເດັກໄປຫາທ່ານທີ່ໂຮງໝໍເຊິ່ງເດັກອາດຈະຕິດເຊື້ອພະຍາດຈາກຄົນທີ່ບໍ່ສະບາຍທີ່ນອນຢູ່ໂຮງໝໍກໍເປັນໄດ້. ເຊັ່ນດຽວກັນ, ບາງທີແມ່ເດັກເອງກໍບໍ່ສາມາດພາລູກໄປຫາທ່ານໄດ້ເພາະເຂົາບໍ່ສາມາດປະວຽກງານ ຫຼືລູກອີກຄົນໃຫ້ຢູ່ບ້ານຄົນດຽວໃນຂະນະທີ່ພາອີກຄົນໄປໂຮງໝໍ. ໂດຍສະເພາະແລ້ວແມ່ຍິງເຫຼົ່ານີ້ຕ້ອງການຄວາມຊ່ວຍເຫຼືອຈາກພະນັກງານສາທາລະນະສຸກໄປເບິ່ງຊ່ວຍຕິດຕາມອາການລູກນ້ອຍຂອງເຂົາເຈົ້າ.

ເດັກທີ່ຕ້ອງການຄວາມເອົາໃຈໃສ່ສ່ວນໃຫຍ່ແລ້ວແມ່ນເດັກທີ່ບໍ່ເຄີຍເຂົ້າມາພົບທ່ານ.


ສຳລັບເດັກທີ່ໃຫຍ່ແດ່ແລ້ວ, ໃຫ້ກວດເດັກເຫຼົ່ານີ້ພ້ອມໃນຊ່ວງທີ່ທ່ານລົງຢ້ຽມຢາມ:

  • ໃຫ້ຖາມການເປັນຢູ່ທົ່ວໄປຂອງເດັກ - ເຊັ່ນເດັກມີພາວະປົກະຕິແຂງແຮງດີ ແລະ ຈະເລີນເຕີບໂຕສົມໄວ.
  • ໃຫ້ກວດເບິ່ງເດັກຕັ້ງແຕ່ຫົວຮອດຕີນ. ເດັກທີມີສຸຂະພາບດີມັກຈະໃຫ້ຄວາມສົນໃຈ ແລະ ກະຕືລືລົ້ນ. ຜິວເດັກກ້ຽງງາມດີ ແລະ ຮ່າງກາຍເດັກຈະເຕີບໃຫຍ່ສົມສ່ວນ ແລະ ແຂງແຮງ.
  • ໃຫ້ຖາມເດັກວ່າຕາມປົກະຕິເຂົາກິນຫຍັງ. ສຸກຍູ້ໃຫ້ແມ່ລ້ຽງລູກດ້ວຍນົມແມ່ ແລະ ໃຫ້ສານອາຫານແກ່ເຂົາໃຫ້ຄົບຖ້ວນ.
  • ຊັ່ງນໍ້າໜັກຂອງເດັກ. ຫຼືຫາກແມ່ໄດ້ມີສ່ວນຮ່ວມໃນການຕິດຕາມພັດທະນາການການເຕີບໂຕຂອງເດັກກໍເປັນການດີ, ໃຫ້ອ່ານວິທີການບັນທຶກການຈະເລີນເຕີບໂຕຂອງເດັກ (ໃນແຜນຕາຕະລາງສຸຂະພາບ ຫຼືການຈົດບັນທຶກນໍ້າໜັກຂອງເດັກ). [໑]
  • ໃຫ້ເບິ່ງວ່າເດັກນຸ່ງຖືສະອາດ ແລະ ສະພາບແວດລ້ອມຂອງບ້ານອາໄສມີສຸຂະອານະໄມບໍ່. ໃນຊ່ວງທີ່ລົງຢ້ຽມຢາມນີ້ທ່ານເອງກໍສາມາດຫາເວລາເພື່ອສອນໃຫ້ຄອບຄົວຂອງເດັກໃຫ້ຢູ່ກິນປອດໄພ ແລະ ຫ່າງໄກຈາກພະຍາດ, ຫຼືໃຫ້ຊອກຫາວິທີການທີ່ຊ່ວຍໃຫ້ເຂົາເຈົ້າເຮັດບ້ານໃຫ້ສະອາດປອດໄພ ແລະ ເດັກມີສຸຂະພາບທີ່ດີຂື້ນ.
  • ໃຫ້ແນ່ໃຈທີ່ຈະແລກປ່ຽນຄວາມຄິດເຫັນໃນສິ່ງທີ່ທ່ານໄດ້ຮຽນຮູ້ຈາກແມ່ເດັກ ແລະ ຄົນໃນຄອບຄົວເຂົາເຈົ້າ.


ການເບິ່ງແຍງເດັກແມ່ນວິທີທາງຂອງພະນັກງານສາທາລະນະສຸກທີ່ຈະເຮັດໃຫ້ພວກເຂົາໄດ້ຮັບຄວາມໄວ້ວາງໃຈ ແລະ ເຄົາລົບຈາກຄົນໃນຊຸມຊົນ. ເມື່ອພໍ່ແມ່ຂອງເດັກເຫັນທ່ານເບິ່ງແຍງລູກຂອງເຂົາເຈົ້າ, ເຂົາເອງກໍຈະຮູ້ສຶກດີ ແລະ ຮູ້ສຶກສະບາຍໃຈທີ່ຈະຖາມບັນຫາສຸຂະພາບຂອງເຂົາເອງກັບທ່ານເຊັ່ນກັນ. ການລົງໄປຢ້ຽມຢາມເດັກເປັນປະຈຳເພື່ອຕິດຕາມສຸຂະພາບ ແລະ ການຈະເລີນເຕີບໂຕຂອງເດັກແມ່ນວິທີທີ່ດີທີ່ສຸດທີ່ທ່ານຈະສາມາດຮູ້ສຸຂະພາບຂອງແມ່ ແລະ ຄົນໃນຄອບຄົວຂອງເດັກນຳ, ເຊິ່ງທ່ານເອງກໍຈະໄດ້ຊ່ວຍເຫຼືອເຂົາເຈົ້າອີກດ້ວຍໃນກໍລະນີທີ່ເຂົາຕ້ອງການຄວາມຊ່ວຍເຫຼືອຈາກແພດ.

ໃຊ້ໂອກາດນີ້ໃຫ້ເປັນປະໂຫຍດໂດຍການສອນເດັກກ່ຽວກັບເລື່ອງສຸຂະພາບໄປນຳ. ເດັກມັກຈະເວົ້າທຸກໆຢ່າງໃນສິ່ງທີ່ເຂົາໄດ້ຮຽນຮູ້ຈາກຄົນໃນຄອບຄົວ ແລະ ເດັກຄົນອື່ນໆ. ເດັກເອງກໍສາມາດຊ່ວຍສ້າງພື້ນຖານທີ່ດີຂອງສຸຂະພາບທີ່ດີໃນຊຸມຊົນໄດ້ເຊັ່ນດຽວກັນ.

ເດັກທີ່ເຕີບໂຕສົມໄວແມ່ນເດັກທີ່ມີສຸຂະພາບດີ

ໃຫ້ບັນທຶກຂໍ້ມູນການຈະເລີນເຕີບໂຕຂອງເດັກໃນຕາຕະລາງ, ດັ່ງເຊັ່ນໃນຕາຕະລາງທີ່ມີໃນໜ້າຕໍ່ໄປນີ້. ແມ່ ຫຼືຄົນທີ່ເບິ່ງແຍງເດັກຄວນເປັນຄົນທີ່ເກັບຕາຕະລາງນີ້ໄວ້. ໃຫ້ອະທິບາຍໃຫ້ເຂົາຮູ້ວິທີໝາຍ, ເມື່ອເຂົາຮູ້ເຂົ້າໃຈເຂົາກໍຈະຕິດຕາມການຈະເລີນເຕີບໂຕຂອງລູກເຂົາເອງໄດ້.

Image of a child health chart
Image of a chart for keeping track of a child's growth

ວິທີການນຳໃຊ້ບັດກວດສຸຂະພາບ

Image of the chart with the months of baby's life written at the bottom
ຂັ້ນທີ່ 1
ຂຽນເດືອນເກີດຂອງລູກໃສ່, ບ່ອນນີ້: ສະແດງໃຫ້ເຫັນວ່າເດັກເກີດເດືອນ ເມສາ.
ຂັ້ນທີ່ 2
ຂຽນແຕ່ລະເດືອນຕໍ່ໄປ, ເພື່ອ, ຕິດຕາມເດືອນທີ່ຄົບຮອບເດືອນເກີດ
Image of chart with a dot showing the baby's weight in the present month
ຂັ້ນທີ່ 3
ແຕ່ລະເດືອນໃຫ້ຊັ່ງນ້ຳໜັກລູກຂອງທ່ານເປັນກິໂລກຼາມ.
ຈໍ້າເມັດໄວ້ບ່ອນທີ່ນໍ້າໜັກຕັດກັບເດືອນປະຈຸບັນທີ່ກວດ.
image of the chart with many dots showing the baby's growth over time
ຂັ້ນທີ່ 4
ນໍ້າໜັກແຕ່ລະເດືອນຂອງເດັກ ແລະ ຕື່ມຈໍ້າອື່ນໆໃສ່ບັດ. ຂຽນເສັ້ນແຕ່ລະຈໍ້າຫາກັນ. ຖ້າວ່າເດັກສຸຂະພາບດີ, ໃນແຕ່ລະເດືອນຈະມີຈໍ້າເມັດໃໝ່ທີ່ສູງຂຶ້ນກ່ອນເກົ່າໃນບັດ.
ໃນເດັກປົກກະຕິ, ມີສຸຂະພາບດີ, ເສັ້ນຂອງຈໍ້າເມັດຈະຢູ່ໃນລະຫວ່າງການ 2 ເສັ້ນນີ້.
Image showing good development, with the line of dots going up, dangerous development, with the line flat, and very dangerous development, with the line going down
ສິ່ງທີ່ສຳຄັນທີ່ສຸດແມ່ນມັນຈະຕ້ອງສືບຕໍ່ເຕີບໃຫຍ່ຂະຫຍາຍຕົວເຊິ່ງສະແດງອອກໂດຍທີ່ເສັ້ນນີ້ສູງຂື້ນ.
ເສັ້ນນີ້ແມ່ນສະແດງໃຫ້ເຫັນວ່າເດັກບໍ່ມີເຕີບໃຫຍ່ຂະຫຍາຍຕົວ.
ຫຼືວ່າຕໍ່າລົງແບບນີ້.

ພັດທະນາການ

ພັດທະນາການໝາຍວ່າຄວາມສາມາດໃນການເຕີບໃຫ່ຍຂະຫຍາຍຕົວຂອງເດັກ. ວິທີທີ່ເດັກໃຊ້ເຄື່ອນໄຫວຂອງຮ່າງກາຍ ແລະ ວິທີທີ່ເດັກໃຊ້ສື່ສານ ແລະ ຮຽນຮູ້ໃນການແກ້ໄຂບັນຫາຈະເປັນສິ່ງທີບົ່ງບອກໃນເດັກຄົນນັ້ນ. ແຕ່ເດັກກໍຍັງຕ້ອງໄດ້ສືບຕໍ່ພັດທະນາໄປເລື້ອຍໆ. ຫາກວ່າເດັກມີພັດທະນາການທີ່ຊ້າ, ເດັກອາດຕ້ອງການການເອົາໃຈໃສ່ເພີ່ມຕື່ມອີກ.

ເປັນຫຍັງເດັກບາງຄົນຈຶ່ງມີພັດທະນາການທີ່ຊ້າກວ່າເດັກຄົນອື່ນໆ? ບາງເທື່ອກໍບໍ່ມີເຫດຜົນວ່າຍ້ອນຫຍັງທີ່ແຕກຕ່າງຈາກຄົນປົກກະຕິໂດຍທົ່ວໄປ. ແຕ່ເດັກທີ່ເຈັບເປັນ ແລະ ເດັກທີ່ຂາດສານອາຫານມັກຈະມີພາວະທີ່ມີພັດທະນາການຊ້າກວ່າເດັກປົກກະຕິ. ການຂາດຄວາມສາມາດດ້ານໃດໜຶ່ງກໍສາມາດເຮັດໃຫ້ແຕະຕ້ອງຕໍ່ລະບົບພັດທະນາການເຊັ່ນດຽວກັນ. ຕົວຢ່າງ, ທ່ານອາດຈະຍັງບໍ່ຮູ້ທັນທີທັນໃດວ່າຖ້າວ່າລູກຂອງທ່ານຫູໜວກ. ແຕ່ໃນຂະນະດຽວກັນ, ທ່ານອາດສັງເກດໄດ້ວ່າເດັກບໍ່ສາມາດຮຽນເວົ້າໄດ້ຄືກັນກັບເອື້ອຍອ້າຍນ້ອງຂອງເຂົາ. ໃຫ້ຕິດຕາມພັດທະນາການຂອງເດັກເພາະວ່າພັດທະນາການທີ່ຊ້າອາດຈະມາຈາກເດັກມີບັນຫາສຸຂະພາບ ຫຼືຂາດຄວາມສາມາດນັ້ນເປັນສິ່ງທີ່ທ່ານຕ້ອງໄດ້ເອົາໃຈໃສ່ຕິດຕາມ.

ເດັກ 3 ເດືອນສາມາດເຮັດສິ່ງຕ່າງໆດັ່ງລຸ່ມນີ້:
  • ຍີ້ມໄດ້
  • ຕອບສະໜອງເມື່ອໄດ້ຍິນສຽງ ແລະ ການເຄື່ອນໄຫວ
  • ຕອບສະໜອງເມື່ອໄດ້ຍິນສຽງທີ່ຄຸ້ນເຄີຍ ແລະ ຄົນທີ່ຮູ້ຈັກA baby lying on its side, playing with its hands
  • ມັກຫຼິ້ນມືຕົນເອງ
  • ຮ້ອງໄຫ້ເມື່ອຫິວ ຫຼືຮູ້ສຶກບໍ່ສະບາຍ
  • ດູດນົມແມ່ໄດ້ໂດຍບໍ່ມີບັນຫາ
  • ຍົກຫົວຂຶ້ນຫາກເຮົາຄວໍ່າເດັກ ຫຼື ຄວໍ່າຕົວເອງໄດ້
A baby lying on his belly with his head lifted


ເດັກ 6 ເດືອນສາມາດເຮັດສິ່ງຕ່າງໆດັ່ງລຸ່ມນີ້:
  • ຫງວກທັນທີເມື່ອໄດ້ຍິນສຽງ
  • ກິ້ງຕົວໄປມາໄດ້
A man shaking a rattle and his baby, lying on his belly with his head lifted
  • ກິ້ງຕົວໄປມາໄດ້
  • ກິ້ງຕົວໄປມາໄດ້
A baby putting a toy in his mouth


ເດັກ 1 ປີສາມາດເຮັດສິ່ງຕ່າງໆດັ່ງລຸ່ມນີ້:
  • ເດັກ 1 ປີສາມາດເຮັດສິ່ງຕ່າງໆດັ່ງລຸ່ມນີ້:
  • ຢອກຫຼິ້ນນຳໄດ້ເຊັ່ນການເຮັດມືປິດໜ້າຈິ່ງຈະ
A man and a baby playing peek-a-boo
  • ພະຍາຍາມເອົາສິ່ງຂອງໃສ່ໄວ້ໃນສິ່ງໃດໜຶ່ງ
  • ນັ່ງຕັ້ງໄຂ່ ແລະ ຄານເອງໄດ້
  • ນັ່ງຕັ້ງໄຂ່ ແລະ ຄານເອງໄດ້
A baby using a stool to pull himself up to a standing position


ເດັກ 3 ປີສາມາດເຮັດສິ່ງຕ່າງໆດັ່ງລຸ່ມນີ້:
A girl sweeping with her younger sister
  • ເຂົ້າໃຈ ແລະ ເວົ້າເປັນປະໂຫຍກງ່າຍໆໄດ້
  • ເຮັດວຽກເລັກໆນ້ອຍໆໄດ້ ເຊັ່ນປັດກວດເຮືອນ
  • ສັງເກດສີໜ້າຄວາມຮູ້ສຶກຂອງຄົນອື່ນໄດ້
A child running
  • ຈັດແບ່ງສິ່ງຂອງໄດ້
  • ແລ່ນ, ໂດດ ແລະ ປີນປ່າຍໄດ້

ຫາກວ່າເດັກມີພັດທະນາການທີ່ຊ້າ, ທ່ານສາມາດເຮັດ 2 ອັນນີ້ເພື່ອຊ່ວຍເຂົາ:

  1. ໃຫ້ປຶກສາກັບພະນັກງານສາທາລະນະສຸກເພື່ອຫາສາເຫດທີ່ເຮັດໃຫ້ເດັກມີພັດທະນາການຊ້າ.
  2. ໃຫ້ການເບິ່ງແຍງເອົາໃຈໃສ່ແບບພິເສດສຳລັບເດັກທີມີພັດທະນາການທີ່ຊ້າເຫຼົ່ານີ້.
A woman guiding her child's hands to help her to taste something
ຊ່ວຍໃຫ້ເດັກມີການເຕີບໃຫ່ຍຂະຫຍາຍຕົວຕາມຄວນທີ່ຈະເປັນໄປຖ້າວ່າເດັກມີການພັດທະນາຊ້າ.

ໃຫ້ອ່ານບົດຄວາມຊ້ອນທ້າຍ A ສໍາລັບຕາຕະລາງພັດທະນາການຂອງເດັກ. ຕາຕະລາງເຫຼົ່ານີ້ແມ່ນເຄື່ອງມືທີ່ສໍາຄັນສຳລັບພໍ່ແມ່ ແລະ ພະນັກງານສາທາລະນະສຸກທີໃຊ້ຕິດຕາມພັດທະນາການຂອງເດັກ ແລະ ໃຫ້ການຊ່ວຍເຫຼືອໃນຕໍ່ໜ້າ.


This page was updated: ໒໙ ມີຖຸນາ ໒໐໒໐